ອິນໂດເນເຊຍ: ເຈົ້າໜ້າທີ່ຝ່າຍຂົນສົ່ງຂອງອິນໂດເນເຊຍກ່າວວ່າ ມີຢ່າງນ້ອຍ 9 ຄົນເສຍຊີວິດ ແລະ 230 ກ່ວາຄົນຖືກຊ່ວຍຊີວິດໄວ້ໄດ້ ໃນວັນອາທິດມື້ນີ້ ຫລັງຈາກທີ່ເກີດເຫດການເຮືອຂ້າມຟາກລຳນື່ງ ຫລົ້ມຈົມນ້ຳ ໃນທະເລທີ່ປ່ັນປ່ວນ ໄກ້ໆກັບເກາະ Sumatra. ອົງການຂ່າວຝະລັ່ງ ລາຍງານຂ່າວອ້າງ ຄຳເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນຄົນນື່ງ ທີ່ກ່າວວ່າມີຢ່າງນ້ອຍ 21 ຄົນຈົມນ້ຳຕາຍ. ບາງລາຍງານຂ່າວເວົ້າວ່າ ກຳປັ່ນລຳນັ້ນອາດໄດ້ບັນທຸກຜູ້ໂດຍສານເກີດອັດຕາ 273 ຄົນ. ເອກອະທິບໍດີກົມຂົນສົ່ງທາງເຮືອ ເວົ້າວ່າມີຊື່ 213 ຄົນຢູ່ໃນລາຍຊື່ຜູ້ໂດຍສານ. ທ່ານກ່າວວ່າ ຄວາມແຕກໂຕນກັນຢ່າງໃຫຍ່ໃນຈຳນວນໂຕຈິງ ກັບຈຳນວນໃນລາຍຊື່ ແມ່ນເປັນກໍລະນີການລະເມີດກົດລະບຽບຢ່າງເປີດແປນ ທີ່ກະທຳກັນຢູ່ເລື້ອຍໆ. ເຈົ້າໜ້າທີ່ເວົ້າວ່າ ເຮືອຂ້າມຟາກ Dumai Express 10 ກຳລັງແລ່ນຈາກເກາະ Batam ໄປຍັງແຂວງ Riau ໃນເຊົ້າວັນອາທິດມື້ນີ້ ເວລາເກີດອຸບັດຕິເຫດຫລົ້ມລົງ.
ໃນອີກກໍລະນີນື່ງ ກຳປັ່ນຂ້າມຟາກ Dumai Express 15 ທີ່ບັນທຸກຜູ້ໂດຍສານ 278 ຄົນ ໄດ້ຖືກຄື້ນ ຟອງຂະໜາດໃຫຍ່ ຊັດໄປເກີຍຕື້ນໃນວັນອາທິດມື້ນີ້ ຄືກັນ ຂະນະທີ່ກຳລັງແລ່ນຈາກເກາະ Batam ໄປຍັງເກາະ Moro. ເຈົ້າໜ້າທີ່ເວົ້າວ່າ ຜູ້ໂດຍສານແລະລູກເຮືອທັງໝົດ ປອດໄພ. ຊາວອິນໂດເນເຊຍ ແມ່ນກາງຕໍ່ນຳເຮືອຂ້າມຟາກຢ່າງຫລວງຫລາຍ ສຳລັບເດີນທາງໄປມາ ລະວ່າງເກາະດອນຕ່າງໆ ທີ່ມີຢູ່ຫລາຍພັນເກາະນັ້ນ ແລະອຸບັດຕິເຫດເຮືອຫລົ້ມ ແມ່ນເກີດຂື້ນເປັນປະຈຳ ຍ້ອນອາກາດບໍ່ດີແດ່ ໂຄງລ່າງພື້ນ ຖານບໍ່ດີ ແລະມັກບັນທຸກຄົນເກີນອັດຕາ.
ການເມືອງໃນອິຣ່ານ: ທາງການສານອິຣ່ານໄດ້ຕັດສິນໂທດຈຳຄຸກເປັນເວລາຫົກປີ ຕໍ່ອະດີດຮອງປະທານາ ທິບໍດີ Mohammad Ali Abtahi ທີ່ໄດ້ປະທ້ວງຜົນການ ເລືອກຕັ້ງປະທານາທິບໍດີ ທີ່ເປັນຫົວຂໍ້ຄັດແຍ້ງ ກັນນັ້ນ. ພວກທີ່ ໄກ້ຊິດກັບທ່ານ Abtani ຫົວປະຕິຮູບ ກ່າວໃນວັນອາທິດມື້ນີ້ວ່າ ທ່ານໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບການຕັດສິນໂທດທ່ານ ເມື່ອ ວັນເສົາວານນີ້. ທາງການສານຂອງອິຣ່ານ ພົບວ່າທ່ານມີ ຄວາມ ຜິດໃນ ຖານທີ່ເປັນຕົວການ ຍຸຍົງໃຫ້ປະຊາຊົນກໍ່ການຈະລາຈົນ ຕໍ່ຕ້ານລັດຖະບານ. ທ່ານ Abtahi ໄດ້ຖືກຈຳຄຸກເປັນເວລາ ສາມສີ່ວັນ ຫລັງຈາກການປ່ອນບັດເລືອກຕັ້ງເມື່ອວັນທີ່ 12 ເດືອນມິຖຸນາຜ່ານມາ. ຕໍ່ມາ ມີລາຍງານວ່າ ທ່ານໄດ້ສະແດງ ຄວາມເສຍໃຈ ທີ່ທ່ານໄດ້ເຂົ້າປະກອບສ່ວນໃນການປະທ້ວງນັ້ນ ແຕ່ສະມາຊິກ ໃນຄອບຄົວຂອງທ່ານເວົ້າວ່າ ຄຳກ່າວຂອງທ່ານນັ້ນ ມາຈາກການບັງຄັບຫລາຍກວ່າ. ການເລືອກຕັ້ງເອົາທ່ານ Ahmadinejad ເປັນປະທານາທິບໍດີ ສະໄໝທີ່ສອງໃນ ເດືອນ ມິຖຸນານັ້ນ ໄດ້ກໍ່ໃຫ້ເກີດມີການປະ ທ້ວງຢ່າງໃຫຍ່ຫລວງ ໂດຍພວກປະຊາຊົນອິຣ່ານທີ່ຮູ້ສຶກວ່າ ມີການໂກງການເລືອກຕັ້ງ. ລາຍງານຂ່າວເວົ້າວ່າ ປະຊາຊົນຫລາຍ ຄົນຖືກຂ້າຕາຍ ໃນການກວດລ້າງຂອງລັດຖະບານ ແລະພວກນັກເຄຶ່ອນໄຫວ ທາງການເມືອງ ພວກນັກຂ່າວ ແລະຄົນອື່ນໆອີກ ຫລາຍກວ່າ 1000 ຄົນ ຖືກກັກຂັງ.
ອິນເດຍ: ຕຳຫລວດທີ່ປະເທດອິນເດຍກ່າວວ່າ ມີການວາງລະເບີດໂຈມຕີສອງບັ້ນໃນວັນອາທິດມື້ນີ້ ສົ່ງຜົນໃຫ້ 6 ຄົນເສຍຊີວິດ ແລະຢ່າງນ້ອຍ 50 ກ່ວາຄົນ ໄດ້ຮັບບາດເຈັບ ໃນແຄວ້ນ ASSAM ທາງພາກຕາເວັນອອກສ່ຽງເໜືອຂອງອິນເດຍ. ຕຳຫລວດເວົ້າວ່າ ລະເບີດທີ່ເຊື່ອງໄວ້ໃນລົດຖີບສອງຄັນ ໄດ້ແຕກຂື້ນ ຫ່າງກັນບໍ່ເທົ່າໃດນາທີ ຢູ່ທາງນອກສະຖານີຕຳຫລວດແຫ່ງນື່ງ ກັບສູນການຄ້າແຫ່ງນື່ງ ໃນເມືອງ NALBARI. ກຳລັງຮັກສາຄວາມປອດໄພໄດ້ຈັດໃຫ້ແຄວ້ນ ASSAM ຢູ່ໃນທ່າມີສະຕິລະວັງໂຕສູງ. ຕຳ ຫລວດສົງໃສວ່າກຸ່ມແບ່ງແຍກດິນແດນ ແນວໂຮມສາມັກຄີປົດປ່ອຍອາສົມ ຫລື ULFA ເປັນຜູ້ຢູ່ເບື້ອງຫລັງການໂຈມຕີຄັ້ງນີ້ ແຕ່ພວກຜູ້ນຳກຸ່ມກະບົດດັ່ງກ່າວ ປະຕິເສດວ່າກຸ່ມຂອງພວກຕົນບໍ່ມີສ່ວນກ່ຽວຂ້ອງໃດໆ. ອາທິດແລ້ວນີ້ ຕຳຫລວດອິນເດຍກໍໄດ້ຖີ້ມໂທດໃສ່ພວກກົວຮຸນແຮງຂອງກຸ່ມ ULFA ວ່າເປັນຜູ້ວາງ ລະເບີດຮ້າຍແຮງ ທີ່ເຮັດໃຫ້ລົດໄຟບັນທຸກຂະບວນນື່ງ ຕົກລາງ ສົ່ງຜົນໃຫ້ຕູ້ລົດໄຟບັນທຸກນ້ຳມັນ 12 ຕູ້ລຸກໄໝ້ເປັນໄຟ ແຕ່ພວກຄົນຍາມແລະຄົນຂັບລົດໄຟ ເອົາໂຕຫລົບໜີອອກມາໄດ້ຢ່າງປອດໄພ.
ອັຟການິສຖານ: ເຈົ້າໜ້າທີ່ຮັກສາຄວາມປອດໄພອັຟການິສຖານຜູ້ນຶ່ງ ກ່າວວ່າ ລະເບີດແຄມທາງລູກນື່ງ ໄດ້ເຮັດໃຫ້ທະຫານຍາມຊາຍແດນ ໃນແຂວງກັນດາຮາ ທາງພາກໃຕ້ ຂອງປະເທດ ເສຍຊີວິດ 5 ຄົນ. ນາຍພົນ Abdul Raziq ຜູ້ບັນ ຊາການກຳລັງຮັກສາ ຄວາມປອດໄພຊາຍແດນກ່າວວ່າ ໜ່ວຍ ອອກລາດຕະເວນໃນຕອນຂ້ອນແຈ້ງຂອງວັນອາທິດມື້ນີ້ ໄດ້ໄປຢຽບເອົາລະເບີດ ໃນຂະນະທີ່ຂັບລົດໄປຕາມຖະນົນ ໃຫຍ່ສາຍນື່ງ ໃນ ເຂດເມືອງ Spin Baldak ຢູ່ເຂດຊາຍແດນຕິດກັບ ປາກີສຖານນັ້ນ. ອົງການຂ່າວຂອງ ຝະລັ່ງກ່າວວ່າ ກຸ່ມຕາລິບານໄດ້ອ້າງເອົາຄວາມຮັບ ຜິດຊອບໃນການໂຈມຕີຄັ້ງນີ້. ພວກເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ໃນເຫດການກໍ່ຄວາມວຸ້ນວາຍເມື່ອວັນເສົາວານນີ້ ລູກສອນໄຟລູກນຶ່ງຕົກຢູ່ໄກ້ໂຮງແຮມ ທັນສະໄໝແຫ່ງນຶ່ງ ໃນກາງເມືອງຫລວງກາບູລ ຍັງຜົນໃຫ້ມີປະຊາຊົນບາດເຈັບ 4 ຄົນ. ທ່ານ Zamary Bashary ໂຄສົກ ກະຊວງພາຍໃນ ບອກວີໂອເອວ່າ ລູກສອນໄຟລູກນັ້ນໄດ້ລະເບີດຂື້ນ ຢູ່ຖະນົນລະຫວ່າງ ໂຮງໝໍກັບໂຮງແຮມ Serena. ຢ່າງນ້ອຍ ມີທະຫານອັຟການິສຖານ ນຶ່ງຄົນ ຢູ່ໃນຈຳນວນຜູ້ບາດເຈັບ ສີ່ ຄົນນັ້ນ. ໂຮງແຮມດັ່ງກ່າວ ເປັນບ່ອນທີ່ພວກຊາວຕ່າງປະເທດນິຍົມກັນໄປພັກ ແລະ ຕັ້ງຢູ່ໄກ້ໆກັບ ທຳນຽບປະທານາທິບໍດີ ກະຊວງຕ່າງໆຂອງລັດຖະບານ ແລະສະຖານທູດຕ່າງໆ.
ການເມືອງໃນອິຣັກ: ພວກສະມາຊິກສະພາແຫ່ງຊາດອິຣັກ ປະຊຸມກັນອີກໃນມື້ນີ້ ເພື່ອພະຍາຍາມຫາທາງ ແກ້ໄຂສະພາບການບໍ່ໄປບໍ່ມາ ກ່ຽວກັບຮ່າງກົດໝາຍເລືອກຕັ້ງ ທີ່ສະພາຕ້ອງຮັບຜ່ານເອົາ ກ່ອນຈະຈັດ ການເລືອກຕັ້ງທົ່ວໄປຂື້ນໄດ້ ໃນເດືອນມັງກອນ ປີໜ້າ. ພວກຜູ້ແທນສືບຕໍ່ການເຈລະຈາຕໍ່ລອງກັນ ທີ່ໄດ້ເລິ່ມຂື້ນໃນວັນເສົາວານນີ້ ຫລັງຈາກທີ່ຮອງປະທານາທິບໍດີຈາກເຜົ່າ Sunni ທ່ານ Tareq al-Hashemiໄດ້ໃຊ້ສິດຍັບຍັ້ງ ຫລືວີໂຕ ຮ່າງກົດໝາຍນັ້ນ ແລະສົ່ງຄືນໄປໃຫ້ ສະພາໃນຕົ້ນອາທິດຜ່ານມາ. ທ່ານ al-Hashemi ຢາກໃຫ້ຮ່າງກົດໝາຍນີ້ ອະນຸມັດໃຫ້ຊາວອິຣັກທີ່ດຳລົງຊີວິດຢູ່ຕ່າງປະເທດ ຊື່ງຈຳນວນຫລາຍເປັນຊາວອາຫຣັບເຜົ່າຊຸນນີນັ້ນ ມີຜູ້ຕາງໜ້າເຂົາເຈົ້າ ຢູ່ໃນສະພາຫລາຍຂື້ນ. ຫລັງຈາກທີ່ທ່ານ al-Hashemi ໄດ້ໃຊ້ວີໂຕ ຄະນະກຳມາທິການເລືອກຕັ້ງຂອງອິຣັກ ກໍໄດ້ໂຈະການກະກຽມຫ້າງຫາສຳລັບການເລືອກຕັ້ງນັ້ນໄວ້. ສະມາຊິກຄະນະກຳມາທິການເວົ້າວ່າ ສະພາບການບໍ່ໄປບໍ່ມາ ກ່ຽວກັບຮ່າງກົດ ໝາຍເລືອກຕັ້ງ ມີທາງວ່າຈະເຮັດໃຫ້ການປ່ອນບັດໃນເດືອນມັງກອນ ຊັກຊ້າອອກໄປ. ສະພາແຫ່ງຊາດອິຣັກມີທາງເລືອກສອງທາງ ຄືແກ້ໄຂຮ່າງກົດໝາຍຕາມທີ່ທ່ານ al-Hashemi ຕ້ອງການ ຫລືສົ່ງກັບຄືນໄປໃຫ້ສະພາປະທານາທິບໍດີ ຊື່ງກໍອາດຈະຖືກວີໂຕ້ອີກ ຄືກັນ.
ໄທ-ອົບພະຍົບມົ້ງ: ກຸ່ມສິ້ງຊອມດ້ານສິດທິມະນຸດ Human Rights Watch ໄດ້ຮຽກຮ້ອງໃຫ້ລັດຖະບານໄທ ປ່ອຍພວກ ອົພຍົບຊາວລາວເຜົ່າມົ້ງ ຈຳນວນ 158 ຄົນທີ່ຖືກຄຸມຂັງ ມາໄດ້ ສາມປີແລ້ວ ຢູ່ໜອງຄາຍ ນັ້ນ ແລະອະນຸຍາດໃຫ້ພວກ ເຂົາເຈົ້າ ຕັ້ງຖິ່ນຖານ ຢູ່ໃນປະເທດໄທ ຫລືໄປຢູ່ປະເທດອື່ນ. ກຸ່ມປົກປ້ອງສິດ ທິມະນຸດດັ່ງກ່າວ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ນີວຢ໊ອກ ກ່າວວ່າ ເຈົ້າໜ້າທີ່ໄທແມ່ນກຳລັງກັກຂັງພວກ ອົພຍົບຊາວລາວ ເຜົ່າມົ້ງດັ່ງກ່າວ ໄວ້ໃນສະພາບທີ່ຂີ້ຮ້າຍແລະທາລຸນຫລາຍ ຊຶ່ງຖືວ່າ ເປັນການກະທຳທີ່ ຝ່າຝືນກົດໝາຍອົພຍົບສາກົນ. ກຸ່ມດັ່ງກ່າວເວົ້າຕໍ່ໄປວ່າ ລັດຖະບານໄທໄດ້ໃຊ້ການນາບຂູ່ ແລະປະຕິເສດ ບໍ່ຍອມສະໜອງສິ່ງທີ່ຈຳເປັນຕ່າງໆ ໃຫ້ແກ່ພວກ ຊາວລາວເຜົ່າມົ້ງເຫລົ່ານັ້ນ ເພື່ອບີບບັງຄັບໃຫ້ເຂົາເຈົ້າກັບ ຄືນໄປລາວ. ໃນຈົດໝາຍສະບັບນຶ່ງທີ່ສົ່ງເຖິງ ນາຍົກລັດຖະມົນຕຣີໄທ ທ່ານອະພິສິດ ເວຊຊາຊິວະ ໃນວັນສຸກຜ່ານມານັ້ນ ກຸ່ມ Human Rights Watch ໄດ້ຮຽກຮ້ອງໃຫ້ລັດຖະບານໄທ ຈົ່ງຍຸຕິໂດຍທັນທີໃນອັນ ທີ່ຕົນເອີ້ນວ່າ "ນະໂຍບາຍທີ່ຂາດສິນລະທຳ ແລະ ຜິດກົດໝາຍນັ້ນ." ກຸ່ມສິ້ງຊອມສິດທິມະນຸດກຸ່ມນີ້ ກ່າວວ່າ ຫລາຍໆປະເທດ ອັນມີໂຮມ ທັງສະຫະລັດ ແຄນາດາ ເນເທີແລນ ແລະອອສເຕຣເລຍ ແມ່ນໄດ້ຕົກລົງທີ່ຈະຮັບ ເອົາຊາວອົພຍົບເຫລົ່ານີ້ແລ້ວ ແລະບໍ່ມີ ເຫດຜົນໃດໆ ທີ່ທາງລັດຖະບານໄທ ຈະກັກຕົວພວກເຂົາເຈົ້າ ໄວ້ອີກ ຕໍ່ໄປ. ທາງອົງການສະຫະປະຊາ ຊາດກໍໄດ້ຮຽກຮ້ອງໃນທຳນອງດຽວກັນນີ້ ຕໍ່ລັດຖະບານໄທ ເມື່ອວັນອັງຄານ ຜ່ານມານັ້ນ.
ສະຫະລັດ - ເກົາຫລີເໜືອ: ຊ່ຽວຊານຄະນະນື່ງຂອງສະຫະລັດ ກ່ຽວກັບກິດຈະການເກົາຫລີ ເລີ່ມຕົ້ນ ການຢ້ຽມຢາມເກົາຫລີເໜືອ ເປັນເວລາ 4 ວັນໃນວັນເສົາວານນີ້ ເພື່ອທຳການເຈລະຈາກ່ຽວກັບໂຄງການຜະຫລິດອາວຸດນິວເຄລຍຂອງເກົາຫລີເໜືອ. ອົງການຂ່າວ YONHAP ຂອງເກົາຫລີໃຕ້ ລາຍງານຂ່າວອ້າງແຫລ່ງຂ່າວທາງການທູດວ່າ ຄາດວ່າການຢ້ຽມຢາມເທື່ອນີ້ ຈະເປັນການແຜ້ວທາງໃຫ້ແກ່ທູດພິເສດຂອງ ສະຫະລັດ ສຳລັບເກົາຫລີເໜືອ ທ່ານ Stephen Bosworth ຊື່ງມີກຳໜົດຈະເດີນທາງໄປ ນະຄອນຫລວງພຽງຢາງ ຂອງເກົາຫລີເໜືອ ໃນວັນທີ 8 ທັນວາ ເດືອນໜ້ານີ້ ໂດຍມີເປົ້າໝາຍຈະຮື້ຟື້ນການເຈລະຈາຫົກຝ່າຍ ທີ່ແນໃສ່ເພື່ອໃຫ້ເກົາຫລີເໜືອປະລະໂຄງການອາວຸດນິວເຄລຍນັ້ນ. ປະທານາທິບໍດີສະຫະລັດ ທ່ານ Barak Obama ໄດ້ປະກາດໃຫ້ຊາບກ່ຽວ ກັບແຜນການເດີນທາງໄປເກົາຫລີເໜືອຂອງທ່ານ Bosworth ໃນລະວ່າງກອງປະຊຸມສຸດຍອດຂອງທ່ານ ກັບທ່ານ Lee Myung-bak ປະທານາທິບໍ ດີເກົາຫລີໃຕ້ ທີ່ນະຄອນຫລວງໂຊລ ເມື່ອວັນພະຫັດອາທິດແລ້ວນີ້.