ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນປະໂຫຍດຂອງການລ້ຽງລູກດ້ວຍນົມແມ່ໃນການຕ້ານໂຣກເອັສ


ຜົນການສຶກສາຄົ້ນຄວ້າໃໝ່​ ສະ​ແດງ​ໃຫ້​ເຫັນ​ວ່າ ​ຢາ Nevira-pine ຊ່ວຍ​ຫລຸດຜ່ອນ​ການ ສ່ຽງຂອງ​ເດັກນ້ອຍ​ເກີດ​ໃໝ່ ຕໍ່​ການ​ຕິດ​ເຊື້ອ​ໄວຣັສ HIVທີ່​ພາ​ໃຫ້​ເປັນ​ໂຣກ​ເອດ​ສ໌ນັ້ນ. ​

​ການ​ເອົາ​ຢາຕ້ານເຊື້ອໂຣກ​ເອດສ໌ທີ່​ວ່າ​ນີ້ ​ໃຫ້ທາຣົກນ້ອຍ​ເກີດ​ໃໝ່​ທີ່ລ້ຽງ​ດ້ວຍ ນ້ຳນົມ​ແມ່​ກິນເປັນ​ເວລາ​ດົນ​ເຖິງ 6 ອາທິດນັ້ນ ສາມາ​ດຫລຸດ​ອັດຕາຄວາມ​ສ່ຽງ​ໃນ​ການ​ຕິດ​ເຊື້ອ​ໂຣກ ດັ່ງ​ກ່າວ​ລົງໄດ້​ເຖິງ​ເຄິ່ງນຶ່ງເມື່ອ​ທຽບ​ໃສ່​ເດັກ​ທີ່ໄດ້ຮັບຢານີ້ ​ພຽງ​ເທື່ອ​ດຽວ ຄື​ຫລັງ​ຈາກ​ທີ່​ຄອດ​ອອກ​ມາ​ແລ້ວ.

ອາທິດ​ເລ້​ວນີ້ ພວກ​ເຮົາ​ໄດ້​ເວົ້າ​ເຖິງ ຄຸນປະ​ໂຫຍ​ດ​ຂອງການ​ລ້ຽງ​ລູກ ດ້ວຍ​ນົມແມ່​ໃນ​ການ ຈະ​ເລີ​ນເຕີບ​ໂຕ​ຂອງ​ເດັກ​ນ້ອຍ. ​ແຕ່​ວ່າການ​ໃຫ້​ລູກ​ດູດ​ນົມ​ແມ່ນັ້ນ ມັນ​ເປັນ​ການ​ຍາກສຳລັບ​ແມ່​ໂດຍ​ສະ​ເພາະ​ແມ່ນ​ໃນຕອນທຳ​ອິດທີ່​ແມ່​ເອົາ​ນົມ​ໃຫ້​ລູກ​ກິນ. ສະນັ້ນ ​ເຮົາມີ​ຄຳ​ແນ​ະນໍາ​ດັ່ງຕໍ່​ໄປນີ້:

​ຄວນໃຫ້ລູກກິນ​ນົມແມ່​ ​ໃນ​ທັນທີຫລັງຈາກ​ທີ່​ເດັກ​ຄອດອອກ​ມາ. ອາດ​ມີ​ນັກ​ຊ່ຽວຊານ​ຢູ່​ໂຮງ ໝໍ ຫລື ສູນ​ປິ່ນປົວ​ສຸຂະພາບ​ແບບ​ອື່ນ ທີ່​ສາມາດ​ສອນ​ວິທີ​ອູ້ມ​ລູກ​ນ້ອຍ​ໃນຫລາຍໆທ່າທີ່​ຖືກຕ້ອງ​ໃຫ້​ບັນດາ​ແມ່ລູກອ່ອນ ທີ່​ມີ​ລູກຫົວສາວ​ນັ້ນ.

ການ​ເອົາ​ນົມໃຫ້​ລູກ​ກິນສາມາດ​ເຮັດ​ໃຫ້ຮູ້ສຶກ​ເຈັບ​ປວດ​ຫລັງຫລືປວດ​ກ້ານຄໍ​ໄດ້ ຖ້າ​ຜູ້​ເປັນແມ່ຫາກ​ກົ້ມລົງ​ເອົາ​ນົມ​ໃຫ້​ລູກ​ກິນ​ດົນໆ. ສະນັ້ນ​ ໃຫ້​ອູ້ມ​ເອົາ​ລູກມາ​ແປະ​ຢູ່​ເອິກແມ່ ໃນ​ເວລາ​ໃຫ້​ລູກກິນນົມ​ຈະ​ດີກ​ວ່າ. ປາກ​ຂອງ​ເດັກ​ຈະ​ຕ້ອງ​ເປີດ​ໃຫ້​ກວ້າງເທົ່າທີ່​ຈະ​ກ້ວາງ​ໄດ້ ​ເພື່ອ​ໃຫ້​ຫົວນົມ ​ແລະບໍລິ​ເວນອ້ອມ​ແອ້ມ​ຫົວນົມ ເຂົ້າ​ໄປ​ໃນ​ປາກລູກນ້ອຍຢ່າງພໍດີ​.

ທາຣົກນ້ອຍ​ຄວນ​ໄດ້​ກິນ​ນົມ​ຢູ່​ເລື້ອຍໆ ​ໃນ​ເວລາ​ເກີດມາ​ໃໝ່ໆ ​ເຊິ່ງຕາມປົກກະຕິ​ ຄວນ​ໃຫ້ລູກ​ກິນນົມ ທຸກໆ 2 ຊົ່ວໂມງ. ຄລີ​ນິກ Mayo ຢູ່​ໃນສະຫະຣັດແນະນຳ​ວ່າ ຈະ​ເປັນ​ການ​ດີ​ທີ່​ສຸດ ຖ້າ​ຫາກ​ວ່າ​ແມ່​ເອົາ​ນົມ​ໃຫ້​ລູກ​ກິນ ຕອນ​ທີ່​ລູກ​ຍັງ​ບໍ່ທັນຫີ​ວຈົນ​ເກີນ​ໄປ. ​ແລະ ພວກ​ນັກ​ຊ່ຽວຊານ​ທັງຫລາຍ​ຍັງ​ເວົ້າວ່າ ​ຖ້າແມ່ໃຫ້​ລູກ​ກິນ​ນົມ​ຕົນ​ເອງ​ເລື້ອຍໆ ​ມັນ​ກໍຈະ​ຊ່ວຍ​ໃຫ້ ຮ່າງກາຍ​ຂອງ​ແມ່​ ຜະ​ຫລິດ​ນ້ຳນົມໄດ້ຫລາຍ​ຂຶ້ນ.

ບັນດາຜູ້ຍິງ​ທັງຫລາຍ ສາມາດຮຽນຮູ້ວິທີການ​ລ້ຽງລູກ​ດ້ວຍ​ນົມ​ຕົນ​ເອງ​ໄດ້​ ໂດຍ​ການ​ອ່ານ​ປຶ້ມ ຫລື ຊອກ​ອ່ານໃນ Internet ຫລື​ຮັບ​ຄຳ​ແນະນຳ​ຈາກ​ພວກ​ກຸ່ມ​ສະ​ນັບ​ສະ​ນູນຕ່າງໆ.

ແຕ່ແນວ​ໃດ​ກໍ​ດີ ຍັງ​ມີແມ່ບາງ​ຄົນທີ່ບໍ່ສາມາດ​ຕັດສິນ​ໃຈ​ໄດ້​ວ່າ​ ຄວນ​ຈະ​ລ້ຽງ​ລູກດ້ວຍ​ນົມຕົນ​ເອງ ຫລືບໍ່.

ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ການ​ລ້ຽງ​ລູກດ້ວຍ​ນົມ​ແມ່​ຍັງ​ຄົງ​ເປັນຊ່ອງທາງ​ຕົ້ນຕໍ​ທີ່​ພາ​ໃຫ້​ເດັກ​ຕິດ​ເຊື້ອ​ໂຣກ AIDS. ແຕ່​ວ່າ ນົມ​ສູດ​ປະສົມ​ກັບ​ນໍ້າ​ທີ່​ບໍ່ສະອາດ ກໍ່​ສາມາດ​ເຮັດ​ໃຫ້​ເດັກເຈັບ​ປ່ວຍ​ໄດ້ຄື​ກັນ.

​ຫວ່າງ​ບໍ່​ດົນ​ມາ​ນີ້, ​ໃນກອງ​ປະຊຸມບັ້ນນື່ງ​ທີ່ ບອສ​ເຕີນ ພວກ​ນັກ ຊ່ຽວຊານ​ດ້ານໂຣກ​ເອັສ ​ໄດ້​ລາຍ​ງານ​ຂ່າວ​ດີ​ສຳລັບພວກ​ແມ່​ທັງຫລາຍ. ເຂົາ​ເຈົ້າ​ບອກ​ວ່າ ການ​ສຶກສາ​ເດັກ​ເກີດ​ໃໝ່​ ປະມານ ສອງພັນ​ຄົນ ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ​ການ​ເອົາຢາ​ Nevirapine ຕ້ານເຊື້ອ​ໄວຣັສ HIV ​ໃຫ້​ເດັກ​ເກີດ​ໃໝ່​ກິນ ພ້ອມ​ກັບ​ໃຫ້​ພວກ​ເຂົາ​ກິນນົມ​ແມ່ໄປ​ພ້ອມ​ນັ້ນ ​ຈະສາມາ​ດຫລຸດ​ອັດຕາຄວາມ​ສ່ຽງ​ຕໍ່ການ​ຕິດ​ເຊື້ອ​ໂຣກດັ່ງ​ກ່າວ​ລົງໄດ້​.

ຢາ​ຕ້ານເຊື້ອໂຣກ​ເອັສ Nevirapine ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກແມ່​ທີ່​ຕິດ​ເຊື້ອ​ໂຣກນີ້​ຢູ່​ແລ້ວນັ້ນ ​ເອົາ​ເຊື້ອ​ໄວຣັສ​ນີ້​ໄປ​ຕິດ​ແປດ​ລູກ ນ້ອຍ​ຂອງ​ເຂົາ​ເຈົ້າ​ໃນ​ລະຫວ່າງ​ການເກີດ.

ໃນ​ປະຈຸ​ບັນ ​ເດັກ ເກີດ​ໃໝ່ຈາກ​ແມ່ທີ່ມີເຊື້ອ​ໂຣກ​ເອດ​ສ໌​ ​ແມ່ນ​ຈະໄດ້​ຮັບ​ຢາ Nevirapine ພຽງ​ແຕ່​ຄັ້ງ​ດຽວ, ໃນ​ຕອນ​ຄອດ​ອອກ​ມາໃໝ່ໆ ເທົ່າ​ນັ້ນ. ແຕ່ການ​ສຶກສາ​ຄົ້ນ​ຄ້ວາ​ໃໝ່ ພົບວ່າ ເດັກ​ເກີດ​ໃໝ່​ທີ່​ໄດ້​ຮັບ​ຢາ Nevirapine ​ເປັນ​ປະຈຳໃນແຕ່​ລະ​ວັນ ​ເປັນ​ເວລາ​ຫົກ​ອາທິດ ​ແມ່ນ​ມີ​ອັດຕາ​ຄວາມ​ສ່ຽງຕໍ່​ການຕິດ​ເຊື້ອ​ໄວ​ຣັສ

HIV ​ຕ່ຳ​ກວ່າເດັກ​ທີ່​ໄດ້​ຮັບ​ຢາ​ດັ່ງກ່າວ ພຽງ​ຄັ້ງ​ດຽວ​ໃນ​ຕອນ​ເກີດນັ້ນ ປະມານ​ເຄີ່ງ​ນື່ງ ​ແລະ​ເມື່ອຮອດ​ອາຍຸ​ຫົກ​ເດືອນ, ພວກ​ເຂົາກໍ​ມີ​ອັດຕາຄວາມ​ສ່ຽງຕໍ່ການ​ຕິດ​ເຊື້ອ HIV ຫຼື ​ເສຍ​ຊີວິດໜ້ອຍ​ລົງ​ເກືອ​ບ ຮອດ 1​/3.

ພວກນັກວິທະຍາສາດ​ແຈ້ງວ່າ​ ການ​ໃຫ້​ຢາ Nevirapine ຫົກ​ອາທິດ ​ກໍມີຄວາມ​ປອດ​ໄພ​ ​ເທົ່າໆ​ກັບ​ການ​ໃຫ້​ພຽງຄັ້ງ​ດຽວ​ ຕາມຫລັກ​ຊີ້ນຳ​ການ​ໃຊ້​ຢາ​ທີ່ໃຊ້​ໃນ​ປະຈຸ​ບັນ.

ທີ​ມນັກ​ຄົ້ນ ຄວ້າ​ຈາກ​ມະຫາວິທະຍາ​ໄລ Johns Hopkins ໃນລັດ Maryland ໄດ້​ນຳພາ​ການ​ສຶກສາ​ນີ້​ ໂດຍມີ​ບັນດາ​ຜູ້​ສຶກສາວິ​ໄຈ​ຈາກເອທີ​ໂອ​ເປຍ, ອິນ​ເດຍ ​ແລະ ຢູ​ການ​ດາ.

ໃນ​ປີ 2006 ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປ່ຽນແປງນະ​ໂຍ ບາຍ​ຂອງ​ຕົນ​ ກ່ຽວ​ກັບ​ເລື່ອງການ​ລ້ຽງ​ລູກ​ດ້ວຍ​ນ້ຳນົມແມ່ ​ຂອງ ພວກແມ່​ທີ່​ຕິດ​ເຊື້ອ HIV. ຄຳ​ແນະນຳ​ໃໝ່​ຂອງ​ອົງ​ກາ​ນ ສະຫະ​ປະ ຊາ​ຊາດ​ສະໜັບສະໜູນ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ ເປັນ​ເວລາ​ຫົກ​ເດືອນ ຖ້າ​ຫາກ​ວ່າແມ່​ບໍ່​ມີ​ເງິນ​ສຳ​ລັບ​ຊື້​ອາຫານ​ພື້ນຖານ ຫຼື​ນົມ​ສູດ​ປະສົມ ມາ​ລ້ຽງ​ລູກ. ​ຈຸດປະສົງຕົ້ນຕໍ​ຂອງ​ຄຳ​ແນະນຳນີ້ ກໍ​ຄືວ່າ ​ຢາກ​ໃຫ້​ຄົນ​ເຂົ້າ​ໃຈ​ວ່າ​ ການໃຫ້​ລູກກິນ​ນົມ​ແມ່​ນັ້ນ ມີ​ຜົນ​ປະ​ໂຫຍ​ດ ​ຫລາຍ​ກວ່າ ​ຄວາມ​ສ່ຽງຕໍ່​ການ​ຕິດ​ເຊື້ອໂຣກ ຈາກ​ແມ່​ທີ່ມີ​ເຊື້ອ​ໂຣກ​ເອດສ໌ນັ້ນ.

ນອກ​ນັ້ນ, ພວກ​ນັກຊ່ຽວຊານ​ຍັງ​ເນັ້ນອີກ​ວ່າ​ເດັກ​ເກີດ​ໃໝ່​ທີ່​ບໍ່​ໄດ້​ກິນ​ນົມ​ແມ່​ ມີ​ຄວາມ​ສ່ຽງ​ຕໍ່ການເສຍ​ຊີວິດ​ຍ້ອນພະຍາດ​ປອດ​ບວມ ຫຼື ຖອກທ້ອງ ​ໃນ​ອັດຕາສູງ​ກວ່າ​ເດັກ​ເກີດ​ໃໝ່​ທີ່​ລ້ຽງ​ດ້ວຍ​ນົມ​ແມ່ ຫລາຍເຖິງ 5​ ຫາ 7 ​ເທົ່າ.

XS
SM
MD
LG