ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະປະຊາຊາດແນະນຳໃຫ້ກຳປູເຈ້ຍປ່ຽນໂຄງສ້າງເສດຖະກິດ


ລາຍງານໃໝ່ຂອງອົງ​ການສະຫະ​ປະຊາ​ຊາດ ແນະນຳວ່າກຳປູເຈຍຕ້ອງໄດ້ກະຈາຍ ຈຸດເພັ່ງເລັງທາງເສດຖະກິດຂອງຕົນໃຫ້ ມີຫລາຍຂະແໜງອຸດສະຫະກຳເພີ້ມຂຶ້ນ ເພື່ອຊ່ວຍປົກປ້ອງກຸ່ມຄົນທີ່ໄດ້ຮັບຜົນກະ ທົບໄດ້ງ່າຍຈາກສະພາວະເສດຖະກິດຖົດ ຖອຍເຊັ່ນ ກຳມະກອນຍິງເປັນຕົ້ນ. ນາຍ Ron Corben ​ຜູ້ສື່ ຂ່າວຂອງ ວີໂອເອ ລາຍງານຈາກບາງກອກວ່າ ລາຍງານ ສະບັບນີ້ຍັງ​ໄດ້ຮຽກຮ້ອງໃຫ້ລັດຖະບານ ປະເທດນີ້ສວຍເອົາໂອກາດທີ່ເສດຖະກິດຕົກຕ່ຳລົງນີ້ເລັ່ງລັດທຳການປ່ຽນແປງໂຄງສ້າງ ຂອງເສດຖະກິດໃໝ່.

ໂຄງການເພື່ອການພັດທະນາ ຂອງອົງ​ການສະຫະ​ປະຊາ​ຊາດ ​ໄດ້ຊຸກຍູ້ຢູ່​ໃນ​ລາຍ​ງານ​ ຂອງຕົນໃຫ້ລັດຖະບານກຳປູເຈຍ ຫັນປ່ຽນ​ຈາກ​ການກາງ​ຕໍ່ອາໃສນຳແຕ່ອຸດສະຫະກຳຜະ ຫລິດເຄື່ອງນຸ່ງຫົ່ມເພື່ອສົ່ງອອກ ເຊິ່ງເປັນອຸດສະຫະກຳທີ່ໄດ້ຮັບຜົນກະທົບງ່າຍຈາກ​ສະພາ ວະເສດຖະກິດຕົກວູບວາບລົງທັນທີທັນໃດ ເຊ່ນວິກິດການດ້ານການເງິນ ທີ່ຫາກໍ່ເກີດຂຶ້ນ ຫວ່າງບໍ່​ດົນ​ຜ່ານ​ມານັ້ນ.

ບົດລາຍງານທີ່ໄດ້ພິມອອກເຜີຍແຜ່ໃນອາທິດແລ້ວນີ້ ​ໄດ້​ສຸມ​ໃສ່ບັນຫາທ້າ​ທາຍ​ຕ່າງໆຂອງ ກຳປູເຈຍ ເຊິ່ງເປັນນື່ງໃນ​ບັນດາປະເທດ ທີ່ໄດ້ຮັບການກະທົບແຮງທີ່ສຸດຈາກການ ພັງທະ ລາຍຂອງຂະແໜງການສົ່ງອອກສິນຄ້າໃນໂລກ.

ບົດລາຍງານສະບັບນີ້​ເວົ້າວ່າ ປະຊາຊົນ​ກຳປູ​ເຈຍ​ທີ່ທຸກຈົນ ໂດຍສະເພາະແມ່ນຜູ້ທີ່ມີໜີ້ ສິນຫລາຍນັ້ນແມ່ນໄດ້ຮັບຄວາມລໍາບາກ​ຍາກ​ແຄ້ນ​ຫລາຍທີ່​ສຸດ. ພາກສ່ວນຜະຫລິດ ເຄື່ອງນຸ່ງຫົ່ມແມ່ນກວາມເອົາປະມານ 70% ຂອງລາຍຮັບຂອງກຳປູເຈຍ ທີ່ໄດ້ມາຈາກ ການສົ່ງອອກ. ສະຫະຣັດເປັນຕະຫລາດອັນ​ດັບ​ນື່ງ ສຳລັບສິນຄ້າສົ່ງອອກປະເພດນີ້ ຂອງກຳປູເຈຍ. ຫາກແຕ່ວ່າ ການສົ່ງອອກໄປຍັງ​ສະຫະລັດນັ້ນ ໄດ້ຫລຸດລົງຫລາຍກວ່າ 22% ໃນປີກາຍນີ້ ຍ້ອນສະພາວະເສດຖະກິດຖົດຖອຍ.

ກຳມະກອນເກືອບທັງໝົດ ໃນພາກສ່ວນ​ຜະຫລິດເຄື່ອງນຸ່ງຫົ່ມນັ້ນແມ່ນຜູ້ຍິງ ເຊິ່ງສ່ວນ ໃຫຍ່ ພວກເຂົາເຈົ້າມາຈາກເຂດຊົນນະບົດ. ຢ່າງໜ້ອຍມີໂຮງງານ 50 ແຫ່ງຖືກອັດລົງ ໃນປີກາຍນີ້ ເຊິ່ງພາໃຫ້ກຳມະກອນຫລາຍກວ່າ 60 ພັນຄົນຕົກງານ.

ທ່ານ ຈັນ ໂສພົນ ຫົວໜ້າທີ່ປຶກສາສຳລັບ ການຄົ້ນຄວ້າເພື່ອເຮັດບົດລາຍງານນີ້ເວົ້າ ໃນວັນອັງຄານແລ້ວນີ້ວ່າ ການທີ່ບໍ່ມີທາງ ເລືອກອັນອື່ນໃຫ້ເຂົາເຈົ້ານັ້ນ ກໍໝາຍຄວາມ ວ່າ ຜູ້ຍິງກຳປູເຈຍຕ້ອງຫັນໄປເຮັດວຽກໃນ ຂະແໜງບັນເທິງຫລາຍຂຶ້ນ.

ໂຄງການຄົ້ນຄ້ວາ​ລະຫວ່າງ​ອົງການ​ຕ່າງໆ​ຂອງສະຫະ​ປະຊາ​ຊາດ​ ​ໃນເລື່ອງການຄ້າ ມະນຸດນີ້ ໄດ້ພົບເຫັນວ່າ ມີຍິງສາວເຂົ້າໄປ ​ເຮັດວຽກໃນວົງການອຸດສະຫະກຳບັນເທີງ ນັບມື້ຫລາຍຂຶ້ນ. ທ່ານກ່າວດັ່ງນີ້: "ຈຳພວກ​ບາ​ຮ້ອງ​ເພງ​ຄາຣາ​ໂອ​ເກະ ສະຖານ​ອາບ​ອົບ​ນວດ ​ແລະ​ອຸດສາຫະກຳ​ໂຄສະນາ​ຂາຍ​ເບຍ ເຫລົ່າ​ນີ້​ລ້ວນ​ແລ້ວ​ແຕ່​ເຮັດ​ໃຫ້ພວກ​ແມ່ຍິງ ທັງຫລາຍ​ ຕົກ​ຢູ່ຄວາມ​ສ່ຽງ​ຕໍ່ການ​ກາຍ​ເປັນ​ຄົນ​ຄ້າ​ປະ​ເວ​ນີ ຫລື​ເປັນ​ໂສ​ເພນີ ​ແລະ​ ຖືກ​ ເຜີຍ​ແບ​ໃສ່​ພວກໂຣຄາພະຍາດຕ່າງໆ​".

ສະພາວະເສດຖະກິດໂລກຖົດຖອຍ ຍັງໄດ້ມີ​ຜົນກະທົບຕໍ່ພາກ ສ່ວນອຸດສະຫະກຳກໍ່ສ້າງ, ທຸລະກິດທ່ອງທ່ຽວ ແລະກຳມະກອນທີ່ຍ້າຍມາຈາກເຂດຊົນນະບົດຂອງກຳປູເຈຍເຊັ່ນກັນ.

ແຕ່ລາຍງານຂອງອົງ​ການສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ແນະນຳວ່າ ກຳປູເຈຍ ຄວນຈະສວາຍ​ເອົາວິກິດ​ການ​ທາງ​ເສດຖະກິດ​ນີ້ ເປັນໂອກາດ​ເພື່ອທີ່ຈະຊຸກຍູ້​ແລະ​ກະ​ຕຸ້ນ​ ໃຫ້ມີການດຳເນີນຄວາມພະຍາຍາມເພື່ອແກ້ໄຂຈຸດອ່ອນຕ່າງໆ ທາງດ້ານໂຄງສ້າງຂອງ ເສດຖະກິດ ໃຫ້ດີຂຶ້ນກວ່າເກົ່າ.

ທ່ານ ຈັນ ໂສພັນ ຍັງ​ກ່າວ​ຢ້ຳຕື່ມວ່າລາຍງານນີ້ຮຽກຮ້ອງໃຫ້ມີການປະຕິຮູບທາງສະຖາາ ບັນແລະໃຫ້ມີການ​ໃຊ້ຈ່າຍເງິນຂອງລັດຖະບານ ຢ່າງສະເໝີພາບຫລາຍຂຶ້ນເພື່ອຊຸກດັນນ ການຂະຫຍາຍໂຕຂອງເສດຖະກິດແລະຫລຸດຜ່ອນຜົນກະທົບຈາກບັນຫາທີ່ມາຈາກພາຍ ນອກ.ທ່ານແນະນໍາວ່າ: "ວິ​ກິດ​ການ​ທີ່​ວ່າ​ນີ້​ອາດ​ສ້າງ​ໂອກາດ​ອັນ​ດີ​ສຳ​ຫລັບ​ໃຫ້​ລັດຖະ ບານ​ຂຸ້ນຂ້ຽວ​ເລັ່ງລັດ​ການ​ປະຕິ​ຮູບ ດ້ານໂຄງ​ສ້າງ ຊຶ່ງ​ຕ້ອງ​ໃຊ້​ເວລາ​ດົນ​ນານນັ້ນ ​ແຕ່ວ່າ​ເວລາ​ນີ້ ພວກ​ເຮົາ​ບໍ່​ມີ​ເວລາແລ້ວ. ຖ້າ​ພວກ​ເຮົາ​ສາມາດເລີ່​ມ​ດຳ​ເນີນ​ການ ໄດ້​ໄວ​ເທົ່າ​ໃດ​ ​ເພື່ອ​ປັບປຸງຄວາມ​ສາມາດ​ໃນ​ການ ແຂ່ງຂັນ​ກັນ, ​ແລະ​ເຮັດໃຫ້ເສດຖະກິດ​ມີ​ຄວາມຫລາກ ຫລາຍ​ນັ້ນ ພວກ​ເຮົາ​ກໍ​ຈະ​ມີ​ໂອກາດ​ດີຂື້ນ​ເທົ່າ​ນັ້ນ ທີ່ຈະສາມາດຟື້ນຕົວຄືນຈາກສະພາ ວະ​ເສດຖະກິດ​ຖົດຖອຍ​ຢູ່​ໃນ​ຂະນະ​ນີ້​ໄດ້".

ໃນໝໍ່ໆ ມານີ້ ກອງທຶນສາກົນເວົ້າວ່າ ການສົ່ງອອກເຄື່ອງນຸ່ງຫົ່ມຈາກກຳປູເຈຍໄປ ຕ່າງປະເທດຈະຫລຸດລົງ ຫລາຍເຖິງ 15% ໃນປີນີ້.

ແຕ່ວ່າ ທະນາຄານພັດທະນາເອເຊຍ ຄາດຄະເນວ່າ ເສດຖະກິດກຳປູເຈຍຈະຂະຫຍາຍ​ໂຕຂຶ້ນ ​ໃນ​ອັດຕາ​ 3% ປາຍ​ເລັກ​ນ້ອຍ ໃນປີໜ້າຍ້ອນ​ວ່າການຟື້ນຕົວຄືນຂອງເສດຖະກິດ ໂລກ​ເລິ່ມໝັ້ນຄົງ​ຂື້ນ ແລະຍ້ອນການເພີ້ມຂຶ້ນ​ໃນການສົ່ງອອກເຄື່ອງນຸ່ງຫົ່ມ ແລະຈຳນວນ ນັກທ່ອງທ່ຽວເຂົ້າມາທ່ຽວໃນປະເທດນີ້ ເພີ້ມຂຶ້ນ.

XS
SM
MD
LG