ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວພ້ອມແລ້ວ ທີ່ຈະເປັນເຈົ້າພາບ ເປີດການແຂ່ງຂັນ ກິລາ ຊີເກມສ໌ ໃນອາທິດໜ້າ


ຣັດເຊັຽ - ອັກຄີພັຍ: ເຈົ້າໜ້າທີ່ຣັດເຊັຽໄດ້ຈັບ ເຈົ້າຂອງ ແລະຜູ້ຈັດການໄນຄລັບແຫ່ງນຶ່ງ ບ່ອນ ທີ່ 102 ຄົນ ໄດ້ເສັຽຊີວິດ ຍ້ອນອັກຄີພັຍ ໃນ ຕອນເຊົ້າ ຂອງວັນເສົາມື້ນີ້. ເຈົ້າໜ້າທີ່ເວົ້າວ່າ ບຸກຄົນທັງ 2 ໄດ້ຖືກຈັບ ຍ້ອນໄດ້ລະເມີດກົດ ຣະບຽບ ກ່ຽວກັບ ຄວາມປອດພັຍ ໃນດ້ານອັກ ຄີພັຍ ຢູ່ທີ່ໄນຄລັບ LAME HORSE ໃນເມືອງ PERM. ໄນຄລັບແຫ່ງນີ້ ໄດ້ຖືກໄຟໃໝ້ ເວລາ ເພດານ ທີ່ເປັນປາລສຕິກ ໄດ້ລຸກໃໝ້ເປັນໄຟ ໂດຍອັນທີ່ເອີ້ນວ່າ ດອກໄມ້ໄຟເຢັນ ຊຶ່ງຕາມປົກ ກະຕິແລ້ວ ຈະມີອຸນຫະພູມ ຕ່ຳກວ່າດອກໄມ້ໄຟ ທັມມະດາ. ນອກນັ້ນຍັງມີ 134 ຄົນ ໄດ້ຮັບບາດເຈັບ ຈາກອັກຄີພັຍດັ່ງກ່າວ. ຮູບວີດີໂອ ຈາກຂ້າງໃນຂອງໄນຄລັບ ສະແດງໃຫ້ເຫັນວ່າ ເພດານໄດ້ເລີ້ມລຸກໃໝ້ເປັນໄຟ. ພວກທີ່ໄປມ່ວນຊື່ນ ບໍ່ໄດ້ຮູ້ໃນທັນທີວ່າ ໄດ້ເກີດໄຟໃໝ້ ຢູ່ໃນໄນຄລັບ ແຕ່ເມື່ອຮູ້ແລ້ວ ຕ່າງກໍພາກັນ ຫລູມໄປຫາທາງອອກ. ຣັຖມຸນຕຣີກະຊວງ ຮັບມືກັບ ພາວະສຸກເສີນ ພາຍໃນ ແລະພັທນາສັງຄົມ ຂອງຣັດເຊັຽ ໄດ້ເດີນທາງ ໄປຍັງເມືອງ PERM ໃນເຂດ URALS ທີ່ຕັ້ງຢູ່ ທາງກ້ຳຕາເວັນອອກ ຂອງນະຄອນຫລວງມົສກູ ເພື່ອປະສານງານ ໃນການ ໃຫ້ຄວາມຊ່ອຍເຫລືອ ກ່ຽວກັບເຣື່ອງນີ້.

ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ເຫດຣະເບີດ ທີ່ຄຸ້ມການຄ້າແຫ່ງນຶ່ງ ໃນເມືອງ PESHAWAR ທາງພາກຕາເວັນຕົກສຽງເໜືອ ຂອງປາກິສຖານມີຜູ້ເສັຽຊີວິດ ຢ່າງນ້ອຍ 3 ຄົນ. ເຖິງແມ່ນລາຍງານໃນຂັ້ນຕົ້ນ ເວົ້າວ່າ ເຫດຣະ ເບີດທີ່ວ່ານີ້ ເປັນການໂຈມ ຕີດ້ວຍ ຣະເບີດຣົດ ແຕ່ຕໍ່ມາ ຕຳຣວດເວົ້າວ່າເປັນອຸບັດຕິເຫດແລະ ບາງທີ ອາດມີສາເຫດ ມາຈາກສີທາ ທີ່ມີການ ເກັບມ້ຽນ ຢູ່ໃນຮ້ານ. ໃນມື້ວານນີ້ ມືປືນໄດ້ໂຈມຕີ ວັດສາສນາອິສລາມ ໃກ້ໆກອງບັນຊາການໃຫຍ່ ຂອງກອງທັບ ປາກິສຖານ ທີ່ນະຄອນ ຣາວັນປິນດີ ເຮັດໃຫ້ມີຜູ້ເສັຽຊີວິດ 36 ຄົນ ຮວມທັງ ພວກນາຍທະຫານ 9 ຄົນ. ຕຳຣວດເວົ້າວ່າ ພວກໂຈມຕີ 4 ຄົນ ໄດ້ແກວ່ງຣະເບີດມື ຫລາຍໆລູກ ແລະຣະດົມຍິງເຂົ້າໃສ່ ຫລັງຈາກ ພິທີສວດມົນພາວະນາ ໃນຕອນເຊົ້າ ທີ່ວັດດັ່ງກ່າວ ເລີ້ມຂຶ້ນ ກ່ອນທີ່ຜູ້ໂຈມຕີ ສະລະຊີບ 2 ຄົນ ໃນຈຳນວນດັ່ງກ່າວ ບີບຄະນວນຣະເບີດ ທີ່ມັດອ້ອມໂຕ ໃຫ້ແຕກຂຶ້ນ. ວັດດັ່ງກ່າວນີ້ ເປັນເຂດ ທີ່ມີການ ຮັກສາຄວາມປອດພັຍ ຢ່າງເຄັ່ງຄັດ ທີ່ພວກນາຍທະຫານ ປາກິສຖານ ມັກໄປ.

ໂອບາມາ - ກອງປະຊຸມອາກາດ: ປະທາ ນາທິບໍດີສະຫະຣັດ ທ່ານ BARACK OBA MA ໄດ້ຕັດສິນໃຈທີ່ຈະໄປຮ່ວມພິທີປິດ ກອງ ປະຊຸມ ວ່າດ້ວຍການປ່ຽນແປງ ຂອງຟ້າອາກາດ ຊຶ່ງຈັດຂຶ້ນໂດຍ ອົງການ ສະຫະປະຊາຊາດ ທີ່ນະຄອນ COPENHAGEN ປະເທດເດັນມາກ ຍ້ອນທຳນຽບຂາວເຫັນວ່າ ໄດ້ມີຄວາມກ້າວໜ້າ ໄປສູ່ການຕົກລົງ ທີ່ມີຄວາມໝາຍສຳຄັນ. ຕົ້ນຕໍແລ້ວ ປະທານາທິບໍດີ OBAMA ມີແຜນການ ທີ່ຈະເດີນທາງ ໄປຍັງນະຄອນ COPENHAGEN ໃນຕອນເປີດ ກອງປະຊຸມ ແຕ່ໃນມື້ວານນີ້ ໂຄສົກຂອງ ປະທານາທິບໍດີ ກ່າວວ່າ ທ່ານຈະເລື່ອນເວລາ ໄປໃສ່ຕອນປິດ ກອງປະຊຸມ ຊຶ່ງເປັນເວລາທີ່ ພວກຜູ້ນຳ ຄົນອື່ນໆຂອງໂລກ ຈະໄປຮ່ວມ. ທ່ານ ROBERT GIBBS ໂຄສົກຂອງ ທຳນຽບຂາວ ກ່າວໃນວັນມື້ວານນີ້ວ່າ ປະທານາທິບໍດີເຊື່ອວ່າ ການນຳພາ ຂອງສະຫະຣັດ ຈະໃຫ້ດອກອອກຜົນ ທີ່ສຸດ ໃນຕອນປິດ ກອງປະຊຸມ ໃນວັນທີ 18 ທັນວາ ຈະມານີ້. ທ່ານ GIBBS ກ່າວວ່າ ໄດ້ມີຄວາມກ້າວໜ້າ ເກີດຂຶ້ນ ກ່ຽວກັບຂໍ້ຕົກລົງ COPENHAGEN ທີ່ມີຄວາມໝາຍ ສຳຄັນ ຊຶ່ງທຸກໆປະເທດ ໃຫ້ຄຳໝັ້ນສັນຍາ ທີ່ຈະເອົາມາຕການ ຮັບມືກັບ ພັຍຂົ່ມຂູຸ່ ຈາກການປ່ຽນແປງ ຂອງດິນຟ້າ ອາກາດນັ້ນ.

ໃຕ້ຫວັນ: ບັນດາ ຜູ້ມີສິດປ່ອນບັດ ໄດ້ພາກັນ ໄປລົງຄະແນນສຽງ ໃນວັນເສົາມື້ນີ້ໃນການເລືອກ ຕັ້ງທ້ອງຖິ່ນ ທີ່ເບິ່ງກັນວ່າ ເປັນການທົດສອບ ເທື່ອທຳອິດ ຕໍ່ຣັຖບານ ຂອງປະທານາທິບໍດີ MA YING JEOU ທີ່ເປັນມິດກັບປັກກິ່ງນັ້ນ. ການໄດ້ຮັບ ໄຊຊະນະໂດຍພັກຈີນຄະນະຊາດ ຂອງທ່ານ MA ໃນການເລືອກຕັ້ງເຈົ້າໜ້າທີ່ທ້ອງ ຖິ່ນ ອາດຈະເສີມຂຍາຍ ຄວາມເຂັ້ມແຂງ ໃຫ້ແກ່ ການປະຕິບັດວຽກງານ ຂອງປະທານາທິບໍດີ ແລະເພີ້ມ ແຮງກະຕຸກຊຸກຍູ້ ຕໍ່ການດຳເນີນ ຄວາມພະຍາຍາມ ຂອງທ່ານ ໃນການທີ່ຈະເປັນ ຜູ້ໄກ່ເກັ່ຽ ສັນຕິພາບ ກັບຈີນແຜ່ນດິນໃຫຍ່ ໂດຍຜ່ານທາງ ຂໍ້ຕົກລົງ ການຄ້າຕ່າງໆ. ພັກປະຊາທິປະໄຕກ້າວໜ້າ ຊຶ່ງເປັນ ພັກຝ່າຍຄ້ານ ທີ່ໃຫຍ່ທີ່ສຸດຂອງໃຕ້ຫວັນ ທີ່ໄດ້ກຳຕຳແໜ່ງ ປະທານາທິບໍດີໃຕ້ຫວັນ ແຕ່ປີ 2000 ຫາ 2008 ນັ້ນ ໃຫ້ການສນັບສນຸນ ຕໍ່ການ ເປັນເອກກະຣາດ ຢ່າງເປັນທາງການຈາກຈີນແຜ່ນ ດິນໃຫຍ່. ຣັຖບານທ່ານ MA ໄດ້ຖືກຕຳໜິຕິຕຽນ ໃນການຮັບມື ກັບລົມໄຕ້ຝຸ່ນ ມໍຣະກົດ ໃນເດືອນສິງຫາ ຜ່ານມາ ແລະໃນການຕັດສິນໃຈ ທີ່ຈະນຳເຂົ້າ ຜລິດຕະພັນຊີ້ນ ຈາກສະຫະຣັດຄືນໃໝ່ ທັງໆທີ່ຍັງມີ ຄວາມວິຕົກກັງວົນ ກ່ຽວກັບເຣື່ອງ ສຸຂອະນາມັຍຢູ່ນັ້ນ.

ໄທ: ກະສັດພູມີພົລ ອະດຸນຍະເດດ ຂອງໄທ ຊຶ່ງເປັນກະສັດ ທີ່ຄອງຣາດ ດົນທີ່ສຸດໃນໂລກນັ້ນ ໄດ້ຊົງປາກົດໂຕ ເປັນເທື່ອທຳອິດ ໃນວັນເສົາມື້ນີ້ ໃນຮອບນຶ່ງເດືອນກວ່າໆ ເພື່ອເຂົ້າຮ່ວມພິທີສເລີມ ສລອງ ພຣະຣາຊສົມພົບ ຄົບຮອບ 82 ພັນສາ ຂອງພຣະອົງ. ກະສັດພູມີພົລ ທີ່ໄດ້ສະເດັດອອກ ຈາກໂຮງພະຍາບານ ສິຣິຣາດ ໂດຍປະທັບຢູ່ເທິງ ລໍ້ຍູ້ນັ້ນ ໄດ້ໂບກພຣະຫັດ ໃຫ້ແກ່ພວກທີ່ໄປຕ້ອນ ຮັບພຣະອົງ ທີ່ໃສ່ຊຸດສີບົວ ໃນການໃຫ້ພຣະຣາຊ ໂອວາດ ແກ່ແຂກຜູ້ມີກຽດ ທີ່ໄປໂຮມຊຸມນຸມກັນ ຢູ່ທີ່ພຣະຣາຊວັງຫລວງ ໃນບາງກອກນັ້ນ ກະສັດ ພູມີພົລ ຊົງຮຽກຮ້ອງໃຫ້ ມີຄວາມປຸ້ມລຸມ ສາມັກຄີ ຢູ່ພາຍໃນປະເທດ ທີ່ໄດ້ຮັບຄວາມສັ່ນສະເທືອນ ຈາກການປະທ້ວງ ຕໍ່ຕ້ານຣັຖບານ. ກ່ອນກັບຄືນ ເຂົ້າໄປໂຮງພະຍາບານນັ້ນ ກະສັດພູມີພົລ ຊົງກ່າວວ່າ ສຸຂພາບ ພະລານາມັຍ ຂອງພຣະອົງ ຈະດີຂຶ້ນ ດ້ວຍການທີ່ ປະເທດຊາດ ມີສະເຖັຽຣະພາບ ຄວາມວັທນາຖາວອນ ແລະສັນຕິພາບ. ທຳນຽບພຣະຣາຊວັງ ຂອງໄທ ກ່າວວ່າ ກະສັດພູມີພົລ ກຳລັງພັກຟື້ນ ຈາກໂຣກປອດອັກເສບ ແລະພຣະອົງ ບໍ່ໄດ້ຕົກຢູ່ໃນອັນຕະລາຍ ແຕ່ປະການໃດ.

ລາວ - ຊີເກມສ໌: ເຈົ້າໜ້າທີ່ລາວ ກ່າວວ່າ ລາວພ້ອມແລ້ວ ທີ່ຈະເປັນເຈົ້າພາບ ຈັດການ ແຂ່ງຂັນງານມະຫາກັມກິລາ SEA GAMES ເລີ້ມແຕ່ ວັນທີ 9 ຫາ 18 ທັນວາ ຈະມານີ້. ປີນີ້ ແມ່ນເທື່ອທຳອິດ ທີ່ ສປປ ລາວ ຈະໄດ້ ເປັນເຈົ້າພາບ ຈັດການແຂ່ງຂັນງານມະຫາກັມ ກິລາ SEA GAMES ນັບຕັ້ງແຕ່ ໄດ້ເປັນຜູ້ ຮ່ວມກໍ່ຕັ້ງ ເມື່ອ 50 ປີ ກ່ອນ. ລາວໄດ້ໃຊ້ ຈ່າຍເງິນ ເປັນຈຳນວນ ຫລາຍໆລ້ານໂດລາ ໃນການສ້າງສາ ສນາມກິລາ ແຫ່ງຕ່າງໆ ແລະສ້ອມແປງ ສະຖານທີ່ໆມີຢູ່ແລ້ວນັ້ນ ໃນນະຄອນຫລວງວຽງຈັນ ໂດຍໄດ້ຮັບ ການຊ່ອຍເຫລືອ ຈາກຈີນ ຍີ່ປຸ່ນ ບຣູໄນ ເກົາຫຼີໃຕ້ ວຽດນາມ ແລະໄທ. ຈາກກິລາ 43 ປະເພດ ທີ່ມີການແຂ່ງຂັນຢູ່ໄທ ເມື່ອສອງປີ ກ່ອນນັ້ນ ທາງການລາວ ໄດ້ຕັດລົງໃຫ້ເຫຼືອຢູ່ 25 ປະເພດ ຊຶ່ງໄດ້ພາໃຫ້ ມີການສະແດງ ຄວາມບໍ່ພໍໃຈ ຈາກບັນດາປະເທດ ສະມາຊິກ. ກິລາເຕະບານ ໂປໂລນ້ຳ ປິງປອງ ແລະກະຕໍ້ ມີກຳນົດເລີ້ມການແຂ່ງຂັນ ກ່ອນພິທີເປີດ ຢ່າງເປັນທາງການ ຊຶ່ງຈະມີຂຶ້ນ ໃນມື້ວັນພຸດ ຈະມານີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG