ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວອານຸມມັດໃຫ້ຕັ້ງເຂດເສດຖະກິດພິເສດອີກ 2 ແຫ່ງ


ລັດ​ຖະບານ​ລາວ​ອານຸມັດ​ໃຫ້​ຈັດ ຕັ້ງ​ເຂດ​ເສດຖະກິດພິ​ເສດສອງ ​ແຫ່ງ​ໃນ​ເຂດ​ ແຂວງ​ຫຼວງ ນ້ຳທາ ​ແລະ​ແຂວງ​ບໍ່​ແກ້ວ ແລະ​ ໄດ້​ອະນຸມັດ​ໃຫ້​ບໍ່​ລິ​ສັດ​ເອກ ​ກະ​ຊົນ​ຈາກ​ຈີນ​ຜູ້​ລົງ​ທຶນ ທັ້ງຫມົດ ​ສ່ວນ​ເຂດ​ ເສດຖະກິດພິເສດທີ່ ແຂວງ ສະຫວັນນະເຂດນັ້ນ ຍັງຄົງເປັນຂອງລັດຖະບານລາວ.

ທ່ານ ບໍ່ວຽງຄຳ ວົງດາລາ ໂຄສົກ ລັດ​ຖະບານ​ລາວ ​ຖະແຫຼງຢືນ ຢັນ​ວ່າ​ຄະນະ​ລັດຖະບານ​ລາວ​ມີ ມະຕິອະນຸມັດ​ໃຫ້​ຈັດ ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ຂຶ້ນ​ອີກ ສອງ ​ແຫ່ງກໍ່​ຄື​ຢູ່​ດ່ານ​ບໍ່​ເຕັນ​ ໃນ​ແຂ​ວງ ຫຼວງນ້ຳທາກັບ​ຢູ່​ທີ່​ເມືອງ​ຕົ້ນຜຶ້ງ​ໃນ​ແຂວງ​ບໍ່​ແກ້ວ.

​ໂດຍ​ເຂ​ດ​ເສດຖະກິດ​ພິ​ເສດ​ທີ່​ຈັດຕັ້ງຂຶ້ນ​ໃໝ່ທັງສອງ​ແຫ່ງ​ດັ່ງ​ກ່າວ​ ນີ້​ຈະ​ເປັນ​ການ​ລົງ​ທຶນ​ແລະ ​ບໍລິຫານ​ໂດຍ​ເອກ​ກະຊົນທັງ ໝົດ ຈຶ່ງ​ແຕກ​ຕ່າງ​ກັບ​ເຂດເສດຖະກິດພິ​ເສດ​ສະຫວັນ -ເຊໂນ ຢູ່​ທີ່​ແຂວງ​ສະ​ຫວັນນະ​ເຂດ ຊຶ່ງ​ຍັງ​ຄົງ​ເປັນ​ຂອງ​ລັດຖະບານ​ລາວ ​ແລະ ​ບໍລິ​ຫານ​ໂດຍ​ຄະນະ​ຜູ້​ຮັບຜິດຊອບ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ ຈາກ​ທາງ​ການ​ລັດ​ຖະບານ​ລາວ​ນັ້ນ​ເອງ.

ສຳລັບ​ເຂດເສດຖະກິດ​ພິ​ເສດ​ທີ່​ຈັດຕັ້ງຂຶ້ນໃໝ່​ທັງສອງ​ແຫ່ງ​ດັ່ງ​ກ່າວ​ນີ້ ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ກໍ່​ຄື​ເຂດ​ພື້ນ​ທີ່ ​ທີ່​ລັດ​ຖະບານ​ລາວ​ໄດ້​ອະນຸມັດ​ໃຫ້​ກຸ່ມ​ບໍ​ລິ​ສັດ​ເອກ​ກະ​ຊົນ ຈາກ​ຈີນ​ເປັນ​ຜູ້ລົງ​ທຶນ ​ແລະ​ໄດ້​ເລີ້ມດຳ​ເນີນ​ການ​ພັດ​ທະນາ​ແລ້ວ​ໄລຍະ​ໜຶ່ງ​ໂດຍ​ຢູ່​ທີ່​ດ່ານ​ບໍ່​ເຕັນ​ນັ້ນ ກໍ່​ໄດ້​ມີ​ການ​ລົງ​ທຶນສ້າງ​ໂຮງ​ແຮມ, ຣີຊອດ, ສະ ໜາມ​ກອຟ, ຕະຫຼາດການ​ຄ້າ, ສາງ​ເກັບ​ສິນຄ້າ, ສະຖານີ​ຂົນ​ສົ່ງ, ສະ​ຖານ​ບັນ​ເທິງ ​ແລະ​ສະຖານີ​ຂົນ​ສົ່ງ-​ໂດຍ​ສານ ພາຍ​ໃຕ້​ໂຄງການ​ທີ່​ມີຊື່ວ່າ​ບໍ່​ເຕັນ​ແດນ​ຄຳນັ້ນ​ເອງ.

ສ່ວນ​ຢູ່ ​ທີ່​ເມືອງ​ຕົ້ນ​ຜຶ້ງ​ນັ້ນ ກໍ່​ຄື​ໂຄງການ​ຂອງ​ກຸ່ມ​ບໍລິສັດ​ດອກ​ງີ້ວ​ຄຳ ຈາກ​ຈີນ​ທີ່​ໄດ້​ມີ​ການ​ສ້າງ​ໂຮງ​ແຮມ- ຣີສອດ, ສະຖານ​ບັນ​ເທິງ​ຄົບ​ວົງ​ຈອນ ​ແລະ ​ບ່ອນ​ກາ​ສີ​ໂນ​ສຳເລັດແລ້ວ ​ແລະ​ກໍ່​ໄດ້​ເປີດ​ໃຫ້​ບໍລິການ​ແກ່​ລູກ​ຄ້າ​ແລ້ວ​ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ເປັນຕົ້ນມາ. ​ໂດຍ​ໃນ​ປັດຈຸບັນ​ນີ້​ກໍ່​ກຳລັງ​ດຳ​ເນິນ​ການ​ກໍ່ສ້າງ​ສະໜາມ​ບິນ, ສະໜາມ​ກອຟ, ຕະຫຼາດການ​ຄ້າ ປອດພາສີ. ພ້ອມ​ດ້ວຍ​ສູນ​ບໍລິການ​ທາງທຸລະກິດການ​ຄ້າ-ການ​ລົງ​ທຶນ ​ແລະ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ຕ່າງໆ​ ທີ່​ຄົບຊຸດພາຍ​ໃຕ້​ໂຄງການ​ທີ່​ຊື່ວ່າ​ເຂດເສດຖະກິດ​ພິ​ເສດ​ສາມຫລ່ຽມ ທອງຄຳ.

ທັງນີ້ ​ໂດຍ​ບໍ່​ວ່າ​ຈະ​ເປັນ​ໂຄງການ​ບໍ່ເຕັນ​ແດນຄຳຫຼື​ໂຄງການ​ເຂ​ດ​ເສດຖະກິດ​ພິ​ເສດ​ສາມຫລ່ຽມທອງຄຳ​ກໍ​ຕາມ ສຳ​ຫຼັບ​ໃນ​ສາຍ​ຕາ​ຂອງ​ກຸ່ມ​ບໍລິສັດຈາກ​ຈີນ​ທີ່​ຄາດຫມາຍ​ວ່າ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ ຫຼາຍກ່ວາ 4.000 ລ້ານໂດລາ ​ເພື່ອ​ພັດທະນາ​ທັງສອງ​ໂຄງການ ​ດັ່ງ​ກ່າວ ​ນີ້​ຕ່າງ​ກໍ່​ມີ​ເປົ້າໝາຍ​ດຽວ​ກັນ ຊຶ່ງ​ກໍ​ຄື​ເພື່ອ​ຮອງ​ຮັບ​ຂໍ້ ຕົກລົງ​ວ່າ​ດ້ວຍ ​ເຂດ​ການ​ຄ້າເສລີ​ລະຫວ່າງ​ຈີນ​ກັບ​ເອ​ເຊຍ​ທີ່​ຈະ​ເລີ້ມປະຕິ​ບັນດນັບ​ຈາກປີ 2010 ນີ້​ເປັນຕົ້ນ​ໄປ​ນັ້ນ​ເອງ.

ສ່ວນ ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະຫວັນ-​ເຊ​ໂນນັ້ນ ​ເຖິງ​ແມ່ນ​ວ່າ​ຈະ​ຍັງ​ຄົງ​ບໍລິຫານ ​ແລະ​ຄວບ​ຄຸມ​ໂດຍ​ໜ່ວຍ​ງານ​ຂອງ​ລັດ​ຖະບານ​ລາວ​ຢູ່ເລື້ອຍມາ​ກໍ​ຕາມ ຫາກ​ແຕ່​ວ່າ​ດ້ວຍ​ບັນຫາ​ທີ່​ກ່ຽວ​ກັບ​ການ​ຂາດແຄນດ້ານ​ງົບປະມານ​ຢ່າງ​ຕໍ່​ ເນື່ອງນັ້ນ ກໍ່​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ເປີດໃຫ້​ບໍລິ​ສັດ​ເອກ​ກະ​ ຊົນຕ່າງ​ຊາດ ​ເຂົ້າ​ໄປ​ສຳ​ປະທານ​ໃນ​ຫຼາຍສ່ວນ​ແລ້ວ​ໃນ​ເວລາ​ນີ້​ໂດຍ​ຫວັງ​ວ່າ​ຈະ ​ເຮັດ ​ໃຫ້​ຕ່າງ​ຊາດ​ເຂົ້າ​ໄປ​ລົງ​ທຶນ​ເພີ່ມ​ຂຶ້ນ​ທັ້ງ​ໃນ​ພາກອຸດສະຫະ ກຳຜະ​ຫລິດ​ສິນຄ້າ​ເພື່ອສົ່ງ​ອອກ ​ແລະ​ພາກ​ບໍລິ ການ​ຕ່າງໆ​ຢ່າງ​ຄົບ​ຊຸດ.

ນອກຈາກ​ນັ້ນທາງ​ການ​ລາວ​ກໍ​ຍັງ​ຄາດ​ຫວັງ​ວ່າ​ເຂດ​ເສດຖະກິດ​ພິ​ເສດ​ ສະຫວັນ-​ເຊ​ໂນ ຈະ​ມີ​ສ່ວນ​ຢ່າງ​ສຳຄັນ​ຕໍ່​ການ​ເຮັດ​ໃຫ້​ຍອດຜະຫລິດຕະພັນ​ລວມພາຍ​ໃນ​ ຫຼື GDP ຂອງ​ແຂວງ​ສະ ຫວັນ​ນະ​ເຂດ​ມີ​ມູນ​ຄ່າເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ​ກໍ່​ຈະ​ເຮັດ​ໃຫ້​ລາຍ​ໄດ້​ຂອງ​ປະຊາຊົນ​ໃນແຂ​ວງ​ເພີ່ມ​ສູງ​ຂຶ້ນ​ອີກ​ດ້ວຍ.

ສຳລັບ​ໃນ​ໄລຍະ​ແຜນການ​ປີ 2009-2010 ນີ້​ກໍ່​ຄາດໝາຍ​ວ່າ GDP ຂອງ​ແຂວງ​ ສະຫວັນ​ນະ​ເຂດ​ຈະ​ເພີ່ມ​ຂຶ້ນ​ເຖິງ 13%.


XS
SM
MD
LG