ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີສະລະຊີບ ດ້ວຍຣົດຈັກຣະເບີດ ເຮັດໃຫ້ມີຜູ້ເສັຽຊີວິດ 15 ຄົນ ໃນອັຟການິສຖານ


ອັຟການິສຖານ: ຕຳຣວດອັຟການິສຖານກ່າວ ວ່າ ຜູ້ໂຈມຕີ ດ້ວຍຣະເບີດສະລະຊີບທີ່ຂີ່ຣົດຈັກ ໄດ້ບີບຄະນວນຣະເບີດ ໃຫ້ແຕກຂຶ້ນໃນພາກຕາ ເວັນຕົກສຽງໃຕ້ ຂອງອັຟການິສຖານ ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 15 ຄົນ ແລະ ບາດເຈັບ ອີກ ຫລາຍສິບຄົນ. ການໂຈມຕີດ້ວຍຣະເບີດສະ ລະຊີບ ໃນວັນສຸກມື້ນີ້ ມີຂຶ້ນທີ່ເມືອງ FARAH ຊຶ່ງເປັນ ທີ່ວ່າການແຂວງ ຫລືເມືອງເອກ ຂອງ ແຂວງ FARAH ແລະເຈົ້າແຂວງ ກ່າວຕໍ່ພວກ ນັກຂ່າວວ່າ ຣະເບີດໄດ້ແຕກຂຶ້ນ ບໍ່ໄກປານໃດ ຈາກເຮືອນຂອງທ່ານ. ຕຳຣວດເວົ້າວ່າ ຜູ້ເສັຽຊີວິດຢ່າງນ້ອຍ 1 ຄົນ ແມ່ນເປັນຕຳຣວດ ແລະສ່ວນຫລາຍ ເປັນພົລເຮືອນ. ເຈົ້າໜ້າທີ່ກ່າວວ່າ ຈຳນວນພວກເສັຽຊີວິດ ອາດຈະມີ ເພີ້ມຂຶ້ນ ຍ້ອນພວກທີ່ໄດ້ຮັບບາດເຈັບຫຼາຍໆຄົນ ແມ່ນມີອາການສາຫັດ. ໃນອີກດ້ານນຶ່ງ ຕຳຣວດກ່າວວ່າ ການແຕກ ຂອງຣະເບີດແຄມທາງ ທີ່ແຂວງ KHOST ໃນພາກ ຕາເວັນ ອອກອັຟການິສຖານ ເຮັດໃຫ້ພົລເຮືອນ ເສັຽຊີວິດ 3 ຄົນ.

ປາກິສຖານ: ເຈົ້າໜ້າທີ່ປາກິສຖານກ່າວວ່າ ການໂຈມຕີ ທີ່ສົງສັຍວ່າ ມາຈາກເຮືອບິນທີ່ບໍ່ມີຄົນຂັບຂອງສະຫະຣັດ ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 8 ຄົນ ໃນພາກຕາເວັນ ຕົກສຽງເໜືອຂອງປາກິສຖານ. ເຈົ້າໜ້າທີ່ກ່າວວ່າ ມີການ ຍິງລູກສອນໄຟ 2 ລູກ ໃສ່ເຮືອນຫລັງນຶ່ງ ທີ່ຖືກໃຊ້ໂດຍ ຜູ້ຕ້ອງສົງສັຍວ່າ ເປັນພວກຫົວຮຸນແຮງທາລີບານທີ່ບ້ານ MIR ALI ໃນເຂດ WAZIRISTAN ເໜືອ ຊຶ່ງເປັນທີ່ ໝັ້ນ ຂອງພວກຫົວຮຸນແຮງ ໃນບໍຣິເວນຊາຍແດນທີ່ຕິດ ກັບອັຟການິສຖານ. ແຫຼ່ງຂ່າວຈາກໜ່ວຍສືບລັບແຈ້ງວ່າ ພວກທີ່ເສັຽຊີວິດ ແມ່ນຮວມທັງ ພວກຫົວຮຸນແຮງ ຊາວຕ່າງປະເທດ ຊຶ່ງເປັນຄຳເວົ້າທີ່ມັກ ໃຊ້ກັນ ໃນປາກິສຖານ ກ່າວເຖິງພວກໜ່ວຍປະຕິບັດງານຂອງກຸ່ມກໍ່ການຮ້າຍ AL-QAIDA. ນອກນັ້ນ ຍັງມີອີກ 2 ຄົນໄດ້ຮັບບາດເຈັບ ໃນການໂຈມຕີດັ່ງກ່າວ. ຂະນະດຽວກັນເຈົ້າໜ້າ ທີ່ປາກິສຖານ ກ່າວວ່າ ຈຳນວນ ຜູ້ເສັຽຊີວິດ ໄດ້ເພີ້ມຂຶ້ນ ຈາກເຫດຣະເບີດແຄມທາງ ທີ່ເມືອງ PESHAWAR ທາງພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ໃນຕອນເຊົ້າ ຂອງວັນສຸກມື້ນີ້.

ອີຣ່ານ - ນິວເຄລັຽ: ບັນດາປະເທດມະຫາອຳ ນາດ ທີ່ສຳຄັນໆຂອງໂລກ ປະຊຸມກັນໃນວັນສຸກ ມື້ນີ້ ເພື່ອປຶກສາຫາຣື ກ່ຽວກັບ ອັນທີ່ປາກົດວ່າ ເປັນການປະຕິເສດ ຂອງອີຣ່ານ ຕໍ່ຂໍ້ຕົກລົງນິວ ເຄລັຽ ທີ່ໄກ່ເກັ່ຽໂດຍ ອົງການສະຫະປະຊາຊາດ ທີ່ແນໃສ່ເພື່ອຫລຸດຜ່ອນຄວາມວິຕົກກັງວົນຂອງ ນາໆຊາດ ກ່ຽວກັບການພັທນາ ອາວຸດນິວເຄລັຽ ຂອງອີຣ່ານນັ້ນ. ເຈົ້າໜ້າທີ່ ຂອງສະຫະພາບຢູ ໂຣບກ່າວວ່າ ຜູ້ຕາງໜ້າຂອງສະມາຊິກຖາວອນ 5 ປະເທດ ໃນສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ທີ່ປະກອບດ້ວຍ ອັງກິດ ຝຣັ່ງ ຈີນ ສະຫະຣັດ ແລະຣັດເຊັຽ ບວກເຢັຽຣະມັນ ຈະປະຊຸມກັນ ທີ່ນະຄອນ ບລຸກແຊລ ໃນມື້ນີ້. ການເຈຣະຈາຫາຣື ທີ່ວ່ານີ້ ມີຂຶ້ຶ້ນພຽງ 2 ມື້ ຫລັງຈາກຣັຖມຸນຕຣີ ການຕ່າງປະເທດ ອີຣ່ານ ທ່ານ MANOCHEHR MOTTAKI ກ່າວວ່າ ປະເທດຂອງທ່ານ ຈະບໍ່ສົ່ງ ທາດຢູເຣນຽມ ໄປກັ່ນຢູ່ ຕ່າງປະເທດ ແລະຈະພິຈາຣະນາ ພຽງແຕ່ການແລກປ່ຽນ ທາດຢູເຣນຽມ ສຳລັບໃຊ້ເປັນເຊື້ອໄຟ ພາຍໃນອີຣ່ານ ເທົ່ານັ້ນ.

ອິນໂດເນເຊັຽ - ສຣີລັງກາ: ອົງການອົພຍົບ ຂອງສະຫະປະຊາຊາດ ກ່າວວ່າ ຕົນກຳລັງ ດຳ ເນີນງານ ກ່ຽວກັບການຂໍໄປຕັ້ງຖິ່ນຖານໃໝ່ຂອງ ພວກອົພຍົບ ສຣີລັງກາ ທີ່ຖືກຄຸມຂັງ ຢູ່ປະເທດ ອິນໂດເນເຊັຽ. ພວກຜູ້ຊາຍ ແມ່ຍິງ ແລະເດັກ ນ້ອຍ ສຣີລັງກາ 78 ຄົນ ຫວັງວ່າ ຈະໄດ້ໄປ ຕັ້ງຖິ່ນຖານໃໝ່ ຢູ່ອອສເຕຣເລັຽ. ພວກເຂົາເຈົ້າ ໄດ້ອອກເດີນທາງ ຈາກສຣີລັງກາໂດຍທາງເຮືອ ແລະໄດ້ຮັບ ການຊ່ອຍເຫລືອ ຢູ່ນອກ ແຄມຝັ່ງ ທະເລຂອງອິນໂດເນເຊັຽ ໃນເດືອນແລ້ວນີ້ ໂດຍ ເຮືອ ເຈົ້າໜ້າທີ່ພາສີ ອອສເຕຣເລັຽ. ພວກອົພຍົບ ສຣີລັງກາສ່ວນໃຫຍ່ ໄດ້ຖືກຍ້າຍ ຈາກເຮືອ ໄປຍັງສູນກັກຂັງ ທີ່ສ້າງໂດຍ ເງິນຊ່ອຍເຫລືອ ຂອງອອສເຕຣເລັຽ ຢູ່ທີ່ເກາະ BINTAN ຂອງອິນໂດເນເຊັຽ ໃນມື້ວັນຈັນ ຜ່ານມານີ້. ອົງການຂ້າຫລວງໃຫຍ່ ອົພຍົບ ສະຫະປະຊາຊາດ ກ່າວວ່າ ຕົນພິຈາຣະນາ ເຫັນວ່າ ສ່ວນນຶ່ງຂອງ ຊາວສຣີລັງກາຈຸນີ້ ເປັນອົພຍົບແທ້ ແລະຈະຕັດສິນໃຈ ກ່ຽວກັບການຮ້ອງຂໍ ໄປຕັ້ງຖິ່ນຖານໃໝ່ ຂອງພວກເຂົາເຈົ້າ ພາຍໃນເວລາ 6 ອາທິດ ແລະວ່າ ສຳລັບພວກອື່ນນັ້ນ ຈະດຳເນີນການ ພາຍໃນ 12 ອາທິດ.

ເກົາຫລີເໜືອ - ມຽນມາ: ກັມມະການທີ່ສຳ ຄັນຄະນະນຶ່ງ ຂອງອົງການ ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິປະນາມ ເກົາຫລີເໜືອແລະ ມຽນມາໃນອັນທີ່ຄະນະກັມມະການດັງກ່າວ ເວົ້າ ວ່າ ເປັນການລະເມີດສິດທິມະນຸດຢ່າງແຜ່ກວ້າງ ນັ້ນ. ຄະນະກັມມະການສິດທິມະນຸດຂອງສະມັດ ຊາໃຫຍ່ ສະຫະປະຊາຊາດໄດ້ຮັບຮອງເອົາຮ່າງ ຍັດຕິ ກ່ຽວກັບເກົາຫລີເໜືອ ດ້ວຍການ ລົງຄະ ແນນສຽງ 97 ຕໍ່ 19 ໂດຍມີ 65 ປະເທດບໍ່ອອກສຽງ ແລະຮ່າງຍັດຕິ ກ່ຽວກັບມຽນມາ ດ້ວຍຄະແນນສຽງ 92 ຕໍ່ 26 ໂດຍມີ 65 ປະເທດ ບໍ່ມີຄວາມເຫັນ. ມະຕິກ່ຽວກັບເກົາຫຼີເໜືອນັ້ນ ໄດ້ກ່າວເຖິງ ຄວາມວິຕົກກັງວົນ ຢ່າງແທ້ຈິງ ກ່ຽວກັບອັນທີ່ ທາງຄະນະກັມມະການເວົ້າວ່າ ເປັນລາຍງານ ການຈັບກຸມຄຸມຂັງ ໂດຍພະລະການ ການທໍຣະມານ ແລະການປະຫານຊີວິດ. ເກົາຫລີເໜືອເວົ້າວ່າ ຂໍ້ຫາເຫລົ່ານີ້ ເປັນຂໍ້ຫາ ທີ່ບໍ່ມີມູນຄວາມຈິງ. ສ່ວນມະຕິ ກ່ຽວກັບມຽນມານັ້ນ ໃຫ້ຂໍ້ສັງເກດ ກ່ຽວກັບການກັກ ບໍຣິເວນ ເປັນເວລາດົນນານ ຕໍ່ຜູ້ນຳພັກຝ່າຍ ທ່ານນາງອອງຊານຊູຈີ ແລະຕໍ່ອັນ ທີ່ທາງຄະນະກັມມະການ ເອີ້ນວ່າ ການລ່ວງລະເມີດ ສິດທິມະນຸດ ແລະອິສຣະພາບ ຂັ້ນພື້ນຖານ ຢ່າງເປັນຂະບວນ.

ໂອບາມາ - ແຕ່ງຕັ້ງທູດ: ປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ໄດ້ປະ ກາດກ່ຽວກັບການແຕ່ງຕັ້ງ ເອກອັຄຣັຖທູດສະ ຫະຣັດ ປະຈຳຟີລິບປິນ ແລະສິງກະໂປ. ທ່ານ OBAMA ກ່າວໃນວັນພະຫັດ ວານນີ້ວ່າ ທ່ານ HARRY THOMAS ແລະທ່ານ DAVID ADELMAN ຈະເປັນຜູ້ຕາງໜ້າ ໃຫ້ສະຫະຣັດ ໄດ້ເປັນຢ່າງດີ ແລະດຳເນີນງານເພື່ອເຮັດຫຼ້ອນ ເປົ້າໝາຍໃນການເສີມຂຍາຍຄວາມສັມພັນຂອງ ສະຫະຣັດ ຢູ່ໃນຕ່າງປະເທດ. ທ່ານ HARRY THOMAS ທີ່ຖືກແຕ່ງຕັ້ງ ໃຫ້ເປັນ ເອກອັຄຣັຖ ທູດສະຫະຣັດ ປະຈຳຟີລິບປິນ ລ່າສຸດແມ່ນ ເຄີຍຮັບຕຳແໜ່ງ ເປັນເອກອະທິບໍດີ ຜແນກການທູດ ແລະນະໂຍບາຍ ຕ່າງປະເທດ. ໃນເມື່ອກ່ອນນັ້ນ ທ່ານເຄີຍຮັບໜ້າທີ່ ເປັນເອກອັຄຣັຖທູດ ສະຫະຣັດ ປະຈຳບັງກລາແດສ ແລະເປັນອະທິບໍດີ ເຂດເອເຊັຽໃຕ້ ໃນສະພາ ຄວາມໝັ້ນຄົງ ແຫ່ງຊາດ ຂອງທຳນຽບຂາວ. ສ່ວນທ່ານ DAVID ADELMAN ທີ່ຖືກແຕ່ງຕັ້ງ ໃຫ້ເປັນເອກອັຄຣັຖທູດ ສະຫະຣັດ ປະຈຳສິງກະໂປນັ້ນ ແມ່ນສະມາຊິກ ສະພາປະຈຳຣັດ ຂອງຣັດຈໍເຈັຽ ແລະເຄີຍຮັບໜ້າທີ່ ເປັນຜູ້ຊ່ອຍຫົວໜ້າ ຜແນກຍຸຕິທັມ ຂອງຣັດດັ່ງກ່າວ ເປັນເວລາ 3 ປີ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG