ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການລົດຖີບເພື່ອຊາວໂລກທີ່ສະຫະຣັດ ສົ່ງລົດຖີບໄປຊ່ອຍ ຄົນທີ່ຢູ່ປະເທດກຳລັງພັດທະນາ


ໂຄງການ ລົດຖີບເພື່ອຊາວໂລກ ຫລື Bikes for the Worldໄດ້ສົ່ງລົດຖີບ​ເກົ່າເປັນຫລາຍ ພັນຄັນ ຈາກອາເມຣິກາໄປໃຫ້ພວກຄົນທີ່​ບໍ່​ມີ ​ລົດຖີບຂີ່ຢູ່ປະເທດທີ່ກຳລັງພັດທະນາ.

ຊາວອາເມຣິກັນ ຊື້ລົດຖີບປະມານ 18 ລ້ານ 5 ແສນຄັນໃນປີກາຍນີ້. ລົດຖີບບາງຈຳນວນ​ໃນ​ນັ້ນກໍບໍ່ໄດ້ຖືກນຳ​ໄປໃຊ້ ຫລາຍປານ​ໃດ ແລະ ສ່ວນຫລາຍມັກຖືກປະໄວ້ໃຫ້ຂີ້ຝຸ່ນຈັບ. ​ແຕ່ວ່່າໂຄງການອັນນຶ່ງຕັ້ງຢູ່ສະຫະຣັດໄດ້ ຮວບຮວມເອົາລົດຖີບຢູ່ສະຫະຣັດທີ່ຄົນບໍ່ ໃຊ້ແລ້ວນັ້ນສົ່ງໄປໃຫ້ຄົນທີ່ຕ້ອງການໃຊ້ ລົດຖີບໃນບັນດາປະເທດກຳລັງພັດທະນາ.

ທ່ານ Keith Oberg​ ​ຫົວໜ້າຂອງ ໂຄງການລົດຖີບ ເພື່ອຊາວໂລກ ຫລື Bikes for the World ໃຫ້ຄວາມ ເຫັນວ່າ “ທຸກໆຄົນມີລົດຖີບເກົ່າ ແຕ່ບໍ່ຄ່ອຍເອົາມາຂີ່ໂດຍຈະ ເກັບໄວ້ໃນບ່ອນຈອດລົດ ຫ້ອງໃຕ້ດິນ ຫລືເຮືອນນ້ອຍໄວ້ເຄຶ່ອງຫລັງບ້ານ ແລະ ຕໍ່ມາກໍ ເອົາຖິ້ມໄປ”

ໂຄງການ Bikes for the World ໄດ້ຮວບຮວມເອົາລົດຖີບ ທີ່ຄົນບໍ່ໃຊ້ແລ້ວນັ້ນ ແລ້ວ ສົ່ງໄປໃຫ້ຄົນຢູ່ໃນ ບັນດາປະເທດກຳລັງພັດທະນາໃຊ້ ​ໂດຍ​ໃຊ້​ຄ່າ​ຂົນ​ສົ່ງໃນລາຄາຖືກ. ໃນປີກາຍນີ້ ອົງການດັ່ງກ່າວໄດ້ສົ່ງລົດຖີບ ໄປໃຫ້ຄົນຢູ່ໃນປະເທດທຸກ​ຈົນເຫລົ່ານັ້ນ ປະ ມານ 10 ພັນ 300 ຄັນ ແລະ ໃນປີນີ້ ໄລຍະ 8 ເດືອນ ຕົ້ນປີນີ້ ໂຄງການນີ້ກໍໄດ້ສົ່ງ ລົດຖີບຫລາຍກວ່າ 5 ພັນ ຄັນ ໄປໃຫ້ແກ່ຄົນ​ຊາວໂລກທີ່ຢູ່ໃນປະເທດທີ່ທຸກຈົນກວ່າ.

ໂຄງການນຳເອົາລົດຖີບມາໝູນຄືນໃຊ້ໃໝ່ ດັ່ງກ່າວນີ້ ແມ່ນເປັນໂຄງການທີ່ໃຫຍ່ທີ່ ສຸດຢູ່ໃນສະຫະຣັດເຊິ່ງວ່າ ໄດ້ຮັບການສະ ໜັບສະໜູນຈາກສະມາຄົມລົດຖີບຂອງຊາວ ກຸງວໍຊີງຕັນ.

ໂຄງການ ລົດຖີບເພື່ອຊາວໂລກໄດ້ເລີ້ມ ປະຕິບັດງານ ໃນປີ 2005 ແລະ ທ່ານ Keith Oberg ຫົວໜ້າຂອງ ໂຄງການນີ້ ໄດ້ກ່າວວ່າ ນັບຕັ້ງແຕ່ນັ້ນມາ ໂຄງການນີ້ ກໍ ໄດ້ສົ່ງລົດຖີບ ຫລາຍກວ່າ 40 ພັນຄັນໄປ ໃຫ້ແກ່ຊຸມຊົນທ້ອງຖິ່ນໃນ ອາຟຣິກກາ, ອາ ເມຣິກາ ລາຕິນ ແລະ ເຂດທະເລຄາຣິບຽນ. ທ່ານກ່າວດັ່ງນີ້: “ປັດຈຸບັນນີ້ ພວກເຮົາ ທຳງານຢ່າງຈິງຈັງຮ່ວມກັບຜູ້ຮ່ວມງານ ເຈັດ ປະເທດ ເຊັ່ນ ປະເທດ ຢູກັນດາ ແລະ ການາ ເປັນຕົ້ນ. ພວກເຮົາກຳລັງໂອ້ລົມ ກັບ ອົງການນຶ່ງວ່າພວກເຮົາຢາກສົ່ງລົດຖີບໄປຍັງປະເທດ ໄລບີເຣຍ. ຜ່ານມາພວກເຮົາເຄີຍ ໄດ້ສົ່ງລົດຖີບໄປປະເທດ ນາມີເບຍ ແລະກຳເບຍ. ແລະ ໃນປະເທດແຖບອາເມຣິກາ ກາງ ພວກເຮົາກໍໄດ້ສົ່ງໄປ ປານາມາ, ໂຄສຕາຣິິກາ ຮອນດູຣັສ, ກວາ ເຕມາລາ ແລະ ເວລານີ້ພວກເຮົາກໍກຳລັງຕິດຕໍ່ກັບອີກສອງອົງການໃນປະເທດ ອາລຊາລວາດໍ.”

ໂຄງການBikes for the World ໄດ້ເຮັດວຽກຮ່ວມກັບ ກຸ່ມອົງ ການທີ່ບໍ່ເອົາຜົນກຳໄລ ຢູ່ໃນສະຫະຣັດ ເພື່ອຊອກຫາ ຫລື ຮວບຮວມເອົາລົດຖີບທີ່ຄົນບໍ່ຕ້ອງການໃຊ້ນັ້ນ ແລ້ວ ກໍຕິດຕໍ່ກັບອົງການ ທີ່ບໍ່ເອົາຜົນກຳໄລ ຢູ່ໃນປະເທດອື່ນເພື່ອສົ່ງລົດຖີບໄປໃຫ້ອົງ ການ ແລະ ບຸກຄົນທີ່ມີ​ຄວາມຕ້ອງການໃຊ້ມັນຫລາຍທີ່ສຸດ.

ຍົກຕົວຢ່າງເຊັ່ນ ອົງການ ເຄືອຂ່າຍລົດຖີບ ເພີ້ມຄວາມ ສາມາດ​ໃຫ້​ແກ່​ຄົນ ນາມີເບຍ ຫລື Bicycle Empowerment Network Namibia ໄດ້ໃຊ້ລົດຖີບເພື່ອ​ເປັນ​ການ​ພາຫະນະ ຂົນສົ່ງແກ່ ພວກພະນັກງານແພດ ​ເພື່ອ​ໃຫ້ເຂົາເຈົ້າສາມາດເດີນທາງໄປເບິ່ງ​ແຍງ​ປິ່ນປົວຄົນເຈັບໄດ້ຫລາຍຄົນກວ່າເກົ່າ ໃນແຕ່ ລະມື້. ນອກນັ້ນ ອົງການນີ້ຍັງໄດ້ໃຊ້ ລົດຖີບເຫລົ່ານີ້ ເພື່ອເປັນລົດໂຮງໝໍ ນຳສົ່ງຄົນເຈັບໄປໂຮງໝໍ.

XS
SM
MD
LG