ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ປະກາດວ່າ ຈະເຮັດຫລ້ອນ ວຽກງານ ໃນອັຟການິສຖານ


ສະຫະຣັດ - ອັຟການິສຖານ: ປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ທ່ານຕັ້ງໃຈ ທີ່ຈະເຮັດຫລ້ອນວຽກງານ ໃນອັຟການິສຖານ ແລະຈະປະກາດ ໃນໄວໆນີ້ ກ່ຽວກັບ ການຕັດສິນໃຈ ຂອງທ່ານ ໃນເຣື່ອງຣະດັບ ຂອງທະຫານ ອະເມຣິກັນ ທີ່ເຮັດສົງຄາມ ຢູ່ໃນປະເທດດັ່ງກ່າວ. ປະທານາທິບໍດີ OBAMA ກ່າວທີ່ທຳນຽບຂາວ ໃນມື້ວັນອັງຄານວ່າ ທ່ານຈະໃຫ້ ການອະທິບາຍ ກ່ຽວກັບ ການຕັດສິນໃຈຂອງທ່ານ ຕໍ່ຊາວອະເມຣິກັນ ຫລັງຈາກງານບຸນ ສລອງວັນ ຂອບຄຸນພຣະເຈົ້າ ທີ່ສະຫະຣັດ ໃນວັນພະຫັດ ມື້​ອື່ນນີ້. ປະທານາທິບໍດີ OBAMA ກ່າວວ່າ ມັນເປັນຜົນປໂຍດ ໃນດ້ານຍຸທສາດ ຂອງສະຫະຣັດ ທີ່ຈະໃຫ້ ເປັນທີ່ແນ່ໃຈວ່າ ພວກກໍ່ການຮ້າຍ AL-QAIDA ແລະເຄືອຂ່າຍ ຈະບໍ່ສາມາດ ປະຕິບັດງານ ຢ່າງມີປະສິດທິຜົນ ໄດ້ຢູ່ໃນຂົງເຂດ ແລະຄວາມທຸ່ນທ່ຽງ ຂອງອັຟການິສຖານ ແມ່ນມີຄວາມສຳຄັນ ສຳລັບຂັ້ນຕອນ ດັ່ງກ່າວ. ທ່ານ OBAMA ໄດ້ທຳການປະຊຸມ ຮອບສຸດທ້າຍ ກ່ຽວກັບການຮ່າງ ຍຸທສາດໃໝ່ ໃນການເຮັດສົງຄາມ ຢູ່ອັຟການິສຖານ ກັບບັນດາສະມາຊິກ ໃນຄະນະສະພາ ຄວາມໝັ້ນຄົງແຫ່ງຊາດ ຂອງທ່ານ ໃນມື້ວັນຈັນຜ່ານມາ.

ກຳປູເຈັຽ: ຄະນະໄອຍະການ ໃນການດຳເນີນຄະດີ ອະດີດຫົວໜ້າ ຄຸມຂັງນັກໂທດ ຂອງພວກຂເມນແດງ ນາຍ KAING GUEK EAV ຊຶ່ງຮູ້ກັນ ໃນອີກຊື່ນຶ່ງວ່າ ນາຍ DUCH ນັ້ນ ໄດ້ທວງໃຫ້ຕັດສິນໂທດ ຈຳຄຸກຜູ້ກ່ຽວ ເປັນເວລາ 40 ປີ ຍ້ອນບົດບາດຂອງ​ເຂົາ ​ໃນການສັງຫານ ຊາວກຳປູເຈັຽ ຈຳນວນ ຫລາຍພັນຄົນ. ທ່ານ WILLIAM SMITH ຊຶ່ງເປັນໄອຍະການຮ່ວມ ໄດ້ກ່າວຕໍ່ສານ ທີ່ໄດ້ຮັບ ການສນັບສນຸນ ຈາກອົງການ ສະຫະປະຊາຊາດ ໃນວັນພຸດມື້ນີ້ວ່າ ນາຍ DUCH ໄດ້ສ້າງຄວາມຢ້ານກົວ ໄປທົ່ວກຳປູເຈັຽ ໃນລະຫວ່າງ ການປົກຄອງ ຂອງພວກຂເມນແດງ ແຕ່ປີ 1975 ຫາປີ 1979. ທ່ານ SMITH ເວົ້າວ່າ ນາຍ DUCH ຄວນຮັບຜິດຊອບ ຕໍ່ອັນທີ່ທ່ານເອີ້ນວ່າ ຄວາມໂຫດຮ້າຍປ່າເຖື່ອນ ຢ່າງບໍ່ຢຸດຢ່ອນ​ຂອງ​ເຂົາ ຢູ່ທີ່ຄຸກ S-21 ທີ່ນະຄອນຫລວງ ພະນົມເປັນນັ້ນ. ນາຍ DUCH ຖືກກ່າວຫາວ່າ ເປັນຜູ້ກຳກັບ ເບິ່ງນຳການທໍຣະມານ ແລະການປະຫານຊີວິດ ພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ 15 ພັນກວ່າຄົນ ໃນກຳປູເຈັຽ. ຢູ່ທີ່ສານ ໃນວັນພຸດມື້ນີ້ ນາຍ DUCH ໄດ້ຂໍຂະມາໂທດ ອີກຄັ້ງນຶ່ງ ນຳພວກທີ່ລອດ ຊີວິດມາໄດ້ ແລະຄອບຄົວ ຂອງພວກເຄາະຮ້າຍ.

ຟີລິບປິນ: ເຈົ້າໜ້າທີ່ ຟີລິບປີີນກ່າວວ່າ ຈຳນວນຜູ້ເສັຽຊີວິດ ຈາກການສັງຫານໝູ່ ທີ່ພົວພັນກັບ ການເລືອກຕັ້ງ ຢູ່ໃນເຂດພາກໃຕ້ ຂອງປະເທດນັ້ນ ໄດ້ເພີ້ມຂຶ້ນ ເປັນ 57 ຄົນແລ້ວ. ໃນວັນພຸດມື້ນີ້ ເຈົ້າໜ້າທີ່ ໄດ້ພົບເຫັນ ສົບຄົນຕາຍ ຕື່ມອີກ 11 ສົບ ທີ່ຖືກຝັງລວມ ໃນຂຸມຂນາດໃຫຍ່ ຫລາຍ​ຂຸມ ລຸນຫລັງການໂຈມຕີ ຂະບວນຣົດ ຂອງພວກທີ່ໄປຈົດຊື່ ຜູ້ສະມັກເລືອກຕັ້ງ ທີ່ແຂວງ MAGUINDANOA ເທິງເກາະມິນດານາວ ໃນມື້ວັນຈັນຜ່ານມາ. ມີພວກນັກຂ່າວ ຈຳນວນນຶ່ງ ແລະພວກສນັບສນຸນ ຜູ້ທີ່ຈະສະມັກ ເປັນເຈົ້າແຂວງ ຮ່ວມເດີນທາງ ໄປນຳຂະບວນຣົດ ທີ່ວ່ານີ້ ເວລາພວກມືປືນ ປະມານ 100 ກວ່າຄົນ ດັກສະກັດໂຈມຕີ. ເຈົ້າໜ້າທີ່ກ່າວວ່າ ມີພວກນັກຂ່າວ ຢ່າງນ້ອຍ 18 ຄົນ ເສັຽຊີວິດ ຊຶ່ງເຮັດໃຫ້ ການໂຈມຕີ ໃນຄັ້ງນີ້ ເປັນການໂຈມຕີ ຄັ້ງຮ້າຍແຮງສຸດ ຕໍ່ສື່ມວນຊົນ ເທົ່າທີ່ເຄີຍ ມີການບັນທຶກ​ໄວ້ ບໍ່ວ່າຢູ່ແຫ່ງໃດ ໃນໂລກ. ນອກນັ້ນແລ້ວ ພວກມືປືນ ຍັງໄດ້ສັງຫານ ພັລຍາ ພ້ອມດ້ວຍ ນ້ອງສາວ 2 ຄົນ ແລະຍາດພີ່ນ້ອງ ອີກຈຳນວນນຶ່ງ ຂອງທ່ານ ISMAEL MANGUDADATU ຜູ້ສະມັກເລືອກຕັ້ງ​ ເປັນ​ເຈົ້າ​ແຂວງ ທີ່ບໍ່ໄດ້ຮ່ວມ ເດີນທາງໄປກັບ ຂະບວນຣົດ ​ແຕ່ໄດ້ສົ່ງພັລຍາ ແລະພີ່ນ້ອງ ທີ່ເປັນແມ່ຍິງ ໄປຈົດທະບຽນ ສະມັກ​ເຂົ້າ​ແຂ່ງ​ຂັນ​ ໃຫ້ທ່ານ ຍ້ອນຢ້ານວ່າ ອາດຈະມີການ ໂຈມຕີເກີດຂຶ້ນ.

ຈີນ: ຈີນກ່າວວ່າ ຕົນຈະຊອກ ຫາຊ່ອງທາງ ເພື່ອໃຫ້ມີການ ຮັບຮອງ​ເອົາເປົ້າໝາຍ ທີ່​ມີ​ອຳນາດ​ຜູກ​ມັດ​ ໃຫ້​ປະຕິບັດ​ຕາມ ໃນການຫລຸດຜ່ອນ ການ​ປ່ອຍ​ມົນ​ລະ​ພິດ ​ໃສ່​ບັນຍາກາດ ຂອງ​ໂລກ​ລົງ​ນັ້ນ ເວລາພວກຜູ້ແທນ ຂອງໂລກ ໄປຮ່ວມກອງ ປະຊຸມ ນາໆຊາດ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ທີ່ນະຄອນ COPENHAGEN ໃນເດືອນໜ້າ. ທ່ານ LI GAO ຊຶ່ງເປັນນຶ່ງ ໃນຄະນະເຈຣະຈາ ຄົນສຳຄັນຂອງຈີນ ກ່ຽວກັບເຣື່ອງນີ້ ກ່າວວ່າ ປັກກິ່ງ ຈະບໍ່ຍອມຮັບ​ເດັດຂາດ ຖ້າກອງປະຊຸມສຸດຍອດ ທີ່ນະຄອນ COPENHAGEN ຫາກສິ້ນສຸດລົງ ດ້ວຍອັນທີ່ທ່ານເອີ້ນວ່າ ຄຳປະກາດ ລົມໆ​ແລ້ງໆ ທາງການເມືອງ. ກອງປະຊຸມສຸດຍອດ ຊຶ່ງຈະຈັດຂຶ້ນ ໃນເດືອນທັນວາ ຈະມານີ້ ຕົ້ນຕໍແລ້ວ ແມ່ນກຳນົດໃຫ້ ເປັນການໂຮມຊຸມນຸມ ເພື່ອ​ເຮັດສົນທິສັນຍາ ສະບັບໃໝ່ຂື້ນ​ມາ ແທນທີ່ ສົນທິສັນຍາກຽວໂຕ ທີ່ໄດ້ບັນລຸກັນ ໃນປີ 1997. ແຕ່ແນວໃດກໍຕາມ ການເຈຣະຈາ ເພື່ອໃຫ້ມີການບັນລຸ ຂໍ້ຕົກລົງສະບັບໃໝ່ ກ່ຽວກັບ ການປ່ອຍແກັສ ເຮືອນແກ້ວ ທີ່ພວກນັກວິທຍາສາດ ເວົ້າວ່າ ເປັນໂຕການ ທີ່ພາໃຫ້ອາກາດ ຂອງໂລກຮ້ອນເອົ້າຂຶ້ນນັ້ນ ໄດ້ກໍ່ໃຫ້ເກີດ ການຂັດແຍ້ງກັນ ລະຫວ່າງບັນດາ ປະເທດທີ່ຈະເຣີນແລ້ວ ແລະປະເທດທີ່ ກຳລັງພັທນາ.

ສະຫະຣັດ - ອິນເດັຽ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ການເປັນພາຄີ ລະຫວ່າງສະຫະຣັດ ກັບອິນເດັຽ ຈະເປັນນຶ່ງ ໃນບັນດາ​ ຄວາມ​ສຳພັນ ທີ່​ກຳນົດທິດທາງ ຂອງສັຕວັດທີ 21 ຊື່​ງທ່ານ​ໄດ້​ແສດ​ງ ຄວາມ​ເຫັນ​ດັ່ງກ່າວ ​ໃນ​ໂອກາດ​ ຕ້ອນຮັບ ນາຍົກຣັຖມຸນຕຣີ ອິນເດັຽ ທ່ານ MANMOHAN SINGH ທີ່ທຳນຽບຂາວ ໃນມື້ວານນີ້. ຜູ້ນຳທັງສອງ ຕ່າງກໍໃຫ້ ຄຳໝັ້ນສັນຍາວ່າ ຈະດຳເນີນງານຮ່ວມກັນ ເພື່ອເສີມຂຍາຍ ເສຖກິດໂລກ ຫລຸດຜ່ອນ ການປ່ຽນແປງ ຂອງດິນຟ້າອາກາດ ຈຳກັດການແຜ່ຜາຍ ອາວຸດນິວເຄລັຽ ແລະຕໍ່ຕ້ານ ພວກກໍ່ການຮ້າຍ. ພ້ອມດຽວກັນນີ້ ປະທານາທິບໍດີ OBAMA ກໍໄດ້ຮັບເອົາ ການເຊື້ອເຊີນ ຂອງທ່ານ SINGH ເພື່ອໃຫ້ທ່ານ ເດີນທາງໄປ ຢ້ຽມຢາມອິນເດັຽ ​ໃນ​ປີໜ້າ. ທັງທ່ານ SINGH ແລະປະທານາທິບໍດີ OBAMA ຕ່າງກໍໄດ້ເວົ້າເຖິງ ຄວາມຈຳເປັນ ກ່ຽວກັບການ ມີສະເຖັຽຣະພາບ ທາງດ້ານການເມືອງ ຢູ່ໃນເຂດ ເອເຊັຽໃຕ້. ທ່ານ OBAMA ກ່າວວ່າ ມັນບໍ່ແມ່ນ ໜ້າທີ່ຂອງສະຫະຣັດ ທີ່ຈະບອກໃຫ້ ອິນເດັຽ ແລະປາກິສຖານ ປະຕິບັດ​ແນວ​ໃດ ກ່ຽວກັບເຣື່ອງ ຄວາມສັມພັນ ຂອງພວກເຂົາເຈົ້າ ແຕ່ທ່ານເວົ້າວ່າ ທ່ານມີຄວາມຫວັງວ່າ ໃນທີ່ສຸດ ປາກິສຖານ ກໍຈະສາມາດ ແກ້ໄຂບັນຫາ ກຸ່ມກໍ່ການຮ້າຍ ທີ່ປະຕິບັດງານ ຢູ່ໃນປະເທດ ຂອງ​ຕົນ​ນັ້ນໄດ້.

ມຸສລິມ - ຫາຈຈ໌: ພວກມຸສລິມ ຈາກທົ່ວໂລກ ກຳລັງໄປເຕົ້າໂຮມກັນ ເພື່ອປະກອບສ່ວນ​ ໃນ​ເທສການ ສແວງບຸນ HAJJ ທີ່ເມືອງເມກາ ໃນປະເທດ SAUDI ARABIA. ເປັນທີ່ຄາດກັນວ່າ ຈະມີຢ່າງນ້ອຍ 2 ລ້ານ 5 ແສນຄົນ ໄປຮ່ວມພິທີ ສລອງບຸນ ປະຈຳປີດັ່ງກ່າວ ຂະນະທີ່ ເຈົ້າໜ້າທີ່ ພວມດຳເນີນງານ ຢ່າງຂຸ້ນຂ້ຽວ ເພື່ອປ້ອງກັນ ກ່ຽວກັບການເຕືອນ ໃນເຣື່ອງ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A H1N1 ແລະຄວາມວິຕົກກັງວົນ ໃນເຣື່ອງຄວາມປອດພັຍ. ພວກນັກຊ່ຽວຊານ ໃນດ້ານພະຍາດ ກ່າວວ່າ ສະພາບການ ຢູ່ແອອັດ ຂອງຝູງຊົນ ໃນລະຫວ່າງ ພິທີສລອງບຸນ HAJJ ນັ້ນ ຈະເຮັດໃຫ້ SAUDI ARABIA ບ່ອນທີ່ ຈະເກີດການ ແຜ່ຣະບາດ ຂນາດໃຫຍ່ ຂອງເຊື້ອໄວຣັສ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A H1N1. ເຈົ້າໜ້າທີ່ SAUDI ARABIA ໄດ້ເລີ້ມທຳການ ສັກຢາກັນ ໄຂ້ຫວັດໃຫຍ່ແລ້ວ ກ່ອນໜ້າພິທີ ສລອງບຸນ HAJJ. ການໄປສແວງບຸນ ທີ່ເມືອງເມກາ ແມ່ນນຶ່ງໃນ 5 ພັນທະ ຫລືສິນ 5 ທີ່ ຊາວມຸສລິມທຸກຄົນ ຫາກມີຄວາມສາມາດ ຄວນຈະກະທຳນັ້ນ ກໍຄືເຮັດຢ່າງນ້ອຍ 1 ເທື່ອ ໃນລະຫວ່າງ ທີ່ຍັງມີຊີວິດຢູ່.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG