ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະມາຊິກຣັຖສະພາສະຫະຣັດ ຈະຮັບຟັງຄຳໃຫ້ການ ກ່ຽວກັບ ຍຸທສາດໃໝ່ ຂອງທ່ານໂອບາມາ ໃນອັຟການິສຖານ


ສະຫະຣັດ - ອັຟການິສຖານ: ສະມາຊິກ ຄົນສຳຄັນໆ ໃນຄະນະ ສະພາຄວາມໝັ້ນຄົງ ແຫ່ງຊາດ ຂອງປະທານາທິບໍດີ BARACK OBAMA ຈະໄປປາກົດໂຕ ຕໍ່ໜ້າສະມາຊິກ ຣັຖສະພາສະຫະຣັດ ເປັນມື້ທີ 2 ລຽນຕິດ ໃນວັນພະຫັດມື້ນີ້ ເພື່ອໃຫ້ການກ່ຽວກັບ ຍຸທສາດໃໝ່ ຂອງປະທານາທິບໍດີ ສະຫະຣັດ ໃນອັຟການິສຖານ. ຣັຖມຸນຕຣີ ປ້ອງກັນປະເທດ ROBERT GATES ຣັຖມຸນຕຣີ ການຕ່າງປະເທດ HILLARY CLINTON ແລະພົນເຮືອເອກ MICHAEL MULLEN ປະທານ ເສນາທິການຮ່ວມ ຂອງສະຫະຣັດ ຈະພາກັນ ໄປປາກົດໂຕ ຕໍ່ໜ້າຄະນະ ກັມມະການ ຄວາມສັມພັນ ຕ່າງປະເທດ ຂອງສະພາສູງ ສະຫະຣັດ ເພື່ອຕອບຄຳຖາມ ກ່ຽວກັບແຜນການ ຂອງທ່ານ OBAMA ທີ່ຈະສົ່ງ ທະຫານອະເມຣິກັນ ຕື່ມອີກ 30 ພັນຄົນໄປຍັງ ອັຟການິສຖານ ເພື່ອສູ້ຣົບ ກັບພວກກະບົດ ທາລີບານ ແລະພວກຫົວຮຸນແຮງ AL-QAIDA. ທ່ານ GATES ໃຫ້ການ ຕໍ່ຄະນະກັມມະການ ກອງທັບ ຂອງສະພາຕ່ຳ ແລະສະພາສູງ ສະຫະຣັດ ໃນມື້ວານນີ້ວ່າ ການປັບປຸງ ຄວາມປອດພັຍ ໃນອັຟການິສຖານ ແມ່ນກະແຈສຳຄັນ ໃນການຄ້ຳປະກັນວ່າ ປະເທດດັ່ງກ່າວ ຈະບໍ່ກາຍເປັນ ບ່ອນຫລົບລີ້ ສຳລັບ​ໃຫ້​ກຸ່ມ ກໍ່ການຮ້າຍ AL-QAIDA ແລະພວກທາລີບານ​ ໃຊ້ເປັນບ່ອນ ເປີດສາກທຳ​ການໂຈມຕີ.

ອັຟການິສຖານ - ນາໂຕ້: ບັນດາຣັຖມຸນຕຣີ ການຕ່າງປະເທດ ຂອງອົງການ NATO ກຳລັງໄປ ເຕົ້າໂຮມກັນ ເພື່ອເຂົ້າຮ່ວມ ກອງປະຊຸມ ເປັນເວລາ 2 ມື້ ໃນວັນພະຫັດ ແລະວັນສຸກ ທີ່ນະຄອນ BRUSSELS ຊຶ່ງຄາດວ່າ ຈະເພັ່ງເລັງໃສ່ເ ຣື່ອງອັຟການິສຖານ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວໃນມື້ວານນີ້ວ່າ ວໍຊິງຕັນ ຄາດຫວັງວ່າ ປະເທດພັນທະມິດ ຈະສົ່ງທະຫານໄປເພີ້ມ ໃນຈຳນວນ ຫລາຍ​ສົມຄວນ ຕລອດທັງ ການໃຫ້ເງິນສນັບສນຸນ ໃນການແບ່ງປັນ ຄວາມຮັບຜິດຊອບ ກ່ຽວກັບບັນຫາຂັດແຍ້ງ ໃນອັຟການິສຖານ. ຫົວໜ້າອົງການ NATO ທ່ານ ANDERS FOGH RASMUSSEN ກ່າວວ່າ ທ່ານຄາດວ່າ ບັນດາປະເທດ ພັນທະມິດ ຂອງສະຫະຣັດ ຈະສົ່ງທະຫານ ປະມານ 5000 ຄົນ ໄປຕື່ມ ທີ່ອັຟການິສຖານ ແລະບາງທີ ອາດຈະມີຈຳນວນ 2 ຫາ 3 ພັນຄົນ ຫລາຍກວ່ານີ້. ບໍ່ຄາດວ່າ ການປະກາດ ຢ່າງເປັນທາງການ ຈະມີຂຶ້ນ ຈົນເທົ່າຫລັງຈາກ ກອງປະຊຸມ ຢູ່ທີ່ເມືອງ MONS ປະເທດແບລຢ້ຽມ ສິ້ນສຸດລົງ ໃນອາທິດໜ້າ.

ຊີເຣັຽ - ເຫດຣະເບີດ: ເຈົ້າໜ້າທີ່ຊີເຣັຽ ກ່າວວ່າ ຣະເບີດຂນາດແຮງ ໄດ້ແຕກຂຶ້ນ ໃນຣົດເມຄັນນຶ່ງ ທີ່ບັນທຸກ ພວກສແວງບຸນ ຊາວອີຣ່ານ ທີ່ນະຄອນຫລວງ DAMASCUS ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 3 ຄົນ. ຣັຖມຸນຕຣີ ກະຊວງພາຍໃນ ຂອງຊີເຣັຽກ່າວວ່າ ເຫດຣະເບີດ ທີ່ວ່ານີ້ ບໍ່ແມ່ນການໂຈມຕີ ຂອງພວກ ກໍ່ການຮ້າຍ. ເຫດຮ້າຍດັ່ງກ່າວ ເກີດຂຶ້ນ ໃນວັນພະຫັດມື້ນີ້ ທີ່ຄຸ້ມ SAYYIDA ZEINAB ໃນນະຄອນຫລວງ DAMASCUS ຊຶ່ງເປັນຄຸ້ມ ທີ່ມີ​ວັດ ສຳຄັນ​ແຫ່ງ​ນື່ງ ຂອງສາສນາ ອິສລາມ ນິກາຍຊີໄອທ໌​ ທີ່ຊາວອີຣ່ານ ມັກໄປສັກກາລະ​ບູຊາ. ລາຍງານຂ່າວ ຂອງສື່ມວນຊົນ ແຈ້ງວ່າ ເຫດຣະເບີດ ເກີດຂຶ້ນ ຂະນະທີ່ຣົດເມ ພວມຕື່ມນ້ຳມັນ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃກ້ໆວັດດັ່ງກ່າວ. ຕຳຣວດ ກຳລັງສືບສວນ ກ່ຽວກັບເຫດຮ້າຍນີ້ຢູ່.

ໂຊມາເລັຽ: ໄດ້ເກີດເຫດຣະເບີດ ທີ່ໂຮງແຮມ ແຫ່ງນຶ່ງ ໃນນະຄອນຫລວງ MOGADISHU ຂອງໂຊມາເລັຽ ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 18 ຄົນ ຮວມທັງຣັຖມຸນຕຣີ ໃນຄະນະຣັຖບານ ໂຊມາເລັຽ 3 ທ່ານ. ພວກທີ່ເຫັນເຫດການ ເວົ້າວ່າ ເຫດຣະເບີດ ໄດ້ເກີດຂຶ້ນ ໃນລະຫວ່າງ ພິທີມອບປຣິນຍາບັດ ຂອງພວກນັກສຶກສາ ມະຫາວິທຍາລັຍ ທີ່ຮຽນຈົບ ທີ່ໂຮງແຮມ SHAMO ໃນວັນພະຫັດມື້ນີ້. ເຈົ້າໜ້າທີ່ກ່າວວ່າ ຣັຖມຸນຕຣີ ສາທາຣະນະສຸກ ທ່ານ QAMAR ADEN ALI ຣັຖມຸນຕຣີ ກະຊວງສຶກສາ ທ່ານ AHMEN ABDULAHI WAAYEE ແລະຣັຖມຸນຕຣີ ການສຶກສາຂັ້ນສູງ ທ່ານ IBRAHIM HASSAN ADDOW ແມ່ນຮວມຢູ່ ໃນຈຳນວນ ພວກທີ່ເສັຽຊີວິດ. ໂຊມາເລັຽ ໄດ້ປະເຊີນກັບ ຄວາມໂກລາຫົນ ວຸ້ນວາຍ​ແລະບັນຫາຂັດແຍ້ງ ມາ​ເປັນ​ເວລາ 18 ປີແລ້ວ ນັບຕັ້ງແຕ່ ການພັງທະລາຍລົງ ຂອງຣັຖບານກາງ ທີ່ມີສະເຖັຽຣະພາບ ໃນປີ 1991.

ທຳນຽບຂາວ: ທຳນຽບຂາວ ກຳລັງປັບປຸງ ຂັ້ນຕອນ ໃນການກວດກາ ຄົນ​ເຂົ້າອອກ ຫລັງຈາກ ໄດ້ເກີດເຫດການ ທີ່ສ້າງຄວາມອັບອາຍ ລຸນຫລັງ ສາມີພັລຍາຄູ່ນຶ່ງ ໄດ້ໄປຮ່ວມ ງານລ້ຽງຮັບຮອງ ອາຫານຄ່ຳ ຢ່າງເປັນທາງການ ເທື່ອທຳອິດ ຂອງຣັຖບານທ່ານ OBAMA ໃນສັບປະດາແລ້ວ ໂດຍທີ່ບໍ່ໄດ້ຮັບເຊີນ. ໃນບົດບັນທຶກ ສະບັບນຶ່ງ ໃນມື້ວານນີ້ ທ່ານ JIM MESSINA ຮອງຫົວໜ້າ ເຈົ້າໜ້າທີ່ ປະຈຳທຳນຽບຂາວ ກ່າວວ່າ ການທົບທວນ ສລຸບວ່າ ທຳນຽບຂາວ ມີສ່ວນຮັບຜິດຊອບ ທີ່ບໍ່ໄດ້ຊ່ອຍ ເຈົ້າໜ້າທີ່ SECRET SERVICE ໃນການກວດກາ ລາຍຊື່ແຂກ. ທ່ານເວົ້າວ່າ ສຳລັບພິທີຕ່າງໆ ໃນອະນາຄົດນັ້ນ ເຈົ້າໜ້າທີ່ ຂອງທຳນຽບຂາວ ຈະໄປມີໜ້າ ຢູ່ທີ່ບ່ອນກວດ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ມີ​ແຕ່ແຂກ ທີ່ຖືກເຊີນ​ເທົ່າ​ນັ້ນ ​ໄດ້​ຮັບ​ອະນຸຍາດ ​ໃຫ້​ເຂົ້າໄດ້. ຜແນກ SECRET SERVICE ຊຶ່ງຮັບຜິດຊອບ ໃນເຣື່ອງຄວາມປອດພັຍ ຂອງປະທານາທິບໍດີນັ້ນ ໄດ້ຂໍຂະມາໂທດໄປແລ້ວ ທີ່ບໍ່ໄດ້ປະຕິບັດຕາມ ຂັ້ນຕອນທີ່ຖືກຕ້ອງ ຢູ່ດ່ານກວດ ບ່ອນທຳອິດ.

ຈີນ - ຊິນຈຽງ: ສານປະຊາຊົນຊັ້ນກາງ ທີ່​ເມືອງອຸຣຸມຈີ ໃນເຂດຊິນຈຽງ ທາງພາກຕາເວັນ ຕົກຂອງຈີນ ປະກາດວ່າ ມີອີກ 5 ຄົນ ຖືກຕັດສິນໂທດ ປະຫານຊີວິດ ​ແລະອີກ 2 ຄົນ ຖືກ​ໂທດ ຈຳຄຸກຕລອດຊີວິດ ໃນຄວາມ​ຜິດ​ ທີ່​ພົວພັນ​ກັບ ການຄາຕກັມ ແລະການກໍ່ອາຊຍາກັມອື່ນໆ ໃນລະຫວ່າງ ທີ່ເກີດເຫດການ ຈະລາຈົນ ຢູ່ໃນເຂດຊິນຈຽງ ທີ່ສອກຫຼີກ ຫ່າງໄກຂອງຈີນ ເມື່ອເດືອນກໍຣະກົດ ຜ່ານມາ. ໃນເດືອນແລ້ວນີ້ ຈີນໄດ້ປະກາດວ່າ ມີຊາວວີເກີ້ 9 ຄົນ ໄດ້ຖືກປະຫານຊີວິດ ຍ້ອນມີສ່ວນພົວພັນ ໃນການກໍ່ຈະລາຈົນ ລະ​ວ່າ​ງຊົນເຜົ່າ ໃນເດືອນກໍຣະກົດ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ ເກືອບ 200 ຄົນ. ອົງການ​ຂ່າວຊີ​ນຫວາ ກ່າວ​ວ່າ ​ໃນ​ວັນ​ສຸກ​ ມື້​ອື່ນ​ນີ້ ຈະ​ມີ​ການ​ ດຳ​ເນີນ​ຄະດີ​ອີກ 5 ຄົນ ທີ່​ພົວພັນ​ ກັບ​ການ​ກໍ່​ ຈະລາຈົນ​ດັ່ງກ່າວ. ມີການຈັບ ຫລາຍຮ້ອຍຄົນ ຫລັງຈາກເກີດ ຄວາມວຸ້ນວາຍ ທີ່​ເລີ້ມຂື້ນ ໃນວັນທີ 5 ກໍຣະກົດ ທີ່​ເມືອງອຸຣຸມຈີ ​ເວລາ ພວກປະທ້ວງ ຊາວວີເກີ້ ທຳ​ການໂຈມຕີ ພວກຊາວຮັນ ໃນ​ເມືອງດັ່ງກ່າວ. ຊາວຮັນ ຊຶ່ງເປັນຊົນ ກຸ່ມໃຫຍ່ຂອງຈີນ ໄດ້ທຳການ ໂຈມຕີຊາວວີເກີ້ ເພື່ອຕອບໂຕ້ຄືນ 2 ມື້ຕໍ່ມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG