ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາປະເທດ ມະຫາອຳນາດ ຮຽກຮ້ອງໃຫ້ອີຣ່ານ ຮັບເອົາ ຂໍ້ຕົກລົງນິວເຄລັຽ


ອີຣ່ານ - ນິວເຄລັຽ: ເຈົ້າໜ້າທີ່ຂອງ 6 ປະ ເທດມະຫາອຳນາດ ໃນໂລກໄດ້ສະແດງຄວາມ ເສັຽໃຈ ຕໍ່ການປະຕິເສດຂອງອີຣ່ານ ທີ່ບໍ່ຍອມ ຮັບເອົາ ຂໍ້ສເນີ ໃຫ້ສົ່ງທາດຢູເຣນຽມ ຂອງຕົນ ໄປກັ່ນຢູ່ຕ່າງປະເທດ ແລະຮຽກຮ້ອງໃຫ້ອີຣ່ານ ພິຈາຣະນາ ກ່ຽວກັບເຣື່ອງນີ້ ຄືນໃໝ່. ທ່ານ ROBERT COOPER ເຈົ້າໜ້າທີ່ຂອງສະຫະ ພາບຢູໂຣບກ່າວວ່າ ອີຣ່ານ ບໍ່ໄດ້ຕອບຮັບ ໃນ ທາງບວກ ຕໍ່ແຜນການ ທີ່ໄກ່ເກັ່ຽໂດຍອົງການ ສະຫະປະຊາຊາດແນໃສ່ເພື່ອຫຼຸດຜ່ອນຄວາມ ວິຕົກກັງວົນ ຂອງນາໆຊາດ ທີ່ຢ້ານວ່າອີຣ່ານ ຈະສ້າງອາວຸດນິວເຄລັຽນັ້ນ. ທ່ານ COOPER ໄດ້ຖແລງ ຫລັງຈາກຜູ້ຕາງໜ້າ ຂອງເຢັຽຣະມັນ ແລະສະມາຊິກຖາວອນ 5 ປະເທດ ໃນ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດທີ່ປະກອບດ້ວຍສະຫະຣັດ ອັງກິດ ຝຣັ່ງ ຈີນ ແລະຣັດເຊັຽ ໄດ້ປະຊຸມກັນ ທີ່ນະຄອນບຣຸກແຊລ ກ່ຽວກັບ ໂຄງການນິວເຄລັຽ ຂອງ ອີຣ່ານ ໃນມື້ວານນີ້.

ເກຕສ໌ - ອັຟການິສຖານ: ຣັຖມຸນຕຣີ ກະ ຊວງ ປ້ອງກັນປະເທດ ຂອງສະຫະຣັດ ທ່ານ ROBERT GATES ກ່າວວ່າ ສະຫະຣັດຈະ ເລີ້ມທຳການ ຄວບຄຸມຢ່າງເຄັ່ງຄັດ ກ່ຽວກັບ ການເຮັດສັນຍາຕ່າງໆ ໃນການໃຫ້ການຊ່ອຍ ເຫຼືອ ແກ່ອັຟການິສຖານ ເພື່ອຫລຸດຜ່ອນການ ສໍ້ຣາດບັງຫລວງ ທີ່ມີຢູ່ ຢ່າງແຜ່ກວ້າງ ໃນປະ ເທດດັ່ງກ່າວ. ໃນການໃຫ້ທັສນະຄວາມເຫັນ ກ່ອນເລີ້ມ ກອງປະຊຸມສຸດຍອດ ກ່ຽວກັບ ການປ້ອງກັນປະເທດ ຂອງນາໆຊາດ ທີ່ເມືອງ HALIFAX ປະເທດການາດາ ໃນມື້ວານນີ້ ທ່ານ GATES ຮັບຮູ້ວ່າ ການມີໜ້າ ຂອງນາໆຊາດ ໃນອັຟການິສຖານ ໄດ້ອຳນວຍໃຫ້ ມີການຫລັ່ງໄຫລ ຂອງເງິນໂດລາ ໃນຈຳນວນທີ່ສຳຄັນ ຜ່ານການເຮັດສັນຍາ ກ່ຽວກັບ ການພັທນາຕ່າງໆ. ທ່ານກ່າວວ່າ ບ່ອນທີ່ສະຫະຣັດ ສາ ມາດໃຊ້ອິດທິພົນ ໃນການຕໍ່ລອງ ໄດ້ຫລາຍທີ່ສຸດ ກ່ຽວກັບ ການດຳເນີນ ຄວາມພະຍາ ຍາມຕໍ່ຕ້ານການສໍ້ຣາດບັງຫລວງຢູ່ໃນອັຟການິສຖານກໍຄືບ່ອນທີ່ ສະຫະຣັດ ເຮັດສັນຍາ.

ອີຣັກ - ການເມືອງ: ເປັນທີ່ຄາດກັນວ່າ ສະ ມາຊິກ ສະພາແຫ່ງຊາດອີຣັກຈະລົງຄະແນນສຽງ ກັນໃນວັນເສົາມື້ນີ້ ເພື່ອແກ້ໄຂ ສະພາບການບໍ່ ໄປບໍ່ມາ ທາງດ້ານການເມືອງ ກ່ຽວກັບກົດໝາຍ ການເລືອກຕັ້ງ ທີ່ໄດ້ມີການຊັກຊ້າ ມາດົນນານ ແລ້ວນັ້ນ ຊຶ່ງມີຄວາມຈຳເປັນ ສຳລັບການເລືອກ ຕັ້ງທົ່ວໄປ ໃນເດືອນມັງກອນ ຈະມານີ້. ໃນຕົ້ນ ອາທິດນີ້ ຮອງປະທານາທິບໍດີອີຣັກ ທ່ານ TARIQ AL-HASHIMI ໄດ້ໃຊ້ສິດຢັບຢັ້ງ ຕໍ່ຮ່າງກົດໝາຍ ການເລືອກຕັ້ງ ໂດຍເວົ້າວ່າ ທ່ານຢາກໃຫ້ ມີການຕ່າງໜ້າເພີ້ມຂຶ້ນ ສຳລັບຊາວອີຣັກ ທີ່ອາສັຍ ຢູ່ໃນຕ່າງປະເທດ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນເປັນຊາວອາຣັບ ທີ່ນັບຖື ສາສນາອິສລາມ ນິກາຍຊຸນນີ່ ການເຄື່ອນໄຫວ ທີ່ວ່ານີ້ ເຮັດໃຫ້ ຄະນະກັມມະການເລືອກຕັ້ງ ຂອງອີຣັກ ຕ້ອງໄດ້ຢຸດເຊົາ ການກະກຽມ ເພື່ອຈັດ ການເລືອກຕັ້ງທົ່ວໄປ ທີ່ກຳນົດໃສ່ ເດືອນມັງກອນ. ສະພາແຫ່ງຊາດອີຣັກ ຈະປະຊຸມກັນຕື່ມອີກ ໃນວັນເສົາມື້ນີ້ ເພື່ອພິຈາຣະນາເບິ່ງວ່າ ຮອງປະທານາທິບໍດີອີຣັກ ທີ່ນັບຖື ສາສນາອິສລາມ ນິກາຍຊຸນນີ່ນັ້ນ ມີສິດ ຢ່າງຖືກຕ້ອງ ຕາມກົດໝາຍຫລືບໍ່ ທີ່ຈະໃຊ້ສິດຢັບຢັ້ງ ຮ່າງກົດໝາຍ ທີ່ໄດ້ນຳສເນີ ຕໍ່ສະພາ ປະທານາທິບໍດີ.

ຈີນ - ບໍ່ຖ່ານຫີນ: ຈຳນວນຜູ້ເສັຽຊີວິດ ຈາກ ເຫດແກັສຣະເບີດ ທີ່ບໍ່ຖ່ານຫີນແຫ່ງນຶ່ງໃນພາກ ຕາເວັນອອກ ສຽງເໜືອຂອງຈີນ ໃນຕອນເຊົ້າ ຂອງວັນເສົາມື້ນີ້ໄດ້ເພີ້ມຂຶ້ນເປັນ ມີຄົນງານເສັຽ ຊີວິດ 42 ຄົນ ແລະອີກ 66 ຄົນ ຍັງຕົກຄ້າງ ຢູ່ໃຕ້ດິນ. ຜແນກຄຸ້ມຄອງ ຄວາມປອດພັຍກ່ຽວ ການເຮັດວຽກຂອງຈີນ ກ່າວວ່າ ມີຫລາຍກວ່າ 500 ຄົນ ພວມເຮັດວຽກ ຢູ່ທີ່ບໍ່ຖ່ານຫີນ XINXING ໃນແຂວງ HEILONGJIANG ໃນເວລາທີ່ ແກັສໄດ້ຣະເບີດ. ມີລາຍງານວ່າ ເກືອບ 400 ຄົນ ສາມາດຫລົບໜີ ອອກມາໄດ້. ເວລານີ້ ພວກກູ້ພັຍ ກຳລັງຊອກຄົ້ນຫາ ພວກຄົນງານ ບໍ່ຖ່ານຫີນ ທີ່ຫາຍສາບສູນໄປນັ້ນຢູ່. ບໍ່ຖ່ານຫີນ ດັ່ງກ່າວນີ້ ແມ່ນກຸ່ມບໍ່ຖ່ານຫີນ LONGMEI HOLDING ໃນແຂວງ HEILONGJIANG ເປັນເຈົ້າຂອງ. ອຸບັດຕິເຫດ ທີ່ຮ້າຍແຮງ ມັກເກີດຂຶ້ນເລື້ອຍໆ ຢູ່ທີ່ບໍ່ຖ່ານຫີນ ຂອງຈີນ. ອີີງຕາມສະຖິຕິ ຂອງທາງການແລ້ວ ມີຄົນງານບໍ່ຖ່ານຫີນ ຫລາຍກວ່າ 3 ພັນຄົນ ໄດ້ເສັຽຊີວິດ ໃນປີກາຍນີ້. ກຸ່ມຕິດຕາມຊີ້ງຊອມ ກ່ຽວກັບເຣື່ອງນີ້ເວົ້າວ່າ ຕົນເຊື່ອວ່າ ຈຳນວນຜູ້ເສັຽຊີວິດ ທີ່ແທ້ຈິງນັ້ນ ແມ່ນສູງກວ່ານີ້ ຫລາຍເທົ່າ.

ໂອບາມາ - ເອເຊັຽ: ປະທານາທິບໍດີສະຫະ ຣັດທ່ານ BARACK OBAMA ກ່າວວ່າ ການ ຄ້າກັບເຂດເອເຊັຽ ແມ່ນມີຄວາມສຳຄັນຫລາຍ ສຳລັບການຟື້ນໂຕຄືນ ຂອງເສຖກິດ ສະຫະຣັດ. ໃນຄຳປາສັຍ ທາງວິທຍຸ ແລະອິນເຕີແນັດ ປະ ຈຳສັບປະດາ ຂອງທ່ານນັ້ນ ທ່ານ OBAMA ໄດ້ກ່າວຢ້ຳວ່າ ສະຫະຣັດ ຈຳເປັນຕ້ອງໄດ້ເນັ້ນ ໜັກຫຼາຍຂຶ້ນ ໃນການສົ່ງອອກສິນຄ້າ ເພື່ອໃຫ້ ເສຖກິດຈະເຣີນເຕີບໂຕ. ຄຳປາສັຍ ທີ່ນຳອອກ ເຜີຍແຜ່ລ່ວງໜ້າ ໂດຍເວັບໄຊທ໌ ຂອງທຳນຽບ ຂາວ ໄດ້ມີການບັນທຶກສຽງ ແລະຮູບພາບ ຢູ່ທີ່ເກົາຫລີໃຕ້ ໃນລະຫວ່າງທີ່ທ່ານ OBAMA ເດີນທາງໄປຢ້ຽມຢາມ ເຂດເອເຊັຽເທື່ອທຳອິດ ໃນຖານະ ປະທານາທິບໍດີສະຫະຣັດ. ທ່ານກ່າວ ວ່າ ເຂດເອເຊັຽ ຄ້າຂາຍຫລາຍທີ່ສຸດ ກັບສະຫະຣັດ ແລະສະຫະຣັດ ອາດຈະໄດ້ຮັບ ຜົນປໂຍດ ທາງດ້ານເສຖກິດ ຫຼາຍຂຶ້ນ ຖ້າສະຫະຣັດ ຫາກເພີ້ມທະວີ ຄວາມສັມພັນ ທາງດ້ານການຄ້າ ຂຶ້ນຕື່ມອີກ ໂດຍເວົ້າວ່າ ຖ້າສະຫະຣັດ ຫາກສາມາດ ເພີ້ມການສົ່ງອອກ ໄປຍັງເຂດເອເຊັຽ ຕື່ມອີກ 5% ອາດຈະພາໃຫ້ ມີການສ້າງ ວຽກເຮັດງານທຳໃໝ່ ຫລາຍໆຮ້ອຍພັນວຽກ.

ສຣີລັງກາ: ສຣີລັງກາ ກ່າວໃນວັນເສົາມື້ນີ້ວ່າ ຜູ້ ປະສົບພັຍສົງຄາມ ພົລເຮືອນ ທີ່ຢູ່ຕາມສູນຕ່າງໆ ຂອງຣັຖບານ ສາມາດ ອອກຈາກສູນເຫລົ່ານີ້ ໄປ ໄດ້ໃນວັນທີ 1 ທັນວານີ້ ສອງເດືອນ ກ່ອນທີ່ຈະ ເສັດສິ້ນແຜນການຕັ້ງຖິ່ນຖານໃໝ່ ຂອງພວກເຂົາ ເຈົ້າ. ທ່ານ BASIL RAJAPAKSA ທີ່ປຶກສາ ຂອງປະທານາທິບໍດີ MAHINDA RAJAPAKSA ຊຶ່ງເປັນອ້າຍ ຂອງທ່ານນັ້ນ ກ່າວວ່າ ພວກທີ່ຖືກ ກັກຂັງ ຢູ່ຕາມສູນຕ່າງໆ ຈະສາມາດ ກັບຄືນໄປຍັງ ບ້ານເດີມ ຂອງພວກເຂົາເຈົ້າໄດ້ ນັບແຕ່ວັນທີ 1 ເດືອນຈະມານີ້ ເປັນຕົ້ນໄປ. ທ່ານເວົ້າວ່າ ສູນຕ່າງໆ ຈະປິດລົງ ຢ່າງສິ້ນເຊີງ ພາຍໃນວັນທີ 31 ມັງກອນ. ໃນມື້ວານນີ້ ຣັຖມຸນຕຣີ ສິດທິມະນຸດ ຂອງສຣີລັງກາ ທ່ານ MAHINDA SAMARASINGHE ກ່າວແຕ່ພຽງວ່າ ພົລເຮືອນ ທີ່ປະສົບພັຍສົງຄາມ ສ່ວນໃຫຍ່ ຄວນຈະສາມາດ ຕັ້ງຖິ່ນຖານໃໝ່ແລ້ວໆ ພາຍໃນທ້າຍ ເດືອນມັງກອນ. ການຊັ່ງຊາຕີຣາຄາ ຂອງທ່ານ SAMARASINGHE ມີຂຶ້ນນຶ່ງມື້ ຫລັງຈາກຫົວໜ້າ ອົງການມະນຸສທັມ ຂອງສະຫະປະຊາຊາດ ສິ້ນສຸດການ ຢ້ຽມຢາມສຣີລັງກາ ເປັນເວລາ 3 ມື້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG