ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ກ່າວວ່າ ລາວກົດຂີ່ກີດກັນ ສາສນາກຸ່ມນ້ອຍ


ສະຫະຣັດ - ອັຟການິສຖານ: ປະທານາ ທິບໍດີສະຫະຣັດ ທ່ານ BARACK OBAMA ແລະ ປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ໄດ້ສົນທະນາ ຫາຣືກັນ ກ່ຽວກັບລາຍລະອຽດຂອງຍຸທສາດ ທາງດ້ານ ທະຫານ ສະບັບໃໝ່ ຂອງສະຫະຣັດ ໃນອັຟ ການິສຖານ ໃນການປະຊຸມ ຜ່ານທາງວີດີໂອ ທີ່ຍືດຍາວນັ້ນ. ຖແລງຂ່າວ ສະບັບນຶ່ງ ຈາກ ທຳນຽບ ຂອງປະທານາທິບໍດີ KARZAI ກ່າວ ວ່າ ການເຈຣະຈາຫາຣືໃນວັນອັງຄານມື້ນີ້ແມ່ນ ຮວມທັງ ແຜນການຕ່າງໆ ກ່ຽວກັບ ບັນຫາ ເຣື່ອງປອດພັຍ ຄວາມກ້າວໜ້າ ທາງທະຫານ ຂັ້ນຕອນ ທາງດ້ານການເມືອງ ແລະການພັທນາເສຖກິດ. ທ່ານ OBAMA ຈະປະກາດໃຫ້ຊາບ ກ່ຽວກັບ ຍຸທສາດໃໝ່ຂອງທ່ານ ກ່ຽວກັບອັຟການິສຖານ ໃນຄຳປາສັຍ ທີ່ຈະມີການຖ່າຍທອດ ໄປທົ່ວປະເທດ ທາງໂທຣະພາບ ໃນແລງວັນອັງຄານມື້ນີ້. ທ່ານ ROBERT GIBBS ໂຄສົກຂອງ ທຳນຽບຂາວ ກ່າວໃນມື້ວານນີ້ວ່າ ທ່ານ OBAMA ໄດ້ແຈ້ງໃຫ້ ຄະນະທີ່ປຶກສາ ທາງດ້ານ ຄວາມໝັ້ນຄົງແຫ່ງຊາດ ຂອງທ່ານຊາບ ກ່ຽວກັບ ການຕັດສິນໃຈຂອງທ່ານ ແລະໄດ້ອອກຄຳສັ່ງ ເພື່ອໃຫ້ມີການຈັດຕັ້ງ ປະຕິບັດ.

ປາກິສຖານ: ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ເຮັດໃຫ້ ນັກການເມືອງຄົນນຶ່ງເສັຽຊີວິດ ຢູ່ໃນເຂດພາກ ຕາເວັນຕົກ ສຽງເໜືອ ທີ່ມີຄວາມວຸ້ນວາຍຂອງ ປະເທດ. ເຈົ້າໜ້າທີ່ກ່າວວ່າ ຜູ້ໂຈມຕີ ໄດ້ບີບ ຂະນວນຣະເບີດ ທີ່​ມັດ​ໃສ່​ກັບ​ຕົນ​ເອງ ໃນວັນ ອັງຄານມື້ນີ້ ແລະໄດ້ສັງຫານ ສະມາຊິກ ສະ ພາແຫ່ງຊາດ ທ່ານ SHAMSHER ALI KHANAT ທີ່ເຮືອນຂອງທ່ານ ໃນເມືອງ KANJU ປະມານ 30 ຫຼັກກິໂລແມັດ ຫ່າງຈາກເມືອງ MINGORA ຊຶ່ງເປັນ ຫົວເມືອງສຳຄັນ ໃນເຂດຮ່ອມພູສວາທ ໄປທາງພາກ ຕາເວັນຕົກສຽງເໜືອ. ຮ່ອມພູສວາທ ແມ່ນຈຸດເພັ່ງເລັງ ໃນການບຸກໂຈມຕີ ຂອງຝ່າຍຣັຖບານ ເພື່ອກຳຈັດ ພວກຫົວຮຸນແຮງ ທາລີບານ ໃຫ້ສິ້ນຊາກ ໄປຈາກເຂດ ພາກຕາເວັນຕົກສຽງເໜືອ ຂອງປາກິສຖານ. ພວກກະບົດ ໃນປາກິສຖານ ໄດ້ສັງຫານ ຫລາຍຮ້ອຍຄົນ ໃນການໂຈມຕີ ດ້ວຍຣະເບີດ ນັບແຕ່ກຳລັງທະຫານ ໄດ້ເປີດສາກ ບຸກໂຈມຕີຄັ້ງໃໝ່ ໃນເຂດ WAZIRISTAN ໃຕ້ ເມື່ອສອງເດືອນກ່ອນ.

ອັງກິດ - ອີຣ່ານ: ຣັຖບານອັງກິດ ກ່າວວ່າ ຊາວອັງກິດ 5 ຄົນ ໄດ້ຖືກຈັບ ທີ່ອີຣ່ານ ຫລັງ ຈາກເຮືອຢາຊທ໌ຂອງເຂົາເຈົ້າອາດ​ໄດ້ແລ່ນລ່ວງ ລ້ຳເຂົ້າໄປໃນເຂດນ່ານນ້ຳຂອງອີຣ່ານໂດຍບໍ່ໄດ້ ຕັ້ງໃຈ. ກະຊວງ ການຕ່າງປະເທດຂອງ ອັງ ກິດ ທີ່ກຸງລອນດອນ ກ່າວວ່າ ເຮືອຂອງອີຣ່ານ ໄດ້ຈັບເຮືອຢາຊທ໌ ຂອງຊາວອັງກິດ ຢູ່ໃນເຂດ ອ່າວເປີເຊັຽ ເມື່ອວັນທີ 25 ພະຈິກຜ່ານມາ. ໃນຖແລງຂ່າວ ທີ່ນຳອອກເຜີຍແຜ່ ໃນມື້ວານນີ້ ຣັຖມຸນຕຣີ ກະຊວງການ ຕ່າງປະເທດອັງກິດ ທ່ານ DAVID MILIBAND ກ່າວວ່າ ພວກລູກເຮືອ ພວມເດີນທາງ ແຕ່ບາຫ໌ເຣນ ໄປຍັງດູບາຍ ເວລາເຫດການ ຈັບກຸມເກີດຂຶ້ນ. ເຮືອຢາຊທ໌ລຳນີ້ ມີກຳນົດ ທີ່ຈະໄປຮ່ວມ ການແຂ່ງເຮືອຢາຊທ໌ ເລາະແຄມຝັ່ງທະເລ ທີ່ມີໄລຍະທາງ 580 ຫຼັກກິໂລແມັດ ແຕ່ດູບາຍ ຫາ MUSCAT. ລາຍງານຂ່າວ ຂອງອັງກິດ ແຈ້ງວ່າ ເຮືອຢາຊທ໌ອາດ ໄດ້ແລ່ນເຂົ້າໄປ ໃນເຂດນ່ານນ້ຳ ຂອງອີຣ່ານ ຫຼັງຈາກໄດ້ເກີດ ມີບັນຫາ ກັບໃບພັດ. ທ່ານ MILIBAND ກ່າວວ່າ ເອກອັຄຣັຖທູດ ອັງກິດ ປະຈຳເຕຫະຣ່ານ ໄດ້ຊັກຖາມ ກ່ຽວກັບເຣື່ອງນີ້ ໄປຍັງເຈົ້າໜ້າທີ່ ອີຣ່ານແລ້ວ. ອີຣ່ານກ່າວວ່າ ຕົນກຳລັງ ທຳການສືບສວນ ກ່ຽວກັບລາຍງານ ດັ່ງກ່າວນີ້ຢູ່.

ຟີລິບປິນ: ຄະນະໄອຍະການ ກ່າວໃນວັນອັງ ຄານ ມື້ນີ້ວ່າ ຕົນໄດ້ຍື່ນຟ້ອງ 25 ກະທົງ ໃນ ຄວາມຜິດ ກ່ຽວກັບການ ຄາຕກັມ ຕໍ່ທາຍາດ ຂອງຊົນເຜົ່າຕະກຸນ​ນື່ງ ທີ່​ມີ​ອຳນາດທາງການ ເມືອງທີ່ຖືກກ່າວຫາວ່າ ເປັນຜູ້ນຳພາໃນການ ສັງຫານໝູ່ 57 ຄົນ ທີ່ພົວພັນກັບການເລືອກ ຕັ້ງ ໃນສັບປະດາແລ້ວນີ້. ໃນມື້ວັນສຸກ ຜ່ານ ມາ ເຈົ້າໜ້າທີ່ ໄດ້ກ່າວຫານາຍ ANDAL AMPATUAN JR. ເຈົ້າເມືອງໆນຶ່ງ ໃນແຂວງ MAGUINDANAO ໃນການສັງຫານໝູ່. ເຈົ້າໜ້າທີ່ ໄດ້ສົ່ງໂຕຜູ້ກ່ຽວ ໄປຍັງນະຄອນຫລວງ ມະນີລາ ໂດຍທາງເຮືອ ບິນຈາກພາກໃຕ້ ຟີລິບປິນ ບ່ອນທີ່ຜູ້ກ່ຽວ ໄດ້ເຂົ້າມອບໂຕ ຕໍ່ທາງການ ນຶ່ງມື້ກ່ອນນັ້ນ. ນາຍ AMPATUAN ແມ່ນຜູ້ຕ້ອງສົງສັຍ ໃນການວາງແຜນໂຈມຕີ ຂະບວນຣົດ ພວກຍາດພີ່ນ້ອງ ຂອງນັກການເມືອງ ທີ່ເປັນຄູ່ປໍຣະປັກ ພວກສນັບສນຸນ ແລະພວກນັກຂ່າວ. ຂະບວນຣົດດັ່ງກ່າວນີ້ ແມ່ນເດີນທາງ ໄປຍື່ນຄຳຮ້ອງ ຈົດທະບຽນ ໃຫ້ທ່ານ ISMAEL MAGUDADATU ເປັນຜູ້ສະມັກແຂ່ງຂັນ ເອົາຕຳແໜ່ງເຈົ້າແຂວງ ເວລາມືປືນ ປະມານ 100 ຄົນ ທຳການໂຈມຕີ ແລະສັງຫານ ພວກທີ່ຮ່ວມໄປ ໃນຂະບວນຣົດ.

ລາວ - ສາສນາ: ອົງການສະຫະປະຊາຊາດ ກ່າວໃນມື້ວານນີ້ວ່າພວກທີ່ນັບຖືສາສນາຄຣິສຕ໌ ແລະສາສນາ ກຸ່ມນ້ອຍອື່ນໆ ໃນ ສປປ ລາວ ແມ່ນບໍ່ມີສິດ​ໃດໆ ໃນຂັ້ນຕອນການ ຕັດສິນໃຈ ຂອງປະຊາຊົນ ແລະມີໂອກາດນ້ອຍ ທີ່ຈະໄດ້ ຮັບການສຶກສາຂັ້ນສູງຫລືໄດ້ຮັບການເລື່ອນຊັ້ນ ໃນ ວົງການຣັຖບານ. ທ່ານນາງ ASMA JA HANGIR ຜູ້ຂຽນລາຍງານພິເສດ ກ່ຽວກັບອິສ ຣະພາບ ໃນການນັບຖື ສາສນາ ຫລືຄວາມເຊື່ອ ຂອງອົງການ ສະຫະປະຊາຊາດ ກ່າວລຸນຫລັງ ການຢ້ຽມຢາມລາວ ເປັນເວລາ ນຶ່ງອາທິດວ່າ ລາວຕ້ອງໄດ້ໃຫ້ ການສນັບສນຸນ ແລະສົ່ງ​ເສີມ ການນັບຖືສາສນາ ທີ່ຫລາກຫລາຍ. ທ່ານນາງ JAHANGIR ກ່າວໃນ ຖແລງຂ່າວ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ທີ່ນະຄອນຫລວງ ວຽງຈັນວ່າ ການທົດສອບ ກ່ຽວກັບອິສຣະພາບ ໃນການນັບຖື ສາສນາ ຫລືຄວາມເຊື່ອນັ້ນ ແມ່ນນອນຢູ່ໃນ ລະດັບຂອງການ ຜ່ອນຜັນ ທີ່ມີຕໍ່ ສາສນາ ກຸ່ມນ້ອຍ. ທ່ານນາງ JAHANGIR ທີ່ໄດ້ພົບປະກັບ ເຈົ້າໜ້າທີ່ ຣັຖບານ ແລະປະຊາ ຊົນທັມມະດາສາມັນ ໃນຮອບນຶ່ງອາທິດ ຜ່ານມານັ້ນ ກ່າວວ່າ ບາງຄົນແຈ້ງໃຫ້ ທ່ານນາງຊາບວ່າ ຣັຖບານ ໄດ້ດຳເນີນການ ປຸກຣະດົມ ທີ່ແນໃສ່ ບັງຄັບໃຫ້ ພວກທີ່ນັບຖືສາສນາຄຣິສຕ໌ ປະຖີ້ມສາສນາ ຂອງພວກເຂົາເຈົ້າ.

ອອສເຕຣເລັຽ: ພັກຝ່າຍຄ້ານ ຂອງອອສເຕຣເລັຽ ໄດ້ເລືອກເອົາ ທ່ານ TONY ABBOTT ເປັນຜູ້ນຳ ຄົນໃໝ່ ໃນວັນອັງຄານມື້ນີ້ ຊຶ່ງໃນທັນທີນັ້ນ ທ່ານ ກໍໄດ້ປະກາດວ່າ ຈະປະຕິເສດ ຕໍ່ຮ່າງກົດໝາຍ ທີ່ ຣັຖບານສ​ເນີ​ຂຶ້ນ​ມາທີ່ເປັນບັນຫາໂຕ້ແຍ້ງກັນກ່ຽວ ກັບເຣື່ອງ ການ​ປ່ອຍ​ທາດ ຄາຣ໌ບອນໄດ​ອ໊ອກ​ໄຊນັ້ນ. ທ່ານ ABBOTT ຈະເຂົ້າຮັບຕຳແໜ່ງ ເປັນຜູ້ນຳ ພັກເສຣີນີຍົມ ທີ່ນິຍົມ ແນວທາງເດີມນັ້ນ ແທນທ່ານ MALCOLM TURNBULL. ຮ່າງກົດໝາຍ ຂອງຣັຖບານ ພັກແຮງງານ ຮຽກຮ້ອງ​ໃຫ້​ມີການເກັບພາສີ ຈາກການປ່ອຍທາດ ຄາຣ໌ບອນ ຂອງພວກອຸສາຫະກັມ ເລີ້ມແຕ່ປີ 2011 ເປັນຕົ້ນໄປ ເພື່ອຈຳກັດ ການສ້າງຄວາມເປື້ອນ ເປິະ ໂດຍທົ່ວໄປ ຂອງອອສເຕຣເລັຽ. ຖ້າພັກຝ່າຍຄ້ານ ຫາກລົງຄະແນນສຽງ ຄັດຄ້ານ ແມ່ນເກືອບເປັນທີ່ ແນ່ນອນວ່າ ຮ່າງກົດໝາຍ ສະບັບດັ່ງກ່າວ ຈະໄດ້ຮັບການປລາຊັຍ ຢູ່ໃນສະພາສູງ ຂອງອອສເຕຣເລັຽ ດັ່ງທີ່​ເຄີຍ ປລາຊັຍ​ມາ​ແລ້ວ ໃນການລົງ ຄະແນນສຽງ​ ເທື່ອກ່ອນ ເມື່ອເດືອນສິງຫາຜ່ານມາ. ພາຍໃຕ້ຣັຖທັມມະນູນ ຂອງອອສເຕຣເລັຽແລ້ວ ຖ້າຮ່າງກົດໝາຍ ສະບັບໃດກໍຕາມ ຫາກໄດ້ຮັບ ການປະຕິເສດ ເຖິງ 2 ຄັ້ງ ຢູ່ໃນສະພາ ສູງແລ້ວ ນາຍົກຣັຖມຸນຕຣີ ກໍມີທາງເລືອກວ່າ ຈະຮຽກໃຫ້ ມີການເລືອກຕັ້ງ ກ່ອນກຳນົດ ເພື່ອທັບມ້າງ ສະພາບການ ບໍ່ໄປບໍ່ມາ ຫລືບໍ່?

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG