ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຈະປະກາດ ກ່ຽວກັບຍຸທສາດໃໝ່ ໃນການເຮັດ ສົງຄາມ ຢູ່ອັຟການິສຖານ ໃນວັນອັງຄານ ຈະມາ


ສະຫະຣັດ - ອັຟການິສຖານ: ທຳນຽບຂາວ ກ່າວວ່າ ປະທານາທິບໍດີ BARACK OBAMA ຈະປະກາດ ກ່ຽວກັບ ຍຸທສາດໃໝ່ ສຳລັບ ອັຟ ການິສຖານ ໃນຄືນວັນອັງຄານ ອາທິດໜ້າ ໃນຄຳປາສັຍ ທີ່ໂຮງຮຽນ ນາຍຮ້ອຍທະຫານ WEST POINT ຂອງກອງທັບບົກ ສະຫະຣັດ ໃນຣັດນິວຢອກ. ການປະກາດ ທີ່ວ່ານີ້ ໄດ້ມີຂຶ້ນ ຫລັງຈາກ ໄດ້ມີການ ພິຈາຣະນາ ແລະ ປະຊຸມ ເປັນເວລາ ຫຼາຍໆອາທິດ ກັບບັນດາ ສະມາຊິກ ໃນຄະນະສະພາ ຄວາມໝັ້ນຄົງແຫ່ງຊາດ ຂອງ ປະທານາທິບໍດີ. ລາຍງານຂ່າວແຈ້ງວ່າ ມີທ່າ ທາງວ່າ ທ່ານ OBAMA ຈະມີຄຳສັ່ງ ໃຫ້ສົ່ງທະຫານ ອະເມຣິກັນ ຢ່າງນ້ອຍ 30 ພັນຄົນ ໄປ​ເສີມກຳລັງ ຢູ່ອັຟການິສຖານ. ທ່ານ OBAMA ໄດ້ປະກາດວ່າ ທ່ານຈະເຮັດ ວຽກງານ ໃນອັຟການິສຖານ ​ໃຫ້ຫລ້ອນໜ້າ​ທີ່. ແຕ່ຜູ້ນຳ ຂອງກຸ່ມທາລີບານ ນັກສອນສາສນາ MULLAH OMAR ກ່າວວ່າ ສະຫະຣັດ ແລະພັນທະມິດ ຈະປະສົບ ກັບຄວາມລົ້ມແຫລວ ແລະການປລາຊັຍ ແມ່ນບໍ່ສາມາດ ທີ່ຈະຫລີກລ້ຽງໄດ້ ​ໂດຍການສົ່ງທະຫານ ໄປເພີ້ມຕື່ມ.

ຟີລິບປິນ: ເຈົ້າໜ້າທີ່ຟີລິບປິນ ກ່າວວ່າ ຜູ້ ຕ້ອງສົງສັຍ ຄົນສຳຄັນ ໃນການສັງຫານໝູ່ 57 ຄົນ ໃນມື້ວັນຈັນ ຜ່ານມາ ທີ່ແຂວງ MAGUINDANAO ນັ້ນ ໄດ້ເຂົ້າມອບໂຕ ຕໍ່ທາງການແລ້ວ. ພົນໂທ RAYMUNDO FERRER ກ່າວວ່າ ນາຍ ANDAL AMPATUAN JR. ຊຶ່ງເປັນເຈົ້າເມືອງໆ DATU UNSAY ໄດ້ເຂົ້າມອບໂຕ ຕໍ່ທ່ານ JESUS DUREZA ທີ່ປຶກສາ ສັນຕິພາບ ຂອງປະທານາທິບໍດີ ຟີລິບປິນ ທີ່ເມືອງເອກ ຂອງແຂວງດັ່ງກ່າວ ໃນມື້ນີ້. ນາຍ AMPATUAN ກ່າວ​ວ່າ​ ເຂົາບໍ່​ມີ​ຄວາມ​ຜິດ ​ແລະ​ບອກ​ວ່າ ​ເຂົາ​ຈະຖືກ​ ພາ​ໂຕ​ໄປ​ຍັງ​ ນະຄອນຫລວງ​ມາ​ນີລາ ​ເພື່ອ​ທຳ​ການ​ສອບ​ສວນ ພ້ອມໆ​ກັບຕຳຣວດ ອີກ 4 ຄົນ ທີ່​ທາ​ງການ​ສົງ​ໃສ​ວ່າ ໄດ້​ປະກອບສ່ວນ​ ນຳ​ການ​ສັງຫານ​ໝູ່​ນັ້ນ. ທາງ​ການ​ສົງ​ໃສ​ວ່າ ນາຍ AMPATUAN ກັບ​ທະຫານ​ກອງ​ຫລອນ​ຂອງ​ເຂົາ ​ເປັນຜູ້​ຢູ່​ເບື້ອງ​ຫລັງ​ ການ​ລັກພາ​ໂຕ ​ແລະ​ສັງຫານ​ ພວກ​ສນັບ​ສນູນ ຄູ່​ແຂ່ງ​ທາງ​ການ​ເມືອງ​ຂອງ​ເຂົາ ທ່ານ ISMAEL MANGUDADATU ກັບ​ນັກ​ຂ່າວ​ອີກ ຢ່າງ​ນ້ອຍ 18 ຄົນ​ ຢູ່​ໃນຣົດຂບວນນື່ງ ທີ່​ຖືກ​ພວກ​ກອງ​ຫລອນ​ ຢຸດ ໃນມື້ວັນຈັນ ຜ່ານມາ ຂນະທີ່​ ກຳລັງເດີນທາງ​ ໄປ​ສ​ເນີ​ຊື່ ​ຂອງ​ທ່ານ MANGUDADATU ເພື່ອສະມັກ ເປັນເຈົ້າແຂວງໆ MAGUINDANAO ​ແຂ່ງ​ກັບ​ນາຍ AMPATUAN ໃນການເລືອກຕັ້ງ ປີ 2010.

ຈີນ: ຈີນໄດ້ຕັ້ງເປົ້າໝາຍ ຄັ້ງທຳອິດ ໃນການ ຫລຸດຜ່ອນ ການປ່ອຍແກັສຄາຣ໌ບອນໄດອອກ ໄຊຂອງຕົນ ນຶ່ງມື້ ຫລັງຈາກສະຫະຣັດ ໄດ້ປະ ກາດ ກ່ຽວກັບຄວາມຕັ້ງໃຈ ທີ່ຄ້າຍຄືກັນນີ້ ກ່ອນກອງປະຊຸມສຸດຍອດ ວ່າດ້ວຍ ການປ່ຽນແປງ ຂອງດິນຟ້າອາກາດ. ສະພາ ປົກຄອງຣັດຂອງຈີນ ກໍ​ຄືຄະນະ ຣັຖບານຈີນ ກ່າວໃນວັນພະຫັດ ມື້ນີ້ວ່າ ພາຍໃນປີ 2020 ຈີນຈະຫລຸດຜ່ອນ ຄວາມເຂັ້ມຂຸ້ນ ຂອງແກັສຄາຣ໌ບອນລົງ 40 ຫາ 45% ຈາກຣະດັບ ຂອງປີ 2005. ຄວາມເຂັ້ມຂຸ້ນ ຂອງແກັສຄາຣ໌ບອນ ແມ່ນປະຣິມານ ຂອງແກັສເຮືອນແກ້ວ ທີ່ແຕ່ລະຫົວໜ່ວຍ ຂອງລາຍໄດ້ແຫ່ງຊາດ ປ່ອຍອອກ​ສູ່​ບັນຍາກາດ​. ຄະນະຣັຖບານຈີນ ກ່າວ​ເຖິງ ການວາງເປົ້າໝາຍ ດັ່ງກ່າວນີ້ວ່າ ເປັນການເອົາມາຕການ ດ້ວຍຄວາມສະມັກໃຈ ແລະທຳນາຍວ່າ ມັນຈະມີສ່ວນຊ່ວຍຢ່າງສຳຄັນ ຕໍ່ການດຳເນີນ ຄວາມພະຍາຍາມ ຂອງໂລກ ເພື່ອແກ້ໄຂ ບັນຫາການປ່ຽນແປງ ຂອງດິນຟ້າອາກາດ. ໃນຕອນເຊົ້າ ຂອງວັນພະຫັດມື້ນີ້ ຈີນ​ແຖ​ລງວ່າ ນາຍົກຣັຖມຸນຕຣີ WEN JIABAO ຈະໄປຮ່ວມ ກອງປະຊຸມສຸດຍອດ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ທີ່ນະຄອນ COPENHAGEN ໃນເດືອນໜ້າ.

ກຳປູເຈັຽ: ທະນາຍຄວາມ ຂອງອະດີດ ຫົວໜ້າ ຄຸມຂັງ ພວກນັກໂທດ ຂເມນແດງ ໄດ້ຮ້ອງຮຽນ ຕໍ່ສານອາຊຍາກັມສົງຄາມ ທີ່ໄດ້ຮັບການສນັບ ສນຸນ ຈາກອົງການ ສະຫະປະຊາຊາດນັ້ນວ່າ ໃຫ້ພິຈາຣະນາ ກ່ຽວກັບການສຳນຶກຜິດ ຂອງລູກຄວາມ ຂອງລາວ ແລະກ່າວຫາ ພວກໄອຍະການວ່າ ຢາກໃຫ້ຜູ້ກ່ຽວ ເປັນແພະຮັບບາບ ສຳລັບ ຄວາມ​ໂຫດ​ຮ້າຍ​ຕ່າງ​ໆ ທີ່ອຳນາດ ການປົກຄອງ ຂເມນແດງ ໄດ້ກໍ່ຂຶ້ນນັ້ນ. ທ່ານ FRANCOIS ROUX ທະນາຍຄວາມ ຂອງຈຳເລີຍ ທີ່ເປັນຄົນຝຣັ່ງ ກ່າວວ່າ ການທີ່ໄອຍະການ ທວງໃຫ້ຈຳຄຸກ ນາຍ KAING GUEK EAV ຊຶ່ງຮູ້ກັນ ໃນອີກຊື່ນຶ່ງວ່າ ນາຍ DUCH ເປັນເວລາ 40 ນັ້ນ ແມ່ນບໍ່ໄດ້ຄຳນຶງເຖິງ ການຂໍຂະມາໂທດ ຊ້ຳແລ້ວຊ້ຳອີກ ຂອງຈຳເລີຍ. ທ່ານ ROUX ໄດ້ຮຽກຮ້ອງໃຫ້ສານ ພິຈາຣະນາຄືນໃໝ່ ຄຳ​ຮຽກຮ້ອງດັ່ງກ່າວ ຂອງຄະນະໄອຍະການ ເພື່ອເຫັນແກ່ ຜົນປໂຍດ ໃນການສ້າງ ຄວາມປອງດອງຊາດ. ທ່ານ ROUX ກ່າວວ່າ ຄວາມເຕັມໃຈ ຍອມຮັບຜິດ ຂອງນາຍ DUCH ນັ້ນແມ່ນໂອກາດ ທາງປະວັດສາດ ສຳລັບກຳປູເຈັຽ.

ມຸມໄບ - ອິນເດັຽ: ຕຳຣວດອິນເດັຽໄດ້ນຳສະ ແດງ ອຸບປະກອນ ທີ່ມີການຍົກຣະດັບ ແລະປະ ຊາຊົນ ໄດ້ຈັດພິທິ ໄວ້ອາລັຍແບບງຽບໆ ທີ່ນະຄອນມຸມໄບ ນຶ່ງປີຫລັງຈາກ ໄດ້ມີການບຸກໂຈມຕີ ຂອງພວກ ຫົວຮຸນແຮງ ທີ່ໄດ້ເຮັດໃຫ້ ສູນກາງການເງິນ ຂອງອິນເດັຽ ເປັນອັມມະພາດ ເປັນເວລາ 40 ຊົ່ວໂມງ ແລະມີຜູ້ເສັຽຊີວິດ 166 ຄົນ. ໜ່ວຍກ້າຕາຍ ຂອງຕຳຣວດ ໄດ້​ແສດ​ງ ການ​ໄຕ່ລົງມາຈາກ ຕຶກອາຄານ ຢ່າງ​ວ່ອງ​ໄວ ແລະອາວຸດໃໝ່ ແລ້ວກໍຂັບຣົດ ຫຸ້ມເກາະ​ໃໝ່ໆ ​ຜ່ານໃຈກາງ​ ນະຄອນມຸມໄບ ໃນການສະແດງກຳລັງ ແລະການຮັກສາ ຄວາມສະງົບ ຊຶ່ງເປັນພາກສ່ວນນຶ່ງ ຂອງພິທີ ທີ່ຈັດຂຶ້ນ ໃນວັນຄົບຮອບນຶ່ງປີ ໃນການໂຈມຕີ ຂອງພວກກໍ່ການຮ້າຍ. ອຸບປະກອນໃໝ່ ທີ່ວ່ານີ້ ແມ່ນພາກສ່ວນນຶ່ງ ຂອງແຜນການ ປັບປຸງ ການຮັກສາ ຄວາມປອດພັຍ ມູນຄ່າ 27 ລ້ານໂດລາ ຂອງນະຄອນມຸມໄບ ຫລັງຈາກໄດ້ ຖືກຕຳໜິຕິຕຽນວ່າ ເຈົ້າໜ້າທີ່ ບໍ່ໄດ້ຮັບການ ຝຶກແອບທີ່ດີແ ລະມີອາວຸດ ບໍ່ພຽງພໍ ໃນການປົກປ້ອງ ຄຸ້ມຄອງ ນະຄອນດັ່ງກ່າວ ຈາກການໂຈມຕີ ຂອງພວກກໍ່ການຮ້າຍ.

ວຽດນາມ: ວຽດນາມໄດ້ຫລຸດຄ່າເງິນດົງ ແລະ ຂຶ້ນ ອັດຕຣາດອກເບັ້ຽ ໃນຄວາມພະຍາຍາມ ເພື່ອຄວາມຄຸມເງິນເຟີ້. ທະນາຄານກາງ ຂອງ ວຽດນາມ ໄດ້ຫລຸດຄ່າເງິນດົງລົງ 5.4% ໃນການແລກປ່ຽນ ກັບເງິນໂດລາ ຂອງສະຫະຣັດ ໃນວັນພຸດວານນີ້ ແລະໄດ້ຂຶ້ນ ອັດຕຣາດອກເບັ້ຽ ຈາກ 7 ເປັນ 8%. ທະນາຄານກາງ ຂອງວຽດນາມ ກ່າວໃນວັນພະຫັດ ມື້ນີ້ວ່າ ຕົນຈະຫລຸດ ຄ່າເງິນດົງ ລົງຕື່ມອີກ 3%. ອັດຕຣາເງິນເຟີ້ ຂອງ​ວຽດນາມ ໄດ້ຖີບໂຕຂຶ້ນ 4.4% ໃນເດືອນພະຈິກນີ້ ຊຶ່ງເປັນອັດຕຣາທີ່ສູງທີ່ສຸດ ໃນຮອບ 6 ເດືອນ. ຕາມອັດຕຣາ ການແລກປ່ຽນໃໝ່ນັ້ນ 1 ໂດລາແລກໄດ້ 17 ພັນ 961 ດົງ ຕາມອັດຕຣາ ຂອງທາງການ ແຕ່ໃນຕລາດມືດ 1 ໂດລາ ສາມາດແລກໄດ້ ເຖິງ 19 ພັນ 500 ດົງ.

ວັນຂອບຄຸນພຣະເຈົ້າ: ມື້​ນີ້​ ແມ່ນ​ວັນ​ THANKSGIVING ຫຼື​ວັນ​ຂອບຄຸນ​ພະ​ເຈົ້າຢູ່​ ໃນ​ສຫະຣັດ ​ແລະ​ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກໍໄດ້ປະຕິບັດ​ຕາມ​ ປະ​ເພນີ​ ທີ່​ມີ​ມາ​ ເປັນ​ເວລາ​ຫລາຍ​ໆສິບ​ປີ ​ໂດຍ​ໄດ້ໃຫ້ ອະພັຍໂທດ ແກ່ໄກ່ງວງໂຕນຶ່ງ ຊຶ່ງໄດ້ຊ່ອຍ ໃຫ້ໄກ່ງວງໂຕນີ້ ລອດພົ້ນຈາກ ການຖືກນຳມາປຸງ ເປັນອາຫານກິນ​ໃນວັນສລອງບຸນ ຂອບຄຸນພຣະເຈົ້າ ຕາມປະເພນີນັ້ນ. ໃນພິທີ ປະຈຳປີ ທີ່ນຳນຽບຂາວ ໃນມື້ວານນີ້ ທ່ານ OBAMA ໄດ້ປ່ອຍໄກ່ງວງ ທີ່ໜັກ 20 ກິໂລ ແລະມີຊື່ວ່າ “ກ້າຫານ” ໃນການໃຫ້ ອະພັຍໂທດ ແບບບໍ່ມີເງື່ອນໄຂ ຂອງປະທານາທິບໍດີ. ໄກ່ງວງກ້າຫານ ແລະໄກ່ງວງອີກໂຕນຶ່ງ ທີ່ມີຊື່ວ່າ “CAROLINA” ​ໄດ້ຖືກສົ່ງ ໂດຍທາງເຮືອບິນ ໄປຍັງສວນມະຫາສະນຸກ DISNEYLAND ທີ່ຣັດກາລີຟໍເນັຽ ບ່ອນທີ່ໄກ່ງວງທັງ 2 ໄດ້ຖືກແຕ່ງຕັ້ງ ໃຫ້ເປັນຫົວໜ້າ ກິຕິມະສັກ ໃນການເດີນສວນສນາມ ພາເຫຣດປະຈຳປີ ເນື່ອງໃນໂອກາດວັນ ຂອບຄຸນພຣະເຈົ້າ ທີ່ສວນ DISNEYLAND ໃນວັນພະຫັດມື້ນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG