ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊື້ອໄຂ້ຫວັດ H1N1 ເຮັດໃຫ້ມີຄວາມເປັນຫ່ວງພິເສດໃນ ໂອກາດບຸນ Hajj ທີ່ຈະມາເຖິງນີ້


ການ​ຂາ​ດ​ເຂີນຢາວັກຊິນ​ຕ້ານໄຂ້ຫວັດສາຍ ພັນໃໝ່ຊະນິດ H1N1 ​ໄດ້​ເຮັດ​ໃຫ້​ເຈົ້າໜ້າ ທີ່​ລັດຖະບານຂອງປະ​ເທດຊາ​ອຸດິ ອາ​ເຣັບ ​ເບຍ ​ມີ​ຄວາມເປັນ​ຫ່ວງ​ວ່າ​ພວກ​ນັກ​ທ່ອງ​ ທ່ຽວທີ່ພາ ກັນເດີນທາງເປັນຝູງ​ອັນ​ໜາ​ແໜ້ນເພື່ອໄປຮ່ວມງານ​ສະແຫວ​ງບຸນ​ Hajj ທີ່ຈະ​ມາ​ເຖິງ​ນີ້ ​ອາດມີການນຳເອົາ​ເຊື້ອໄວ ຣັສ​ໄຂ້ຫວັດ​ໃຫຍ່ຊະນິດ H1N1 ​ເຂົ້າ​ໄປ ​ແຜ່​ຜາຍຢູ່ໃນ​ປະ​ເທດ​ຂອງ​ພວກເຂົາ​ເຈົ້າ.

​ທຸກ​ວັນນີ້​ໄຂ້ຫວັດສາຍພັນໃໝ່ຊະນິດ H1N1ຍັງ​ສືບ​ຕໍ່ແຜ່ລະບາດໃນທົ່ວ​ໂລກຢູ່​. ​ເຖິງ​ແມ່ນ​ວ່າ​ເຊື້ອ​ໄວຣັສດັ່ງກ່າວມີ​ການ​ແຜ່​ຜາຍ​ຢູ່ໃນ​ເຂດຊີກ​ໂລກ​ເໜືອກໍ​ຕາມ​ແຕ່ວ່າ ພວກ​ນັກ​ຊ່ຽວຊານເວົ້າ​ວ່າມັນ​ໄດ້ກາຍ​ເປັນເຊື້ອ​ໄຂ້ ຫວັດ​ໃຫຍ່​ຊະນິດທີ່ເກີດຂຶ້ນຫລາຍທີ່ສຸດຢູ່ໃນ​ທຸກໆ​ປະ​ເທດ​ໃນ​ໂລກ.

ປັດຈຸ​ບັນນີ້ບໍ່​ມີ​ໃຜ​ສາມາດ​ຮູ້ໄດ້​ຢ່າງ​ແນ່ນອນ​ວ່າ​ມີ​ຈັກ​ຄົນ​ແລ້ວທີ່ເຈັບ​ປ່ວຍ​ຍ້ອນ​ເຊື້ອໄວຣັສທີ່​ ວ່ານີ້​. ໄຂ້ຫວັດຊະນິດ H1N1 ​ເຊິ່ງມັກ​ເອີ້ນ​ກັນ​ວ່າ​ໄຂ້ຫວັດ​ໝູ, ​ແມ່ນຖືກ​ລາຍ​ງານ​ວ່າໄດ້​ ເກີດ​ຂຶ້ນເປັນເທື່ອທຳ​ອິດ ຢູ່​ປະ​ເທດ​ແມັກ​ຊີ​ໂກ​ ໃນ​ເດືອນ​ເມສາຕົ້ນປີນີ້. ​ເຖິງ​ແມ່ນ​ວ່າດຽວ ນີ້​ບັນດາ​ປະ​ເທດ​ຕ່າງໆ​ ບໍ່ຖືກຮຽກຮ້ອງ​ໃຫ້​ກວດ​ຫາ ​ແລະ​ ແຈ້ງ​ກໍລະນີ​ບຸກຄົນທີ່ຕິດ ​ເຊື້ອ​ຂອງໄຂ້ຫວັດ​ດັ່ງກ່າວ​ນີ້ອີກແລ້ວກໍ​ຕາມ ​ແຕ່ວ່າມາ​ຮອດ​ວັນ​ທີ 1 ​ເດືອນ​ພະຈິກນີ້ ມີກໍລະ ນີ​ຜູ້ຕິດ​ເຊື້ອທີ່ໄດ້ຮັບການ​ຢືນຢັນ​ແລ້ວ​ເກືອບ​ເຄິ່ງລ້ານ​ຄົນ​ ທີ່ໄດ້​ແຈ້ງໄປໃຫ້​ອົງການ ​ອະນາ​ໄມ​ໂລກຊາບນັ້ນ.

ບັນດາຫ້ອງການຕ່າງໆ ຂອງ​ອົງການອະນາ​ໄມ​ໂລກ​ເວົ້າ​ວ່າ​ຜູ້​ຄົນຫຼາຍກວ່າ​ 6 ​ພັນ​ຄົນ​ໃນ​ທົ່ວ​ໂລກ​ໄດ້​ເສຍ​ຊີວິດ​ຍ້ອນເຊື້ອໄຂ້ຫວັດຊະນິດ H1N1 ນີ້​ແລ້ວ.

ທ່ານ Keiji Fukuda ເຊິ່ງເປັນທີ່​ປຶກສາ​ພິ​ເສດ​ຂອງ​ອົງການ​ອະ ນາ​ໄມ​ໂລກ ກ່າວ​ໃນ​ອາທິດ​ທີ່ຜ່ານ​ມານີ້​ວ່າ ​ເຊື້ອໄວຣັສນີ້ຍັງ​ສືບ​ຕໍ່​ສະ​ແດງ​ອາການ​ໃນ​ບາງກໍລະນີ​ຄ້າຍຄື​ກັບ​ໄຂ້ຫວັດ​ ທຳມະ​ດາຕາມ​ລະດູ​ການ ​ເຊິ່ງວ່າ ຜູ້​ຄົນ​ສ່ວນ​ຫຼາຍ​ແມ່ນ​ສາມາດ​ເຊົາ ​ຫລື​ຫາຍ​ຈາກ​ການເປັນໄຂ້ ໄດ້ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ປິ່ນປົວ ຫລືໃຊ້ຢາ​ຕ້ານເຊື້ອ​ໄວຣັສນັ້ນ ​ແຕ່​ຢ່າງ​ໃດໝົດ.

​ແຕ່​ວ່າໃນກໍລະນີອື່ນ ອາການສະແດງອອກຂອງເຊື້ອ​ໄວຣັສ H1N1 ນີ້ຜັດຕ່າງ. ຄື​ມັນ​ຍັງຮັກສາ​ຄວາມ​ຮ້າຍ​ແຮງ​ໃນ​ລະດັບ​ສູງຢ່າງ​ຜິດ​ປົກກະຕິ​ຢູ່ໃນຫຼາຍປະ​ເທດ ​ໃນ​ລະຫວ່າງ​ຊຸມ​ເດືອນລະດູ​ຮ້ອນ​ຂອງ​ເຂົາ​ເຈົ້າ. ​ແລະ ກໍບໍ່ຄື​ກັນ​ກັບ​ໄຂ້ຫວັດ​ຕາມ​ລະດູ​ການ, ຫຼາຍໆ​ກໍລະນີ​ຂອງ​ການ​ຕິດ​ເຊື້ອ​ຢ່າງຮຸນ​ແຮງ ​ແລະການ​ເສຍ​ຊີວິດຍ້ອນໄຂ້ຫວັດຊະນິດ H1N1​ ນີ້ແມ່ນມັກ​ເກີດຂຶ້ນ​ກັບ ພວກຊາວໜຸ່ມ.

​ຢູ່ໃນ​ສະຫະຣັດ, ກໍລະນີສົງ​ໃສ​ວ່າ​ເປັນ​ໄຂ້ຫວັດ​ໃຫຍ່​ ໃນ​ຕົ້ນ​ລະ​ດູ​ໄຂ້ຫວັດ​ປີ​ນີ້ ແມ່ນມີ​ຈໍານວນ​ຫຼາຍຜິດປົກກະຕິ​. ພວກນັກຊ່ຽວ ຊານ​ປະຈຳສູນ​ຄວບ​ຄຸມ ແລະ​ປ້ອງ​ກັນ​ພະຍາດ ແຈ້ງວ່າ ການ​ປິ່ນປົວ​ຄົນ​ເຈັບທີ່ມີອາການ​ຄ້າຍ​ຄືວ່າ​ເປັນ​ໄຂ້ຫວັດຊະນິດ H1N1 ຢູ່​ໃນໂຮງ ໝໍນັ້ນ ສ່ວນຫລາຍ​ແມ່ນພວກ​ເດັກນ້ອຍທີ່ອາຍຸ​ຕັ້ງແຕ່ 4 ​ປີລົງມາ.

​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ໃນ​ທົ່ວໂລກ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຜະຫລິດຢາ​ວັກ​ຊີ​ນ ປ້ອງ ກັນພະຍາດນີ້. ບັນດາ​ປະ​ເທດ​ທີ່​ຮັ່ງມີ​ໄດ້​ສັນຍາ​ວ່າ​ຈະ​ບໍລິຈາກ 10%​ ຂອງຢາ​ວັກ​ຊີ​ນ ປ້ອງ​ກັນ​ໄຂ້ຫວັດຊະນິດ H1N1 ຂອງ​ເຂົາ​ເຈົ້າ​ໃຫ້​ແກ່ບັນດາ​ປະ​ເທດ​ທີ່​ທຸກ​ຍາກ. ​ແຕ່​ກໍ່​ ຍັງ​ມີ​ການ​ຂາດ​ແຄນ​ຢາວັກ​ຊີ​ນຊະນິດນີ້​ໃນ​ທົ່ວ​ໂລກຢູ່.

ວິທີ​ດັ້ງ​ເດີມ​ໃນ​ການ​ຜະຫລິດ​ຢາວັກ​ຊີ​ນປ້ອງກັນ​ໄຂ້ຫວັດ​ໃຫຍ່​ນັ້ນແມ່ນການປູກເຊື້ອ​ໄວຣັສ​ຢູ່ໃນ​ໄຂ່​ໄກ່. ທ່ານ Anthony Fauci ຈາກ​ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ​ເວົ້າວ່າການ​ຂາດ​ແຄນ​ຢາວັກ​ຊີ​ນປ້ອງກັນພະຍາດນີ້ ແມ່ນເປັນບັນຫາທາງ​ຊີວະ​ສາດ. ສະນັ້ນ ພວກບໍ ລິສັດ​ທີ່​ຜະຫລິດ​ຢາວັກ​ຊີ​ນ ກໍບໍ່​ສາມາດເຮັດຫຍັງໄດ້ຫລາຍ ເພື່ອແກ້ໄຂບັນຫານີ້​ ໃນ​ເມື່ອ​ພວກ​ເຂົາ​ເຈົ້າບໍ່​ມີ​ໄວຣັສທີ່​ຈະສາມາດ​ຈະ​ເລີ​ນ​ເຕີບ​ໂຕ​ໄດ້​ດີໃນໄຂ່.

​ສ່ວນຢູ່ໃນ​ປະ​ເທດ​ຊາ​ອຸດິອາເຣັບ​ເບຍນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່​ກຳລັງ​ກະກຽມພິ​ທີ​ສະ​ແຫວ​ງ ບຸນ Hajj, ​ເຊິ່ງຈະ​ເລີ່ມຕົ້ນຂຶ້ນໃນລະຫວ່າງ​ອາທິດ​ສຸດ​ທ້າຍ​ຂອງ​ເດືອນ​ພະ​ຈິກປີ​ນີ້. ​ ພິທີ​ນີ້ ຕາມປົກກະຕິ​ແລ້ວ ຈະ​ຊັກຊວນເອົາ​ຊາວ​ມຸດ​ສະ​ລິ​ມປະມານ 3​ ລ້ານ​ຄົນຈາກ 160 ​ປະ​ເທດ ເດີນທາງໄປຍັງ​ນະຄອນ Mecca ອັນ​ສັກສິດ​ແຫ່ງນັ້ນ.

ພວກ​ນັກ​ຊ່ຽວຊານ​ດ້ານພະຍາດທັງຫລາຍ ​ກັງວົນ​ວ່າເຊື້ອໄຂ້ ຫວັດຊະນິດ H1N1 ອາດ​ ຈະແຜ່​ລະ​ບາດ​ໄດ້​ຢ່າງ​ງ່າຍດາຍ​ໃນ​ຝູງ​ຊົນ​ອັນ​ໜາ​ແໜ້ນ​ດັ່ງກ່າວ. ຊາວ​ຊາ​ອຸທັງຫລາຍ​ໄດ້ ມີ​ການປຸກລະດົມໃຫ້ມີ​ການ​ສັກ​ຢາ​ວັກ​ຊີ​ນ​ໃຫ້​ແກ່​ພະນັກງານ​ແພດ​ໝໍ. ນອກ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງຮຽກ ຮ້ອງ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ​ດຳ​ເນີນ​ການ​ສັກ​ຢາວັກ​ຊີ​ນ​ໃຫ້​ແກ່ບັນດາ​ຜູ້ສະ​ແຫວ​ງບຸນ​ທັງ ຫຼາຍທີ່​ຈະ​ເດີນທາງໄປ​ຊາ​ອຸດິອາເຣັບ​ເບຍນັ້ນ . ​ແລະ ພວກ​ເຂົາ​ເຈົ້າ​ກຳລັງ​ແນະນຳ​ບໍ່​ໃຫ້​ເດັກນ້ອຍ,​ແມ່ຍິງ​ຖືພາ ​ແລະກຸ່ມ​ຄົນອື່ນ​ທີ່​ມີ​ຄວາມ​ສ່ຽງສູງຕໍ່ການ​ຕິດ​ເຊື້ອພະ ຍາດ​ນີ້​ເດີນທາງ​ໄປ​ທີ່​ນັ້ນ.

XS
SM
MD
LG