ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທົບທວນຄືນຄວາມກ້າວໜ້າໃນການຕ້ານໂຣກເອັສໃນວັນ ຕ້ານໂລກເອັສຂອງໂລກ


ວັນ​ອັງຄານ ວັນ​ທີ 1 ທັນວາ​ຜ່ານ​ມາ​ນີ້ ແມ່ນວັນ​ໂຣກ AIDS ຂອງ​ໂລກ. ການລະບາດ​ຂອງ​ໂຣກ ນີ້ ​ຍັງສືບ​ຕໍ່​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ຫລວງຫລາຍ ​ຢູ່ຕໍ່​ມາ​ເຖິງ​ແມ່ນ​ພວກ​ນັກ ວິທຍາສາດໄດ້​ພັດທະນາຢຸກຢາ​ປົວ​ ພະຍາດ​ດັ່ງກ່າວ​ອອກ​ມາ​ຢ່າງ​ຫລວງຫລາຍ ສົ່ງ​ຜົນໃຫ້ສາມາດ ​ປ່ຽນ​ການ​ວິນິດ​ໃສ​ໂຣກ AIDS ຈາກ​ອາການ “ບໍ່​ມີ​ທາງ​ລອດ” ມາ​ເປັນ​ອາການ​ທີ່​ຄວບ​ຄຸມ​ໄດ້ ຢ່າງ​ໜ້ອຍ​ກໍສຳລັບ​ພວກ​ທີ່ສາມາດ​ໄດ້​ຮັບ​ປ່ິນປົວ​ທີ່ຖືກ​ຕ້ອງ.

ທ່ານ​ນາງ Susan Denzler ບັນນາທິການ​ວາລະສານ​ວ່າ​ດ້ວຍ​ນະ​ໂຍບາຍ​ດ້ານ​ສຸກຂະພາບ Health Affairs ກ່າວ​ວ່າເຊື້ອ HIV/ AIDS ຍັງ​ຄົງ​ເປັນຄວາມ​ເປັນ​ຫ່ວງ​ອັນ​ໃຫຍ່​ຫລວງຂອງ​ໂລກ​ ຢູ່​ຕໍ່​ມາ ຊຶ່ງ​ທ່ານ​ນາງກ່າວ​ກ່ຽວ​ກັບ​ຄວາມ​ຮ້າຍ​ແຮງ​ຂອງ​ບັນຫາ​ນີ້ວ່າ

ກໍ​ຄື​ດັ່ງ​ທີ່​ພວກ​ເຮົາຮູ້ນຳ​ກັນຫັ້ນ​ແຫລະ ​ເວລາ​ນີ້​ແມ່ນ​ມີ​ຫລາຍ​ກວ່າ 4 ລ້ານ​ຄົນ​ໃນ​ທົ່ວ​ໂລກ ທີ່​ຕິດ​ເຊື້ອ​ໄວຣັສນີ້ ທີ່​ຍັງ​ມີ​ຊີວິດ​ຢູ່ ​ແລະ ມີ​ສຸກຂະພາບ​ຂ້ອນ​ຂ້າງ​ດີ. ທັງ​ນີ້ກໍ​ຍ້ອນ​ວ່າ ​ເຂົາ​ເຈົ້າ​ໄດ້ຮັບການ​ປິ່ນປົວ​ດ້ວຍ​ຢາ​ຕໍ່ຕ້ານການ​ກັບ​ຄືນ​ມາ​ຂອງ​ເຊື້ອ​ໄວຣັສ. ມີ​ອີກ​ປະມານ 7 ລ້ານ​ຄົນ​ໃນ​ທົ່ວ​ໂລກ​ທີ່​ຄວນ​ຈະ​ໄດ້ຮັບການ​ປິ່ນປົວ​ແບບ​ດຽວກັນນີ້. ​ແລະ ດັ່ງ​ທີ່​ພວກ​ເຮົາຮູ້ນຳ​ກັນ​ອີກ​ຫັ້ນ​ແຫລະ ​ແນ່ນອນ​ມີ 2 ລ້ານ 7ແສນ​ຄົນ​ອີກ​ທີ່​ຈະ​ຕິດ​ເຊື້ອ​ໄວຣັສນີ້​ໃນ​ແຕ່ລະ​ປີ.

ວາລະສານກິດຈະການ​ສຸກຂະພາບ ຫລື Health Affairs ສຶກສາ​ເບິ່ງການ​ຕໍ່ສູ້ຕ້ານ​ ໂຣກ AIDS ​ໃນ​ສະບັບ​ປັດຈຸບັນຂອງ​ຕົນ.

ໃນ ​ບົດຂຽນ​ທີ່ລົງ​ພິມໃນ​ວາລະສານ​ດັ່ງກ່າວ ​ກ່ຽວ​ກັບ​ແຫ​ລ່ງທຶນສຳລັບ ການ​ຕໍ່ສູ້ຕ້ານ​ໂຣກ AIDS ນັ້ນ ທ່ານ Robert Hecht ກ່າວ​ວ່າ ກົນ​ໄກ​ສນອງເງິນ​ທຶນໃຫ້​ແກ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ດັ່ງກ່າວໃນ​ ປັດຈຸບັນ​ນີ້ ​ແມ່ນບໍ່​ໄດ້ຜົນ​ດີ​ປານ​ໃດ. ທ່ານ Hecht ​ເປັນ​ຜູ້ອຳນວຍ ການ​ຝ່າຍ​ບໍລິຫານ​ຂອງສະ​ຖາ​ບັນ​ ຜົນການ​ສຶກສາ​ຄົ້ນຄວ້າ​ສຳລັບການ ພັດທະນາ ຊຶ່ງ​ເປັນ​ອົງການບໍ່​ຫາ​ຜົນ​ກຳ​ໄລ​ ທ່ີ​ສຶກສາ​ເບິ່ງ​ການ​ເສດຖະ ກິດ​ແລະ​ນະ​ໂຍບາຍ​ດ້ານສຸກຂະພາບ ​ພ້ອມ​ກັບ​ເຣື່ອງອື່ນໆ​ນຳ​.

ທ່ານ Hecht ກ່າວ​ວ່າ ພວກ​ເຮົາ​ຕ້ອງ​ຍ້າຍໜີ ​ອອກ​ຈາກ​ຮູບ​ແບບໃຫ້ ການ​ຊ່ວຍ​ເຫລືອ​ແບບສຸກ​ເສີນ, ວິທີ​ການ​ໃຫ້​ເງິນແບບພໍ​ແຕ່​ແກ້​ສຸກ​ເສີນ​ແຕ່ລະ​ປີໄປ​ ດັ່ງທ່ີ​ໄດ້ເຮັດ​ກັນ​ມາໃນ​ທົດ​ສວັດ​ຜ່ານ​ມານັ້ນ ​ແລະ​ພິຈາລະ ນາ​ເບິ່ງວິທີການໃຫ້ເງິນ​ທຶນສຳລັບ​ໂຣກ AIDS ​ໃນ​ໄລຍະ​ຍາວ​ ​ແລະ​ມອງ​ເບິ່ງ​ໂຣກລະບາດ​ອັນ​ນີ້ ​ໃນ​ໄລຍະ​ຍາວ ຖ້າ​ຫາກພວກເຮົາ​ຢາກຈະ​ ເຮັດ​ໃຫ້​ຖືກຕ້ອງ​ ດຽວ​ນີ້ ​ໃນ​ມື້​ນີ້ ​ໃນມື້​ອື່ນ​ ຫລືໃນ​ສອງ​ສາມ​ປີ​ຂ້າງ​ໜ້າ​ເພື່ອ​ປ່ຽນ​ແປງທິດ​ທາງ​ຂອງ​ໂຣກ AIDSນີ້.

ທ່ານ Hecht ກ່າວ​ຕື່ມ​ວ່າ ຖ້າ​ບໍ່​ມີ​ວິທີ​ຮັບ​ມື ທີ່ໃຊ້​ຍຸດ​ທະ​ສາດ​ຫລາຍ​ກ່ວາ​ນີ້​ແລ້ວ ກໍອາດ​ຈະ​ມີຄວາມ​ກ້າວໜ້າແດ່​ເລັກ​ນ້ອຍ​ໃນ​ການ​ຕໍ່ຕ້ານ​ໂຣກ AIDS ​ແຕ່​ຈະ​ບໍ່ເປັນໄຊຊະນະ​ທີ່ເດັດຂາດ.

​Dr. Anthony Fauci ນັກຄົ້ນຄວ້າ​ກ່ຽວ​ກັບ​ໂຣກ AIDS ກ່າວ​ວ່າ ​ແຕ່ເຖິງ​ແມ່ນ​ບໍ່​ໄດ້​ຮັບ​ໄຊຊະນະ​ທ່ີ​ເດັດຂາດ ບັນດາ​ນັກ​ຄົ້ນຄວ້າ​ກໍໄດ້​ບັນລຸ​ຄວາມກ້າວໜ້າທ່ີ​ສຳຄັນຫລາຍ​ບາງ​ຢ່າງ ຊຶ່ງທ່ານກ່າ​ວດັ່ງ​ນີ້:

"ຄວາມກ້າວໜ້າໃນການສຶກສາຄົ້ນຄວ້າກ່ຽວ​ກັບເຊື້ອ HIV ຂອງໂຣກ ເອດສ໌ ທີ່​ໄດ້ຮັບ​ມາຕັ້ງ​ແຕ່ຕອນເລີ່ມຕົ້ນ ຄືຈາກປີ 1981 ມາຈົນເຖິງປີ 2009 ນີ້ ​ແມ່ນເປັນສິ່ງ​ນື່ງທີ່ບໍ່ເຄີຍມີມາ ກ່ອນເລີຍກໍວ່າໄດ້ ຊື່​ງກໍ​ຄົງ​ຈະ​ເປັນເພາະວ່າ ມັນເປັນສະຖານະການໃໝ່ ທີ່​ອຳນວຍໂອກາດ ​ໃຫ້ຢ່າງຫລວງຫລາຍ​ ແລະກໍ​ໄດ້​ມີ​ການ​ທຸ້ມ​ເທຊັບພະຍາກອນ​ເງິນ​ຄຳ ໃນປະລິມານມະຫາ ສານ​ເຂົ້າ​ໃສ່ການສຶກສາຄົ້ນຄວ້າ ກ່ຽວ​ກັບເລື້ອງນີ້". Dr. Fauci ຊຶ່ງ​ເປັນ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າກ່ຽວ​ກັບ​ເລື່ອງ​ພູມ​ແພ້ ແລະ​ພະຍາດ​ຕິດ​ແປດ​ແຫ່ງ​ຊາດ​ຂອງ​ສະຫະຣັດ ກ່າວ​ວ່າ ຄວາມ​ກ້າວໜ້າ​ເຫລົ່າ​ນັ້ນ​ ໄດ້​ປ່ຽນ​ພາບ​ພົດ​ໃນ​ອະ​ນາຄົດ ສຳລັບ​ພວກຊາວ ໜຸ່ມ​ທ່ີເປັນໂຣກ AIDS ຫລາຍ​ຄົນ.

​Dr. Fauci ກ່າວ​ວ່າ ໃນ​ລະຫວ່າງ​ຊຸມ​ປີ 1980 ​ຫາ​ຕົ້ນ​ຊຸມ​ປີ 1990 ທີ່ທ່ານເອີ້ນ​ວ່າເປັນ​ຊ່ວງ​ຫລາຍໆ​ປີ​ທ່ີ​ມືດ​ມົນທ່ີ​ສຸດ ​ໃນ​ອາຊີບ​ນາຍໝໍ ຂອງ​ທ່ານນັ້ນ ຄົນ​ທ່ີ​ເປັນ​ໂຣກ AIDS ​ແລະເປັນ​ປອດ​ບວມພ້ອມ ໂດຍ​ສະ​ເລັ່ຍ​ແລ້ວ ແມ່ນມີຊີວິດ​ຢູ່​ລອດ​ໄດ້​ພຽງ​ແຕ່ 6 ເດືອນ​ເທົ່າ​ນັ້ນ ຫລັງ ຈາກ​ການ​ວິນິດ​ໃສ​ຂອງ​ນາຍ​ແພດ. ​ແຕ່​ທຸກ​ມື້​ນີ້ ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ. ທ່ານ​ອະທິບາຍ​ວ່າ:

"ຖ້າຫາກວ່າມີບາງຄົນເຂົ້າມາໃນຄລີນິກຂອງເຮົາ ຢູ່ສະຖາບັນສຸຂະພາບ ແຫ່ງຊາດ ຫລື NIH ໃນເວລານີ້ແລະເປັນຄົນລຸ່ນອາຍຸ 20ປີ ທີ່ຫາກໍຕິດເຊື້ອເອັຊໄອວີ ມາໃໝ່ໆ ​ເຂົາ​ເຈົ້າກໍ​ໄດ້​ຮັບ​ການ​ປິ່ນປົວ ທີ່​ອາດຈະ​ເຮັດ​ໃຫ້​ເຂົາ​ເຈົ້າມີຊີວິດຍືນເກີນ 69 ປີ. ຂ້າພະເຈົ້າ ຄິດວ່າ ບໍ່​ເຄີຍມີການ ແຊກແຊງດ້ານຢຸກຢາ ຄື​ກັນ​ກັບທີ່ພວກເຮົາໄດ້ປະສົບມາ ຢ່າງໜ້ອຍກໍ ໃນຫລາຍໆສິບປີ ຜ່ານມານີ້ ທີ່ໄດ້ມີຜົນກະທົບຢ່າງເລິກເຊິ່ງສ່ຳນັ້ນ".

ເຖິງ ​ແມ່ນ​ມີ​ການ​ປ່ິນປົວ​ທ່ີ​ດີ​ຂຶ້ນ​ກໍ​ຕາມ ​ແຕ່ເປົ້າ​ໝາຍ​ທ່ີ​ແທ້​ຈິງນັ້ນ ​ແມ່ນການ​ຄົ້ນຄວ້າ​ຫາຢາ​ວັກ​ຊິນ ທີ່​ປ້ອງ​ກັນການ​ຕິດ​ເຊື້ອ​ໂຣກ​ເອດ​ສ໌​ໄດ້​ ​ແຕ່​ຄວາມ​ສຳ​ເຣັດ​ໃນດ້ານນີ້ ​ຍັງ​ບໍ່​ທັນ​ມີ​ຂື້ນ​ເທື່ອ. ​ເຊື້ອ HIV ​ແມ່ນເປັນ​ສັດຕູທ່ີ​ທ້າ​ທາຍ​ໂດຍ​ສະ​ເພາະ​ ທ່ີສາມາດ​ລີ້​ຊ່ອນ​ຢູ່​ໃນ​ຮ່າງ​ກາຍ​ຂອງ​ເຮົາ​ໄດ້ ​ແລະ​ຫລີກ​ລ່ຽງລະບົບປ້ອງ​ກັນໂຕ​ເອງ​ຂອງ​ຮ່າງກາຍ​ຂອງ​ເຮົາ. ເວລາ​ພວກ​ນັກວິທຍາ​ສາດ​ພັດທະນາ​ຢາ​ວັກ​ຊິນ​ສຳລັບ​ປ້ອງ​ກັນ​ພະຍາດໃດ​ ນື່ງຂື້ນ​ມາ ​ແມ່ນພວກ​ເຂົາ​ເຈົ້າພະ​ຍາ​ຍາມ​ລຽນ​ແບບ ​ໃນ​ສິ່ງ​ທີ່​ລະ​ບົບ ພູມຕ້ານທານ​ໃນ​ຮ່າງກາຍ​ຂອງ​ເຮົາ​ສາມາດ​ກະທຳໄດ້​ນັ້ນ. Dr. Fauci ຊີ້​ແຈງ​ວ່າ:

ຊຶ່ງໝາຍຄວາມວ່າ ຮ່າງກາຍຂອງຄົນ​ເຮົາໄດ້ພິສູດໃຫ້ເຫັນແລ້ວ ​ແນວຄິດທີ່​ວ່າ ມັນ ກໍ​ຄື​ຮ່າງກາຍ​ຂອງ​ເຮົາ ສາມາດກຳຈັດເຊື້ອໄວຣັສ ​ໃດ​ນື່ງໄດ້ ​ແລະສາມາດສ້າງພູມຕ້ານທານ​ຂື້ນ ທີ່​ຈະປ້ອງກັນການຕິດ ເຊື້ອພະຍາດ​ນັ້ນໄປໄດ້ຕລອດຊີວິດ ​ແຕ່ບໍ່ແມ່ນໃນກໍລະນີ​ຂອງ ເຊື້ອເອັຊ ໄອວີ ດັ່ງນັ້ນ ພວກເຮົາຕ້ອງເຮັດໃຫ້​ໄດ້ດີກວ່າ ພູມຕ້ານທານທີ່ການຕິດເຊື້ອ ໂດຍທຳມະຊາດສ້າງ​ຂຶ້ນນັ້ນ.

ການ​ສຶກສາ​ສະ​ແດ​ງ​ໃຫ້​ເຫັນວ່າ ການ​ທົດ​ລອງ​ຢາ​ວັກ​ຊິນ​ທີ່​ປະ​ເທດ​ໄທ​ ຫວ່າງ​ບໍ່​ດົນ​ຜ່ານ​ມາ​ນີ້ ໄດ້​ຮັບຜົນ​ດີແບບຈຳກັດ​ ​ສຳລັບ​ຜູ້​ຄົນ ​ບາງ​ຄົນ​ ​ແຕ່​ເຖິງ​ແມ່ນ​ການ​ທົດ​ລອງ​ໄດ້​ຮັບ​ຜົນສຳ​ເຣັດກໍ​ຕາມ ມັນກໍ​ຈະ​ໃຊ້​ເວລາ​ຕື່ມ​ອີກ​ຫລາຍ​ປີ ກ່ອນ​ທີ່ຈະ​ສາມາດນຳ​ຢາ​ວັກ​ຊິນ​ນີ້ ອອກ​ມາ​ ຈຳໜ່າຍ​ໃນຕລາດ.

​Dr. Fauci ​ໄດ້​ກ່າວ​ຫຍໍ້ໆ​ເຖິງຍຸດ​ທະ​ສາດ​ອື່ນໆອີກ​ຫລາຍ​ຢ່າງ ສຳລັບ ​ຕໍ່ຕ້ານ​ເຊື້​ອ HIV/AIDS ​ທີ່​ກຳລັງ​ດຳ​ເນີນ​ການ​ທົດ​ລອງ​ຢູ່ ແຕ່​ທ່ານ ກ່າວ​ວ່າ ຍຸ​ທະ​ສາດ​ເຫລົ່ານັ້ນ​ທັງ​ໝົດ​ ​ແມ່ນ​ມີ​ຂໍ້​ເສັຍ​. ໂຕ​ຢ່າງ ຢາ​ທາ​ທາງ​ນອກ​ທີ່​ປະກອບ​ດ້ວຍສານ​ຈຸລິນ​ຊີ ຫລື topical microbicides ​ເປັນ​ຢາ​ທ່ີ​ໃຊ້ທາ​ອະ​ໄວ​ຍະ​ວະເພດ​ຂອງແມ່ຍິງ ​ໂດຍ​ສະ​ເພາະ ກ່ອນ ການ ຈະຮ່ວມ​ເພດ​. ​ແຕ່​ວ່າ ​ມີ​ອຸບ​ປະສັກ​ຢ່າງ​ຫລວງຫລາຍທາງ​ດ້ານ​ປະ​ເພ​ນີ​ວັດທະ ນະທຳຕໍ່​ການ​ໃຊ້ຢານີ້ ຢູ່ໃນ​ຫລາຍໆເຂດ ​ແລະ​ພວກແມ່ ຍິງ​ທ່ີ​ໃຊ້​ຢາ​ນີ້ ກໍຕ້ອງ​ໄດ້ລັກ​ລີ້ ໃຊ້​. ​ແຕ່ Dr. Fauci ກ່າວ​ວ່າຢາເຫລົ່າ ​ນີ້​ເປັນ​ຊ່ອງ​ທາງ​ທີ່ສຳຄັນ​ ເພື່ອ​ປ້ອງ​ກັນ​ການແຜ່ ລະບາດ​ຂອງ​ເຊື້ອ HIV.

ຢາ​ທາ​ທາງ​ນອກ​ທີ່​ວ່າ​ນີ້ ​ແມ່ນເປັນສິ່ງຈຳເປັນທີ່ສຸດ ທີ່ຕ້ອງໄດ້ໃຊ້ແທ້ໆຍ້ອນ​ ເຫດຜົນຫລາຍປະການ ດ້ວຍ​ກັນ. ເຫດຜົນນື່ງທີ່ບໍ່​ໄດ້​ສຳ ຄັນໜ້ອຍ​ ໄປກວ່າເຫດຜົນ​ ອື່ນໆ ໂດຍສະເພາະໃນພວກ ປະເທດທີ່ກຳລັງພັທະນາ ບ່ອນທີ່ພວກແມ່ຍິງທັງ ຫລາຍສາມາດ​ທີ່ຈະ​ເຮັດ​ເອງ ​ໄດ້ ​ເພື່ອປ້ອງກັນ ພວກເຂົາເຈົ້າ ເອງ​ໄວ້ ຈາກສິ່ງນື່ງທີ່ເທົ່າເຖິງ ປັດຈຸບັນນີ້ ​ແມ່ນ​ເຂົາ​ເຈົ້າ ບໍ່​ສາມາດ​ເຮັດ​ໄດ້​ເລີຍ ຢູ່ໃນບາງວັດທະນະທຳ.

Dr Fauci ກ່າວ​ວ່າ ​ເວລາ​ນີ້​ ​ກຳລັງ​ມີ​ການ​ທົດ​ລອງ​ວິທີ​ປ້ອງ​ກັນ ລ່ວງ​ໜ້າ ກ່ອນ​ທີ່​ຈະ​ຖືກ​ເຜີຍ​ແບ​ໃສ່​ເຊື້ອ​ໂຣກ​ເອດ​ສ໌ນັ້ນ​ ເພື່ອ​ຢາກ​ຮູ້​ວ່າ ວິທີ​ນີ້ມີ​ປະສິດທິ​ຜົນ​ຫລື​ບໍ? ຕາມ​ທິດ​ສະ​ດີ​ນັ້ນ ການ​ໃຫ້​ຢາ​ຕໍ່ຕ້ານ​ໂຣກ Aids ແກ່​ຄົນ​ທ່ີ​ຍັງ​ບໍ່​ທັນ​ຕິດ​ເຊື້ອ HIV ນັ້ນ​ ຄວນ​ຈະ​ເປັນ​ຍຸດ​ທະ​ສາດ​ ທ່ີໄດ້ຜົນ​ ​ແຕ່​ Dr. Fauci ​ກ່າວ​ວ່າ ມັນ​ເປັນ​ເຣື່ອງ​ຫຍຸ້ງຍາກ​ພໍ​ແລ້ວ​ ຢູ່ໃນ​ຫລາຍ​ໆ​ແຫ່ງ ​ສຳລັບ​ພວກ​ແພດ​ໝໍ​ ທີ່​ຈະ​ເຂົ້າ​ໄປ​ເຖິງແລະ​ຮັກສາ ພວກ​ເປັນ​ໂຣກ​ເອດ​ສ໌​ໄດ້ ​ແລະການ​ທີ່​ຈະ​ພະຍາຍາມ​ຊຸກຍູ້​ໃຫ້​ ຜູ້​ຄົນ​ທ່ີ ​ມີສຸກຂະພາບ​ແຂງ​ແຮງ​ດີ ​ກິນຢາ​ຕໍ່ຕ້ານ​ຫລື​ປ້ອງກັນ​ໂຣກ AIDS ​ໃນ​ຖານະ​ເປັນ​ການ​ເອົາ​ມາດ​ຕະການ​ປ້ອງ​ກັນ​ລ່ວງ​ໜ້ານັ້ນ ກໍ​ແຮ່ງ​ຈະ​ຫຍຸ້ງຍາກ​ຫລາຍ​ຂື້ນ​ອີກ.

ວິທີ​ການ​ນຶ່ງ​ຕື່ມ​ອີກ​ກໍ​ຄື ການ​ທົດ​ລອງ​ແລະ​ປິ່ນປົວ​ແບບ​ສະໝັກ​ໃຈ ຊຶ່ງ​ພົວພັນ​ກັບການ​ທົດ​ລອງ​ແລະ​ປ່ິນປົວ​ຜູ້ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ພ້ອມ​ກັນ ​ທ່ີ​ກວດ​ເຫັນ​ວ່າ​ມີ​ເຊື້ອ HIV ທ່ີ​ພາ​ໃຫ້​ເປັນ​ໂຣກ Aids ​ໂດຍ​ບໍ່ຄຳ ນຶງ​ວ່າ​ ພວກ​ຄົນ​ເຫລົ່າ​ນີ້​ເຈັບ​ປ່ວຍ ​ຫລື​ຜົນການ​ກວດ​ເລືອດປາກົດອອກ​ມາ​ວ່າ​ ພວກເຂົາ​ເຈົ້າ​ມີ​ທ່າ​ທາງ​ວ່າ​ຈະ​ເຈັບ​ປ່ວຍ​ ຫລື​ບໍ່​ກໍ​ຕາມ.

ທັງ Dr. Fauci ແລະ​ທ່ານ Robert Hecht ​ໄດ້​ເວົ້າ​ກ່ຽວ​ກັບ​ການ​ຕໍ່ ຕ້ານ​ໂຣກ AIDS ນີ້​ ທ່ີ​ກອງ​ປະຊຸມ​ສຳ​ມະ​ນາ​ ທ່ີ​ວາລະສານ Health Affairs ເປັນ​ຜູ້​ອຸບ​ປະ​ຖັມຈັດ​ຂຶ້ນ ​ເພື່ອ​ເປັນ​ຂີດ​ໝາຍ​ວັນ​ໂຣກ​ເອດ​ສ໌ ຂອງ​ໂລກ ວັນ​ທີ 1 ທັນວາ.

XS
SM
MD
LG