ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜົນການຢັ່ງຫາງສຽງ: ຜູ້ນຳຝ່າຍຄ້ານ ມີຄະແນນນຳໜ້າ ໃນການເລືອກຕັ້ງປະທານາທິບໍດີ ທີ່ຮອນດູຣັສ


ຮອນ​ດູຣັສ: ຊາວຮອນ​ດູຣັສ ຜູ້​ມີ​ສິດ​ເລືອກ​ຕັ້ງ ພາກັນ​ໄປ​ລົງ​ຄະ​ແນນ​ສຽງ ໃນ​ວັນ​ອາທິດ​ມື້​ນີ້ ເພື່ອປ່ອນ​ບັດ​ເອົາ​ປະທານາທິບໍດີ​ຄົນ​ໃໝ່ ຫ້າ​ເດືອນ​ຫລັງ​ຈາກ​ທີ່​ປະທານາທິບໍດີ Manuel Zelaya ຖືກ​ໂຄ່ນ​ລົ້​ມອອກ​ຈາກ​ອຳນາດ. ຜົນ​ການ​ຢັ່ງ​ຫາງ​ສຽງ​ເມື່ອ​ໄວໆ​ມາ​ນີ້ ສະ​ແດງ​ວ່າ​ຜູ້​ສະມັກ​ເລືອກ​ຕັ້ງຫົວ​ນິຍົມ​ແນວທາງ​ເດີມ ທ່ານ Porfirio "Pepe" Lobo ຈາກ​ພັກ​ແຫ່ງ​ຊາດ ທີ່​ເປັນ​ຝ່າຍ​ຄ້ານ​ນັ້ນ ມີ​ຄະ​ແນນ​ນຳ​ໜ້າທ່ານ Elvin Santos ຄູ່ແຂ່ງເຖິງ 16%. ທ່ານ​ຊານ​ຕົສ ມາຈາ​ກພັກ​ເສຣີນິຍົມຂອງລັດຖະບານທ່ານ Zelaya ທີ່​ໂຄ່ນ​ລົ້ມທ່ານເອງ ອອກຈາກ​ອຳນາດ​ນັ້ນ. ​ທັງ​ທ່ານ​ໂລ​ໂບ ກັບ​ທ່ານ​ຊານ​ຕົສ ຕ່າງກໍ​ສະ​ນັບ​ສະ​ນູນການ​ໂຄ່ນ​ລົ້ມ ທ່ານ Zelaya ຊື່​ງ​ໄດ້​ສົ່ງ​ຜົນ​ໃຫ້​ນາໆ​ຊາດ​ໂດດດ່ຽວ​ປະ​ເທດ​ທີ່​ທຸກຈົນ ​ໃນ​ພາກ​ພື້ນ​ອາ​ເມີ​ລິ​ກາ​ກາງ​ແຫ່ງ​ນີ້ ຫລາຍ​ຂື້ນ. ທັງ​ສອງ​ທ່ານ​ໄດ້​ເຊັນ​ໜັງສື ປະຕິຍານ​ວ່າ​ຈະ​ເຄົາລົບ​ນັບຖື​ ຜົນ​ການ​ເລືອກ​ຕັ້ງ​ໃນ​ມື້​ນີ້ ​ແລະ​ຈະ​ນັບຖື​ກົດໝາຍ​ລັດຖະທຳ​ມະນູນ ຂໍ້​ທີ່​ຫ້າ​ມການ​ສະມັກເລືອກ​ຕັ້ງຄືນ​ໃໝ່ອີກ​ນັ້ນ. ທ່ານ Zelaya ຖືກ​ໂຄ່ນ ລົ້ມ​ຈາກ​ອຳນາດ ກໍ​ຍ້ອນພະຍາຍາ​ມຊຸກຍູ້​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ ​ເພື່ອ​ລົບ​ລ້າງ​ຂໍ້​ຫ້າມ​ດັ່ງກ່າວ. ການ​ເລືອກ​ຕັ້ງ​ໃນ​ມື້​ນີ້ ​ແມ່ນ​ໄດ້​ກຳນົດ​ໄວ້​ກ່ອນການ​ກໍ່​ລັດຖະປະຫານ​ໂຄ່ນ​ລົ້ມ​ທ່ານ Zelaya ​ໃນ​ເດືອນ​ມີ​ຖຸນາ.

ຢູຣາກວາຍ: ປະ​ຊາ​ຊົນຢູຣູກວາຍພາກັນ​ໄປ​ປ່ອນ​ບັດ​ຄື​ກັນ ໃນວັນອາທິດມື້ນີ້​ໃນ​ການເລືອກ ຕັ້ງ ປະທານາທິ ບໍດີຮອບ​ຕັດສິນຊີ້ຂາດ ເພື່ອເລືອກເອົາປະທານາທິບໍດີ ຄົນໃໝ່ເຂົ້າ ດຳລົງຕຳແນ່ງໃນເດືອນມີນາປີໜ້ານີ້ ການ ແຂ່ງຂັນເລືອກຕັ້ງຄັ້ງນີ້ ແມ່ນລະວ່າງທ່ານ Jose Mujica ອະດີດຜູ້ນຳກອງໂຈນ ແລະອະດີດປະທານາທິບໍດີ Luis Alberto Lacalle. ຈາກຜົນຂອງການຍັ່ງສຽງມະຫາ ຊົນທີ່​ເປີດ​ເຜີຍໃຫ້ຊາບເມື່ອວັນສຸກຜ່ານມາ ນີ້ ປາກົດວ່າທ່ານ ມູຮິກາ ມີຄະແນນ ນຳໜ້າ ທ່ານ Lacalle ປະມານ 8 ເປີເຊັນ. ທ່ານມູຮິກາ ໄດ້ຮັບຄະແນນສຽງ ຫລາຍກວ່າ ໝູ່ໃນການ ເລືອກຕັ້ງຮອບ ທຳອິດ ໃນເດືອນຕຸລາຜ່ານມາ ແຕ່ກໍ ຍັງ ບໍ່ພຽງ ພໍທີ່ຈະຫລີກລ່ຽງການເລືອກຕັ້ງຮອບ​ຕັດສິນຊີ້ຂາດ ນີ້. ທ່ານມູຮິກາ ​ເຄີຍເປັນຜູ້ ນຳກອງໂຈນ Tupamaro ຊຶ່ງ ເປັນກຸ່ມກອງໂຈນທີ່ເຂັ່ນຂ້າພວກນັກການເມືອງ ແລະ ປຸ້ນຈີ້ ທະນາຄານ ໃນຊຸມປີ 1960 ຊຶ່ງທ່ານໄດ້ ຖືກຈັບ ແລະຂັງ ດ່ຽວເປັນເວລາ ຫລາຍປີ ໃນຄຸກໃນປະເທດ ຢູຣູກວາຍ. ທ່ານ Lacalle ເປັນປະທານາທິບໍດີຢູຣູກວາຍ ຈາກປີ 1990 ຫາ ປີ 1995. ຜູ້ຊະນະການ ເລືອກຕັ້ງ​ໃນ​ມື້​ນີ້ ຈະເຂົ້າຮັບຕຳແນ່ງແທນປະທານາ ທິບໍດີ Tabare Vazquez ຄົນປັດຈຸບັນທີ່ໄດ້ປະສົບຜົນສຳເຣັດໃນການນຳເອົາການເຕີບ ໂຕດ້ານເສດຖະກິດມາສູ່ຢູຣູກວາຍ ໃນລະຍະຫ້າປີຂອງການດຳລົງຕຳແນ່ງຂອງທ່ານ

ຣວັນ​ດາ: ປະ​ເທດ RWANDA ​ທີ່​ບໍ່​ເຄີຍ​ເປັນອະດີດ​ອານາ​ນິຄົມຂອງ​ອັງກິດ ​ໄດ້​ຖືກ​ຮັບ​ເອົາ​ເຂົ້າ​ເປັນສະ ມາຊິກ ອັນ​ດັບ​ທີ 54 ຂອງ​ເຄືອ​ຈັກກະ​ພົບ​ອັງກິດ​. ການ​ຕັດສິນ​ໃຈ​ຮັບ​ເອົາ RWANDA ຊື່​ງຕັ້ງຢູ່​ໃນ​ພາກ​ກາງຂອງ​ທະວີບອັຟຟຣີກາ ​ເຂົ້າຮ່ວມ​ເຄືອ​ຍາດ​ຂອງ​ກຸ່ມ​ຈັດຕັ້ງຂອງ​ພວກ​ຫົວ​ເມືອງ​ຂື້ນ​ເກົ່າ​ຂອງ​ອັງກິດ ​ໄດ້​ມີ​ຂື້ນ​ໃນຄືນ​ວັນ​ເສົາ​ວານ​ນີ້ ທີ່​ກອງ​ປະຊຸມ​ສຸດ​ຍອດຂອງ​ເຄືອ​ຈັກກະ​ພົບອັງກິດ ຢູ່​ Trinidad and Toba-go ປະ​ເທດ​ເກາະ ດອນ​ໃນ​ເຂດ​ທະ​ເລCaribbean. ຣວັນ​ດາ ​ໄດ້​ຂໍ​ເຂົ້າ​ເປັນ​ສະມາຊິກ​ໃນ​ປີ​ກາຍ​ນີ້. ໜັງສືພິມ New Times ຂອງຣວັນ​ດາ ສະບັບ​ online ກໍ​ຄື​ອອກ​ທາງ​ອິນ​ເຕີ​ແນັຕ ລາຍ​ງານ​ຂ່າ​ວ ອ້າງ​ຄຳ​ເວົ້າຂອງລັດຖະມົນຕີ​ຖະ​ແຫລ​ງຂ່າ​ວ ຂອງຣວັນ​ດາ ທ່ານ​ນາງ Louisie Mushikiwabo ທີ່​ກ່າວ​ວ່າ ລັດຖະ ບານ Kigali ກໍ​ຄື​ນະຄອນຫລວງ​ຂອງຣວັນ​ດາ ​ເຫັນ​ ວ່າການ​ຮັບ​ເອົາຣວັນ​ດາ​ເຂົ້າ​ໃນ​ເຄືອ​ຈັກກະພົບ​ ​ເປັນການ​ຮັບ​ຮູ້ໃນ​ຄວາມ​ ກ້າວໜ້າ​ອັນ​ໃຫຍ່​ຫລວງທີ່​ປະ​ເທດ​ນີ້ໄດ້ ​ກະທຳ​ມາ ​ໃນ​ໄລຍະ 15 ປີຜ່ານມານີ້. ຣວັນ ​ດາ ຊື່​ງ​ເປັນ​ອານາ​ນິຄົມ​ເກົ່າ​ຂອງ​ເຢຍລະ​ມັນ​ ກັບ Belgium ​ແມ່ນ​ເປັນ​ປະເທດທີ​ສອງຕໍ່​ ຈາກ Mozambique ທີ່ບໍ່ແມ່ນ​ຫົວ​ເມືອງ​ຂື້ນ​ ເກົ່​າຂອງ​ອັງກິດ ​ແຕ່ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ ສະມາ​ຊິກ​ຂອງ​ເຄືອຈັກກະ​ພົບ​ອັງກິດ. ໃນ​ປີ 1994 ຣວັນ​ດາ​ໄດ້​ປະສົບ​ກັບການ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ຊື່​ງພວກ​ຫົວ​ຮຸນ​ແຮງ​ເຜົ່າ ຮູ​ຕູ ​ໄດ້ເຂ່ນຂ້າເຜົ່າ Tutsi ​ແລະພວກ Hutu ຫົວ​ປານ​ກາງ ປະມານ 8 ​ແສນ​ຄົນ.

ອັຟກາ​ນິສຖານ: ທາງການອັຟການິສຖານກ່າວວ່າໜ່ວຍຮັກສາຄວາມປອດ​ໄພຊາຍແດນ ໄດ້ຂ້າພວກຫົວ ຮຸນແຮງຢ່າງໜ້ອຍ 26 ຄົນໃນການສູ້ລົບກັນໄກ້ເຂດຊາຍແດນ ຂອງຕົນ ກັບປາກິສຖານ ​ແລະກ່າວຕື່ມວ່າ ໜ່ວຍຮັກສາ ຄວາມປອດ​ໄພ ບໍ່ມີໃຜຖືກຂ້າຕາຍໃນການ ປະທະກັນຢູ່ ແຂວງ Ghost ໃນວັນອາທິດມື້ນີ້. ພວກເຈົ້າໜ້າທີ່ອັຟ ການິສຖານ ກ່າວວ່າ ກຳລັງປະສົມ ​ຂອງ​ນາໆ​ຊາດ ​ໄດ້​ ໃຫ້ການ​ສະ​ນັບສະ​ນູນທາງ ອາກາດ ​ແກ່ໜ່ວຍຮັກສາ ຄວາມ ປອດ​ໄພຊາຍແດນ ໃນ ລະວ່າງການສູ້ລົບ ທີ່ດຳ​ ເນີນ​ໄປ​ເປັນ​ເວລາຫລາຍຊົ່ວໂມງ. ເມື່ອ ວັນ ເສົາວານນີ້ ທ່ານ Gordon Brown ນາຍົກລັດຖະມົນຕີ ອັງກິດ ກ່າວວ່າ ອັງກິດຈະເປັນ ເຈົ້າພາບ ຈັດກອງປະຊຸມນາໆຊາດ ກ່ຽວ​ກັບອັຟການີສຖານ ໃນປີໜ້ານີ້ ເພື່ອຮ່າງ​ເງື່ອນ​ໄຂ ຕ່າງໆ ສຳລັບການໂອນ ຄວາມຮັບຜິດຊອບ ດ້ານການຮັກ ສາຄວາມປອດ​ໄພຄືນ ໃຫ້ທາງການອັຟການີສຖານ. ທ່ານ ບຣາວ ໄດ້ປະກາດ ຂ່າວ​ນີ້ ຢູ່ຄຽງຂ້າງ ທ່ານພັນ ຄິມູນ ເລຂາທິການໃຫຍ່ອົງ ການ ສະຫະ ປະຊາຊາດໃນກອງປະ ຊຸມສຸດຍອດຂອງ​ເຄືອ​ຈັກກະພົບ​ອັງກິດ ທີ່ປະເທດ Trinidad and Tobago.

ອິຣ່ານ-ນິວ​ເຄລຍ: ສອງ​ມື້​ຫລັງ​ຈາກ​ທີ່ ອົງການ​ພະ​ລົງ​ປາລະ​ມະນູ​ສາກົນ ຂອງ​ສະຫະ​ປະຊາ​ຊາດ ​ຫລື IAEA ໄດ້​ລົງມະຕິ​ເຫັນ​ດີ​ໃຫ້​ລົງ​ໂທດ​ອິຣ່ານ ຍ້ອນ​ກິດຈະກຳ​ດ້ານ​ນິວ​ເຄລຍຂອງ​ອິຣ່ານນັ້ນ ປະທານ​ສະພາ​ແຫ່ງ​ຊາດ​ຂອງ​ອິຣ່ານໄດ້​ກ່າວ​ເຕືອນ​ວ່າ ລັດຖະບານ​ເຕຣ່ານ ອາດ​ຈະ​ຫລຸດ​ລະດັບ​ການ​ຮ່ວມ​ມື​ ກັບອົງການ​ດັ່ງ​ກ່າວລົງ​ກໍໄດ້. ທ່ານ Ali Larijani ກ່າວ​ຢູ່​ໃນ​ກອງ​ປະຊຸ​ມສະພາ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ອິຣ່ານຈະ​ທົບ ທວນຄືນ​ເບິ່ງນະ​ໂຍບາຍ​ຂອງ​ຕົນ ​ໃນ​ເລື່ອງ​ການ​ຮ່ວມ​ມື​ກັບ​ອົງການ IAEA ນັ້ນ ຖ້າ​ຫາກ​ປະຊາ​ຄົມນາໆ​ຊາດ​ຍັງ​ສຶບຕໍ່​ກົດ​ດັນ​ອິຣ່ານ ຢູ່​ຕໍ່​ໄປ. ມະຕິ​ທີ່​ອົງການ IAEA ຮັບ​ຜ່ານໃນ​ວັນ​ສຸກ​ຜ່ານ​ມານັ້ນ ຕິຕຽນ​ອິຣ່ານ ຍ້ອນ​ການ​ຝ່າຝືນຄຳ​ຮຽກຮ້ອງ​ຂອງ​ນາໆ​ຊາດ ທີ່​ໃຫ້​ອິຣ່ານຢຸດເຊົາ​ກັ່ນ​ທາດຢູ​ເຣນຽມ ເພື່ອ ​ເສີມ​ສະມັດ​ຕະ ພາບນັ້ນ ​ແລະ​ຍ້ອນການລັກລອບກໍ່ສ້າງ​ສະຖານ​ທີ່​ທາງ​ນິວ​ເຄລຍ​ແຫ່ງນື່ງ. ມະຕິ​ນີ້ທວງ​ໃຫ້​ອິຣ່ານ ຢຸດ​ເຊົາ​ໂຄງການ​ກໍ່ສ້າງ​ດັ່ງກ່າວ​ໂດຍທັນທີ ​ແລະໃຫ້​ເປີດ​ເຜີຍ​ກິດຈະກຳ​ດ້ານ​ນິວ​ເຄລຍອື່ນໆ​ອີກ ທີ່​ຕົນ​ລັກລອບເຮັດ​ຢູ່ນັ້ນ. ຈີນ​ກັບຣັດ​ເຊຍ ​ມີ​ສາຍ​ພົວພັນ​ອັນ​ໄກ້​ຊິດ​ກັບ​ອິຣ່ານ ​ແຕ່​ກໍ​ໄດ້​ອອກສຽງ​ເຫັນ​ດີນຳ​ມະຕິ​ດັ່ງກ່າວ ຊື່​ງຖື ​ວ່າ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ສູ້​ມີ​ ທີ່​ເພິ່ມຄວາມ​ກົດ​ດັນ​ໃສ່ອິຣ່ານຕື່ມ​ອີກ. ສ່ວນ​ອິຣ່ານນັ້ນ ປະນາມ​ມະຕິ​ດັ່ງ ກ່າວວ່າ​ ເປັນ​ຍຸ​ທະວິ​ທີ ນາບ​ຂູ່​ຕົນ​ໃຫ້​ຢ້ານ​ກົວ.

​ເກົາຫລີ​ເໜືອ-ອົບ​ພະຍົບ: ກຸ່ມຜູ້​ແທນ​ສະພາ​ນາໆຊາດກຸ່ມນຶ່ງ ໄດ້ຮຽກຮ້ອງໃຫ້ປະເທດ ຕ່າງໆຈົ່ງໃຫ້ການປົກປ້ອງຄຸ້ມຄອງ ແລະ ສະນັບສະນຸນຊາວ ເກົາຫລີເໜືອທີ່​ໂຕນ​ໜີ​ມານັ້ນ ​ໃຫ້ຫລາຍຂື້ນຜູ້ແທນຈາກ 12 ປະເທດຊຶ່ງ ສ່ວນໃຫຍ່ແມ່ນພວກປະ​ເທດ​ໃນຂົງເຂດເອ ເຊຍໄດ້ ພົບປະກັນເມື່ອວັນເສົາວານນີ້ທີ່ ນະ ຄອນຊຽງໄໝ່ຂອງ ໄທເພື່ອ ດຶງຄວາມສົນໃຈ ໄປໃສ່ຊະຕາກຳຂອງພວກອົພຍົບຊາວເກົາ ຫລີເໜືອນັ້ນ. ກຸ່ມຜູ້ແທນ​ສະພານາໆ ຊາດກຸ່ມ​ນີ້ໄດ້ອອກ ຖະແລງການສະບັບນຶ່ງ ທີ່ທວງໃຫ້ ຈີນຍຸຕິການບັງຄັບ ສົ່ງຊາວ ອົພຍົບເກົາຫລີເໜືອ ກັບຄືນປະເທດບ່ອນທີ່ພວກເຂົາເຈົ້າອາດ ຖືກປະຫານຊີວິດ ​ແລະໃຫ້ຄວາມຊ່ວຍ ເຫລືອປົກປ້ອງພວກ ເຂົາເຈົ້າໃນຖານະເປັນຊາວອົພຍົບນັ້ນ​ແທນ. ຜູ້​ແທນ​ສະພາ​ແຫ່ງ​ຊາດຍີ່ ປຸ່ນທ່ານ​ນື່ງທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ກ່າວວ່າ ຈີນມີການຕົກລົງກັນກັບກຸງພຽງຢາງ ເພື່ອ ສົ່ງພວກຊາວ ເກົາຫລີເໜືອ ທີ່​ໂຕນ​ໜີ​ອອກ​ມາທັງໝົດກັບຄືນໄປເກົາຫລີເໜືອ. ພວກຜູ້​ ແທນ ສະພາ​ແຫ່ງ​ຊາດ​ເຫລົ່າ​ນີ້ ໄດ້ຍ້ອງຍໍສັນລະເສີນຄວາມພະຍາຍາມຂອງໄທ ທີ່ບໍ່ໄດ້ສົ່ງ ພວກອົພຍົບກັບຄືນໄປປະເທດເກົາຫລີເໜືອ ໂດຍໄດ້ອະນຸຍາດໃຫ້ພວກເຂົາເຈົ້າ​ເດີນທາງ ໄປເກົາຫລີ​ໃຕ້ຕໍ່ ຫລື ໄປປະເທດອື່ນແທນ. ພວກອົພຍົບ ເກົາຫລີເໜືອ ໄດ້ພາກັນຫລົບ ລີ້ຢູ່ໃນຈີນ ຫລືບໍ່​ກໍເດີນທາງຜ່ານ​ປະ​ເທດ​ລາວ ເຂົ້າໄປໄທ ຊຶ່ງເປັນທາງຜ່ານ​ທີ່ສຳຄັນ ສຳລັບພວກທີ່​ ຢາກ​ເດີ​ນທາງເຂົ້າໄປເກົາຫລີ​ໃຕ້.

ຈີນ - ສະຫະພາບ​ຢູ​ໂຣບ: ບັນດາ​ເຈົ້າໜ້າ​ທີ່ອາວຸ​ໂສ ຝ່າຍ​ນະ​ໂຍບາຍ​ເສດຖະກິດ​ຂອງ​ສະຫະພາບ​ຢູ​ໂຣບ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ການ​ຄ່ອຍໆ ແຂງ​ຄ່າ​ຂື້ນ​ຂອງເງິນ​ຢວນຂອງ​ຈີນ ​ໃນ​ການ​ແລກປ່ຽນ​ກັບ​ເງິນຕາ​ຕ່າງປະ​ເທດ​ສະກຸນ​ສຳຄັນໆ​ນັ້ນ ​ແມ່ນ​ນອນ​ຢູ່​ໃນ​ຜົນ ປະ​ໂຫຍ​ດຂອງ​ທັງ​ປະ​ເທດ​ຈີນ ​ແລະ​ເສດຖະກິດ​ໂລກ. ລຸນ​ຫລັງ​ກາ​ນພົບ​ປະ​ກັບ​ນາຍົກລັດຖະ ມົນຕີຈີນ ທ່ານ Wen Jiabao ຢູ່​ເມືອງ​ນານ​ຈິງ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໃນ​ມື້​ນີ້ ທ່ານ Jean-Claude Trichet ຫົວ ໜ້າທະນາຄານ​ກາງຂອງ​ສະຫະພາບ​ຢູ​ໂຣບ ບອກ​ພວກ​ນັກ​ຂ່າວ​ວ່າ ບັນດາເຈົ້າໜ້າ​ທີ່ EU ໄດ້​ແນະ ນຳ​ທາງ​ການ​ຈີນ ໃຫ້​ດຳ​ເນີນ​ນະ​ໂຍບາຍເງິນຕາ ທີ່​ຍືດຍຸ່ນຫລາຍ​ກ່ວາ​ນີ້. ຝ່າຍ​ຈີນກ່າວ​ວ່າ ​ເງິນ​ຢວນຂອງຕົນ​ຈຳ​ເປັນ​ຕ້ອງ​ມີອັດຕາ​ແລກປ່ຽນ​ທີ່​ທຸ່ນ​ທ່ຽ​ງ ຕ້ານ​ກັບ​ເງິນ $ ຂອງສະຫະ ລັດ​ນັ້ນ ​ເພື່ອ​ສະ​ນັ​ບສະ​ນູນ​ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ຂອງ​ຕົນ. ​ແຕ່​ຢູ​ໂຣບ ກ່າວ​ຫາ​ ປັກ​ກິ່ງ​ວ່າ ມີ​ຄວາມ​ໄດ້​ປຽບ​ຢ່າງ​ບໍ່​ຍຸດ​ຕິ​ທຳໃນ​ຕະຫລາດ​ໂລກ.

ກ່ຽວຂ້ອງກັນ

XS
SM
MD
LG