ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການສົງສັຍວ່າ ອາດຈະເປັນການໂຈມຕີ ໃນອຸບັດຕິເຫດ ທາງ ຣົດໄຟ ທີ່ເຮັດໃຫ້ 25 ຄົນເສັຽຊີວິດ ໃນຣັດເຊັຽ


ຣັດເຊັຽ: ເຈົ້າໜ້າທີ່ຣັດເຊັຽ ກ່າວວ່າ ອຸບັດຕິ ເຫດທາງຣົດໄຟ ທີ່ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງ ນ້ອຍ 25 ຄົນໃນມື້ວານນີ້ ອາດເປັນຜົນເນື່ອງ ມາຈາກການໂຈມຕີກໍໄດ້. ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸກຄົນນຶ່ງຂອງຣັດເຊັຽ ກ່າວກ່ອນ ໜ້ານີ້ວ່າ ມີ 39 ຄົນ ໄດ້ເສັຽຊີວິດ ຍ້ອນອຸບັດ ຕິເຫດດັ່ງກ່າວ ແຕ່ເຈົ້າໜ້າທີ່ ໄດ້ກ່າວ ໃນວັນ ເສົາມື້ນີ້ວ່າ ມີການເອົາຂໍ້ມູນຜິດ ໃຫ້ເຈົ້າໜ້າທີ່. ໃນວັນເສົາມື້ນີ້ ພວກກູ້ພັຍຍັງສືບຕໍ່ພາກັນຊອກ ຄົ້ນ ຢູ່ຕາມຊາກຣົດໄຟໃກ້ໆເມືອງ BOLOGO YE ເພື່ອຊອກຫາ 19 ຄົນ ທີ່ຍັງຫາຍສາບສູນ ໂດຍເວົ້າວ່າ ຈຳນວນຜູ້ເສັຽຊີວິດ ມີທ່າທາງວ່າ ຈະມີເພີ້ມຂຶ້ນ. ເຈົ້າໜ້າທີ່ສືບສວນ ພວມຊອກຫາ ຮ່ອງຮອຍ ຢາກຮູ້ວ່າ ແມ່ນຫຍັງຄືສາ ເຫດ ທີ່ພາໃຫ້ເກີດ ອຸບັດຕິເຫດ ຮ້າຍແຮງ ຕໍ່ຣົດໄຟຄວາມໄວສູງ ຂອງຣັດເຊັຽ ໃນຄັ້ງນີ້. ອົງການຂ່າວຂອງຣັດເຊັຽ ລາຍງານວ່າ ໄດ້ມີການພົບເຫັນ ຂຸມນ້ອຍໆຂຸມນຶ່ງ ໃນບ່ອນທີ່ ເກີດເຫດ. ພວກທີ່ເຫັນເຫດການ ກ່າວວ່າ ຕົນໄດ້ຍິນ ສຽງຣະເບີດ ດັງຂຶ້ນ. ຣົດໄຟໂດຍ ສານ NEVSKI EXPRESS ໄດ້ຕົກລາງ ໃນມື້ວັນສຸກວານນີ້ ຢູ່ເທິງເສັ້ນທາງລະຫວ່າງ ກຸງມົສກູໄປຫານະຄອນ ST. PETERSBURG. ນອກນັ້ນຍັງມີຜູ້ໂດຍສານ ຫລາຍກວ່າ 50 ຄົນ ໄດ້ຮັບບາດເຈັບ.

ບັງກລາແດັສ: ເຮືອຂ້າມຟາກທີ່ບັນທຸກຜູ້ໂດຍ ສານ ຫລາຍກວ່າ 1 ພັນຄົນໄດ້ຫລົ້ມໃນຕອນ ແລງຂອງມື້ວັນສຸກວານນີ້ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 30 ຄົນ ແລະອີກປະມານ 45 ຄົນ ຍັງຫາຍສາບສູນ. ເຈົ້າໜ້າທີ່ທ້ອງຖິ່ນ ເວົ້າວ່າ ອຸບັດຕິເຫດດັ່ງກ່າວ ໄດ້ເກີດຂຶ້ນ ທີ່ແມ່ນ້ຳ TE TULIA ໃກ້ໆເມືອງ LALMOHAN ທີ່ເກາະ BHOLA ປະມານ 150 ຫລັກ ກິໂລແມັດ ຫ່າງຈາກ ນະຄອນຫລວງດາກາ ໄປທາງທິດ ໃຕ້. ເຈົ້າໜ້າທີ່ກ່າວວ່າ ຜູ້ໂດຍສານສ່ວນໃຫຍ່ ພວມເດີນທາງ ກັບຄືນບ້ານ ເພື່ອສເລີມສລອງ ບຸນ EID AL-ADHA ຂອງສາສນາອິສລາມ. ເຈົ້າໜ້າທີ່ເວົ້າວ່າ ເຮືອຂ້າມຟາກ ໄດ້ປີ້ນຂວ້ຳ ເວລາຜູ້ໂດຍສານ ພວມພາກັນ ອອກຈາກເຮືອ ເວລາເຮືອ ໄປຮອດທ່າຈອດ. ມີການສົ່ງ ພວກກູ້ພັຍ ໄປຍັງບ່ອນເກີດເຫດ ເພື່ອຊອກຄົ້ນຫາ ພວກທີ່ຍັງຕົກຄ້າງ ຢູ່ທາງໃນເຮືອທີ່ ມີສອງຊັ້ນນັ້ນ. ອຸບັດຕິເຫດ ຮ້າຍແຮງທາງເຮືອ ແມ່ນເກີດຂຶ້ນເລື້ອຍໆ ໃນບັງກລາແດັສ. ມີການຖິ້ມໂທດໃສ່ວ່າ ສ່ວນໃຫຍ່ ຂອງອຸບັດຕິເຫດ ເກີດຂຶ້ນຍ້ອນ ມາຕການ ໃນດ້ານ ຄວາມປອດພັຍ ທີ່ບໍ່ໄດ້ມາຕຖານ ການປະຕິບັດທີ່ ແບບມີການຜ່ອນຜັນ ແລະເຮືອຂ້າມ ຟາກເຫລົ່ານີ້ ມັກຈະບັນທຸກ ຜູ້ໂດຍສານ ເກີນຂອບເຂດ.

ບຸນສາສນາອິສລາມ: ຊາວມຸສລິມຢູ່ໃນທົ່ວ ໂລກພວມພາກັນ ສເລີມສລອງບຸນ EID AL ADHA ຮວມທັງພວກໄປສແວງບຸນສອງລ້ານ ກວ່າຄົນ ທີ່ເຂົ້າຮ່ວມ ພິທີນະມັສການສິ່ງສັກສິດ ປະຈຳປີ ຢູ່ປະເທດ SAUDI ARABIA ຫລືທີ່ ເອີ້ນກັນວ່າ ບຸນ HAJJ ນັ້ນ. ພວກໄປສແວງ ບຸນ ທີ່ເມືອງເມກະ ໄດ້ພາກັນ ແກວ່ງກ້ອນຫີນ ໃສ່ 3 ເສົາ ທີ່ເປັນໂຕແທນຂອງພວກຜີປີສາດ ຊຶ່ງເປັນພິທີ ທີ່ໄດ້ເລີ້ມຂຶ້ນ ໃນມື້ວັນສຸກວານນີ້ ແລະຈະດຳເນີນຕໍ່ໄປ ຈົນຮອດວັນອາທິດມື້ອື່ນ. ບໍ່ມີລາຍງານຂ່າວ ກ່ຽວກັບເຫດຮ້າຍໃດໆ ເກີດຂຶ້ນ ໃນມື້ວານນີ້ ຊຶ່ງເປັນມື້ທີ 3 ໃນການ ສແວງບຸນ. ແຕ່ໃນວັນເສົາມື້ນີ້ ເຈົ້າໜ້າທີ່ SAUDI ARABIA ປະກາດວ່າ ຜູ້ຊາຍປາກິສ ຖານຄົນນຶ່ງ ອາຍຸ 70 ປີ ທີ່ໄປຮ່ວມສແວງບຸນ HAJJ ປະຈຳປີນັ້ນ ໄດ້ເສັຽຊີວິດຍ້ອນໄຂ້ ຫວັດໃຫຍ່ ສາຍພັນໃໝ່ A H1N1. ລາວເປັນຜູ້ສແວງ ຄົນທີ 5 ທີ່ໄດ້ເສັຽຊີວິດຍ້ອນໄຂ້ ຫວັດໃຫຍ່ ສາຍພັນໃໝ່ ນັບຕັ້ງແຕ່ ໄດ້ມີການກະກຽມ ຕລອດຈົນຮອດ ມື້ສແວງບຸນເລີ້ມ ຂຶ້ນ. ພວກນັກຊ່ຽວຊານເຕືອນວ່າ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A H1N1 ອາດຈະແຜ່ລະ ບາດ ໃນໝູ່ພວກ ໄປສແວງບຸນ. ບຸນ EID AL-ADHA ເປັນວັນບຸນ ໃນການບູຊາບວງ ສວງຊຶ່ງຖືກັນວ່າ ເປັນນຶ່ງ ໃນມື້ສຳຄັນສຸດ ຂອງສາສນາອິສລາມ.

ອີຣ່ານ: ນັກສອນສາສນາອະວຸໂສຄົນນຶ່ງຂອງ ອີຣ່ານ ກ່າວວ່າ ອີຣ່ານ ຈະກັ່ນທາດຢູເຣນຽມ ສຳລັບໃຊ້ ກັບເຕົາແຍກນິວເຄລັຽ ເພື່ອການຄົ້ນ ຄວ້າທີ່ນະຄອນຫລວງເຕຫະຣ່ານນັ້ນ ເອົາເອງ ຖ້າອົງການນິວເຄລັຽສະຫະປະຊາຊາດ ຫາກປະ ຕິເສດ ບໍ່ຍອມສົ່ງເຊື້ອໄຟ ໄປໃຫ້ອີຣ່ານ. AYA TOLLAH AHMAD KHATAMI ກ່າວໃນວັນ ເສົາມື້ນີ້ວ່າ ອີຣ່ານ ເຊື່ອວ່າ ຕົນມີສິດ ທີ່ຈະໄດ້ ຮັບເຊື້ອໄຟສຳລັບເຕົາແຍກນິວເຄລັຽ ດ້ວຍການ ໃຫ້ ຄວາມຊ່ອຍເຫລືອຫລືບໍ່ກໍຕາມຂອງອົງການ ພະລັງງານ ປະຣະມະນູສາກົນ. ນອກນັ້ນ ນັກ ສອນສາສນາ ອີຣ່ານທ່ານນີ້ ຍັງໄດ້ຕຳໜິ ຕິຕຽນ ຢ່າງແຮງ ຕໍ່ອົງການພະລັງງານ ປະຣະມະນູສາກົນ ທີ່ໄດ້ຮັບຜ່ານມະຕິໃນມື້ວັນສຸກວານນີ້ ຕຳໜິຕິຕຽນອີຣ່ານ ທີ່ບໍ່ຍອມປະຕິບັດຕາມການຮຽກຮ້ອງຂອງນາໆຊາດ ໃຫ້ອີຣ່ານຢຸດເຊົາ ການກັ່ນທາດຢູເຣນຽມ. ທ່ານກ່າວວ່າ ອົງການພະລັງງານ ປະຣະມະນູສາກົນ ໄດ້ທຳລາຍຊື່ ສຽງຂອງຕົນ ໃນການອອກມະຕິ ທີ່ທ່ານເວົ້າວ່າ ເປັນມະຕິ ທາງການເມືອງ ຫລາຍກວ່າ ທາງດ້ານເທັກນິກ. ທ່ານ KHATAMI ໄດ້ໃຫ້ທັສນະດັ່ງກ່າວ ໃນລະຫວ່າງ ພິທີສວດມົນ ພາວະນາ ເພື່ອສເລີມສລອງ ບຸນ EID AL-ADHA ທີ່ມະຫາວິທຍາລັຍ ເຕຫະຣ່ານ.

ອັຟການິສຖານ: ເຈົ້າໜ້າທີ່ຮັກສາຄວາມສະ ງົບ ໃນນະຄອນຫລວງອັຟການິສຖານກ່າວວ່າ ສຽງຣະເບີດ ທີ່ແຕກຂຶ້ນຢ່າງແຮງໄດ້ສ້າງຄວາມ ສັ່ນສະເທືອນ ໃຫ້ແກ່ເຂດໃຈກາງຂອງນະຄອນ ຫລວງກາບູລ. ເຈົ້າໜ້າທີ່ ເວົ້າວ່າ ຣະເບີດ ທີ່ ເຊື່ອງໄວ້ ໃນຖັງຂີ້ເຫຍື້ອໄດ້ແຕກຂຶ້ນໃນວັນເສົາ ມື້ນີ້ ໂດຍໄດ້ສ້າງ ຄວາມເສັຽຫາຍ ແຕ່ພຽງເລັກ ນ້ອຍ ແລະບໍ່ມີຜູ້ໃດ ໄດ້ຮັບບາດເຈັບລົ້ມຕາຍ. ເຈົ້າໜ້າທີ່ ເອີ້ນຣະເບີດນີ້ວ່າ ເປັນຣະເບີດສຽງ ແລະເວົ້າວ່າ ຕັ້ງໃຈທີ່ຈະສ້າງ ຄວາມຕື່ນຕົກໃຈ ໃຫ້ແກ່ປະຊາຊົນ ແທນທີ່ຈະເຮັດໃຫ້ ຜູ້ຄົນໄດ້ ຮັບບາດເຈັບ. ເຫດຣະເບີດ ໃນມື້ນີ້ ມີຂຶ້ນນຶ່ງມື້ ຫລັງຈາກ ປະທານາທິບໍດີ ອັຟການຖານ ທ່ານ HAMID KARZAI ໄດ້ຮຽກຮ້ອງ ອີກຄັ້ງ ນຶ່ງ ໃຫ້ພວກທາລີບານ ແລະກຸ່ມຫົວຮຸນແຮງອື່ນໆ ປົດອາວຸດ ແລະຊ່ອຍໃນການ ສ້າງສາ ພັທນາປະເທດ ອັຟການິສຖານ ທີ່ປະສົບກັບພັຍສົງຄາມນັ້ນ ຄືນໃໝ່. ໃນລະຫວ່າງການ ກ່າວຄຳປາສັຍ ເນື່ອງໃນໂອກາດ ມື້ທຳອິດ ຂອງການສເລີມສລອງບຸນ EID AL-ADHA ຂອງສາສນາ ອິສລາມນັ້ນ ທ່ານ KARZAI ໄດ້ຮຽກຮ້ອງ ໃຫ້ພວກທີ່ທ່ານເອີ້ນວ່າ ອ້າຍ ນ້ອງທາລີບານ ຂອງທ່ານ ແລະທຸກໆຄົນ ທີ່ໄດ້ຈັບອາວຸດ ລຸກຂຶ້ນຕໍ່ສູ້ ຕ້ານປະເທດຊາດ ຂອງຕົນນັ້ນ ເຂົ້າຮ່ວມຣັຖບານ ແລະຊ່ອຍນ ຳເອົາສັນຕິພາບ ແລະຄວາມ ວັທນາຖາວອນ ມາສູ່ອັຟການິສຖານ.

ຮອນດູຣັສ: ປະທານາທິບໍດີ ຄອສຕາຣິກາ ທ່ານ OSCAR ARIAS ຮຽກຮ້ອງໃຫ້ບັນດາ ຜູ້ນຳຢູ່ຂົງເຂດ ສະແດງຄວາມຊົມເຊີຍຕໍ່ການ ເລືອກຕັ້ງ ປະທານາທິບໍດີ ໃນຮອນດູຣັສວ່າ ເປັນທາງອອກ ທີ່ດີ ກ່ຽວກັບວິກິຕການ ທາງ ດ້ານການເມືອງ ທີ່ຫ້ອມລ້ອມ ການຂັບໄລ່ປະ ທານາທິບໍດີ MANUEL ZELAYA ອອກ ຈາກຕຳແໜ່ງ ດ້ວຍການກໍ່ ຣັຖບານປະຫານ ນັ້ນ. ປະທານາທິບໍດີ ARIAS ກ່າວໃນການໃຫ້ ສຳພາດ ທີ່ອອກອາກາດ ໂດຍໂທຣະພາບ CNN ໃນມື້ວານນີ້ວ່າ ໂລກບໍ່ຄວນ ທີ່ຈະລົງໂທດ ຣັຖບານຊຸດຕໍ່ໄປ ຂອງຮອນດູຣັສ ໃນ ການກໍ່ຣັຖປະຫານ. ມີການອ້າງຄຳເວົ້າ ຂອງທ່ານທີ່ກ່າວວ່າ ຖ້າຫາກທຸກສິ່ງທຸກຢ່າງ ດຳ ເນີນໄປດ້ວຍດີ ໃນການເລືອກຕັ້ງແລ້ວ ບັນດາປະເທດສ່ວນໃຫຍ່ ຕ້ອງໄດ້ຮັບຮູ້ ຜົນຂອງ ການເລືອກຕັ້ງ ໃນຄັ້ງນີ້. ທ່ານ ARIAS ເປັນຫົວໜ້າໄກ່ເກັ່ຽ ໃນການເຈຣະຈາທີ່ບໍ່ປະສົບ ຜົນສຳເຣັດ ເພື່ອໃຫ້ທ່ານ ZELAYA ໄດ້ເຂົ້າຮັບຕຳແໜ່ງ ຄືນໃໝ່ ຫລັງຈາກທ່ານ ZELAYA ໄດ້ຖືກໂຄ່ນລົ້ມ ໃນວັນທີ 28 ມິຖຸນາຜ່ານມາ. ສະຫະຣັດກ່າວວ່າ ການປ່ອນ ບັດ ແມ່ນບາດກ້າວ ທີ່ສຳຄັນ ອີກບາດນຶ່ງ ໃນການຟື້ນຟູ ປະຊາທິປະໄຕ ແລະກົດໝາຍ ຣັຖທັມມະນູນ ໃນຮອນດູຣັສ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG