ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳສະຫະຣັດ ແລະຈີນ ສົນທະນາຫາຣື ກ່ຽວກັບເຣື່ອງການຄ້າ ການປ່ຽນແປງຂອງດິນຟ້າອາກາດ ແລະທິເບດ


ໂອບາມາ - ຈີນ: ປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ແລະປະທານ ປະ ເທດຈີນ ທ່ານ HU JINTAO ໄດ້ສິ້ນສຸດການ ເຈຣະຈາຫາຣື ເປັນເວລາ ຫລາຍໆຊົ່ວໂມງ ທີ່ ນະຄອນຫລວງປັກກິ່ງໃນວັນອັງຄານມື້ນີ້ ດ້ວຍ ການ​ໃຫ້ຄຳໝັ້ນ​ສັນຍາ​ ຄືນ​ໃໝ່​ອີກວ່າ​ ຈະຮ່ວມ ມືກັນໃນທຸກໆດ້ານ ນັບແຕ່ເຣື່ອງ ເສຖກິດຂອງ ໂລກ ການຫ້າມແຜ່ຜາຍອາວຸດນິວເຄລັຽຕລອດ ທັງການປ່ຽນແປງຂອງດິນຟ້າອາກາດ. ໃນການ ຖແລງ ຕໍ່ກອງປະຊຸມນັກຂ່າວ ລຸນຫຼັງການພົບ ປະກັນ ຂອງພວກທ່ານນັ້ນ ທ່ານ OBAMA ໄດ້ກ່າວເນັ້ນວ່າ ທຸກໆບັນຫາທ້າທາຍທີ່ສຳຄັນໆ ຂອງສັຕວັດທີ 21 ແມ່ນ​ເປັນ​ບັນຫາ​ທີ່ແຕະຕ້ອງ​ ທັງ​ສອງ​ປະ​ເທດ. ທ່ານກ່າວວ່າ ບັນຫາທ້າທາຍເຫລົ່ານີ້ ຈະບໍ່ສາມາດແກ້ໄຂໄດ້ຕາມລຳພັງ. ພວກຜູ້ນຳທັງສອງ ບໍ່ໄດ້ຕອບຄຳຖາມ ຂອງພວກນັກຂ່າວ. ການເຈຣະຈາ ບໍ່ໄດ້ສ້າງ ຄວາມກ້າວໜ້າ ທີ່ສຳຄັນໆໃດໆ ແຕ່ທ່ານ HU ເວົ້າວ່າ ພວກທ່ານ ໄດ້ສ້າງຄວາມກ້າວໜ້າ ໃນລະຫວ່າງ ການສົນທະນາຫາຣືກັນ ຂອງພວກ​ທ່ານ. ນອກນັ້ນ ທ່ານຍັງກ່າວເນັ້ນ ເຖິງຄວາມຈຳເປັນ ​ໃນການເອົາມາຕການ ທີ່​ເປັນ​ຮູ​ປທັມ ເພື່ອຮັບມື ກັບອັນທີ່ ທ່ານເອີ້ນວ່າ ບັນຫາທ້າທາຍ ຮ່ວມກັນ.

ອີຣ່ານ - ນິວເຄລັຽ: ປະທານາທິບໍດີ ສະຫະ ຣັດທ່ານ BARACK OBAMA ກ່າວວ່າອີຣ່ານ ຈະປະເຊີນ ກັບຜົນທີ່ຕິດຕາມມາ ຢ່າງຮ້າຍແຮງ ຖ້າອີຣ່ານຫາກບໍ່ສະແດງ ໃຫ້ເຫັນວ່າ ໂຄງການ ນິວເຄລັຽຂອງຕົນ ເປັນໂຄງການ ທີ່ມີຈຸດປະສົງ ໃນທາງສັນຕິ ແລະໂປ່ງໃສ. ປະທານາທິບໍດີ OBAMA ກ່າວຕໍ່ກອງປະຊຸມ ຖແລງຂ່າວ ທີ່ ນະຄອນຫຼວງ ປັກກິ່ງ ໃນວັນອັງຄານ ມື້ນີ້ວ່າ ສະຫະຣັດ ແລະຈີນ ໄດ້ເຫັນພ້ອມ ນຳກັນວ່າ ອີຣ່ານຕ້ອງໄດ້ໃຫ້ ການຄ້ຳປະກັນ ກ່ຽວກັບຈຸດ ປະສົງ ໃນທາງສັນຕິ ຂອງຕົນນັ້ນ ຕໍ່ປະຊາ ຄົມນາໆຊາດ. ຈີນແລະສະຫະຣັດ ແມ່ນຮວມຢູ່ໃນ ກຸ່ມ 6 ປະເທດ ທີ່​ເອີ້ນ​ກັນວ່າ 5 ມະຫາອຳນາດ ບວກນຶ່ງ ທີ່ກຳລັງ ຊອກຫາຊ່ອງທາງ ເປີດການເຈຣະຈາ ເພື່ອຍຸຕິ ໂຄງການນິວເຄລັຽ ຂອງອີຣ່ານ. ອົງການນິວເຄລັຽ ຂອງສະຫະປະຊາຊາດ ກ່າວວ່າ ຕົນມີຄວາມວິຕົກກັງວົນ ຢ້ານວ່າ ອີຣ່ານ ຍັງປົກປິດ ກ່ຽວກັບເຣື່ອງ ສະຖານທີ່ ແລະລາຍລະອຽດ ທີ່ພົວພັນກັບ ໂຄງການນິວເຄລັຽ ຂອງຕົນນັ້ນຢູ່. ໃນລາຍງານ ຂອງອົງການ ພະລັງງານ ປະຣະມະນູສາກົນ ທີ່ພິມເຜີຍແຜ່ ໃນວັນຈັນວານນີ້ ທາງອົງການນີ້ເວົ້າວ່າ ອີຣ່ານໄດ້​ແກ່ຍາວ ການເປີດເຜີຍ ກ່ຽວກັບ ໂຮງກັ່ນທາດ ຢູເຣນຽມ ໃກ້ໆເມືອງ QOM ຊຶ່ງພາໃຫ້ມີຄຳຖາມ ກ່ຽວກັບ ຄວາມເປັນໄປໄດ້ ໃນກິຈການອື່ນໆ ທີ່ບໍ່ມີການ ເປີດເຜີຍ ຂອງອີຣ່ານນັ້ນ.

ອັຟການິສຖານ: ອັງກິດໄດ້ສເນີທີ່ຈະເປັນເຈົ້າ ພາບ ຈັດກອງປະຊຸມນາໆຊາດ ກ່ຽວກັບອັຟກາ ນິສຖານ ໃນຕົ້ນປີໜ້າ ຊຶ່ງຈະຕັ້ງ ກຳນົດເວລາ ໃນການມອບໂອນ ຄວາມຮັບຜິດຊອບ ໃນດ້ານ ຄວາມໝັ້ນຄົງ ໃຫ້ແກ່ ກຳລັງທະຫານ ອັຟກາ ນິສຖານ ເລີ້ມຕົ້ນ ໃນປີ 2010. ໃນຄຳປາສັຍ ທີ່ກຸງລອນດອນ ໃນມື້ວັນຈັນວານນີ້ ນາຍົກຣັຖ ມຸນຕຣີ GORDON BROWN ກ່າວວ່າ ທ່ານ ຕ້ອງການ ຢາກໃຫ້ກອງປະຊຸມ ທີ່ວ່ານີ້ ກຳນົດ ໂຄງ​ຮ່າງ ທີ່ກວ້າງຂວາງ ທາງດ້ານການເມືອງ ທີ່ຈະອຳນວຍ​ໃຫ້ ຍຸທສາດ ທາງດ້ານທະຫານ ສາມາດບັນລຸ ຄວາມສຳເຣັດໄດ້. ທ່ານ BROWN ເວົ້າວ່າ ພັຍຂົ່ມຂູ່ ທີ່ໃຫຍ່ທີ່ສຸດ ຕໍ່ຄວາມໝັ້ນຄົງ ແຫ່ງຊາດ ຂອງອັງກິດ ແມ່ນພວກກໍ່ການຮ້າຍຂ້າມຊາດ. ແຕ່ທ່ານ​ ກໍໃຫ້ຂໍ້ສັງເກດວ່າ ໄດ້ມີຄວາມກ້າວໜ້າ ທີ່ແທ້ຈິງ ໃນການຕໍ່ຕ້ານ ກຸ່ມກໍ່ການຮ້າຍ AL-QAIDA ຢູ່ໃນອັຟການິສຖານ ແລະປາກິສຖານ ໂດຍເວົ້າວ່າ ຫົວໜ້າ 7 ຄົນ ຂອງຈຳນວນທັງໝົດ 12 ຄົນ ຂອງກຸ່ມກໍ່ການຮ້າຍ AL-QAIDA ໄດ້ຖືກຂ້າຕາຍ ນັບແຕ່ ເດືອນມັງກອນ ປີ 2008 ເປັນຕົ້ນມາ. ນອກນັ້ນ ໃນມື້ວານນີ້ ຣັຖບານ ອັຟການິສຖານ ຍັງໄດ້ປະກາດ ກ່ຽວກັບ ການສ້າງຕັ້ງ ຜແນກການຕໍ່ຕ້ານ ການສໍ້ຣາດບັງຫລວງຂຶ້ນ ເພື່ອສືບສວນ ກ່ຽວກັບການສໍ້ໂກງ ຂອງເຈົ້າໜ້າທີ່ ອະວຸໂສ.

ອິສຣາແອລ - ປາແລສໄຕນ໌: ສະຫະພາບ ຢູໂຣບ ໄດ້ປະຕິເສດ ຕໍ່ການຮ້ອງຂໍ ຂອງພວກ ຜູ້ນຳປາແລສໄຕນ໌ທີ່ຢາກໃຫ້ ສະຫະພາບຢູໂຣບ ສນັບສນຸນແຜນການຂອງຕົນ ​ເພື່ອ​ໃຫ້ຮັບຮູ້ ປາ ແລສໄຕນ໌ໃນຖານະຣັດເອກກະຣາດ ຢູ່​ທີ່​ສະມັດ ​ຊາ​ໃຫຍ່ ໂດຍປາສຈາກການຍິນຍອມເຫັນພ້ອມ ຂອງອິສຣາແອລ. ທ່ານ CARL BILDT ຣັຖມຸນ ຕຣີການຕ່າງປະເທດສະວີເດັນ ຊຶ່ງປະເທດ ຂອງທ່ານ ພວມກຳຕຳແໜ່ງ ປະທານວຽນ ຂອງສະຫະພາບຢູໂຣບນັ້ນ ກ່າວວ່າ ມັນ​ຈະ​ເປັນ ​ການ​ໄວ​ເກີນ​ໄປ ທີ່ຈະຮັບຮູ້ ຣັດເອກກະຣາດ ປາແລສໄຕນ໌ ໃນ​ເວ​ລາ​ນີ້ ​ເນື່ອງ​ຈາກ​ວ່າ ສະພາບການ ຍັງບໍ່ພ້ອມ​ເທື່ອ ສຳລັບການ​ເຄື່ອນ​ໄຫວແບບ​ນັ້ນ. ທ່ານ BILDT ​ໄດ້ແສດ​ງ ຄວາ​ມ​ເຫັນ​ດັ່ງກ່າວ ຂອງ​ທ່ານ ລ່ວງ​ໜ້າ​ກອງ​ປະຊຸມ ຂອງ​ບັນດາ ຣັຖມຸນຕີ​ ການ​ຕ່າງປະເທດ ຂອງ​ສຫະພາບ​ຢູ​ໂຣບ ຢູ່ນະຄອນຫລວງ BRUSSELS ຂອງ​ປະ​ເທດ BELGIUM. ທ່ານ​ກ່າວ​ວ່າ ຄນະຣັຖມຸນຕຣີ ຈະ​ຫາຣື​ກັນ ຊອກ​ຫາ​ຊ່ອງ​ທາງ​ອື່ນໆ ​ເພື່ອ​ສະແດ​ງການສນັບ​ສນູນ ຕໍ່​ຊາວປາ​ແລ​ສ​ໄຕ​ນ໌.

ຄາຣ໌ເຕີ້ - ເອເຊັຽ: ອະດີດ ປະທານາທິບໍດີ ສະຫະຣັດທ່ານ JIMMY CARTER ໄດ້ເດີນ ທາງ ໄປເຖິງ ປະເທດໄທ ໃນມື້ວັນຈັນ ວານນີ້ ເພື່ອຊ່ອຍສ້າງເຮືອນ​ ໃຫ້ພວກຄົນທຸກ 82 ຫຼັງ ຊຶ່ງຈຳນວນດັ່ງກ່າວ ແມ່ນເພື່ອເປັນກຽດໃນການ ມີພຣະຊົນມາຍຸ ຄົບຮອບ 82 ພັນສາ ຂອງກະ ສັດ ພູມີພົນ ອະດຸນຍະເດດ ຂອງໄທ ໃນວັນທີ 5 ທັນວາ ຈະມານີ້. ທ່ານ CARTER ແລະພັລຍາ ທ່ານນາງ ROSALYNN ໃຊ້ເວລາ ນຶ່ງອາທິດ ໃນແຕ່ລະປີ ເພື່ອເຮັດວຽກ ໃຫ້ແກ່ອົງການ ການກຸສົນ HABITAT FOR HUMANITY ​ໃນ​ໂຄງການ ທີ່ຮູ້ກັນ ໃນນາມໂຄງການ ວຽກ​ງານຂອງທ່ານ CARTER ໃນປະເທດຕ່າງໆ ເຊັ່ນອິນເດັຽ ເກົາຫລີ ແລະຟີລິບປິນ. ການເດີນທາງໃນປີນີ້ ແມ່ນຮວມທັງ ໂຄງການຕ່າງໆ ໃນ 5 ປະເທດ ເຂດແມ່ນ້ຳຂອງ. ມີພວກອາສາສະມັກ ຫຼາຍພັນຄົນ ກຳລັງພາກັນເຮັດວຽກ ກ່ຽວກັບໂຄງການທ່ານ CARTER ຊຶ່ງຈະສ້າງ ແລະສ້ອມແປງເຮືອນ 166 ຫຼັງ ຢູ່ທີ່ກຳປູເຈັຽ ຈີນ ລາວ ໄທ ແລະວຽດນາມ. ອົງການ HABITAT FOR HUMANITY ກ່າວວ່າ ເກືອບ 1 ສ່ວນ 5 ຂອງປະຊາຊົນ ໃນເຂດອ່າງແມ່ນ້ຳຂອງ ​ດຳຣົງຊີວິດ ຢູ່ດ້ວຍຄວາມທຸກຍາກ ຊຶ່ງຫລາຍໆຄົນ ຂອງຈຳນວນນີ້ ແມ່ນມີລາຍໄດ້ ບໍ່ຮອດ 1 ໂດລາ ຕໍ່ຄົນຕໍ່ມື້.

ມຽນມາ - ເຮືອຂ້າມຟາກ: ເຈົ້າໜ້າທີ່ມຽນ ມາ ກ່າວວ່າ ເຊື່ອວ່າມີຢ່າງນ້ອຍ 50 ຄົນໄດ້ ຈົມນ້ຳຕາຍ ເວລາເຮືອຂ້າມຟາກລຳນຶ່ງ ທີ່ມີຜູ້ ໂດຍສານ ເກືອບ 180 ຄົນ ໄດ້ຕຳກັນ ກັບ ເຮືອພ້ວງແລະບັນທຸກລຳນຶ່ງ. ເຈົ້າໜ້າທີ່ກ່າວ ໃນວັນອັງຄານ ມື້ນີ້ວ່າ ໄດ້ມີການພົບເຫັນສົບ ຄົນຕາຍ 31 ສົບແລ້ວ ຫລັງຈາກ ໄດ້ເກີດ ອຸບັດຕິເຫດ ໃນມື້ວັນອາທິດຜ່ານມາ ແລະ 21 ຄົນຍັງຫາຍສາບສູນ. ເຈົ້າໜ້າທີ່ເວົ້າວ່າ ພວກ ຜູ້ໂດຍສານທີ່​ເຫລືອ ໄດ້ຖືກຊ່ອຍຊີວິດໄວ້ໄດ້ ແລະ​ໄດ້ພາກັນ ເດີນທາງກັບຄືນ ໄປບ້ານ ຂອງພວກເຂົາເຈົ້າແລ້ວ. ອຸບັດຕິເຫດ ດັ່ງກ່າວນີ້ ເກີດຂຶ້ນທີ່ ແມ່ນ້ຳ NGAWUM ຊຶ່ງຢູ່ໃນບໍຣິເວນ 3 ຫລ່ຽມປາກແມ່ນ້ຳ ອີຣະວະດີ ໃນພາກໃຕ້ ຂອງປະເທດມຽນມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG