ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ຄວາມທຸກຈົນໃນລາວ


ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ລາວ​ລະບຸ​ວ່າ ​ໄພພິບັດ​ທຳ​ມະ​ຊາດ ທີ່​ເກີດ​ຈາກ​ບັນຫາ​ສະພາວະ​ໂລກຮ້ອນ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ ​ແຜນການ ​ແລະ ​ເປົ້າໝາຍຂອງຣັດຖະບານ​ລາວ ໃນ​ການ​ລົບລ້າງ​ຄວາມທຸກ​ຈົນ​ຂອງ​ປະຊາຊົນ​ລາວຢ່າງ​ ຫລີກ​ລ້ຽງບໍ່​ໄດ້.

ທ່ານກິແກ້ວ ຈັນທະບຸລີ ຫົວໜ້າຫ້ອງການ ກະຊວງ ແຜນການ ແລະ ການລົງທຶນຂອງລັດຖະບານລາວ ໄດ້ຖະແຫຼງຍອມຮັບວ່າໄພພິບັດ​ທຳ​ມະ​ຊາດ ທີ່​ເກີດ​ຈາກ​ບັນຫາ​ສະພາວະ​ໂລກຮ້ອນ ເຊັ່ນພະຍຸຮ້ອນເກດ ສະໜາ ທີ່ພັດເຂົ້າໃສ່ ເຂດແຂວງພາກໃຕ້ຂອງລາວ ເມື່ອທ້າຍເດືອນກັນຍາທີ່ ຜ່ານມານັ້ນ ຖືເປັນກໍລະນີ ຕົວຢ່າງນຶ່ງທີ່ສຳຄັນ ທີ່ສະແດງ ໃຫ້ເຫັນເຖິງຜົນກະທົບ ຢ່າງໜັກທີ່ເກີດຂຶ້ນຕໍ່ປະຊາຊົນລາວ.

ຍິ່ງໄປກວ່ານັ້ນກໍ່ຄືຜົນກະທົບຢ່າງໜັກທີ່ເກີດຂື້ນດັ່ງກ່າວນັ້ນກໍ່ຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງໄປເຖິງ ແຜນການ ແລະ ເປົ້າໝາຍຂອງລັດຖະບານລາວທີ່ຈະລົບລ້າງຄວາມທຸກຈົນຂອງປະຊາຊົນລາວ ໃຫ້ໄດ້ໂດຍພື້ນຖານພາຍໃນປີ 2015 ແລະ ນຳພາປະເທດລາວໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດ ທະນາໃຫ້ໄດ້ຢ່າງສີ້ນເຊີງພາຍໃນປີ 2020 ອີກດ້ວຍ.

ທັງນີ້ກໍ່ເນື່ອງຈາກວ່າ ໄພພິບັດທີ່ເກີດຈາກບັນຫາພາວະໂລກຮ້ອນດັ່ງກໍລະນີຂອງພະຍຸໂລກຮ້ອນເກດ ສະໜານັ້ນໄດ້ເປັນຜົນເຮັດໃຫ້ລັດຖະບານລາວຕ້ອງໃຊ້ງົບປະມານຫຼາຍຮ້ອຍຕື້ກີບ ເຂົ້າໃນການກູ້ໄພ ແລະຟື້ນຟູສະພາບຊີວິດຄວາມເປັນຢູ່ຂອງປະຊາຊົນຜູ້ປະສົບໄພ ຈຳນວນເກືອບ 2 ແສນຄົນນັ້ນ ໃຫ້ ກັບຄືນສູ່ພາວະປົກກະຕິໃຫ້ໄວທີ່ສຸດ.

ນອກຈາກນັ້ນ ການທີ່ວ່າມີລະບົບສາທາລະນຸປະໂພກເຊັ່ນ ຖະໜົນຫົນທາງ, ແຫລ່ງນໍ້າກິນ-ນໍ້າໃຊ້ ທີ່ສະອາດ, ລະບົບຄອງຊົນລະປະທານ, ອາຄານຮຽນ ແລະ ສໍານັກງານຂອງລັດຖະບານ ໄດ້ເປ່ ເພໄປຢ່າງຫຼວງຫຼາຍ, ໃນຂະນະທີ່ປະຊາຊົນຜູ້ປະສົບໄພກໍ່ຕ້ອງສູນເສຍເຮືອນຊານ ແລະ ຜົນລະປູກ ໃນທີ່ນາ ທີ່ສວນໄປຢ່າງກ້ວາງຂວາງອີກດ້ວຍນັ້ນ ກໍ່ຍິ່ງເຮັດໃຫ້ຕ້ອງມີການນຳໃຊ້ງົບປະມານ ຢ່າງ ຫຼວງຫຼາຍເພື່ອສ້ອມແປງ ແລະ ປຸກສ້າງຂຶ້ນມາໃໝ່ອີກດ້ວຍ. ເພາະສະນັ້ນ ຈຶ່ງຍ່ອມທີ່ຈະສົ່ງຜົນກະ ທົບຕໍ່ເນື່ອງໄປເຖິງແຜນການເປົ້າໝາຍຂອງລັດຖະບານລາວ ໃນການລົບລ້າງຄວາມທຸກຈົນຂອງປະ ຊາຊົນ ແລະ ນຳພາປະເທດ ໃຫ້ຫຼຸດພົ້ນຈາກສະພາບ ດ້ອຍພັດທະນາດັ່ງກ່າວຢ່າງຫລີກລ້ຽງບໍ່ໄດ້.

ແຕ່ຢ່າງໃດກໍ່ຕາມ ອີງຕາມຂໍ້ມູນກະຊວງແຜນການ ແລະ ການລົງທຶນຂອງລາວເອງ ກໍ່ໄດ້ລະບຸວ່າ ໃນປັດຈຸບັນນີ້ ຍັງຄົງມີປະຊາຊົນລາວເຖິງ 26% ຂອງປະຊາຊົນທັງ ໝົດທີ່ຍັງມີສະພາບຊີວິດຄວາມເປັນຢູ່ທີ່ທຸກຈົນຢ່າງຍິ່ງ ກໍ່ຄືມີລາຍໄດ້ສະເລ່ຍໜ້ອຍກວ່າ 2 ໂດລາ ຕໍ່ຄົນຕໍ່ມື້.

ໃນຂະນະທີ່ການສຳຫລວດເມື່ອປີ 2002 ພົບວ່າມີ ປະຊາກອນລາວທຸກຈົນຢູ່ 33.5% ຊຶ່ງກໍ່ໝາຍຄວາມ ວ່າໃນໄລຍະ 7 ປີມານີ້ ລັດຖະບານລາວ ສາມາດ ຫຼຸດຜ່ອນບັນຫາທຸກຈົນຂອງປະຊາຊົນລາວລົງໄດ້ ພຽງແຕ່ 7.5% ເທົ່ານັ້ນ. ທັ້ງນີ້ ກໍຍ້ອນມີສາເຫດສຳຄັນປະການນຶ່ງ ຊຶ່ງມາຈາກ ການໃຊ້ຈ່າຍງົບປະມານທີ່ ຂາດປະສິດທິພາບນັ້ນເອງ.

ການດຳເນີນແຜນການລົບລ້າງບັນຫາຄວາມທຸກຈົນຂອງປະຊາຊົນລາວດ້ວຍການພັດທະນາຮອບດ້ານ ຊຶ່ງສຸມໃສ່ການພັດທະນາ ກະສິກຳ, ການສຶກສາ, ສາທາລະນະສຸກ ແລະ ລະບົບໂຄງຂ່າຍພື້ນຖານ ຕ່າງໆໃນແຜນການປີ 2008-2009 ທີ່ຜ່ານມານັ້ນ ລັດຖະບານ ລາວ ໄດ້ໃຊ້ຈ່າຍງົບປະມານໄປ ຫຼາຍກວ່າ 296 ຕື້ກີບ ຫຼື ເກືອບ 35 ລ້ານໂດລາ ສະຫະລັດ.

XS
SM
MD
LG