ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ສັ່ງໃຫ້ສົ່ງທະຫານຕື່ມອີກ 30 ພັນຄົນ ໄປຍັງ ອັຟການິສຖານ ແລະຈະເລີ້ມຖອນທະຫານ ໃນປີ 2011


ສະຫະຣັດ - ອັຟການິສຖານ: ປະທານາ ທິບໍດີສະຫະຣັດ ທ່ານ BARACK OBAMA ຈະສົ່ງທະຫານອະເມຣິກັນຕື່ມອີກ 30 ພັນຄົນ ໄປຍັງອັຟການິສຖານ ເພື່ອສູ້ຣົບກັບ ພວກກະ ບົດ ທາລີບານ ແລະພວກກໍ່ການຮ້າຍ AL QAIDA ແລະທ່ານກ່າວວ່າ ທ່ານມີແຜນການ ທີ່ຈະຖອນ ກຳລັງທະຫານ ສະຫະຣັດ ອອກຈາກ ປະເທດດັ່ງກ່າວ ປະມານ 1 ປີກັບ 8 ເດືອນ ຫລັງຈາກນັ້ນ. ທ່ານ OBAMA ກ່າວຕໍ່ ພວກນັກຮຽນທະຫານ ທີ່ໂຮງຮຽນນາຍຮ້ອຍ ທະຫານບົກ WEST POINT ໃນຣັດນິວຢອກ ໃນວັນອັງຄານ ວານນີ້ວ່າ ກຳລັງທະຫານ ເພີ້ມຕື່ມ ຂອງສະຫະຣັດ ຈະຊ່ອຍເລັ່ງລັດ ການໂອນ ຄວາມຮັບຜິດຊອບ ກ່ຽວກັບ ການຮັກສາ ຄວາມປອດພັຍ ໃນອັຟການິສຖານ ໄປໃຫ້ ກຳລັງອັຟການິສຖານ ແລະອຳນວຍໃຫ້ ທະຫານອະເມຣິກັນ ເລີ້ມຖອນອອກຈາກ ປະເທດດັ່ງກ່າວ ພາຍໃນ ເດືອນກໍຣະກົດ ປີ 2011. ໃນຄຳປາສັຍ ຊີ້ແຈງຍຸທສາດໃໝ່ ຂອງສະຫະຣັດນັ້ນ ປະທານາທິບໍດີ OBAMA ກ່າວວ່າ ​ເຖິງ​ແມ່ນ ອັຟການິສຖານ ຍັງບໍ່ທັນ ສູນເສັຽເທື່ອ ແຕ່ກໍໄດ້ ຖອຍຄືນຫລັງ ເປັນເວລາຫຼາຍໆປີ.

ອັຟການິສຖານ - ປະຕິກິຣິຍາ: ເລຂາທິການ ໃຫຍ່ ຂອງອົງການ​ເນໂຕ້ ທ່ານ ANDERS FOGH RASMUSSEN ກ່າວວ່າ ບັນດາປະເທດ ສະມາຊິກ ຂອງອົງການ​ເນໂຕ້ ໃຫ້ການສນັບສນຸນ ຕໍ່ຍຸທສາດໃໝ່ ໃນອັຟການິສຖານ ຂອງປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະຈະສົ່ງ ທະຫານຕື່ມອີກ ຢ່າງນ້ອຍ 5 ພັນຄົນ ໄປສູ້ຣົບ ກັບພວກກະບົດ ໃນອັຟການິສຖານ. ຫົວໜ້າຂ ອງອົງການ​ເນໂຕ້ ກ່າວທີ່ນະຄອນ BRUSSELS ໃນວັນພຸດມື້ນີ້ວ່າ ບັນດາ ປະເທດສະມາຊິກ ຂອງອົງການ ນາໂຕ້ທັງໝົດ ຕ້ອງໄດ້ດຳເນີນການ ເພີ້ມຕື່ມ ໃນການສູ້ຣົບປາບປາມ ພວກກະບົດ ທາລີບານ ແລະພວກຫົວຮຸນແຮງ AL-QAIDA ຖ້າເຂົາເຈົ້າ ຢາກໃຫ້ອັຟການິສຖານ ມີສະເຖັຽຣະພາບ ຢ່າງແທ້ຈິງ. ທ່ານ RASMUSSEN ໃຫ້ຄຳໝັ້ນສັນຍາວ່າ ອົງການນາໂຕ້ ແລະພັນທະມິດ ຈະພະຍາຍາມ ຫັນປ່ຽນໄປສູ່ ການເອົາບົດບາດ ທີ່ໃຫ້ຊາວອັຟການິສຖານ ເປັນຜູ້ຄວບຄຸມ ໃນການຮັກສາ ຄວາມປອດພັຍ ສຳລັບປະເທດ ຂອງເຂົາເຈົ້າ​ເອງ. ແຕ່ ທ່ານກ່າວວ່າ ຄຳວ່າ “ຫັນປ່ຽນ” ບໍ່​ແມ່ນຣະຫັດ ສຳລັບການຖອນໂຕຂອງອົງ ການ​ເນໂຕ້ແຕ່ປະການໃດ.

ອັງກິດ - ອີຣ່ານ: ເຈົ້າໜ້າທີ່ອີຣ່ານໄດ້ປ່ອຍ ພວກນັກແຂ່ງເຮືອຢາຊທ໌ ຊາວອັງກິດ 5 ຄົນ ທີ່ຖືກຈັບ ຢູ່ໃນບໍຣິເວນ ອ່າວເປີເຊັຽ ສັບປະດາ ແລ້ວ. ຖແລງຂ່າວ ສະບັບນຶ່ງ ຈາກກອງກຳລັງ ຄຸ້ມຄອງປະຕິວັດ ຂອງອີຣ່ານ ແຈ້ງວ່າ ຫລັງ ຈາກສືບສວນແລ້ວ ຕົນສລຸບວ່າ ການແລ່ນເຂົ້າ ໄປ ໃນເຂດນ່ານນ້ຳອີຣ່ານ ແບບຜິດກົດໝາຍ ຂອງເຮືອເຂົາເຈົ້ານັ້ນ ແມ່ນເປັນຄວາມຜິດພາດ. ກະຊວງ ການຕ່າງປະເທດ ອັງກິດ ໄດ້ໃຫ້ການຢືນຢັນ ກ່ຽວກັບການປ່ອຍໂຕ ຊາວອັງກິດທີ່ວ່ານີ້ ແລະກ່າວວ່າ ເຮືອຢາຊທ໌ເຂົາເຈົ້າ ກຳລັງຖືກແກ່ອອກໄປ ຍັງເຂດນ່ານນ້ຳສາກົນ ແລະກໍຄາດວ່າ ຈະເດີນທາງຕໍ່ ໄປຍັງ DUBAI. ກອງທັບເຮືອອີຣ່ານ ໄດ້ຈັບຊາວອັງກິດ ທັງ 5 ໃນວັນທີ 25 ພະຈິກ ຜ່ານມາ ຂະນະທີ່ພວກກ່ຽວ ພວມເດີນທາງ ຈາກ BAHRAIN ໄປຍັງ DUBAI ເພື່ອເຂົ້າຮ່ວມ ການແຂ່ງເຮືອຢາຊທ໌ ທີ່ນັ້ນ. ທ່ານ ANDREW PINDAR ປະທານ ຂອງບໍຣິສັດ SAIL BAHRAIN ຊຶ່ງເປັນເຈົ້າຂອງ ເຮືອຢາຊທ໌ທີ່ຖືກຈັບ ກ່າວວ່າ ເຮືອຢາຊທ໌ດັ່ງກ່າວ ອາດໄດ້ແລ່ນ ໂດຍບໍ່ໄດ້ຕັ້ງໃຈ ເຂົ້າໄປໃນ ເຂດນ່ານນ້ຳ ຂອງອີຣ່ານ ຍ້ອນເກີດບັນຫາ ກ່ຽວກັບໃບພັດ.

ສະຫະຣັດ - ອີຣັກ: ຮອງປະທານາທິບໍດີສະ ຫະຣັດ ທ່ານ JOE BIDEN ໄດ້ໃຫ້ການ ຄ້ຳປະກັນ ຕໍ່ນາຍົກ ຣັຖມຸນຕຣີອີຣັກ ທ່ານ NOURI AL-MALIKI ວ່າ ຍຸທສາດຂອງ ສະຫະຣັດ ໃນອັຟການິສຖານ ຈະບໍ່ສ້າງ ຄວາມເສັຽຫາຍ ໃຫ້ແກ່ຄວາມສັມພັນ ລະຫວ່າງສະຫະຣັດ ກັບອີຣັກ. ທຳນຽບຂາວ ໄດ້ອອກຖແລງຂ່າວ ສະບັບນຶ່ງ ເວົ້າວ່າ ທ່ານ BIDEN ໄດ້ໂອ້ລົມ ກັບທ່ານ MALIKI ທາງໂທຣະສັບ ໃນມື້ວານນີ້ ເພື່ອສົນທະນາຫາຣື ກ່ຽວກັບ ການຕັດສິນໃຈ ຂອງປະທານາທິບໍດີ BARACK OBAMA ກ່ຽວກັບເຣື່ອງ ອັຟການິສຖານ ແລະປາກິສຖານ. ນອກນັ້ນ ທ່ານ BIDEN ຍັງໄດ້ ກ່າວຍົກຍ້ອງ ການດຳເນີນ ຄວາມພະຍາຍາມ ຂອງນາຍົກ ຣັຖມຸນຕຣີອີຣັກ ເພື່ອແກ້ໄຂ ສະພາບການ ບໍ່ໄປບໍ່ມາ ກ່ຽວກັບກົດໝາຍ ການເລືອກຕັ້ງ ທີ່ມີການຊັກຊ້າ ຂອງອີຣັກ. ຮອງປະທານາທິບໍດີ ສະຫະຣັດ ໄດ້ກ່າວຢ້ຳ​ ເຖິງຄຳຮຽກຮ້ອງ ຂອງທ່ານ ທີ່ຢາກໃຫ້ມີ ການຈັດແຈງ ​ແບບທີ່ຈະອຳນວຍໃຫ້ ຈັດການເລືອກຕັ້ງ ແຫ່ງຊາດຂື້ນ​ໄດ້ ໃນອີກບໍ່ດົນ. ພວກຜູ້ນຳອີຣັກ ກຳລັງພະຍາຍາມ ທີ່ຈະບັນລຸ ການຜ່ອນສັ້ນ ຜ່ອນຍາວກັນ ກ່ຽວກັບກົດໝາຍດັ່ງກ່າວ ຊຶ່ງຈະຕ້ອງ ໄດ້ມີການຮັບຮອງເອົາ ກ່ອນທີ່ການເລືອກຕັ້ງ ຈະມີຂຶ້ນໄດ້.

ຮອນດູຣັສ: ສະມາຊິກສະພາແຫ່ງຊາດຮອນ ດູຣັສ ມີກຳນົດ ທີ່ຈະລົງຄະແນນສຽງ ໃນວັນພຸດມື້ນີ້ ກ່ຽວກັບວ່າ ຈະແຕ່ງຕັ້ງປະ ທານາທິບໍດີ MANUEL ZELAYA ທີ່ຖືກໂຄ່ນລົ້ມນັ້ນ ເຂົ້າຮັບຕຳແໜ່ງຄືນ ໄປຈົນຮອດ ໝົດສມັຍ ການດຳຣົງຕຳແໜ່ງ ຂອງທ່ານ ໃນເດືອນມັງກອນນັ້ນ ຫລືບໍ່. ການເຄື່ອນໄຫວ ທີ່ວ່ານີ້ ແມ່ນເຫດການລ່າສຸດ ໃນວິກິຕການ ທີ່ດຳເນີນມາ ເປັນເວລາ 5 ເດືອນ ທີ່ໄດ້ສ້າງ ຄວາມວຸ້ນວາຍ ໃຫ້ແກ່ຮອນດູຣັສ ນັບແຕ່ທ່ານ ZELAYA ໄດ້ຖືກໂຄ່ນລົ້ມ ໃນການກໍ່ ຣັຖປະຫານ ຂອງພວກທະຫານ. ທ່ານໄດ້ກັບຄືນໄປ ຮອນດູຣັສອີກ ໃນເດືອນກັນຍາ ຜ່ານມາ ແຕ່ໄດ້ຢູ່ໃນແຕ່ ສະຖານທູດບຣາຊີລ ຍ້ອນການຂົ່ມຂູ່ວ່າ ຈະຖືກຈັບ. ເປັນທີ່ປາກົດວ່າ ການລົງຄະແນນສຽງ ຂອງສະພາແຫ່ງຊາດ ໃນມື້ນີ້ ຄົງຈະບໍ່ເປັນ ການເຫັນພ້ອມກັບທ່ານ ໃນເມື່ອວ່າ ສະພາແຫ່ງຊາດດັ່ງກ່າວ ເປັນຜູ້ລົງຄະແນນສຽງ ຖອດອຳນາດຂອງທ່ານ. ແຕ່ແນວໃດກໍຕາມ ບາງຄົນ ມອງເຫັນວ່າ ການແຕ່ງຕັ້ງ ໃຫ້ທ່ານ ZELAYA ເຂົ້າຮັບຕຳແໜ່ງ ຄືນໃໝ່ນັ້ນ ເປັນຊ່ອງທາງນຶ່ງ ໃນການເພີ້ມ ຄວາມຖືກຕ້ອງຊອບທັມ ໃຫ້ແກ່ຜູ້ນຳຄົນໃໝ່ ຂອງປະເທດ ທີ່ໄດ້ຖືກເລືອກ ໃນຕົ້ນອາທິດນີ້.

ອອສເຕຣເລັຽ: ສະພາແຫ່ງຊາດອອສເຕຣເລັຽ ໄດ້ປະຕິເສດ ຕໍ່ຮ່າງກົດໝາຍ ວ່າດ້ວຍການປ່ຽນ ແປງ ຂອງດິນຟ້າອາກາດ ຂອງນາຍົກຣັຖມຸນຕຣີ KEVIN RUDD ຊຶ່ງຈະຕັດ ການປ່ອຍແກັສ ຄາຣ໌ບອນ ທີ່ເປື້ອນເປິະ ຂອງອອສເຕຣເລັຽ ລົງ 25% ພາຍໃນປີ 2020. ສະພາສູງ ຂອງອອສເຕຣເລັຽ ໄດ້ລົງມະຕິ ປະຕິເສດ ຕໍ່ຮ່າງກົດໝາຍດັ່ງກ່າວ ໃນວັນພຸດມື້ນີ້ ດ້ວຍຄະແນນ 41 ຕໍ່ 33. ກ່ອນ​ໜ້ານັ້ນ ໃນຕອນເຊົ້າ ພັກຝ່າຍຄ້ານ ຂອງອອສເຕຣເລັຽ ໄດ້ເລືອກເອົາ ທ່ານ TONY ABBOT ເປັນຜູ້ນຳຄົນໃໝ່ ທີ່ໄດ້ປະກາດວ່າ ຈະບໍ່ຮັບເອົາ ຮ່າງກົດໝາຍ ທີ່ວ່ານີ້. ຮ່າງກົດໝາຍ ສະບັບນີ້ ໄດ້ຮຽກຮ້ອງ ໃຫ້ເກັບພາສີ ຈາກ​ພວກ ອຸສາຫະກັມ ທີ່ປ່ອຍແກັສຄາຣ໌ບອນ ເລີ້ມແຕ່ປີ 2011 ເປັນຕົ້ນໄປ ເພື່ອຈຳກັດ ການສ້າງຄວາມເປື້ອນເປິະ ຂອງອອສເຕຣເລັຽ. ການລົງຄະແນນສຽງ ຊຶ່ງເປັນການປລາຊັຍ ສຳລັບຣັຖບານ ພັກແຮງງານ ຂອງທ່ານ RUDD ນັ້ນ ມີຂຶ້ນກ່ອນ ກອງປະຊຸມສຸດຍອດ ນາໆຊາດ ວ່າດ້ວຍ ການປ່ຽນແປງ ຂອງດິນຟ້າອາກາດ ທີ່ປະເທດເດນມາກ ໃນທ້າຍເດືອນນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG