ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ພະລັງງານປະຣະມະນູສາກົນ ລົງມະຕິ ຕຳໜິຕິຕຽນ ອີຣ່ານ


ອີຣ່ານ - ນິວເຄລັຽ: ບັນດາສະມາຊິກໃນອົງ ການຄຸ້ມຄອງ ຣະບຽບການ ກ່ຽວກັບເຣື່ອງ ນິວ ເຄລັຽຂອງສະຫະປະຊາຊາດ ໄດ້ລົງມະຕິໃນວັນ ສຸກມື້ນີ້ ຕິຕຽນກິຈການນິວເຄລັຽຂອງອີຣ່ານ ໃນ ຂະນະທີ່ ປະເທດຕາເວັນຕົກ ສົງສັຍວ່າ ອີຣ່ານ ກຳລັງພັທນາ ອາວຸດນິວເຄລັຽ. ອີຣ່ານກ່າວວ່າ ມະຕິດັ່ງກ່າວ ຈະເປັນອັນຕະລາຍຕໍ່ບັນຍາກາດ ທີ່ມີຄວາມຈຳເປັນ ສຳລັບການເຈຣະຈາ ຂອງນາ ນາຊາດທີ່ໃຫ້ດອກອອກຜົນ ກ່ຽວກັບ ໂຄງການ ນິວເຄລັຽ ຂອງຕົນນັ້ນ. ມະຕິ ຊຶ່ງໄດ້ຮ່າງໂດຍ ພວກນັກການທູດ ຈາກສະຫະຣັດ ອັງກິດ ຝຣັ່ງ ເຢັຽຣະມັນ ຣັດເຊັຽແລະຈີນ ໄດ້ທວງໃຫ້ອີຣ່ານ ຢຸດເຊົາການກໍ່ສ້າງ ໂຮງກັ່ນທາດຢູເຣນຽມ ຊຶ່ງກ່ອນໜ້ານີ້ ໄດ້ຖືເປັນຄວາມລັບ ແລະໃຫ້ການຢືນຢັນວ່າ ອີຣ່ານບໍ່ມີກິຈການ ທີ່ມີການ ປົກປິດອື່ນໆອີກ ກ່ຽວກັບເຣື່ອງນີີວເຄລັຽ. 25 ຂອງຈຳນວນທັງໝົດ 35 ປະເທດ ທີ່ເປັນສະມາຊິກ ຂອງຄະນະກັມ ມະການ ຢູ່ໃນອົງການຄຸ້ມຄອງ ພະລັງງານປະຣະມະນູສາກົນ ໄດ້ລົງຄະແນນສຽງເຫັນພ້ອມ ກ່ຽວກັບມະຕິດັ່ງກ່າວ ຂະນະທີ່ມີ 3 ປະເທດຄັດຄ້ານ ແລະ 6 ປະເທດບໍ່ອອກສຽງ.

ມຸສລິມ - ບຸນຫາຈຈ໌: ພວກສແວງບຸນຊາວ ມຸສລິມ ຈຳນວນຫລາຍລ້ານຄົນ ກຳລັງຢູ່ທີ່ປະ ເທດ SAUDI ARABIA ເພື່ອກະກຽມໃນພິທີ ແກວ່ງກ້ອນຫີນໃສ່ຜີປີສາດ ໃນອັນທີ່ ຊຶ່ງຕາມ ປະວັດສາດແລ້ວ ແມ່ນເປັນພາກສ່ວນ ທີ່ເປັນ ອັນຕະລາຍທີ່ສຸດ ໃນການສແວງບຸນປະຈຳປີຫຼື ທີ່ເອີ້ນກັນວ່າ HAJJ ນັ້ນ. ໃນໄລຍະ 3 ມື້ຊຶ່ງ ເລີ້ມແຕ່ວັນສຸກມື້ນີ້ເປັນຕົ້ນໄປ ພວກສແວງບຸນ ຈະພາກັນແກວ່ງກ້ອນຫີນໃສ່ກະດານ 3 ແຜ່ນ ທີ່ເປັນໂຕແທນ ຂອງຜີປີສາດ ແລະໄດ້ດຳເນີນ ການ ທີ່ເປັນສັນຍາລັກ ເຖິງການບອກປະຕິເສດ ຕໍ່ການລໍ້ລວງ. ໃນໄລຍະ ບໍ່ເທົ່າໃດປີ ຜ່ານມານີ້ ໄດ້ເກີດເຫດການ ຢຽບກັນຕາຍ ຫລາຍໆ ຄັ້ງທີ່ຂົວ JAMARAT ບ່ອນທີ່ພິທີ ໃນການແກວ່ງ ກ້ອນຫີນ ໄດ້ມີຂຶ້ນ. ການຢຽບກັນຕາຍ ຮ້າຍແຮງສຸດ ແມ່ນມີຂຶ້ນ ໃນປີ 2006 ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ 365 ຄົນ. ເມື່ອໄວໆມານີ້ SAUDI ARABIA ໄດ້ສຳເຣັດເສັດສິ້ນ ການຍົກຣະດັບ ທາງດ້ານຮາຍ-ເທັກ ໃນມູນຄ່າ 1 ພັນ 200 ລ້ານ ໂດລາ ສຳລັບຂົວ ຄົນຍ່າງດັ່ງກ່າວ ເພື່ອອຳນວຍໃຫ້ ມີຜູ້ຄົນ ຫລັ່ງໄຫລໄປມາ ດ້ວຍຄວາມປອດພັຍ.

ອີຣ່ານ - ນໍຣະເວຍ: ອີຣ່ານ ໄດ້ສັ່ງບໍ່ໃຫ້ ມີ ການເຄື່ອນຍ້າຍໃດໆໃນບັນຊີເງິນຝາກຂອງທ່ານ ນາງ SHIRIN EBADI ຊາວອີຣ່ານ ທີ່ເຄີຍໄດ້ ຮັບລາງວັນໂນແບລ ຂແນງສັນຕິພາບ ແລະໄດ້ ຢຶດເອົາຫລຽນຄຳ ຂອງລາງວັນ ດັ່ງກ່າວ ຈາກ ທ່ານນາງ. ທ່ານນາງ EBADI ແລະໝູ່ເພື່ອນ ຂອງທ່ານນາງ ກ່າວວ່າ ຣັຖບານອີຣ່ານ ໄດ້ ທວງໃຫ້ ທ່ານນາງ ຕ້ອງໄດ້ຈ່າຍ ພາສີຢ້ອນຫລັງ 4 ແສນໂດລາ ກ່ຽວກັບລາງວັນ ໂນແບລທີ່ທ່ານນາງໄດ້ຮັບໃນມູນຄ່າ 1 ລ້ານ 3 ແສນໂດລານັ້ນ. ແຕ່ທ່ານ ນາງ EBADI ແລະໝູ່ເພື່ອນ ຂອງທ່ານນາງເວົ້າວ່າ ເງິນລາງວັນດັ່ງກ່າວ ຈະບໍ່ມີການເກັບພາສີ ພາຍໃຕ້ກົດໝາຍ ຂອງອີຣ່ານ. ຣັຖມຸນຕຣີ ການຕ່າງປະເທດ ນໍເວຍ ທ່ານ JONAS GAHR STOERE ເອີ້ນການຢຶດ ເອົາຫຼຽນລາງວັນໂນແບລ ຂອງທ່ານນາງ EBADI ວ່າ ເປັນເຣື່ອງທີ່ ຕື່ນຕົກໃຈ ແລະເວົ້າວ່າ ນີ້ແມ່ນເທື່ອທຳອິດ ໃນປະວັດສາດ 108 ປີຂອງລາງວັນໂນແບລ ທີ່ໄດ້ມີເຈົ້າໜ້າທີ່ ຂອງປະເທດ ຢຶດເອົາຫລຽນລາງວັນ. ທ່ານກ່າວວ່າ ການກະທຳ ຂອງອີຣ່ານ ແມ່ນເປັນຮ່ອງຮອຍອັນນຶ່ງ ໃນການທຳຄວາມກົດດັນເພີ້ມຂຶ້ນ ຂອງເຕຫະຣ່ານ ຕໍ່ທະນາຍຄວາມ ປົກປ້ອງສິດທິມະນຸດ ແລະນັກຄັດຄ້ານ ຣັຖບານທ່ານນີ້.

ກຳປູເຈັຽ: ອະດີດຫົວໜ້າຄຸມຂັງພວກນັກໂທດ ຂເມນແດງ ທີ່ມີການຖິ້ມໂທດໃສ່ ກ່ຽວກັບການ ເສັຽຊີວິດຂອງຫລາຍພັນຄົນ ທີ່ສູນຄຸມຂັງຊື່ສຽງ ບໍ່ດີນັ້ນ ໄດ້ຮ້ອງຂໍ ໃຫ້ສານອາຊຍາກັມ ຂ້າລ້າງ ເຜົ່າພັນຂອງກຳປູເຈັຽ ຕັດສິນ ໃຫ້ລາວພົ້ນໂທດ ແລະ ປ່ອຍລາວ ໃຫ້ເປັນອິສຣະ ຂະນະທີ່ ການດຳເນີນຄະດີ ສິ້ນສຸດລົງ ໃນວັນສຸກມື້ນີ້. ນາຍ KAING GUEK EAV ຊຶ່ງຮູ້ກັນ ໃນອີກ ຊື່ນຶ່ງວ່າ ນາຍ DUCH ນັ້ນ ໄດ້ອ້າງ ການຖືກຈຳຄຸກ ເປັນເວລານຶ່ງທົສວັດ ແລະການໃຫ້ຄວາມຮ່ວມມື ຂອງລາວ ນັ້ນວ່າ ເປັນເຫດຜົນ ທີ່ຄວນຈະປ່ອຍລາວ ໃຫ້ເປັນອິສຣະ. ນອກນັ້ນນາຍ DUCH ຍັງໄດ້ຮ້ອງຂໍ ໃຫ້ຕັດສິນ ໃຫ້ລາວພົ້ນໂທດ ໂດຍອີງຕາມພື້ນ ຖານທີ່ລາວບໍ່ແມ່ນ ເຈົ້າໜ້າທີ່ອະວຸໂສ ຂອງພວກຂແມນແດງ. ໃນຕົ້ນອາທິດນີ້ ຄະນະໄອຍະການ ນາໆຊາດ ໄດ້ຮ້ອງຂໍໃຫ້ຜູ້ພິພາກສາ ຕັດສິນໂທດຈຳຄຸກ ນາຍ DUCH ເປັນເວລາ 40 ປີ ຍ້ອນບົດບາດ ຂອງຜູ້ກ່ຽວ ໃນລະຫວ່າງ ການປົກຄອງ ທີ່ໂຫດຮ້າຍປ່າເຖື່ອນ ຂອງພວກຂແມນແດງ ລະຫວ່າງປີ 1975 ຫາ 1979.

ຟີລິບປິນ: ນັກການເມືອງຟີລິບປິນ ຊຶ່ງພັລ ຍາ ແລະຍາດພີ່ນ້ອງຂອງທ່ານຮວມຢູ່ໃນຈຳ ນວນພວກທີ່ເສັຽຊີວິດ 57 ຄົນ ໃນການສັງ ຫານໝູ່ເມື່ອຕົ້ນອາທິດນີ້ ໃນອັນທີ່ປາກົດວ່າ ເປັນການດຳເນີນຄວາມພະຍາຍາມ ເພື່ອສະ ກັດກັ້ນບໍ່ໃຫ້ທ່ານ ສະມັກເຂົ້າແຂ່ງຂັນເອົາຕຳ ແໜ່ງ ເຈົ້າແຂວງນັ້ນ ໄດ້ຍື່ນຄຳຮ້ອງ ສະມັກເຂົ້າແຂ່ງຂັນແລ້ວ. ທ່ານ ISMAEL MANGUDADATU ທີ່ໄດ້ຮັບ ການຄຸ້ມຄອງ ໂດຍທະຫານ ຜູ້ບັນຊາການ ຕຳຣວດ ແລະນາຍພົນອະວຸໂສ ຈາກກອງທັບ ຟີລິບປິນ ກ່າວແຕ່ພຽງວ່າ ມີແຕ່ຄວາມຕາຍເທົ່ານັ້ນ ທີ່ຈະຂັດຂວາ ບໍ່ໃຫ້ທ່ານ ສະມັກເຂົ້າແຂ່ງຂັນ ໃນປີ 2010 ເອົາຕຳແໜ່ງ ເຈົ້າແຂວງໆ MAGUINDANAO. ການສະມັກ ເຂົ້າແຂ່ງຂັນຂອງທ່ານ ແມ່ນເປັນການທ້າທາຍ ຕໍ່ອີກເຜົ່ານຶ່ງ ຊຶ່ງເປັນຄູ່ປໍຣະປັກ ທີ່ໄດ້ປົກຄອງ ແຂວງດັ່ງກ່າວ ແບບບໍ່ມີການຄັດຄ້ານ ມາເປັນເວລາຫຼາຍໆປີ. ປັດຈຸບັນ ທ່ານ MANGUDADATU ເປັນຮອງເຈົ້າເມືອງໆ BALUAN. ໃນມື້ວັນຈັນ ຜ່ານມານີ້ ທ່ານໄດ້ສົ່ງພັລຍາ ນ້ອງສາວ ແລະຍາດພີ່ນ້ອງ ທີ່ເປັນແມ່ຍິງ ອີກຈຳນວນນຶ່ງ ໄດ້ຍື່ນຄຳຮ້ອງໃຫ້ທ່ານ ເພື່ອສະມັກເຂົ້າແຂ່ງຂັ ນໃນປີ 2010 ຫຼັງຈາກທ່ານ ໄດ້ຮັບການຂົ່ມຂູ່ວ່າ ຈະຖືກຂ້າ.

ເອທິໂອເປັຽ: ນັກການເມືອງ ທີ່ສຳຄັນ 2 ຄົນ ຂອງເອທິໂອເປັຽ ຊຶ່ງຕ່າງກໍເປັນສະມາຊິກຂອງ ພັກຣັຖບານນັ້ນ ໄດ້ເຂົ້າຮ່ວມ ກັບພັກຝ່າຍຄ້ານ ທີ່ສຳຄັນ ຂອງເອທິໂອເປັຽ ກ່ອນການເລືອກຕັ້ງ ໃນປີໜ້າ. ອະດີດປະທານາທິບໍດີ NEGASSO DIDADA ແລະອະດີດ ຣັຖມຸນຕຣີ ປ້ອງກັນປະ ເທດທ່ານ SIYE ABRAHA ໄດ້ເຂົ້າຮ່ວມກັບ ພັກເອກກະພາບເພື່ອປະຊາທິປະໄຕ ແລະຄວາມ ຍຸຕິທັມ ຫລື UDJ ໃນວັນພະຫັດ ວານນີ້. ໃນ ການຖແລງຕໍ່ຄະນະນຳພາຂອງພັກ UDJ ນັ້ນ ທັງສອງທ່ານ ໄດ້ກ່າວເຖິງ ນາຍົກຣັຖມຸນຕຣີ MELES ZENAWI ວ່າ ເປັນຜູ້ປົກຄອງ ຜະເດັດການ ທີ່ມີຄວາມຕັ້ງໃຈ ຈະສ້າງຕັ້ງ ພັກການເມືອງໂທນຂຶ້ນ ໃນເອທິໂອເປັຽ. ພັກ UDJ ແມ່ນພາກສ່ວນນຶ່ງ ຂອງແນວໂຮມ ພັກຝ່າຍຄ້ານ ທີ່ໄດ້ຕັ້ງຂຶ້ນມາ ເພື່ອທ້າທາຍ ຕໍ່ພັກຣັຖບານ ຄືພັກແນວໂຮມ ປະຊາຊົນ ປະຕິວັດ ປະຊາທິປະໄຕ ຂອງນາຍົກຣັຖມຸນຕຣີ ZENAWI ນັ້ນ. ການເລືອກຕັ້ງ ມີກຳນົດ ທີ່ຈະຈັດຂຶ້ນ ໃນເດືອນພຶສະພາ ປີໜ້າ. ທ່ານ NEGASSO ເປັນປະທານາທິບໍດີ ເອທິໂອເປັຽ ແຕ່ປີ 1995 ຫາປີ 2001 ແລະທ່ານ SIYE ເປັນຣັຖມຸນຕຣີ ປ້ອງກັນປະເທດ ເວລານາຍົກຣັຖມຸນຕຣີ MELES ເຂົ້າກຳອຳນາດ ໃນການກໍ່ຣັຖປະຫານ ແບບບໍ່ມີ ການນອງເລືອດ ໃນປີ 1991.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG