ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງທຶນທີ່ຂາດປະສິດທິຜົນຂອງລັດຖະບານລາວໃສ່ໂຄງການ ພັດທະນາຕ່າງໆ


ທາງການລາວຍອມຮັບວ່າ ການໃຊ້ຈ່າຍງົບ ປະມານໃນໂຄງການພັດທະນາຕ່າງໆ ທີ່ ເປັນການລົງທຶນໂດຍລັດຖະບານນັນ ຍັງ ຈະຕ້ອງໄດ້ຮັບການປັບປຸງແກ້ໄຊໃຫ້ດີຂຶ້ນ ເພາະວ່າ ການບໍລິຫານທີ່ບໍ່ໂປ່ງໃສໃນໄລຍະ ເສຍຢ່າງຫລວງຫລາຍ.

ທ່ານສິນລາວົງ ຄຸດໄພທູນ ລັດຖະມົນມີວ່າ ການກະຊວງແຜນການແລະການລົງທຶນໄດ້ ຖະແຫຼງຍອມຮັບຕໍ່ກອງປະຊຸນສະໄໝສາມັນ ຄັ້ງທີ 8 ຂອງສະພາແຫ່ງຊາດ ຊຸດທີ 6 ທີ່ ດຳເນີນວາລະກອງປະຊຸມເພື່ອພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການລົງທຶນຂອງລັດຖະບານລາວວ່າ ການບໍລິຫານ ແລະ ການໃຊ້ ຈ່າຍງົບປະມານໃນໂຄງການ ພັດທະນາຕ່າງໆ ທີ່ລົງທຶນໂດຍລັດຖະບານລາວ ໃນໄລຍະ ທີ່ຜ່ານມານັ້ນ ຍັງຂາດປະສິພາບໃນຫຼາຍໆດ້ານ.

ທັງນີ້ ແມ່ນມີສາເຫດສຳຄັນມາຈາກລະບົບການບໍລິຫານງານຍັງບໍ່ມີຄວາມຊັດເຈນ ແລະ ຍັງມີ ລັກສະນະເປັນການບໍລິຫານງານທີ່ກະແຈກກະຈາຍກັນ ລະຫວ່າງລະດັບສູນກາງ ກັບລະດັບທ້ອງຖິ່ນ ຈຶ່ງເຮັດໃຫ້ມີປະສິທິຜົນຕໍ່າ.

ສ່ວນການປະເມີນລາຄາຂອງໂຄງການພັດທະນາຕ່າງໆນັ້ນ ກໍ່ສູງເກີນຄວາມເປັນຈິງ ໃນ ຂະນະທີ່ ບັນດາຜູ້ຮັບເໝົາໂຄງການນັ້ນ ກໍ່ໄດ້ພາກັນລະເມີດຂໍ້ຕົກລົງ ແລະ ສັນຍາໄປບໍ່ ໜ້ອຍ ແລະ ໂຄງ ການພັດທະນາທີ່ເຮັດແລ້ວເສັດໄປນັ້ນ ກໍບໍ່ໄດ້ມາດຕະຖານ ໃນທຸກໆ ດ້ານອີກດ້ວຍ.

ໂຄງການພັດທະນາຕ່າງໆ ທີ່ລົງທຶນໂດຍລັດຖະບານລາວນັ້ນ ຈະມີເປົ້າໝາຍສຳຄັນແນ່ ໃສ່ການລົບ ລ້າງບັນຫາຄວາມຍາກຈົນຂອງປະຊາຊົນລາວເປັນດ້ານຫຼັກ ໂດຍໃນຕະ ຫຼອດປີທີ່ຜ່ານມາກໍ່ຄື ແຜນການປີ 2008-2009 ນັ້ນ ກໍ່ປະກົດວ່າ ລັດຖະບານລາວຍັງ ຕ້ອງເພິ່ງພາການຊ່ອຍເຫຼືອດ້ານ ງົບປະມານຈາກຕ່າງປະເທດໃນມູນຄ່າລວມເຖິງ 560 ລ້ານໂດລາສະຫະລັດ ໂດຍເປັນການຊ່ວຍ ເຫຼືອລ້າ 383 ລ້ານ ໂດລາສະຫະລັດ ແລະ ກູ້ຢືນໄລຍະຍາວດອກເບ້ຍຕໍ່າ 177 ລ້ານໂດລາ ສະຫະລັດ.

ສ່ວນອົງການກວດກາຄວາມໂປ່ງໃສສາກົນ ຫຼື Transparency International ນັ້ນກໍ່ໄດ້ ລະບຸວ່າ ສາເຫດທີ່ສຳຄັນປະການນຶ່ງທີ່ເຮັດ ໃຫ້ການໃຊ້ຈ່າຍງົບປະມານຂອງລັດຖະບານ ລາວເພື່ອພັດທະນາໂຄງການຕ່າງໆ ບໍ່ມີປະ ສິທິຜົນນັ້ນກໍ່ຍ້ອນວ່າໄດ້ມີການທຸດຈະລິດ ຫລື ຄໍຣັບຊັນເກີດຂຶ້ນຢ່າງກວ້າງຂວາງ ໃນວົງການ ລັດຖະບານລາວເອງ ແລະ ໄດ້ຈັດໃຫ້ລາວ ເປັນປະເທດອັນດັບທີ່ 158 ຈາກ 180 ປະ ເທດທົ່ວໂລກ ທີ່ມີການສໍ້ລາດ-ບັງຫຼວງ ຫຼາຍ ທີ່ສຸດໃນໂລກ ໃນປີ 2009 ນີ້.

ກ່ອນໜ້ານີ້ ອົງການກວດກາຂອງລັດຖະບານລາວ ກໍ່ລາຍງານວ່າ ການໃຊ້ງົບປະມານ ເພື່ອແກ້ໄຂ ໄພນໍ້າຖ້ວມທີ່ລັດຖະບານໄດ້ອະນຸມັດວົງເງິນ 217 ຕື້ກີບໃຫ້ ແກ່ 10 ແຂວງ ນັ້ນ ໄດ້ມີການໃຊ້ຈ່າຍໄປເກີນວົງເງິນທີ່ອະນຸມັດນັ້ນໄປເຖິງ 325 ຕື້ກີບ ໃນຂະນະທີ່ການ ກໍ່ສ້າງພື້ນຖານໂຄງຫລ່າງໃນຫຼາຍໂຄງການນັ້ນ ກໍ່ບໍ່ໄດ້ມາດຕະຖານ, ເຊັ່ນການກໍ່ສ້າງ ຖະນົນ 7 ເສັ້ນຢູ່ໃນເທດບ້ານເມືອງທ່າແຂກ ແຂວງຄຳມ່ວນ ທັງຍັງໄດ້ກວດພົບການໃຊ້ ຈ່າຍງົບປະມານຜິດດ່ຽງໄປເຖິງ 12 ຕື້ກີບອີກດ້ວຍ.

ນອກຈາກນີ້ການກວດກາເພື່ອສະກັດກັ້ນແລະຕ້ານການສໍ້ລາດ-ບັງຫຼວງໃນທົ່ວປະເທດ ຈຳ ນວນ 125 ເປົ້າໝາຍໃນໄລຍະດຽວກັນກໍ່ຍັງພົບວ່າ ໄດ້ມີການລະເມີດ ແລະ ກໍ່ໃຫ້ເກີດ ຄວາມເສຍຫາຍໄປຫຼາຍກວ່າ 70 ຕື້ກີບກັບ 2,6 ລ້ານ ໂດລາສະຫະລັດ ແລະ ອີກ ຫລາຍກວ່າ 1ລ້ານ ບາດ ຫາກແຕ່ ກໍ່ເກັບກູ້ຄືນໄດ້ພຽງ 2,5 ຕື້ກີບ ກັບ 125.500 ໂດລາສະຫະລັດ ແລະ 1 ແສນບາດ ເທົ່ານັ້ນ.

XS
SM
MD
LG