ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລ້ຽງລູກດ້ວຍນົມແມ່ເປັນການໃຫ້ອາຫານດີທີ່ສຸດແກ່ລູກນ້ອຍ


ກຳລັງມີ​ການ​ປຸກລະ​ດົມ​ຊຸກ​ຍູ້​ອີກຄັ້ງ​ໃໝ່​ໃຫ້​ຄົນ​ລ້ຽງ​ລູກ ດ້ວຍນົມແມ່ຢູ່ໃນບັນດາ​ປະ​ເທດ​ກຳລັງ​ພັດທະນາ. ພວກ ນັກຄົ້ນຄວ້າໄດ້ສົ່ງເສີມໃຫ້ລ້ຽງລູກ​ດ້ວຍນ້ຳນົມແມ່ເພື່ອ ໃຫ້ເປັນການຕໍ່ສູ້ກັບໂຣກຂາດທາດອາຫານບໍາລຸງຮ່າງ ກາຍໃນໝູ່ເດັກນ້ອຍ.

ອົງການ ອະນາໄມໂລກ ຫລື WHO ​ເວົ້າວ່າເດັກ​ນ້ອຍ​ ເກີດ​ໃໝ່ຄວນ​ໄດ້​ກິນ​ແຕ່​ນ້ຳນົມແມ່ເທົ່າ​ນັ້ນຈົນ​ເຖິງພວກ​ ເຂົາ​ໄດ້​ອາຍຸ6​ເດືອນ. ອົງການອະນາໄມໂລກກ່າວຢູ່​ໃນ​ເວັບ​ໄຊ໌ຂອງ​ຕົນວ່າ ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ເປັນ​ວິ​ທີ​ ໃຫ້​ອາຫານລູກທີ່ດີ​ທີ່​ສຸດ​ເພື່ອ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເກີດ​ໃໝ່​ ມີພັດທະນາ​ການ​ແລະຈະ​ເລີ​ນ​ເຕີບ​ໂຕຢ່າງ​ມີ​ສຸກຂະ ພາບ​ສົມບູນດີ. ພ້ອມກັນນັ້ນອົງການນີ້ຍັງ​ເວົ້າວ່າການ ໃຫ້​ລູກກິນນົມແມ່ຊື່ງເປັນສ່ວນ​ນຶ່ງ​ຂອງລະບົບຜະຫລິດ ນ້ຳນົມຄືນນັ້ນຍັງມີຄວາມສຳຄັນຕໍ່ໍ່ສຸກຂະພາບຂອງຜູ້ ເປັນແມ່ນຳອີກ.

ການສຶກສາຄົ້ນຄວ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາຜູ້ຍິງ​ທັງຫລາຍທີ່​ໄດ້ຮັບການ​ປຶກສາ​ຫາລື​ ກ່ຽວກັບການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ມັກ​ຈະ​ລ້ຽງລູກໂດຍການ​ໃຫ້ລູກ​ກິນ​ແຕ່ນົມຂອງເຂົາ​ເຈົ້າ​ ເທົ່າ​ນັ້ນ​ໃນ​ໄລຍະ 6 ​ເດືອນທຳ​ອິດ​ນັບ​ແຕ່​ລູກ​ຂອງເຂົາ​ເຈົ້າ​ເກີດ. ​

ອົງການ La Leche League ແມ່ນ​ອົງການສາກົນ​ທີ່​ສົ່ງ​ເສີມ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່. ທ່ານ JACK NEWMAN ນາຍ​ແພດ ຊາວ​ກາ​ນາ​ດາ​ ທີ່​ເປັນ​ທີ່​ປຶກສາ​ດ້ານ​ສຸຂະພາບ​ຂອງ​ກຸ່ມ​ດັ່ງກ່າວ​ໄດ້​ຂຽນ ​ແລະໄດ້ກ່າວຄຳ​ບັນ​ລະ​ຍາຍ ເຜີຍ​ແຜ່ໃຫ້​ຄົນຮູ້​ຢ່າງ​ກວ້າງຂວາງ​ ກ່ຽວ, ກັບ​ສິ່ງທີ່​ທ່ານເວົ້າ​ວ່າ ເປັນຄວາມ​ເຊື່ອ​ທີ່​ຜິດໆ ຫລາຍ​ຢ່າງ ທີ່​ເຮັດ​ໃຫ້​ແມ່ຍິງ​ເຊົາ​ລ້ຽງ​ລູກ​ດ້ວຍນ້ຳນົມຂອງຕົນ.

ແມ່ຍິງ​ຫຼາຍໆຄົນ​ຄິດ​ວ່າ​ ພວກ​ເຂົາ​ເຈົ້າ​ຈະ​ບໍ່​ຜະຫລິດ​ນໍ້ານົມ​ຢ່າງ​ພຽງພໍ​ເພື່ອ​ລ້ຽງ​ລູກ​ນ້ອຍ​ຂອງ​ເຂົາ​ເຈົ້າ ຖ້າ​ຫາກ​ເຂົາ​ເຈົ້າ​ໃຫ້​ລູກ​ກິນ​ນົມ ຕົນເອງແຕ່ທ່ານໝໍ Newman ກ່າວ​ວ່າ​ ໃນ​ຄວາມ​ເປັນ​ຈິງ​ແລ້ວ ​ແມ່ຍິງ​ສ່ວນ​ໃຫຍ່​ຜະຫລິດນໍ້າ​ນົມ​ໄດ້ຫຼາຍ​ເກີນ​ພໍ​ ເພື່ອ​ລ້ຽງ​ລູກ​ຂອງ​ເຂົາ​ເຈົ້ານັ້ນ. ​ແມ່ຍິງ​ບາງ​ຄົນກໍ​ກັງວົນ​ວ່າການ​ໃຫ້​ລູກ​ດູດ​ນົມ​ ຈະທຳ​ໃຫ້ເຈັບນົມ.

ທ່ານໝໍ Newman ກ່າວ​ຢ້ຳວ່າ,​ ນີ້​ແມ່ນ​ຄວາມ​ເຂົ້າ​ໃຈ​ທີ່ບໍ່ຖືກ​ຕ້ອງ. ທ່ານ​ບອກ​ວ່າ​ ນົມ​ອາດ​ຈະ​ເຈັບ​ໜ້ອຍ​ໜຶ່ງ​ໃນ​ສອງ​ສາມ​ມື້​ທຳ​ອິດ​ຂອງການ​ໃຫ້ລູກ​ດູດ​ນົມແຕ່​ວ່າອາການ​ເຈັບ​ໃດໆ​ຫຼັງຈາກຊ່ວງ​ນັ້ນ ສ່ວນ​ໃຫຍ່​ ອາດ​ຈະ​ແມ່ນ​ເປັນ​ຜົນ​ມາ​ຈາກ​ການ​ໃຫ້​ລູກ​ດູດ​ນົມແບບບໍ່​ຖືກຕ້ອງ ຫຼື ​ນົມເກີດມີການ​ຕິດ​ເຊື້ອ​ໃດ​ໜຶ່ງ.

ທ່ານ Jack Newman ຍັງ​ເວົ້າ​ອີກ​ວ່າ ມັນ​ບໍ່​ແມ່ນ​ເລື່ອງ​ຜິດປົກ ກະຕິ​ສຳລັບ​ຄົນ​ເຮົາ​ທີ່​ຈະເຊື່ອ​ວ່າ​ນົມ​ງົວ ຫລື ນ້ຳນົມສຳເລັດຮູບ, ຫລື​ ນົມຜົງສຳລັບລ້ຽງເດັກທີ່ມີຂາຍທົ່ວໄປ, ແມ່ນດີຄືກັນກັບນົມແມ່.

ແຕ່​ທ່ານກ່າວ​ວ່າ ​ມີ​ພຽງຮ່າງ​ກາຍຂອງ​ແມ່​ເທົ່າ​ນັ້ນ​ທີ່​ສາມາດ​ຜະຫລິດ​ສານ​ອາຫານ​ທັງ​ໝົດ​ໃນ​ ລະດັບ​ພໍດີ​ກັບສິ່ງທີ່​ລູກນ້ອຍ​ຕ້ອງການ​ໃນ​ໄລຍະ​ຕ່າງໆ ​ເນື່ອງ​ຈາກວ່າ​ສິ່ງທີ່​ພວກ​ເຂົາ​ຕ້ອງ​ການ​ນັ້ນ​ ມັກ​ປ່ຽນ​ແປງ​ໃນ​ແຕ່ລະ​ໄລຍະ ​ເຊິ່ງວ່ານົມງົວ ຫລື ນົມ​ສູດ​ປະສົມທີ່​ເຮັດສຳ​ເລັດຮູບ​ໄວ້​ນັ້ນ ບໍ່ສາມາດ​ຕອບສະໜອງ​ໄດ້.

ນອກ​ນັ້ນ ທ່ານ​ຍັງຊີ້ໃຫ້​ເຫັນ​ວ່າ​ ນໍ້ານົມ​ແມ່​ແຕກ​ຕ່າງ​ຈາກ​ນົມ​ສູດ​ປະສົມ ​ເພາະນໍ້ານົມ​ແມ່​ປະກອບ​ດ້ວຍສານ​ ພູມ​ຕ້ານທານ ຂອງຮ່າງກາຍ​ ທີ່​ຕໍ່ຕ້ານ​ການ​ຕິດ​ເຊື້ອ​ໂຣກ-​ແລະ​ ນ້ຳ, ນົມແມ່ກໍຟຣີບໍ່ຕ້ອງເສຍເງິນຊື້.

ພວກຊ່ຽວຊານ​ທາງ​ການ​ແພດ​ເຫັນ​ພ້ອມ​ນຳ​ກັນວ່າ, ໂດຍ​ທົ່ວ​ໄປ​ແລ້ວ ນໍ້ານົມ​ແມ່​ແມ່ນ​ສານ​ອາຫານດີ​ທີ່​ສຸດສຳລັບ​ເດັກ​ເກີດ​ໃໝ່. ແຕ່ບັນຫາ​ໜຶ່ງກ່ຽວ​ກັບ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ ກໍ​ແມ່ນວ່າ​ ແມ່​ທີ່​ມີ​ລູກຫົວ​ສາວ ຫລື ມີ​ລູກ​ເທື່ອ​ທຳ​ອິດ ​ຫຼາຍຄົນ​ບໍ່ຮູ້ຈັກ​ວ່າ​ ຈະ​ໃຫ້ລູກກິນ​ນົມ​ວິທີ​ໃດຈຶ່ງ​ຈະ​ຖືກຕ້ອງ. ເຮົາຈະມາ​ເວົ້າເລື້ອງນີ້ສູ່​ທ່ານ​ຟັງ​ ໃນລາຍການຂອງ​ພວກ​ເຮົາ​ໃນ​ອາທິດ​ໜ້າ. ​ໂປດ​ຄອຍ​ຕິດຕາມ​ຟັງລາຍການຂອງພວກເຮົາດ້ວຍ.

XS
SM
MD
LG