ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ໄທ ປ່ອຍຊາວມົ້ງ ທີ່ຖືກ ຄຸມຂັງ ຢູ່ທີ່ໜອງຄາຍ


ໂອບາມາ - ເອເຊັຽ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ໄດ້ເດີນທາງ ໄປເຖິງເກົາຫລີໃຕ້ແລ້ວ ຫລັງຈາກໄດ້ມ້ວນທ້າຍ ການຢ້ຽມຢາມ ປະເທດຈີນ ດ້ວຍການເດີນທາງ ໄປຊົມ ກຳແພງເມືອງຈີນ. ເກົາຫຼີໃຕ້ ເປັນບ່ອນ ຢຸດແວ່ ບ່ອນສຸດທ້າຍ ໃນການຢ້ຽມຢາມ 4 ປະ ເທດໃນເຂດເອເຊັຽຂອງທ່ານ OBAMA. ໃນລະ ຫວ່າງ ຢູ່ທີ່ກຸງໂຊລນັ້ນ ເປັນທີ່ຄາດກັນວ່າເຣື່ອງ ສຳຄັນ ທີ່ຈະມີ ການສົນທະນາຫາຣືກັນ ກໍຄືບັນ ຫາການຄ້າ ແລະເຣື່ອງເກົາຫລີເໜືອ. ຂະນະທີ່ ອອກເດີນທາງ ໄປຍັງເກົາຫລີໃຕ້ນັ້ນ ທ່ານ OBAMA ໄດ້ຮຽກຮ້ອງ ອີກຄັ້ງນຶ່ງ ໃຫ້ເກົາຫລີ ເໜືອ ບັນລຸການຕົກລົງ ກ່ຽວກັບ ເຣື່ອງນິວເຄລັຽ. ໃນຕອນເຊົ້າມື້ນີ້ ໃນການເຈຣະຈາ ຮອບສຸດທ້າຍ ແລະຮັບປະທານ ອາຫານທ່ຽງ ພ້ອມທັງ ເຮັດວຽກໄປພ້ອມ ຮ່ວມກັບ ນາຍົກຣັຖມຸນຕຣີຈີນ ທ່ານ WEN JIA BAO ນັ້ນ ທ່ານ OBAMA ກ່າວວ່າ ການເຈຣະຈາ ຫາຣືຂອງທ່ານ ກັບພວກຜູ້ນຳຂອງຈີນ ເປັນການເຈຣະຈາ ທີ່ໃຫ້ດອກອອກຜົນ. ທ່ານ WEN ກ່າວວ່າ ການເດີນທາງ ໄປຢ້ຽມຢາມ ຂອງປະທານາທິບໍດີ ສະຫະຣັດ ໄດ້ມີຄວາມສຳຄັນ ເປັນພິເສດ.

ໄທ - ອົພຍົບມົ້ງ: ອົງການອົພຍົບ ຂອງສະ ຫະປະຊາຊາດ ຮຽກຮ້ອງໃຫ້ໄທປ່ອຍຊາວລາວ ເຜົ່າມົ້ງ ຈຳນວນ 158 ຄົນ ຈາກບ່ອນຄຸມຂັງ ແລະອະນຸຍາດໃຫ້ພວກກ່ຽວ ເດີນທາງໄປຕັ້ງຖິ່ນ ຖານໃໝ່ ຢູ່ໃນປະເທດທີ 3 ໄດ້. ໂຄສົກຂອງ ອົງການຂ້າຫຼວງໃຫຍ່ອົພຍົບສະຫະປະຊາຊາດ ກ່າວໃນວັນອັງຄານ ວານນີ້ວ່າ ພວກອົພຍົບ ທີ່ ຖືກຂັງຢູ່ໃນບ່ອນ​ຄຸມຂັງຂອງໄທທີ່​ໜອງ​ຄາຍ ນັ້ນ ບໍ່ໄດ້ກໍ່ອາຊຍາກັມ ໃດໆທັງສິ້ນ. ນອກນັ້ນ ໂຄສົກຍັງ ໃຫ້ຂໍ້ສັງເກດວ່າ ອອສເຕຣເລັຽ ສະຫະຣັດ ການາດາ ແລະເນເທີແລນ ໄດ້ສເນີ ທີ່ຈະຮັບເອົາ ພວກອົພຍົບ ເຫລົ່ານີ້ແລ້ວ. ຊາວມົ້ງເຫຼົ່ານີ້ ໄດ້ຖືກຄຸມຂັງ ມາແຕ່ປີ 2006 ເວລາພວກເຂົາເຈົ້າ ເດີນທາງເຂົ້າໄປ ໃນປະເທດໄທ ຈາກປະ​ເທດລາວ. ມີພວກຊາວມົ້ງ ຈຳນວນຫລາຍສິບພັນຄົນ ໄດ້ພາກັນ ຂໍລີ້ພັຍຢູ່ ທີ່ປະເທດໄທ ໂດຍເວົ້າວ່າ ພວກເຂົາເຈົ້າ ໄດ້ຖືກປະຫັດປະຫານ ທາງດ້ານການເມືອງ ໂດຍຣັຖບານລາວ ຄອມມູນິສ. ພວກຊາວມົ້ງເຫລົ່ານີ້ ຈຳນວນຫລາຍໆ​ຄົນ ເຄີຍໄດ້ຕໍ່ສູ້ ຄຽງບ່າຄຽງໄຫລ່ ກັບສະຫະຣັດ ໃນລະຫວ່າງ ສົງຄາມວຽດນາມ ໃນຊຸມປີ 1960 ແລະ 1970.

ອີຣັກ: ຮອງປະທານາທິບໍດີ ທີ່ນັບຖື ສາສນາ ອິສລາມ ນິກາຍຊຸນນີ່ ຂອງອີຣັກ ໄດ້ໃຊ້ສິດຢັບ ຢັ້ງ ຕໍ່ບາງພາກສ່ວນ ຂອງຮ່າງກົດໝາຍເລືອກ ຕັ້ງຊຶ່ງໄດ້ພາໃຫ້ເກີດ ຄວາມສົງສັຍບໍ່ແນ່ໃຈເພີ້ມ ຕື່ມ ກ່ຽວກັບແຜນການ ຈັດການເລືອກຕັ້ງທົ່ວໄປ ໃນເດືອນມັງກອນຈະມານີ້. ຮອງປະທານາທິບໍດີ TARIQ AL-HASHEMI ໄດ້ປະກາດ ໃນວັນ ພຸດມື້ນີ້ວ່າ ທ່ານໄດ້ສົ່ງ ຮ່າງກົດໝາຍ ດັ່ງກ່າວນີ້ ຄືນໄປຍັງ ສະພາແຫ່ງຊາດ ເພື່ອໃຫ້ດັດແປງແກ້ໄຂ. ທ່ານກ່າວວ່າ ທ່ານຢາກໃຫ້ມີ ການຕາງໜ້າເພີ້ມຂຶ້ນ ຂອງຊາວອີຣັກ ທີ່ອາສັຍຢູ່ ໃນຕ່າງປະເທດ ຊຶ່ງຫລາຍໆຄົນ ຂອງຈຳນວນດັ່ງກ່າວ ແມ່ນເປັນຊາວອາຣັບ ທີ່ນັບຖື ສາສນາອິສລາມ ນິກາຍຊຸນນີ່. ບັດນີ້ ພວກສະມາຊິກ ສະພາແຫ່ງຊາດ ຕ້ອງໄດ້ສົນທະນາ ຫາຣືກັນໃໝ່ ກ່ຽວກັບຮ່າງກົດໝາຍ ດັ່ງກ່າວ ຊຶ່ງທາງສະພາແຫ່ງຊາດ ໄດ້ມີການ ອະພິປາຍກັນມາແລ້ວ ເປັນເວລາ ຫລາຍໆອາທິດ ກ່ອນຈະໄດ້ຮັບ ການອະນຸມັດ ຂັ້ນສຸດທ້າຍ ໃນອາທິດແລ້ວ. ຮ່າງ​ກົດໝາຍ​ ດັ່ງກ່າວ​ນີ້ ຍັງ​ຈະ​ຕ້ອງ ​ໄດ້​ຮັບການ​ຮັບຮອງ​ເອົາ ຈາກ​ສະພາ​ ປະທານາທິບໍດີ​ ຂອງ​ອິຣັກ ນຳ​ອີກ.

ອິສຣາແອລ - ປາແລສໄຕນ໌: ສະຫະຣັດ ກ່າວວ່າ ຕົນມີ​ຄວາມຕື່ນຕົກໃຈ ທີ່ອິສຣາແອລ ໄດ້ອະນຸຍາດໃຫ້ ມີການປຸກ ເຮືອນໃໝ່ 900 ຫລັງໃສ່ເຂດຢຶດຄອງໃນກ້ຳຕາເວັນອອກຂອງ ນະຄອນເຈຣູຊາແລັມ. ເຈົ້າໜ້າທີ່ອິສຣາແອລ ໄດ້ປະກາດໃຫ້ຊາບ ກ່ຽວກັບແຜນການຂຍາຍ ບ້ານໃໝ່ ໃນວັນອັງຄານວານນີ້ ທັງໆທີ່ໄດ້ຮັບ ການຄັດຄ້ານ ຈາກສະຫະຣັດ ແລະຝ່າຍປາ ແລສໄຕນ໌. ໂຄສົກຂອງ ທຳນຽບຂາວກ່າວວ່າ ການເຄື່ອນໄຫວ ທີ່ວ່ານີ້ ຈະເຮັດໃຫ້ການເປີດ ການເຈຣະຈາ ສັນຕິພາບ ໃນພາກຕາເວັນອອກ ກາງຄືນໃໝ່ນັ້ນ ປະສົບກັບ ບັນຫາຍຸ່ງຍາກ ເພີ້ມຕື່ມ. ສ່ວນໂຄສົກ ຂອງກະຊວງການຕ່າງ ປະເທດ ສະຫະຣັດ ເວົ້າວ່າ ຣັຖບານທ່ານ OBAMA ເຊື່ອວ່າ ພັກຝ່າຍໃດກໍຕາມ ບໍ່ຄວນທີ່ຈະ ດຳເນີນການ ທີ່ອາດຈະເປັນ ການເຄື່ອນໄຫວ ເພື່ອໃຫ້ໄດ້ປຽບ ຕາມລຳພັງ ແຕ່ພຽງຝ່າຍດຽວ ຫລືປາກົດວ່າ ເປັນການສ້າງ ຄວາມໄດ້ປຽບ ໃນການເຈຣະຈາ. ປະທານາທິບໍດີ ປາແລສໄຕນ໌ ທ່ານ MAHMOUD ABBAS ກ່າວວ່າ ການເຈຣະຈາ ບໍ່ສາມາດ ເລີ້ມຂຶ້ນໄດ້ ຈົນກວ່າອິສຣາແອລ ຈະຢຸດເຊົາ ການກໍ່ສ້າງ ຢູ່ໃນເຂດ ກ້ຳຕາເວັນອອກ ຂອງນະຄອນເຈຣູຊາແລັມ ແລະໃນເຂດຝັ່ງ ຕາເວັນຕົກ ຂອງແມ່ນ້ຳຈໍແດັນ.

ອັຟການິສຖານ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ຣັຖບານ ຂອງທ່ານ ກຳລັງສເນີ ຂີດໝາຍ ອັນຈະແຈ້ງ ສຳລັບ​ໃຫ້ ຣັຖບານອັຟການິສຖານ ສ້າງຄວາມ​ໝັ້ນຄົງ ​ໃຫ້​ແກ່​ປະເທດຂອງ​ຕົນ ທີ່​ກຳລັງປະສົບ ກັບພັຍສົງຄາມນັ້ນ. ທ່ານ OBAMA ບໍ່ໄດ້ໃຫ້ ການອະທິບາຍເພີ້ມຕື່ມ ກ່ຽວກັບ ມາຕການເຫຼົ່າ ນີ້ ໃນການໃຫ້ສຳພາດ ແກ່ໂທຣະພາບ CNN ໂດຍກ່າວແຕ່ພຽງວ່າ ສະຫະຣັດ ມີຜົນປໂຍດທີ່ ສຳຄັນເພື່ອໃຫ້ເປັນທີ່ແນ່ໃຈວ່າ ອັຟການິສຖານ ມີ ຄວາມທຸ່ນທ່ຽງພຽງພໍ. ປະທານາທິບໍດີ OBAMA ໃຫ້ຄຳໝັ້ນສັນຍາວ່າ ທ່ານຈະທຳການ ຕັດສິນໃຈ ໃນໄວໆນີ້ ກ່ຽວກັບວ່າ ທ່ານຈະສົ່ງທະຫານ ໄປເພີ້ມຕື່ມ ກຳລັງທະຫານ ອະເມຣິກັນ ເກືອບ 68 ພັນຄົນ ທີ່ພວມສູ້ຣົບ ກັບພວກຫົວຮຸນແຮງ ຢູ່ໃນອັຟການິສຖານ ຫລືບໍ່? ແຕ່ທ່ານ OBAMA ກ່າວວ່າ ກ່ອນອື່ນໝົດ ທ່ານຕ້ອງໄດ້ ບອກໃຫ້ ຊາວອະເມຣິກັນ ຮູ້ຢ່າງຈະແຈ້ງວ່າ ມັນເປັນເຣື່ອງຈຳເປັນ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ກຸ່ມກໍ່ການຮ້າຍ AL-QAIDA ບໍ່ສາມາດ ໂຈມຕີສະຫະຣັດໄດ້ ຫລືໃຊ້ອັຟການິສຖານ ເປັນບ່ອນຫລົບລີ້. ເຈົ້າໜ້າທີ່ ສະຫະຣັດ ກ່າວວ່າ ບັນຫາສຳຄັນ ສຳລັບປະທານາທິບໍດີ OBAMA ກໍຄື ຄວາມເຊື່ອຖື ຂອງປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ໃນຖານະ ທີ່ເປັນພາຄີ ໃນການເຮັດສົງຄາມ ໃນອັຟການິສຖານ.

ຮົງກົງ: ຮົງກົງ ໄດ້ເປີດເຜີຍແຜນແມ່ບົດ ໃນການ ຈັດແຈງ ການເລືອກຕັ້ງ ໃນປີ 2012 ທີ່ເບິ່ງກັນວ່າ ເປັນບາດກ້າວ ທີ່ມີຄວາມຫລໍ່ແຫຼມສຳຄັນ ຂອງອະ ດີດ ອານານິຄົມອັງກິດແຫ່ງນີ້ ໃນການດີ້ນຮົນຕໍ່ສູ້ ກັບປັກກິ່ງເພື່ອໃຫ້ສາມາດ ຈັດການເລືອກຕັ້ງໂດຍ ກົງຂື້ນ​ໄດ້​ນັ້ນ. ທ່ານ HENRY TANG ຫົວໜ້າ ບໍຣິຫານຮົງກົງ ກ່າວວ່າ ຣັຖບານ ຈະປຶກສາຫາຣື ກັບປະຊາຊົນກ່ຽວກັບການຂຍາຍ ສະພານິຕິບັນຢັດ ອອກ 10 ບ່ອນນັ່ງ ແລະສະພາ ເລືອກຜູ້ນຳ ອອກຕື່ມອີກ 400 ບ່ອນນັ່ງ. ຮົງກົງ ໄດ້ຖືກໂອນຄືນ ໄປຢູ່ພາຍໃຕ້ ການປົກຄອງຂອງຈີນ ໃນປີ 1997 ແລະນັບແຕ່ນັ້ນມາ ກໍໄດ້ດີ້ນຮົນຕໍ່ສູ້ ກັບພວກຜູ້ນຳ ພັກຄອມມູນິສ ທີ່ນະຄອນຫຼວງປັກກິ່ງ ​ເພື່ອນຳເອົາປະຊາທິປະໄຕ​ ມາສູ່ດິນແດນດັ່ງກ່າວ ​ໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ​ຂື້ນ. ຈີນໄດ້ຕັດສິນ ໃນເດືອນທັນວາ ປີ 2007 ຜ່ານມານີ້ວ່າ ຈະ​ອະນຸຍາດ​ ໃຫ້ຮົງກົງ ສາມາດເລືອກເອົາ ຜູ້ນຳຂອງຕົນໄດ້ ໃນປີ 2017 ແລະສະມາຊິກ ສະພານິຕິບັນຢັດທັງໝົດ ໃນປີ 2020. ປັດຈຸບັນນີ້ ມີແຕ່ພຽງເຄິ່ງນຶ່ງ ຂອງສະພາ ນິຕິບັນຢັດ ທີ່ມີທັງໝົດ 60 ບ່ອນນັ່ງ ຂອງຮົງກົງ ໄດ້ຖືກເລືອກ ໂດຍຜູ້ມີສິດ ປ່ອນບັດ ສ່ວນທີ່ເຫລືອ ແມ່ນຖືກເລືອກ ໂດຍກຸ່ມທີ່ ມີຜົນປໂຍດອື່ນໆ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG