ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານກາຊາຍ ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ອັຟການິສຖານ ສມັຍທີ 2


ອັຟການິສຖານ: ປະທານາທິບໍດີ ອັຟການິສ ຖານທ່ານ HAMID KARZAI ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນສມັຍທີ 2 ຕື່ມອີກ 5 ປີ ຫລັງຈາກ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ທີ່ເປັນບັນຫາໂຕ້ແຍ້ງ ກ່ຽວກັບ ການສໍ້ໂກງ ຄະແນນສຽງ. ພິທີສາບານໂຕເຂົ້າ ຮັບຕຳແໜ່ງ ໄດ້ຈັດຂຶ້ນ ໃນວັນພະຫັດ ມື້ນີ້ ທີ່ ທຳນຽບ ປະທານາທິບໍດີ ໃນນະຄອນຫລວງກາ ບູລ. ໃນການຖແລງຕໍ່ບັນດາແຂກຜູ້ມີກຽດ ຊາວ ຕ່າງປະເທດ ແລະພວກຜູ້ນຳອັຟການິສຖານໃນ ພິທີ ສາບານໂຕເຂົ້າຮັບຕຳແໜ່ງນັ້ນ ປະທານາ ທິບໍດີ KARZAI ໄດ້ປະກາດວ່າ ຈະປາບປາມ ການສໍ້ຣາດບັງຫລວງ ໂດຍເອີ້ນວ່າ ມັນເປັນສະ ຕຣູທີ່ເປັນພັຍ ອັນຕະລາຍ ຕໍ່ປະເທດ ຊາດ. ທ່ານ KARZAI ໄດ້ຖືກກົດ​ດັນຢ່າງໜັກ ຈາກປະເທດຕາເວັນຕົກ ​ໃຫ້ທຳການປາບປາມ ການສໍ້ຣາດບັງຫລວງ ແລະປັບປຸງ ຄວາມ​ຮັບຜິດຊອບ ຂອງຣັຖບານ. ທ່ານໄດ້ໃຫ້ ຄຳໝັ້ນສັນຍາວ່າ ຈະເລືອກເອົາ ຣັຖມຸນຕຣີ ທີ່ເປັນນັກຊ່ຽວຊານ ທີ່ມີຄວາມຮູ້ຄວາມສາມາດ ແລະປະກາດວ່າ ຈະດຳເນີນມາຕການ ຕໍ່ພວກທີ່ ພະຍາຍາມລ່ວງລະເມີດ ກົດໝາຍ ແລະຣັຖທັມມະນູນ ຂອງປະເທດ.

ໂອບາມາ - ເອເຊັຽ: ປະທານາທິບໍດີ ສະຫະ ຣັດ ທ່ານ BARACK OBAMA ແລະປະທານາ ທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ໄດ້ຮຽກຮ້ອງ ໃຫ້ເກົາຫລີເໜືອ ກັບຄືນເຂົ້າຮ່ວມ ການເຈຣະຈາຂອງນາໆຊາດ ເພື່ອຍຸຕິໂຄງການ ສ້າງອາວຸດນິວເຄລັຽຂອງພຽງຢາງ ແລະຢຸດເຊົາ ການປະພຶດ ທີ່ເປັນການທ້າທາຍເກາະຜິດ. ລຸນ ຫລັງການພົບປະກັນ ທີ່ກຸງໂຊລ ໃນວັນພະຫັດ ມື້ນີ້ ທ່ານ LEE ກ່າວຕໍ່ພວກນັກຂ່າວວ່າ ທ່ານ ເອງແລະປະທານາທິບໍດີ OBAMA ໄດ້ເຫັນພ້ອມນຳກັນ ທີ່ຈະດຳເນີນງານ ຮ່ວມກັນຢ່າງໃກ້ຊິດ ເພື່ອນຳເອົາ ເກົາຫລີເໜືອ ກັບຄືນມາເຂົ້າຮ່ວມ ການເຈຣະຈາ 6 ຝ່າຍ. ນອກນັ້ນ ພວກທ່ານຍັງເວົ້າວ່າ ຄວາມອົດທົນ ໃກ້ຈະໝົດແລ້ວ. ທ່ານ OBAMA ເວົ້າວ່າ ຖ້າເກົາຫລີເໜືອ ຫາກດຳເນີນ ບາດກ້າວຢ່າງຈິງ ຈັງ ເພື່ອຢຸດເຊົາ ໂຄງການນິວເຄລັຽ ການຫລຸດຜ່ອນ ການລົງໂທດ ແລະປ່ອຍໃຫ້ ເກົາຫລີເໜືອ ກັບຄືນເຂົ້າຮ່ວມ ​ໃນປະຊາຄົມນາໆຊາດ ກໍຈະຕິດຕາມມາ. ນອກນັ້ນ ທ່ານຍັງເວົ້າວ່າ ທູດພິເສດ ຂອງສະຫະຣັດ ທ່ານ STEPHEN BOSWORTH ຈະເດີນທາງ ໄປເກົາຫລີເໜືອ ໃນເດືອນໜ້າ ເພື່ອພະຍາຍາມ ແຜ້ວທາງໃຫ້ມີ ການເປີດ ການເຈຣະຈາ ຮອບໃໝ່ ຊຶ່ງເກົາຫລີເໜືອ ໄດ້ທຳການ ບ໋ອຍຄອດ ບໍ່ເຂົ້າຮ່ວມ ນັບຕັ້ງແຕ່ເດືອນເມສາ ເປັນຕົ້ນມາ.

ອີຣ່ານ - ນິວເຄລັຽ: ປະທານາທິບໍດີ ສະຫະ ຣັດ ທ່ານ BARACK OBAMA ກ່າວວ່າ ສະ ຫະຣັດ ໄດ້ເລີ້ມເຈຣະຈາ ກັບບັນດາປະເທດພາຄີ ນາໆຊາດ​ແລ້ວກ່ຽວກັບຜົນ ທີ່ຈະຕິດຕາມມາ ຖ້າ ອີຣ່ານ ຫາກບໍ່ສນອງຕອບຕໍ່ຂໍ້ສເນີ ກ່ຽວກັບການ ຕົກລົງທາງດ້ານນິວເຄລັຽ. ໃນການຖແລງ ທີ່ເກົາ ຫລີໃຕ້ ໃນວັນພະຫັດມື້ນີ້ ປະທານາທິບໍດີ OBAMA ກ່າວວ່າ ຈະ​ມີ​ການ​ຮ່າງ ບາດກ້າວຕ່າງໆ ທີ່​ສາມາດ​ ຈະ​ດຳ​ເນີນ​ໄດ້ ໃນໄລຍະ ຫຼາຍໆອາທິດ ຂ້າງໜ້ານີ້ ໂດຍມີຈຸດປະສົງ ແນໃສ່ເພື່ອ ສົ່ງສັນຍານຢ່າງຈະແຈ້ງ ໄປຍັງອີຣ່ານ. ທ່ານກ່າວວ່າ ທ່ານຍັງມີ ຄວາມຫວັງຢູ່ວ່າ ອີຣ່ານຈະຕັດສິນໃຈ ຮັບ​ເອົາແຜນການ ທີ່ໄກ່ເກັ່ຽ ໂດຍອົງການ ສະຫະປະຊາຊາດນັ້ນ ຊຶ່ງພົວພັນ ກັບການສົ່ງທາດ ຢູເຣນຽມ ຂອງອີຣ່ານ ໄປກັ່ນຢູ່ ຕ່າງປະເທດ. ອົງການຂ່າວ ISNA ຂອງອີຣ່ານ ໄດ້ອ້າງຄຳເວົ້າ ຂອງຣັຖມຸນຕຣີ ການຕ່າງປະເທດອີຣ່ານ ທີ່ກ່າວໃນວັນພຸດ ວານນີ້ວ່າ ປະເທດຂອງທ່ານ ບໍ່ຮັບເອົາ ຂໍ້ສເນີລ່າສຸດ ຂອງນາໆຊາດ ແລະຈະພິຈາຣະນາ ເບິ່ງແຕ່ການ ແລກປ່ຽນທາດ ຢູເຣນຽມ ເພື່ອນຳໄປເປັນເຊື້ອໄຟ ຢູ່ພາຍໃນ ອີຣ່ານເທົ່ານັ້ນ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ການໂຈມຕີ ສະລະຊີບດ້ວຍຣະເບີດ ເຮັດໃຫ້ມີ ຜູ້ເສັຽຊີວິດຢ່າງນ້ອຍ 19 ຄົນ ຢູ່ນອກຕຶກຫ້ອງ ການສານ ທີ່ເມືອງ PESHAWAR ໃນວັນພະ ຫັດມື້ນີ້ ຊຶ່ງເປັນການ ໂຈມຕີເທື່ອລ່າສຸດ ຢູ່ໃນ ພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ. ການໂຈມຕີທີ່ວ່ານີ້ແມ່ນການໂຈມຕີ ເທື່ອທີ 6 ໃນໄລຍະບໍ່ຮອດ 2 ອາທິດຢູ່ໃນແລະກໍອ້ອມແອ້ມ ເມືອງ PESHAWAR. ເຈົ້າໜ້າທີ່ເວົ້າວ່າ ຜູ້ໂຈມຕີໄດ້ບີບ ຄະນວນຣະເບີດໃຫ້ແຕກຂຶ້ນ ເວລາພວກຍາມພະຍາຍາມ ທີ່ຈະກວດຄົ້ນເບິ່ງ ໂຕຜູ້ກ່ຽວ ຢູ່ປະຕູທາງເຂົ້າ. ເຈົ້າໜ້າທີ່ເວົ້າວ່າ ມີຕຳຣວດ 3 ຄົນ ຮວມຢູ່ໃນຈຳນວນ ພວກທີ່ ເສັຽຊີວິດ. ພວກທ່ານໝໍ ກ່າວວ່າ ຢ່າງນ້ອຍ 36 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ ຄັ້ງນີ້. ການໂຈມຕີ ຂອງພວກຫົວຮຸນແຮງ ໄດ້ມີເພີ້ມຂຶ້ນ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ນັບຕັ້ງແຕ່ ກອງທັບປາກິສຖານ ໄດ້ເປີດສາກ ບຸກໂຈມຕີ ເພື່ອກວດລ້າງປາບປາມ ພວກທາລີບານຄັ້ງໃຫຍ່ ຢູ່ໃນ​ WAZIRISTAN ໃຕ້ ຊຶ່ງເປັນເຂດຊົນເຜົ່າ ທີ່ບ້ານເມືອງ ບໍ່ມີຂື່ມີແປ ໃນກາງເດືອນ ຕຸລາຜ່ານມາ.

ບັງກລາແດັສ: ສານສູງສຸດ ຂອງບັງກລາແດັສ ໄດ້ປະຕິເສດ ຕໍ່ການຂໍອຸທອນ ຄັ້ງສຸດທ້າຍຂອງ ພວກຜູ້ຊາຍ 5 ຄົນ ທີ່ໄດ້ຖືກ ຕັດສິນໂທດ ປະ ຫານຊີວິດຍ້ອນ​ໄດ້ສັງຫານຜູ້ນຳໃນການ​ຕໍ່ສູ້​ເພື່ອ ເອກກະຣາດ ຂອງ ບັງກລາແດັສ ໃນປີ 1975. ສານສູງສຸດ ໄດ້ຕັດສິນ ໃນວັນພະຫັດມື້ນີ້ ເຫັນ ພ້ອມກັບຄຳຕັດສິນ ໃຫ້ພວກທະຫານທັງ 5 ຄົນ ມີຄວາມຜິດ ກ່ຽວກັບບົດບາດ ຂອງພວກເຂົາໃນ ການສັງຫານ SHEIK MUJIBUR RAHMAN. SHEIK MUJIBUR RAHMAN ໄດ້ຖືກຂ້າ ຕາຍ ໃນການກໍ່ຣັຖປະຫານ ຂອງພວກທະຫານ ໃນປີ 1975 ພ້ອມໆກັບ ສະມາຊິກ ໃນຄອບຄົວ ຂອງທ່ານ 20 ກວ່າຄົນ. ທ່ານໄດ້ນຳພາ ບັງກລາແດັສ ​ໄປ​ສູ່​ຄວາມ​ ເປັນເອກກະຣາດ ຈາກປາກິສຖານ ໃນປີ 1971.

ຄະດີລັກລອບຝິ່ນ: ຜູ້ຊາຍລາວ ເຜົ່າມົ້ງ 2 ຄົນ ໄດ້ຖືກຈັບ ທີ່ຣັດ OKLAHOMA ໃນຂໍ້ຫາ ພະ ຍາຍາມລັກລອບ​ເອົາຢາຝິ່ນ ຫລາຍໆກິໂລ ເຂົ້າ ມາໃນສະຫະຣັດ. ເຈົ້າໜ້າທີ່ກ່າວວ່າ ນາຍ XUE YANG ແລະນາຍ WANG CHONG KHANG ຖືກຈັບ ຫລັງຈາກ ໄດ້ໄປຮັບເອົາຫໍ່​ເຄື່ອງ ຢູ່ໂຮງການ ໄປສະນີທ້ອງຖິ່ນ ແຫ່ງ​ນື່ງ. ໃນ​ຫໍ່​ນັ້ນ ມີຢາຝີ່ນ ຊຸກເຊື່ອງໄວ້ ໃນເຫັດ. ຢາ ຝິ່ນທີ່​ວ່ານີ້ ໜັກເກືອບ 3 ກິໂລ ຊຶ່ງມີຣາຄາ​ ໃນ​ທ້ອງ​ຕລາດປະມານ 1 ລ້ານ 1 ແສນໂດລາ. ຫໍ່​ເຄື່ອງ​ດັ່ງກ່າວ ຊຶ່ງຕົ້ນຕໍແລ້ວ ແມ່ນສົ່ງມາຈາກ ປະເທດລາວ ​ໄດ້ຖືກ​ສົ່ງ ໄປ​ຍັງນະຄອນ DALLAS ຣັດເທັກຊັສກ່ອນ ບ່ອນ​ທີ່​ ເຈົ້າໜ້າ​ທີ່​ໄດ້ກວດ​ພົບ​ຢາຝິ່ນ ໃນຕົ້ນເດືອນນີ້. ທັງນາຍ XUE YANG ແລະນາຍ WANG CHONG KHANG ກຳລັງ​ຖືກ​ຕຳຣວດຄວບ ​ຄຸມ​ໂຕ​ໄວ້ ໂດຍ​ອະນຸຍາດ​ ໃຫ້ປະກັນໂຕ 1 ລ້ານໂດລາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG