ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດຊ່ວຍເຫລືອລາວຫລຸດຜ່ອນບັນຫາການຄ້າມະນຸດຂ້າມຊາດ


ທາງ​ການ​ລາວ​ຍອມຮັບ​ວ່າ​ມີ​ແມ່​ຍິງ ​ແລະເດັກນ້ອຍ​ລາວ​ຕົກ​ເປັນເຫຍື່ອຂອງ​ ຂະ​ບວນການ​ຄ້າ ມະນຸດຂ້າມຊາດ​ໃນໄທ​ຫຼາຍຂຶ້ນ​ນັບມື້. ສ່ວນ​ທາງ​ການ​ສະຫະຣັດກໍ່​ໄດ້​ຕົງ​ລົງ​ໃຫ້ ການ​ຊ່ວຍ​ເຫຼືອ ທາງ​ການ​ລາວ​ໃນ​ການ​ແກ້ໄຂ ​ແລະ​ປ້ອງ​ກັນ​ບັນຫາ​ດັ່ງ​ກ່າ​ວນີ້.

​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ແຮງ​ງານ​ແລະ​ ສະ​ຫວັດ​ດີກາ​ນສັງຄົມ​ຂອງ​ລາວ​ຍອມຮັບ​ວ່າໃນ​ປະ​ຈຸບັນ​ນີ້​ຍັງ​ຄົງ​ມີ​ແມ່​ຍິງ ​ແລະ​ເດັກນ້ອຍ​ລາວ​ຈຳນວນ​ບໍ່​ໜ້ອຍ​ທີ່​ຕົກ​ເປັນເຫຍື່ອ ຂອງ​ຂະ​ບວນການຄ້າມະນຸດຂ້າມຊາດ​ຢູ່​ໃນ​ປະ​ເທດ​ໄທ ກັບ​ທັງຍັງ​ມີ​ແນວໂນ້ມ ແລະທ່າອ່ຽງທີ່​ຈະ​ເພີ່ມຫຼາຍຂຶ້ນນັບ​ມື້​ອີກດ້ວຍ.

ທັງນີ້​ກໍ່​ເນື່ອງ​ຈາກ​ການ​ປະສານ​ງານ​ລະຫ​ວ່າງທາງ​ການ​ລາວ​ ກັບ​ທາງ​ການ​ໄທ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ແມ່ນ​ຍິງ ​ແລະ​ ​ເດັກນ້ອຍ​ລາວ​ທີ່​ຕົກເປັນເຫຍື່ອຂອງ​ຂະ​ບວນການ​ດັ່ງ​ກ່າວ ​ຢູ່​ໄທ​ໃນ​ໄລຍະ 3 ​ປີ​ມາ​ນີ້ ກໍ່ປະກົດວ່າສາມາດ​ໃຫ້ການ​ຊ່ວຍ​ເຫຼືອແກ່​ແມ່​ຍິງ ​ແລະ​ເດັກນ້ອຍ​ທີ່​ຕົກ​ເປັນເຫຍື່ອຂອງ​ຂະ​ບວນການ​ຄ້າມະນຸດຂ້າມຊາດ​ໃນໄທ​ໄດ້​ເຖິງ 1.114 ຄົນ ​ແລະ​ທຸກ​ຄົນ​ກໍ່​ໄດ້​ຖືກສົ່ງ​ຕົວ​ກັບ​ຄືນ​ມາ​ປະ​ເທດ​ລາວ​ແລ້ວ.

​ແຕ່​ຢ່າງໃດ​ກໍ່ຕາມ​, ເຈົ້າໜ້າ​ທີ່​ລາວ​ກໍ່​ຍອມຮັບ​ວ່າ​ບໍ່​ຮູ້​ຈຳນວນ​ທີ່​ຄັກ​ແນ່​ຂອງ​ແມ່​ຍິງ ​ແລະ​ເດັກນ້ອຍ​ລາວ​ທີ່​ຕົກ​ເປັນເຫຍື່ອຂອງ​ຂະ​ບວນການ​ຄ້າມະນຸດຂ້າມຊາດ​ຢູ່​ໄທ​ໃນ​ປັດ​ຈຸ​ບັນ​ນີ້​. ​ທາງ​ການ​ກະ​ຊວງ​ແຮງ​ງານ​ຂອງ​ໄທ​ນັ້ນກໍ່​ໄດ້​ປະ​ມານ​ການ​ວ່າ​ມີ​ແຮງ​ງານ​ລາວ ​ທີ່​ທຳ​ງານ​ຢູ່​ໃນ​ປະ​ເທດ​ໄທ​ໃນ​ປະຈຸ​ບັນ​ນີ້​ຫຼາຍກວ່າ 4 ​ແສນ​ຄົນ ​ໂດຍ​ໃນ​ຈຳນວນ​ດັ່ງ​ກ່າວ​ນີ້​ກໍ່​ມີ​ພຽງ​ແຕ່ 8 ໝື່ນ​ກວ່າ​ຄົນເທົ່າ​ນັ້ນ ທີ່​ໄດ້​ແຈ້ງ​ຈົດ​ທະ​ບຽນຂໍ​ອານຸຍາດ​ທຳ​ງານ​ຢ່າງ​ຖືກຕ້ອງຕາ​ມລະ ບຽບກົດ​ໝາຍ. ຊຶ່ງກໍ​ໝາຍ​ຄວາມ​ວ່າ​ມີ​ແຮງ​ງານ​ລາວ​ຫຼາຍກ່ວາ 3 ​ແສນ​ຄົນ​ໄດ້​ພາ​ກັນລັກ ລອບ​ທຳ​ງານ​ຢູ່​ໃນ​ໄທ​ໂດຍ​ຜິດ​ກົດໝາຍ ​ແລະ​ເກີນກວ່າ 60% ​ໃນ​ຈຳນວນ​ດັ່ງ​ກ່າວ​ ນີ້​ກໍ່​ຄື​ ແມ່​ຍິງ ​ແລະເດັກ ນ້ອຍ​ລາວ​ທີ່​ມີ​ຄວາມສ່ຽງຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ຕົກ​ເປັນເຫຍື່ອຂອງ​ຂະ ​ບວນການ​ຄ້າມະນຸດຂ້າມຊາດ​ໃນໄທ​ນັ້ນ​ເອງ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເຈົ້າໜ້າ​ທີ່​ລາວ​ຍັງ​ໄດ້​ໃຫ້ການ​ຍອມຮັບ​ອີກດ້ວຍ​ວ່າ​ເປັນ​ການ​ຍາກຍິ່ງ​ທີ່​ຈະ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ແຮງ​ງານ​ລາວ​ເຫຼົ່ານີ້​ລັກລອບ​ເຂົ້າ​ໄປ​ທຳ​ງານ​ຢູ່ໃນ​ປະ​ເທດ​ໄທ. ເນື່ອງ ຈາກ​ວ່າ​ລາວ​ກັບ​ໄທ​ມີ​ຊາຍ​ແດນ​ຕິດ​ຕໍ່​ກັນຍາ​ວກວ່າ 1.800 ກິ​ໂລແມັດ ​ແລະ​ໃນ​ຂະນະ​ດຽວ​ກັນການ​ທີ່ຢູ່​ພາຍ​ໃນ​ລາວເອງ​ກໍ່​ບໍ່​ສາມາດ​ທີ່​ຈະ​ຈ້າງ​ແຮງ​ງານ​ລາວ​ ທີ່​ເພີ້ມ​ຫຼາຍຂຶ້ນທຸກ​ປີ​ໄດ້​ທັ້ງໝົດ​. ສ່ວນ​ອັດຕາ​ຄ່າ​ຈ້າງ​ກໍ​ຕ່ຳ​ກວ່າ​ໃນ​ປະ​ເທດ​ໄທ​ຫຼາຍອີກດ້ວຍ. ​ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ຍອມສ່ຽງ​ເດີ​ນທາງ​ເຂົ້າ​ໄປ​ລັກລອບ​ທຳ​ງານ​ຢູ່​ໃນ​ໄທຢູ່ເລື້ອຍມາ.

​ແຕ່​ຢ່າງໃດ​ກໍ່ຕາມ ທາງ​ການ​ລາວ​ກໍ່​ຄາດ​ຫວັງ​ວ່າ​ບັນຫາ​ດັ່ງ​ກ່າວ​ນີ້​ຈະຫ​ລຸດໜ້ອຍ​ຖອຍ​ລົງ​ໃນ​ໄລຍະ​ຕໍ່​ໄປ ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ໃນ​ການ​ພັດທະນາ​ຝີ​ມື​ແຮງ​ງານ​ລາວ ​ໃຫ້​ໄດ້​ມາດຕະຖານ​ແລະ​ເປັນ​ທີ່​ຍອມຮັບ​ຂອງ​ນາຍ​ຈ້າງ​ໃນ​ຕ່າງປະ​ເທດ​ໄດ້​ຢ່າງ​ແທ້​ຈິງ​ຊຶ່ງ​ກໍ່​ຈະ​ເຮັດໃຫ້​ມີ​ການ​ຈ້າງ​ແຮງ​ງານ​ລາວ​ຢ່າງ​ຖືກຕ້ອງຕາ​ມກົດໝາຍ​ນັ້ນ​ມື້ຫຼາຍຂື້ນ​ນັ້ນ​ເອງ.

ທັງນີ້​ໂດຍ​ຫຼ້າສູດ ກໍ່​ມີ​ລາຍ​ງານ​ວ່າ​ທາງ​ການ​ສະ​ຫາ​ຣັດ ​ອາ​ເມ​ລິ​ກາ​ໂດຍຜ່ານ​ສະ​ຖານ​ອັກຄະ ຣັດຖະທູດທີ່​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ນັ້ນ ກໍ່​ໄດ້​ຕົກລົງໃຫ້ການ​ຊ່ວຍ​ເຫຼືອ​ແກ່​ທາງ​ການ​ລາວ​ໂດຍແນ່​ໃສການຫຼຸດຜ່ອນ​ແກ້​ໄຂບັນຫາແມ່​ຍິງ ​ແລະ​ເດັກນ້ອຍ​ລາວ​ທີ່​ຕົກ​ເປັນເຫຍື່ອຂອງ​ຂະ​ບວນ ການ​ຄ້າມະນຸດຂ້າມຊາດຢູ່​ໃນ​ປະ​ເທດ​ໄທ​ເປັນ​ສຳຄັນ.

XS
SM
MD
LG