ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມພັນທະມິດນາໂຕ້ ຈະສົ່ງທະຫານຕື່ມອີກ 7 ພັນຄົນ ໄປຍັງ ອັຟການິສຖານ


ອັຟການິສຖານ - ນາໂຕ້: ອົງການນາໂຕ້ ກ່າວວ່າ ມີບໍ່ຕ່ຳກວ່າ 25 ປະເທດຈະສົ່ງທະຫານ ປະມານ 7 ພັນຄົນ ໄປຍັງອັຟການິສຖານໃນປີ ໜ້າ. ເລຂາທິການໃຫຍ່ ຂອງອົງການນາໂຕ້ ທ່ານ ANDERS FOGH RASMUSSEN ໄດ້ປະກາດ ກ່ຽວກັບເຣື່ອງດັ່ງກ່າວ ໃນວັນສຸກ ມື້ນີ້ ຫລັງຈາກໄດ້ພົບປະ ກັບຣັຖມຸນຕຣີການ ຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ໃນມື້ທີ 2 ຂອງການປະຊຸມ ຣັຖ ມຸນຕຣີ ການຕ່າງປະເທດ ຂອງອົງການນາໂຕ້ ທີ່ນະຄອນ BRUSSELS ປະເທດແບລຢ້ຽມ. ທ່ານກ່າວວ່າ ກຳລັງທະຫານ ເພີ້ມຕື່ມທີ່ວ່ານີ້ ຈະມີຜົນຢ່າງສຳຄັນ ຕໍ່ພາກພື້ນດິນ. ທ່ານນາງ CLINTON ໄດ້ພົບປະກັບຣັຖມຸນຕຣີການຕ່າງ ປະເທດ ແລະເລຂາທິການໃຫຍ່ ຂອງອົງການ ນາໂຕ້ ເພື່ອລາຍງານ ໃຫ້ພວກທ່ານຊາບ ກ່ຽວກັບຍຸທສາດໃໝ່ ໃນການເຮັດສົງຄາມໃນ ອັຟການິສຖານ ຂອງປະທານາທິບໍດີ BARACK OBAMA. ປະທານາທິບໍດີ ສະຫະຣັດ ໃຫ້ຄຳໝັ້ນສັນຍາ ໃນຕົ້ນອາທິດນີ້ວ່າ ຈະສົ່ງທະຫານ ອະເມຣິກັນ ຕື່ມອີກ 30 ພັນຄົນໄປ ຍັງອັຟການິສຖານ. ກຳລັງທະຫານ ອະເມຣິກັນ 30 ພັນຄົນ ທີ່ສົ່ງໄປເພີ້ມຕື່ມນີ້ ຈະເຮັດ ໃຫ້ຈຳນວນ ທະຫານສະຫະຣັດ ໃນອັຟການິສຖານ ເພີ້ມຂຶ້ນເປັນປະມານ 100 ພັນຄົນ.

ກີເນັຽ: ໃນວັນສຸກມື້ນີ້ GUINEA ໄດ້ເພີ້ມການ ຮັກສາຄວາມປອດພັຍ ນຶ່ງມື້ຫຼັງຈາກຜູ້ນຳທາງ ທະຫານ ຂອງປະເທດດັ່ງກ່າວໄດ້ຮັບບາດເຈັບ ໃນການໂຈມຕີ ໂດຍທະຫານຂອງຜູ້ກ່ຽວ. ເຈົ້າ ໜ້າທີ່ສິດທິມະນຸດ ໃນເຂດທ້ອງຖິ່ນ ກ່າວວ່າ ຮ້ອຍເອກ MOUSSA DADIS CAMARA ຜູ້ນຳທາງດ້ານທະຫານ ຂອງ GUINEA ໄດ້ ຖືກຍິງ ໃນການຜິດຖຽງກັນ ກັບນາຍທະຫານ ຜູ້ຊ່ອຍຂອງທ່ານ ຄືຮ້ອຍຕຣີ ABOUBACAR SIDIKI DIAKITE ຊຶ່ງຮູ້ກັນ ໃນອີກຊື່ນຶ່ງວ່າ TOUMBA ນັ້ນ. ເຂົາເຈົ້າເວົ້າວ່າ ຮ້ອຍຕຣີ TOUMBA ໄດ້ປ່ອຍ ສະມາຊິກຄົນນຶ່ງຂອງໜ່ວຍອາຣັກຂາ ປະທານາທິບໍດີ ທີ່ໄດ້ຖືກຈັບ ພ້ອມກັບອີກ 9 ຄົນ ໃນບົດບາດ ການສັງຫານໝູ່ ພວກເດີນຂະບວນຝ່າຍຄ້ານ ເມື່ອ 2 ເດືອນກ່ອນ. ເວລາຮ້ອຍເອກ CAMARA ເດີນທາງໄປ ຄ້າຍຂອງຮ້ອຍຕຣີ TOUMBA ເພື່ອສືບສວນ ກ່ຽວກັບເຣື່ອງນີ້ ຜູ້ກ່ຽວກໍໄດ້ຖືກຍິງ. ແຫລ່ງຂ່າວຫລາຍກະແສແຈ້ງໃຫ້ຊາບ ຕື່ມວ່າ ຄະນະຜູ້ນຳທາງທະຫານ ຂອງ GUINEA ໄດ້ຮ້ອງຂໍໃຫ້ SENEGAL ສົ່ງເຮືອບິນ ແພດ ໄປຮັບເອົາ ຮ້ອຍເອກ MOUSSA ແຕ່ຣັຖມຸນຕຣີ ກະຊວງສື່ສານ ຄົມມະນາຄົມ ທ່ານ IDRISSA CHERIF ໄດ້ປະຕິເສດ ກ່ຽວກັບເຣື່ອງນີ້ ໂດຍເວົ້າວ່າ ສຸຂພາບຂອງ ປະທານາທິບໍດີ GUINEA ບໍ່ໄດ້ເປັນເຣື່ອງ ທີ່ພາໃຫ້ມີຄວາມ ວິຕົກກັງວົນ.

ປາກິສຖານ: ມືປືນຈຸນຶ່ງໄດ້ໂຈມຕີວັດສາສນາ ອິສລາມ ໃກ້ໆກັບ ກອງບັນຊາການໃຫຍ່ຂອງ ກອງທັບ ປາກິສຖານ ທີ່ນະຄອນຣາວັນປິນດີ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 35 ຄົນ. ຕຳ ຣວດເວົ້າວ່າ ພວກໂຈມຕີສະລະຊີບ ໄດ້ແກວ່ງ ຣະເບີດມື ແລະຣະດົມຍິງໃສ່ ກ່ອນຈະບີບຄະ ນວນຣະເບີດ ໃຫ້ແຕກຂຶ້ນ ທີ່ວັດສາສນາອິສ ລາມແຫ່ງນຶ່ງ ບໍ່ດົນຫລັງຈາກ ພິທີສວດມົນພາ ວະນາ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ເລີ້ມຂຶ້ນ. ເຈົ້າໜ້າທີ່ ຮັກສາຄວາມປອດພັຍ ໄດ້ປິດລ້ອມ ບໍຣິເວນທີ່ເກີດເຫດ ຂະນະທີ່ຣົດໂຮງໝໍ ຂົນເອົາພວກເຄາະຮ້າຍ ໄປຍັງໂຮງພະຍາບານ. ນີ້ແມ່ນເຫດການລ່າສຸດໃນການໂຈມຕີ ທີ່ມີມາເປັນລຳດັບ ຢູ່ໃນປາກິສຖານນັບແຕ່ຣັຖບານ ໄດ້ເປີດສາກ ບຸກໂຈມຕີກວາດລ້າງ ພວກກໍ່ການຮ້າຍ AL-QAIDA ແລະພວກຫົວຮຸນແຮງ ທາລີບານ ໃນພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ໃກ້ໆບໍຣິເວນຊາຍແດນ ທີ່ຕິດກັບ ອັຟການິສຖານນັ້ນ. ໃນມື້ວານນີ້ ຣະເບີດລູກນຶ່ງ ໄດ້ແຕກຂຶ້ນ ທີີ່ດ່ານກວດຂອງຕຳຣວດ ທີ່ເມືອງ PESHAWAR ທາງພາກຕາເວັນຕົກ ສຽງເໜືອຂອງປາກິສຖານ ເຮັດໃຫ້ຕຳຣວດ ຢ່າງນ້ອຍ 2 ຄົນ ໄດ້ຮັບບາດເຈັບ.

ມຽນມາ: ສານສູງສຸດຂອງມຽນມາ ໄດ້ຕົກລົງ ທີ່ຈະຮັບຟັງ ການຂໍອຸທອນຂອງທ່ານນາງອອງ ຊານຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ກ່ຽວ ກັບການຕັດສິນໂທດຕໍ່ທ່ານນາງວ່າ ໄດ້ລະເມີດ ເງື່ອນໄຂໃນການກັກບໍຣິເວນນັ້ນ. ໃນແຈ້ງການ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນສຸກ ມື້ນີ້ ສານສູງສຸດ ຂອງມຽນມາ ກ່າວວ່າ ຕົນຈະຮັບ ຟັງການຂໍອຸທອນ ຂອງທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂແນງສັນຕິ ພາບ ໃນວັນທີ 21 ທັນວາ ຈະມານີ້. ທ່ານ ນາງອອງຊານຊູຈີໄດ້ຖືກພົບເຫັນວ່າ ມີຄວາມ ຜິດໃນເດືອນສິງຫາ ຜ່ານມາຍ້ອນໄດ້ໃຫ້ບ່ອນ ພັກພາອາສັຍ ແກ່ຜູ້ຊາຍ ຊາວອະເມຣິກັນຄົນ ນຶ່ງ ທີ່ໄດ້ລອຍນ້ຳ ແບບບໍ່ມີການເຊື້ອເຊີນ ໄປຍັງເຮືອນຂອງທ່ານນາງ ທີ່ຕັ້ງຢູ່ແຄມບຶງ ໃນນະຄອນຢ່າງກຸ້ງ ເມື່ອເດືອນ ພຶສະພາແລ້ວ. ທ່ານນາງ ໄດ້ຖືກຕັດສິນໂທດ ໃຫ້ຖືກກັກບໍຣິເວນຕື່ມອີກ 1 ປີເຄິ່ງ. ການໄດ້ຮັບໂທດ ເພີ້ມຕື່ມທີ່ວ່ານີ້ ຈະປ້ອງກັນບໍ່ໃຫ້ທ່ານນາງ ເຂົ້າຮ່ວມໃນການເລືອກຕັ້ງ ປີໜ້າໄດ້. ທ່ານນາງອອງຊານຊູຈີ ໄດ້ຖືກຄຸມຂັງ ບໍ່ໃນຮູບໃດກໍໃນຮູບນຶ່ງ ເປັນເວລາ 14 ປີ ໃນໄລຍະ 20 ປີ ຜ່ານມານີ້.

ໂຊມາເລັຽ: ກຸ່ມຫົວຮຸນແຮງມຸສລິມ AL-SHA BAB ໃນໂຊມາເລັຽ ໄດ້ປະຕິເສດວ່າ ຕົນບໍ່ມີ ສ່ວນພົວພັນໃດໆ ກັບການໂຈມຕີສະລະຊີບ ທີ່ ນະຄອນຫລວງ MOGADISHU ໃນວັນພະຫັດ ວານນີ້ ທີ່ເຮັດໃຫ້ ມີຜູ້້ເສັຽຊີວິດ ຢ່າງນ້ອຍ 22 ຄົນ ຮວມທັງຣັຖມຸນຕຣີ ໃນຄະນະຣັຖບານ ໂຊ ມາເລັຽ 3 ທ່ານ. ໂຄສົກຂອງກຸ່ມ AL-SHA BAB ໄດ້ຖິ້ມໂທດໃສ່ ຣັຖບານໃນໄລຍະຂ້າມ ຜ່ານ ຂອງໂຊມາເລັຽແທນ ໂດຍເວົ້າວ່າ ຜູ້ກ່ຽວເຊື່ອວ່າ ການໂຈມຕີຮ້າຍແຮງ ໃນເທື່ອນີ້ ແມ່ນພົວພັນກັບ ການຜິດຂ້ອງຕ້ອງຖຽງ ໃນວົງ ການຣັຖບານ ໂຊມາເລັຽ. ເຈົ້າໜ້າທີ່ ໂຊມາເລັຽ ໄດ້ກ່າວຫາ ພວກກະບົດກຸ່ມນີ້ວ່າ ພົວພັນໃນ ການໂຈມຕີສະລະຊີບ ໃນລະຫວ່າງພິທີ ມອບປຣິນຍາບັດ ໃຫ້ພວກນັກສຶກສາ ມະຫາວິທຍາລັຍ ທີ່ຮຽນຈົບ ຢູ່ທີ່ໂຮງແຮງ SHAMO ໃນມື້ວານນີ້. ຜູ້ໂຈມຕີ ໄດ້ປອມໂຕ ເປັນແມ່ຍິງ ທີ່ໃສ່ຊຸດຍາວ ແບບແມ່ຍິງອາຣັບ. ຫ້ອງມອບໃບ ປຣິນຍາບັດ ແມ່ນເຕັມໄປ ດ້ວຍ ພວກນັກສຶກສາແພດສາດ ຈາກມະຫາວິທຍາລັຍ BANADIR ທີ່ຕຽມຮັບປຣິນຍາ ຕລອດທັງສະມາຊິກ ໃນຄອບຄົວ ແລະເຈົ້າໜ້າທີ່ທາງການ.

ຣັດເຊັຽ - ສະຫະຣັດ: ກະຊວງການຕ່າງປະ ເທດ ຣັດເຊັຽ ກ່າວວ່າ ຣັດເຊັຽ ແລະສະຫະຣັດ ໃກ້ຈະບັນລຸການຕົກລົງ ເພື່ອໃຊ້ແທນສົນທິສັນ ຍາ ວ່າດ້ວຍອາວຸດນິວເຄລັຽ ທີ່ກຳລັງ ຈະໝົດ ອາຍຸລົງນັ້ນ. ກະຊວງ ການຕ່າງປະເທດຣັດເຊັຽ ກ່າວໃນຖແລງຂ່າວ ສະບັບນຶ່ງ ທີ່ນຳອອກແຜ່ ໃນວັນສຸກມື້ນີ້ວ່າ ການດຳເນີນງານຢ່າງຂຸ້ນຂ້ຽວ ເພື່ອກະກຽມໃນພິທີລົງນາມ ໄດ້ສິ້ນສຸດລົງແລ້ວ. ຄະນະເຈຣະຈາ ຂອງສະຫະຣັດ ແລະຣັດເຊັຽ ທີ່ນະຄອນເຈນີວາ ໄດ້ດຳເນີນງານ ກ່ຽວກັບຂໍ້ ຕົກລົງນິວເຄລັຽ ເພື່ອໃຊ້ແທນ ສົນທິສັນຍາ ຫລຸດຜ່ອນ ອາວຸດຍຸທສາດ ສະບັບປີ 1991 ທີ່ເອີ້ນຫຍໍ້ວ່າ START ຊຶ່ງຈະໝົດອາຍຸ ໃນ ວັນເສົານີ້. ສົນທິສັນຍາ ສະບັບໃໝ່ ຈະມີການ ຕັດຈຳນວນອາວຸດນິວເຄລັຽ ທີ່ເກັບສະສົມ ຂອງສະຫະຣັດ ແລະຣັດເຊັຽ ລົງເພີ້ມຕື່ມ ພ້ອມທັງຣະບົບ ທີ່ຈຳເປັນ ໃນຍິງ ອາວຸດເຫລົ່ານີ້. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV ໄດ້ຕົກລົງ ໃນການພົບປະສຸດຍອດ ທີ່ກຸງມົສກູ ໃນເດືອນກໍຣະກົດ ຜ່ານມານີ້ວ່າ ຈະຫລຸດຈຳນວນ ຫົວຣະເບີດນິວເຄລັຽ ຈາກຣະດັບ ປັດຈຸບັນ ລົງສູ່ຣະດັບ ລະຫວ່າງ 1500 ຫາ 1675 ຫົວ ພາຍໃນກຳນົດເວລາ 7 ປີ ອັນເປັນສ່ວນນຶ່ງ ຂອງສົນທິສັນຍາ ສະບັບໃໝ່.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG