ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນ 21 ຄົນເສັຍຊີວິດ ຫລັງຈາກຖືກລັກພາໂຕ ທີ່ຟີລິບປິນ


ການ​ລັກພາ​ໂຕ​ຜູ້​ຄົນ​ທີ່ຟີ​ລິບ​ປິນ: ບັນດາ​ນາຍ​ທະຫານ​ໃນ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນກ່າວ​ວ່າ ​ໄດ້​ພົບ​ເຫັນສົບ ​ຂອງ​ປະຊາຊົນ 21 ສົບ ຫລັງ​ຈາກ​ພວກ​ມື​ປືນ​ປະມານ100ຄົນ ທ່ີເຊື່ອ ​ກັນ​ວ່າ​ເປັນ​ພວກ​ລູກນ້ອງ​ຂອງ​ນັກ​ການ​ເມືອງ​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ ​ໄດ້ລັກ ພາ​ໂຕ​ຜູ້​ຄົນ​ໄປ​ ຢ່າງ​ນ້ອຍ 30 ຄົນ​ ເພື່​ອຂັດຂວາງ​ບໍ່​ໃຫ້​ພວກ​ຄູ່ແຂ່ງ ໄດ້ສະ​ເໜີ​ຊື່ ​ຜູ້​ທີ່​ເຂົາ​ເຈົ້າແຕ່ງ​ຕັ້ງໃຫ້​ເຂົ້າ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ ທ່ີ ​ຈະ​ມີ​ຂຶ້ນ​ໃນອີກ​ບໍ່​ນານ​ນັ້ນ.
ທາງ​ການ​ຟີ​ລິບ​ປິນກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ແມ່ຍິງ​ຄົນ​ນຶ່ງ​ທ່ີ​ວາງແຜນ​ຈະ​ສະ​ເໜີ​ຊື່​ສາມີ​ຂອງ​ນາງ​ ເປັນ​ຜູ່​ສມັກ​ແຂ່ງຂັນ​ເປັນເຈົ້າແຂວງ ​ພ້ອມ​ທັງ ​ພວກ​ນັກ​ໜັງສືພິມ​ແລະ​ທະນາຍຄວາມ​ຫລາຍ​ຄົນ​ ​ແມ່ນ​ໂຮມ​ຢູ່​ໃນ​ພວກ ທ່ີ​ຖືກ​ລັກພາ​ໂຕ​ ໄປ​ຍັງ​ເຂດ​ພູ​ເຂົາ​ແຫ່ງ​ນຶ່ງ​ໃນ​ແຂວງ Maguindanao ເທິງເກາະ​ມິນ​ດາ​ນາວ​ ​ໃນພາກ​ໃຕ້​ຂອງ​ຟີ​ລິບ​ປິນນັ້ນ. ກອງທັບ​ຟີ​ລິບ​ປິນກ່າວ​ວ່າ ພວກ​ທະ​ຫານ​ທ່ີ​ຖືກ​ສົ່ງ​ໄປ​ຍັງ​ເຂດນັ້ນ ​ໄດ້​ພົບເຫັນ​ 21 ສົບ​ຂອງ​ຜູ້ທ່ີ​ຮວມຢູ່ໃນ​ພວກ​ທ່ີ​ທ່ີ​ຖືກ​ລັບ​ພາ​ໂຕ​ໄປ​ນັ້ນ. ການ​ປ່ອນ​ບັດ​ເລືອກ​ຕັ້ງ​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 21 ພຶດສະພາ​ປີ2010 ໜ້າ​ນີ້. ການ​ເລືອກຕົ້ັ້ງ​ໃນ​ຟີ​ລິບ​ປິນມັກ​ປະ​ເຊີນ​ກັບ​ການ​ກໍ່ຄວາມ​ ຮຸນ​ແຮງ​ຂຶ້ນ​ເລື້ອຍໆ​ ໂດຍ​ສະ​ເພາະ​ຢູ​ໃນ​ພາກ​ໃຕ້ ບ່ອນ​ທ່ີ​ກຳລັງ​ຮັກສາ​ຄວາມ​ສົງ​ບຂອງຣັຖບານ​ ກຳລັງ​ທຳ​ການ​ສູ້ຣົບກັບ​ພວກ​ກະບົດ​ຄອມ​ມີ​ວ ນິດ ຕລອດທັງ​ພວກ​ມຸສລິ​ມຫົວ​ຮຸນ​ແຮງ​ແລະ​ກັບ​ພວກ​ກຸ່ມຕ່າງໆ​ທ່ີຍາດ ​ແຍ່ງ​ແຂ່ງຂັນ​ກັນ ຢ່າງ​ຮ້າຍ​ແຮງ​ນັ້ນ.
ການ​ດຳ​ເນີນ​ຄະດີ​ທີ່ກຳປູ​ເຈັຍ: ການແສດງຄວາມ​ເຫັນ​ໂຕ້​ແຍ້​ງ​ກັນ ຂອງ​ພວກ​ທະນາຍຄວາມ​ກ່ອນ​ອັດ​ການ​ພິຈາລະນາ​ຄະດີ ໄດ້​ເຣີ່ມຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ສຳລັບ​ການ​ດຳ​ເນີນ​ຄະດີ ອະດີດ​ຫົວໜ້າ​ຄຸກ​ຂະ​ເໝນ​ແດງ ນາຍ​ເກັງ​ເກ​ກອີ​ວ ທ່ີ​ເອີ້ນ​ກັນ​ວ່າ DOIK ຊຶ່ງ​ຜູ້ກ່ຽວ​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ກຳກັບ​ນຳ​ການ​ທາຣຸນນະ​ກັມ ແລະ​ປະຫານ​ຊີວິດ​ພວກ​ຊາຍ​ ຍິງ​ ແລະ​ເດັກ​ນ້ອຍ​ ຫລາຍ​ກວ່າ 15 ພັນ​ຄົນ​ ​ໃນ​ກຳປູ​ເຈັຍນັ້ນ. ການ​ດຳ​ເນີນ​ຄະດີ​ຈະ​ອັດລົງ​ໃນ​ວັນ​ສຸກ​ອາທິດ​ນີ້ ແລະ​ຄາດ​ວ່າ​ພວກຜູ້​ພິພາກສາ​ສານອາຍາ​ພິ​ເສດ​ ຈະ​ອອກ​ຄຳ​ຕັດສິນ​ແລະ​ລົງ​ໂທດ​ໃນ​ຕົ້ນ ປີໜ້າ​ນີ້. ນາຍ Kaing Guek Eav ປະ​ເຊີນ​ກັບ​ການ​ຖືກ​ລົງ​ໂທດ​ໜັກ ທ່ີ​ສຸດ ຄື​ຈຳ​ຄຸກຕລອດ​ຊີວິດ​ ເພາະວ່າກຳປູ​ເຈັຍ​ບໍ່​ມີ​ໂທດ​ປະຫານ​ຊີວິດ. ໃນ​ຈຳນວນຜູ້ນຳ​ຂະ​ເໝັນ​ແດງທ່ີ​ຖືກ​ກ່ຽວ​ຫາ ນາຍ Duch ​ແມ່ນເປັນ ຄົນ​ດຽວທີ່​ໄດ້​ຍອມຮັບເອົາຄວາມຮັບຜິດຊອບ​ ສຳລັບ​ການ​ກະທຳ​ຂອງ​ຕົນ ໃນ​ຖານະ​ເປັນ​ຫົວໜ້າ​ຄຸກ S-21 ໃນ​ນະຄອນຫລວງພະນົມ​ເປັນ​ ບ່ອນ​ທີ່​ພວກ​ນັກ​ໂທດ​ຖືກ​ທໍລະມານ ​ແລ້ວ​ນຳ​ເອົາ​ໄປ​ຂ້າ​ຖີ້ມ.ຄາດ​ວ່າ ນາຍ Duch ​ທີ່​ໄດ້​ຂໍ​ຂະ​ມາ​ໂທດ​ຫລາຍ​ຄັ້ງຫລາຍ​ຫົນ​ແລ້ວນັ້ນ ຈະ​ຂໍຂະມາ​ໂທດ​ອີກ​ຄັ້ງ​ນື່ງ ​ເວລາຜູ້ກ່ຽວ​ໄປ​ປາກົດ​ໂຕ​ໃນສານ​ໃນ​ທ້າຍ​ສັບປະດາ​ນີ້. ຜູ້ກ່ຽວ​ໄດ້​ໃຫ້ການຕໍ່​ສານ​ວ່າ ບໍ່​ຂໍ​ໂຕ້​ແຍ້​ງຄຳ​ກ່າວ​ຫາ​ແຕ່ ​ຢ່າງ​ໃດ​ເລີຍ.

ຜູ້ນຳອິນ​ເດັຍ ຢ້ຽມຢາມສະຫະຣັດ: ​ນາຍົກຣັຖມຸນຕີມັນ​ໂມຫັນ​ ສິງ ແຫ່ງ​ອິນ​ເດັຍ ກຳລັງ​ທຳ​ການ​ຢ້ຽມຢາມ ສະຫະຣັດຢ່າງ​ເປັນ​ທາງ​ການເປັນ​ເວລາ 4 ມື້ ທ່ີ​ມີ​ວັດຖຸ​ປະສົງ​ເພື່ອແກ້​ໄຂ​ສະຖານະ​ການ​ໃນ​ອັຟກາ​ນີສຖານ ​ແລະ​ເຣື່ອງການ​ຮ່ວມ​ມື​ກັນ ທາງ ດ້ານພະລັງ​ນີວ​ເຄລັຍ. ທ່ານ​ສິງ​ເດີນທາງ​ໄປ​ຮອດ​ສະຫະຣັດ​ໃນ​ວັນ​ອາ ທິດ​ວານ​ນີ້ ​ແລະ​ຈະ​ພົບ​ປະກັນ​ກັບ​ປະທານາທິບໍດີ​ບາຣັດ​ໂອ​ບາ​ມາ ​ໃນ​ວັນ​ອັງຄານ​ມື້​ອື່ນ. ຄາດ​ວ່າ​ຜູ້ນຳ​ທັງ​ສອງ​ຈະ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນເຣື່ອງຄວາມ​ເປັນ​ຫ່ວງຂອງຣັຖບານ​ກຸງ​ນີວ​ແດນ​ລີ ທ່ີ​ວ່າ​ສົງຄາມໃນ ​ອັຟກາ​ນີສຖານ​ ອາດສາມາດເຮັດ​ໃຫ້​ປາ​ກີ​ສຖານ​ ​ເພື່ອນ​ບ້ານ​ຂອງ​ອິນ​ເດັຍ ຂາດ​ຄວາມທຸ່ນ​ທ່ຽງ​ຍິ່ງຂຶ້ນ​ອີກ​ນັ້ນ.
ກ່ອນ​ເດີນທາງ​ໄປ​ຮອດ​ສະຫະຣັດ ທ່ານ​ສິງໄດ້ກ່າວ​ຕໍ່​ຕາໜ່າງ​ໂທຣະ ພາບ​ຂ່າວ CNN ວ່າ ບໍ່​ເປັນ​ທ່ີ​ແຈ້ງຂາວວ່າວັດຖຸປະສົງ​ຂອງ​ປາ​ກີ​ສ ຖານ​ໃນ​ອັຟກາ​ນີສຖານນັ້ນ ​ແມ່ນ​ອັນ​ດຽວ​ກັນ​ກັບ​ຂອງ​ສະຫະຣັດຫລື​ບໍ? ນອກ​ນີ້ ​ທ່ານ​ສິງ​ຍັງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ ຢ້ານ​ວ່າຄັງ​ອາວຸດ​ນີວ​ເຄລັຍ​ຂອງ​ປາ​ກີ​ສຖານ​ ຈະ​ຕົກ​ໄປ​ຢູ່ໃນ​ກຳມື​ຜິດຄົນນັ້ນ. ນາຍົກຣັຖມຸນ ຕີ​ອິນ​ເດັຍຍັງ​ມີ​ໝາຍ​ກຳນົດ​ ທ່ີ​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ທຸລະ​ກິດແລະ​ພວກ​ຊ່ຽວຊານ​ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດຂອງ​ສະຫະຣັດ​ເຊັ່ນ​ກັນ.

ກ່ຽວກັບຍານອະວະກາດ Atlantis ຂອງສະຫະຣັດ: ນັກ​ບິນ​ອະວະກາດ​ສະຫະຣັດ 2 ຄົນ​ ຈາກ​ຍານ​ອະວະກາດ​ໄປ​ກັບ Atlantis ກຳລັງ​ກະກຽມ​ອອກ​ໄປປະຕິບັດ​ງານ​ຢູ່ນອກ​ຍານ​ເປັນ​ຄັ້ງທີ​ສາມ​ແລະ​ຄັ້ງ​ສຸດ​ທ້າຍ ເພື່ອ​ຕິດຕັ້ງອຸປກອນ​ໃສ່ສະຖານີ​ອະວະກາດ​ ລະຫວ່າງ​ຊາດ​. ນັກ​ບິນ​ອະວະ​ກາດສະຫະຣັດ ນາຍ Robert Satcher Jr. ​ແລະ​ນາຍ Randy Bresnik ມີ​ໝາຍ​ກຳນົດ​ທ່ີ​ຈະ​ອອກ​ປະຕິບັດ​ງານ​ຢູ່​ກາງ​ອາ​ວະ​ກາດ ​ເພື່ອຕິດ​ຕັ້ງ​ຖັງ oxygen ​ໝ່ວຍໃໝ່ ຕລອດ​ທັງ​ວັດຖຸອື່ນໆ​ ເພື່ອ​ໃຊ້​ໃນ​ການ​ທົດ​ລອງດ້ານ​ວິທຍາ​ສາດ​ຕ່າງໆ. ນາຍ Bresnik ​ແລະ​ເພື່ອ​ຮ່ວມ​ງານ​ໃນ​ຍານ​ອະວະກາດ​ໄປ​ກັບ Atlantis ມີ​ກຳໜົດ​ຈະ ກັບ​ຄືນ​ສູ່​ພື້ນ​ດິນ​ໃນ​ວັນ​ສຸກ​ສັບປະດາ​ນີ້ ຫລັງ​ຈາກ​ເສັດສິ້ນ​ການ​ປະຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ​ເປັນ​ເວລາ 11 ມື້​ແລ້ວ. ​ໃນ​ວັນ​ອາທິດ​ວານ​ນີ້ ນາຍ Bresnik ​ໄດ້​ຮັບ​ຂ່າວ​ດີ​ຈາກທາງ​ພື້ນ​ດິນ ວ່າ ພັນ​ລະ​ຍາ​ຂອງ​ລາວ​ ໄດ້​ຄອດ​ລູກ​ຜູ້​ທີ​ສອງ ​ເປັນລູກສາວ.
ບໍ່ຖ່ານຫິນລະເບີດທີ່ຈີນ: ສະມາຊິກຄອບຄົວທ່ີໂສກເສົ້າເສັຍໃຈຂອງ ພວກທ່ີໄດ້ຮັບເຄາະຈາກການລະເບີດ ທ່ີພາໃຫ້ມີຜູ້ຄົນເສັຍຊີວິດ ໃນບໍ່ຖ່ານຫິນແຫ່ງນຶ່ງ ໃນພາກ ຕາເວັນອອກສຽງເໜືອຂອງຈີນ ກຳລັງຮຽກຮ້ອງເອົາຄຳຕອບຈາກພວກເຈົ້າຂອງບໍ່ແຮ່. ສະມາຊິກຄອບຄົວຂອງພວກທ່ີໄດ້ຮັບເຄາະໄດ້ພາກັນປະທ້ວງ ຢູ່ທາງເຂົ້າບໍ່ຖ່ານຫິນ ຊິນສິງ ທ່ີຣັດເປັນເຈົ້າຂອງ ໃນເມືອງ
Hegang ພາກັນຮ້ອງທຸກໃນວັນຈັນມື້ນີ້ວ່າ ບໍ່ມີຜູ້ໃດ ເວົ້າຫຍັງໃຫ້ເຂົາເຈົ້າຟັງເລີຍ ແລະວ່າ ພວກເຂົາເຈົ້າ ເຂົ້າຫາພວກເຈົ້າໜ້າທ່ີບໍ່ໄດ້.ທາງການທ້ອງຖິ່ນໃນແຂວງ ເຫາລອງຈຽງ ປະກາດໃຫ້ຮູ້ໃນຕອນເຊົ້າວັນຈັນມື້ນີ້ວ່າ ຈຳນວນຜູ້ເສັຍຊີວິດຈາກເຫດການ ແກສລະເບີດ ໃນບໍ່ຖ່ານຫິນ ເມື່ອວັນເສົາຜ່ານມານັ້ນ ວ່າ ມີຮອດ 104 ຄົນແລ້ວ ແລະຍັງມີຄົນງານອີກ 4 ຄົນ ຕົກຄ້າງ
ຢູ່ໃນບໍ່ນັ້ນ.


XS
SM
MD
LG