ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີໂອບາມາ ຕອບຄຳຖາມປະຊາຊົນຈີນ ໃນກອງປະຊຸມແບບ ທາວ ຮອລ


ໂອ​ບາ​ມາ-ຈີນ: ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້ນຳການ​ເມືອງ​ທ້ອງ​ຖິ່ນ​ຂອງ​ຈີນ ທີ່​ນະຄອນ​ຊຽງ​ໄຮ້ ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ໄດ້​ຈັດກອງປະຊຸມ​ສົນທະນາ ຕອບ​ຄຳ​ຖາມແບບ TOWN HALL MEETING ຢ່າງ​ເປັນກັນ​ເອງ ກັບ​ພວກ​ນັກ​ສຶກສາ​ມະຫາວິທະຍາ​ໄລ​. ໃນ​ກອງ​ປະຊຸມ​ທີ່​ວ່າ​ນີ້ ທ່ານ​ໂອ​ບາ​ມາ​ໄດ້ຕອບ​ຄຳ​ຖາມ ຈາກ​ທັງ​ພວກ​ທີ່​ເຂົ້າຮ່ວມ ​ແລະຈາກ​ປະຊາຊົນ​ຈີນ ​ທີ່​ລົງ​ຄຳຖາມ​ຂອງ​ເຂົາ​ເຈົ້າທາງ​ເວ​ບ​ໄຊ້ທ໌ຕ່າງໆ​. ລັດຖະບານ​ຈີນ​ໄດ້​ທຳ​ການ​ຄວບຄຸມ​ການ​ລາຍ​ງານ​ຂ່າວຂອງ​ມື່ມວນ​ຊົນ ​ກ່ຽວ​ກັບ​ການ​ຢ້ຽມຢາມຂອງ​ທ່ານ​ໂອ​ບາ​ມາ ຢ່າງ​ລະມັດລະວັງ ​ໂດຍ​ອະນຸຍາດ​ໃຫ້​ຖ່າຍທອດ​ອອກ​ອາກາດ​ໄດ້​ທາງ​ໂທລະພາບ​ທ້ອງ​ຖິ່ນ ​ແຕ່​ບໍ່​ໃຫ້​ຖ່າຍ​ທອດ​ອອກ​ໄປ​ທົ່ວປະ​ເທດ. ໃນ​ຄຳ​ປາ​ໃສ​ໄຂ​ກອງ​ປະຊຸມ​ກັບ​ພວກ​ນັກ​ສຶກສານັ້ນ ທ່ານ​ໂອ​ບາ​ມາ​ໄດ້​ເນ້ນ​ເຖິງ​ຄວາມ​ສຳຄັນໃນການ​ທຳ​ງານ​ຮ່ວມ​ກັນ ລະ​ວ່າງ​ຈີນ​ກັບ​ສະຫະລັດ ​ເພື່ອ​ຫາ​ທາງ ​ແກ້​ໄຂ​ບັນຫາ​ທ້າ​ທາຍຕ່າງໆ​ຂອງ​ໂລກ ຊື່​ງທ່ານໄດ້​ກ່າວ​ ໃນ​ໄລຍະ​ຕອບ​ຄຳ​ຖາມ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ແມ່ນ​ເປັນນື່ງ​ໃນບັນຫາ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ ​ແລະ​ວ່າ ​ໂລກ​ຈະ​ເຝົ້າ​ເບິ່ງ​ວ່າສະຫະລັດ​ກັບ​ຈີນ ຈະ​ດຳ​ເນີນ​ການ​ແນວ​ໃດ ກ່ຽວ​ກັບ​ບັນຫາ​ນີ້. ນອກ​ນັ້ນ ທ່ານ​ປະທານາທິບໍດີ​ສະຫະລັດ​ຍັງ​ໄດ້​ກ່າວ​ອີກ​ວ່າ ປະ​ເທດ​ໃດ​ນື່ງບໍ່​ຄວນ​ທີ່​ຈະ​ບັງຄັບ​ໃຫ້​ອີກ​ປະ​ເທດ​ນື່ງ ຮັບ​ເອົາລະ​ບອບ​ການ​ປົກຄອງ​ຂອງ​ຕົນ. ​ແລະ​ທ່ານ​ໄດ້​ກ່າວ​ໃຫ້​ເປັນ​ທີ່​ແຈ່ມ​ແຈ້ງວ່າ ທ່ານ​ຈະ​ລຸກ​ຂື້ນຕໍ່ສູ້​ເພື່ອສິດ​ເສຣີພາບ ຂັ້ນພື້ນຖານ​ຕ່າງ​ໆ ທີ່​ປະຊາຊົນ​ອາ​ເມຣິກັນ ຖືກ​ວ່າ​ສຳຄັນແລະ​ມີ​ຄຸນຄ່າສຳລັບ​ເຂົາ​ເຈົ້ານັ້ນ. ກ່ຽວ​ກັບເລື່ອງໃຕ້​ຫວັນ ທີ່​ເປັນບັນ ຫາ​ຫລໍ່​ແຫລມ​ນັ້ນ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ສະຫະລັດ​ສະ​ບັນ​ສະ​ນູນນະ​ໂຍບາຍ ຈີນ​ດຽວ ​ແລະ​ກ່າວ​ຕື່ມ​ວ່າ ທ່ານ​ຫວັງ​ວ່າ ຄວາມ​ສຳພັນ​ລະ​ວ່າງ​ຈີນ​ກັບ​ໃຕ້​ຫວັນ ຈະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂື້ນ ​ແລະ​ວ່າສາຍ​ພົວພັນ​ທາງ​ເສດຖະກິດ ​ໄດ້​ຊ່ວຍ​ຫລຸດຜ່ອນ​ຄວາມ​ເຄ່ງ​ຕຶງ​ຂ້າມ​ຊ່ອງ​ແຄ​ບ​ໃຕ້​ຫວັນລົງ​ແດ່​ແລ້ວ. ​ແຕ່ທ່ານ​ໂອ​ບາ​ມາ ບໍ່​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ການ​ຂາຍ​ອາວຸດ​ຂອງ​ສະຫະລັດ​ໃຫ້​ໃຕ້​ຫວັນ. ຫລັງ​ຈາກ​ກອງ​ປະຊຸມ​ກັບ ພວກນັກ​ສຶກສາ​ ທ່ານ​ໂອ​ບາ​ມາ ກໍ​ໄດ້​ອອກ​ເດີນທາງ ​ໄປ​ຍັງ​ນະຄອນຫລວງ​ປັກ​ກິ່ງ ຊື່​ງຢູ່​ທີ່​ນັ້ນ ທ່ານ​ຈະ​ໄດ້​ພົບ​ປະ​ກັບ​ປະທານປະ​ເທດ​ຈີນ ທ່ານ HU JINTAO ​ໃນ​ແລງ​ວັນ​ຈັນ ກັບ​ວັນ​ອັງຄານ​ມື້​ອື່ນ.

ອັຟກາ​ນິສຖານ: ປະທານາທິບໍດີບາຣັກ ​ໂອ​ບາ​ມາ ກ່າວ​ວ່າຕາ​ນ່າງ​ກໍ່​ການ​ຮ້າຍ ຄື​ກັນ​ກັບກຸ່ມ AL-QAIDA ນັ້ນເປັນ "​ໄພ​ຂົ່ມຂູ່​ອັນ​ໃຫຍ່​ຫລວງ​ທີ່​ສຸດ" ຕໍ່​ຄວາມ​ໝັ້ນ​ຄົງ​ປອດ​ໄພຂອງ​ສະຫະລັດ. ທ່ານ​ໂອ​ບາ​ມາໄດ້​ກ່າ​ວ​ຢູ່​ນະຄອນ​ຊຽງ​ໄຮ້ ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ກຸ່ມ​ກໍ່​ການ​ຮ້າຍ​ທັງຫລາຍ ​ແມ່ນ​ເປັນ​ອັນຕະລາຍ ​ເພາະວ່າ​ສະມາຊິກ​ຫົວຕໍ່ສູ້​ຂອງ​ພວກ​ເຂົາ ບໍ່​ມີ "ຈິດ​ສຳນຶກ ຫລື​ຄວາມ​ຮູ້ສຶກ​ຜິດ​ຊອບ​ຊົ່ວ​ດີ​ໃດໆ​ເລີຍ" ​ເວລາ​ພວກ​ເຂົາ​ທຳ​ການ​ເຂ່ນຂ້າ ສັງຫານ​ພົນລະ​ເມືອງ​ຜູ້​ບໍ​ລິສຸດ ບໍ່​ມີ​ຄວາມ​ຜິດ​ຫຍັງ​ນັ້ນ. ທ່ານ​ປະທານາທິບໍດີ ​ໄດ້​ໃຫ້​ຄຳ​ໜັ້ນສັນຍາ ທີ່​ຈະ​ທຳ​ການ​ຕັດສິນ​ໃຈ​ໃນ​ໄວໆ​ນີ້ ກ່ຽວ​ກັບ​ວ່າ ທ່ານ​ຈະ​ສົ່ງ​ກຳລັງໄປ​ເສີມ​ກອງ​ທະຫານຂອງ​ສະຫະລັດ ຈຳນວນ​ເກືອບ 68 ພັນ​ຄົນ ທີ່​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ຢູ່​ໃນ​ອັຟກາ​ນິສຖານ​ນັ້ນ ຫລື​ບໍ່ ​ແລະ​ຈະ​ເຮັດ​ແບບ​ໃດ ຖ້າວ່າ​ຈະ​ສົ່ງ​ໄປ. ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ​ໄດ້​ກ່າວ​ວ່າ ບັນຫາ​ສຳຄັນ​ສຳລັບ​ທ່ານ​ໂອ​ບາ​ມາ ກໍ​ຄື​ການ​ລົງ​ຄວາມ​ເຫັນ​ວ່າ ປະທານາທິບໍດີອັຟກາ​ນິສຖານ ທ່ານ HAMID KARZAI ມີ​ຄວາມ​ໜ້າ​ເຊື່ອ​ຖື​ພໍ​ຫລື​ບໍ່ ​ໃນ​ຖານະ​ເປັນ​ພາຄີ​ຂອງ​ສະຫະລັດ ​ໃນ​ການ​ທຳສົງ​ຄາມຢູ່​ໃນ​ປະ​ເທດ​ຂອງ​ທ່ານນັ້ນ. ຢູ່​ທີ່ອັຟກາ​ນິສ ຖານ​ເອງ​ນັ້ນ ຕຳຫລວດ​ອັຟກາ​ນິສຖານ​ຢູ່​ໃນ​ແຂວງ KANDAHAR ທີ່​ວຸ້ນວາຍ ກ່າວ​ວ່າ​ພວກ​ຫົວ​ຮຸນ​ແຮງ​ໄດ້​ໂຈມ​ຕີ​ ດ່ານ​ກວດ​ຂອງ​ຕຳຫລວດ​ແຫ່ງ​ນື່ງ ຢູ່​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ​ເຮັດໃຫ້ຕຳ ຫລວດ​ເສຍ​ຊີວິດ ຮອດ 8 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ ສາມ​ຄົນ.

ປາ​ກິ​ສຖານ: ຕຳຫລວດ​ປາ​ກິ​ສຖານ​ກ່າວ​ວ່າ ຄົນ​ຮ້າຍ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນື່ງ​ໄດ້​ລະ​ເບີດ ລົດ​ກະບະ​ຂອງ​ຕົນ ທີ່​ບັນທຸກ​ວັດຖຸ​ລະ​ເບີດ​ມາ​ເຕັມ​ລົດ​ນັ້ນ ຢູ່​ໃກ້ໆ​ກັບ​ສະຖານີ​ຕຳຫລວດ​ແຫ່ງ​ນື່ງ ​ໃນ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ ​ເຮັດ​ໃຫ້​ຢ່າງ​ນ້ອຍ ​ສີ່ຄົນ​ເສຍ​ຊີວິດ ​ແລະຫລາຍ​ກ່ວາ 25 ຄົນ​ໄດ້​ຮັບ​ບາດ​ເຈັບ. ເຈົ້າໜ້າ​ທີ່​ກ່າວ​ວ່າ ການວາງ​ລະ​ເບີດ​ເທື່ອ​ນີ້ ​ແມ່ນ​ຄັ້ງທີ່ 7 ​ໃນ​ຮອບ​ນື່ງ ອາທິດຜ່ານ​ມາ ຢູ່​ໃນ​ແລະ​ອອ້ມ​ແອ້ມ​ເມືອງ PESHAWAR. ການວາງ​ລະ​ເບີດ​ໃນ​ມື້​ນີ້ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ໃຫ້​ແກ່​ສະຖານີ​ຕຳ ຫລວດ ພ້ອມ​ທັງ​ໂບດ​ແຫ່ງ​ນື່ງ ​ກັບ​ຕຶກອາຄານ​ຢູ່ໃກ້ໆ​ນັ້ນ ຫລາຍ​ຫລັງ. ​ເຂດ​ດັ່ງກ່າວ​ນັ້ນ​ແມ່ນ​ໄດ້​ປະສົບ​ກັບ​ຄື້ນຟອງ​ຂອງ​ການ​ໂຈມ​ຕີ ທີ່​ໄດ້​ສັງຫານ​ຫລາຍ​ຮ້ອຍ​ຄົນ ນັບ​ແຕ່​ກອງທັບ​ປາ​ກິ​ສຖານ​ໄດ້​ເປີດ​ສາກ ທຳ​ການບຸກ​ໂຈມ​ຕີ​ທີ່​ໝັ້ນ ຂອງ​ພວກ​ຕາ​ລີ​ບານ ຢູ່​ໃນ​ເຂດ WAZIRISTAN ​ໃຕ້​ຂອງ​ພວກ​ຊົນ​ເຜົ່າ ​ໃນ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ. ພວກ​ຫົວ​ຮຸນ​ແຮງ​ກ່າວ​ວ່າ ພວກ​ເຂົາ​ທຳ​ການ​ໂຈມ​ຕີ​ຄືນ ​ເພື່ອ​ແກ້​ແຄ້ນ​ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ຝ່າຍລັດຖະບານ ທີ່​ໄດ້​ເລີ່​ມຂື້ນ ​ເມື່ອ​ກາງ​ເດືອນ​ຕຸລາ​ນັ້ນ.

ອິຣ່ານ: ປະທານາທິບໍດີ​ອິຣ່ານ ທ່ານ MAHMOUD AHMADINEJAD ​ໄດ້​ກ່າວ​ເຕືອນ​ວ່າ ຄວາມ​ກົດ​ດັນ​ຕ່າງໆ​ນາໆ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ກັບ​ໂຄງການນິວ​ເຄລຍຂອງ​ອິຣ່ານນັ້ນ ມີ​ແຕ່​ຈະ​ເຮັດ​ໃຫ້​ປະ​ເທດ​ຂອງ​ທ່ານ​ "ມີ​ອຳນາດ​ຫລາຍຂື້ນ" ​ເທົ່າ​ນັ້ນ. ອົງການ​ຂ່າວ ISNA ຂອງ​ພວກ​ນັກ​ສຶກສາ​ອິຣ່ານ ລົງ​ຂ່າວ​ອ້າງ​ຄຳ​ເວົ້າຂອງ​ປະທານາທິບໍດີ AHMADINEJAD ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ສິດທິ​ດ້ານນິວ​ເຄລຍຂອງ​ອິຣ່ານ ນັ້ນ ​ເປັນ​ສິດທິ​ທີ່​ຕໍ່​ລອງ​ບໍ່​ໄດ້ ​ແລະ​ວ່າການ​ຮ່ວມ​ມື​ກັບປະ​ເທດ​ຂອງ​ທ່ານ ​ໃນ​ດ້ານ​ນິວ​ເຄລຍ ​ແມ່ນ​ນອນ​ຢູ່​ໃນ​ຜົນ​ປະ​ໂຫຍ​ດອັນ​ດີ​ທີ່​ສຸດ​ ຂອງຝ່າຍ​ຕາ​ເວັນ​ຕົກ. ທ່ານ AHMADINEJAD ກ່າວ​ອີກ​ວ່າ ກິດຈະກຳ​ດ້ານ​ນິວເຄລຍຂອງ​ອິຣ່ານ ຈະ​ດຳ​ເນີນ​ສືບ​ຕໍ່​ໄປ ຢູ່​ພາຍ​ໃນ​ໂຄງ​ຮ່າງ​ຂອງ​ອົງການ​ນິວ​ເຄລຍຂອງ​ສະຫະ​ປະ ຊາ​ຊາດ ກໍ​ຄື​ອົງການ​ປາລະ​ມະນູ​ສາກົນ ຫລື IAEA. ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ເວລາ​ກຳລັງ​ຈະ​ໝົດ​ລົງ​ແລ້ວ ສຳລັບ​ໃຫ້​ອິຣ່ານຕົກລົງຣັບ​ເອົາ​ແຜນ​ການ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະ​ປະຊາ​ຊາດ ​ເພື່ອ​ໃຫ້​ສົ່ງ​ທາດ​ຢູ​ເຣນຽມ ​ເກຣດຕ່ຳຂອງ​ອິຣ່ານ ​ໄປ​ກັ່ນ​ໃໝ່​ຢູ່​ຕ່າງ​ປະ​ເທດ​ ​ເພື່ອ​ຍົກ​ລະດັບ​ເກຣດຂື້ນນັ້ນ. ​ແຜນການ​ທີ່​ວ່າ​ນີ້ ກຳໜົດ​ໃຫ້ອິຣ່ານສົ່ງ​ທາດ​ຢູ​ເຣນຽມ ​ໄປ​ຍັງ ຣັດ​ເຊຍ​ເພື່ອ​ກັ່ນ​ໃໝ່ ​ແລະ​ໃນ​ວັນ​ຈັນ​ນີ້ ຣັດ​ເຊຍ​ໄດ້​ປະກາດ​ວ່າ ​ໂຮງງານ​ນິວ​ເຄລຍທີ່​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງກັນ ທີ່​ຕົນ​ກຳລັງ​ສ້າງ​ໃຫ້​ອິຣ່ານ ຢູ່ເມືອງ BUSHEHR ທາງ​ພາກ​ໃຕ້​ຂອງ​ອິຣ່ານນັ້ນ ຈະ​ບໍ່​ແລ້ວ​ທັນ​ເປີດ​ທຳ ງານ​ ໃນ​ປີ​ນີ້.

ກອງ​ປະຊຸມ​ອາຫານ​ໂລກ: ອົງການ​ສະຫະ​ປະຊາ​ຊາດ ​ໄຂ​ກອງ​ປະຊຸມ​ WORLD FOOD SUMMIT ຂື້ນ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ນະຄອນຫລວງໂຣມຂ​ອງປະ​ເທດ​ອິຕາ​ລີ ຊື່​ງ​ເປັນ​ກອງ​ປະຊຸມສຸດ​ຍອດ​ ກ່ຽວ​ກັບ​ບັນຫາ ຄວາມ​ອຶດຫິວ ຫລືການ​ຂາດ​ແຄນ​ອາຫານ​ຂອງ​ໂລກ ຊື່​ງບັນດາ​ເຈົ້າທີ່​ສະຫະ​ປະຊາ​ຊາດພາກັນ​ເວົ້າວ່າ ປະຊາກອນ​ໂລກ​ໃນຈຳນວນ​ເຖິງ​ນື່ງພັນ​ລ້ານ​ຄົນ ຄືນື່ງຄົນ​ໃນ​ທຸກໆ​ຫົກ​ຄົນ​ໃດ ​ແມ່ນ​ໄປ​ນອນ​ໃນ​ແຕ່ລະ​ຄືນ ​ໂດຍ​ທີ່​ບໍ່​ໄດ້​ກິນ​ເຂົ້າເລີຍ. ທ່ານ JACQUES DIOUF ຫົວໜ້າ​ອົງການ ​ອາຫານ​ແລະການກະເສດ ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າບັນຫານີ້ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ເສື່ອມ​ເສຍ​ທາງ​ສິນລະທຳ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ໄພ​ຂົ່ມຂູ່​ອັນ​ຮ້າຍ​ແຮງ ຕໍ່​ຄວາມ​ສະ​ງົບ​ສຸກ​ແລະ​ຄວາມ​ໝັ້ນຄົງ​ຂອງ​ໂລກ​ນຳ. ອົງ​ສັນ​ຕະປາປາ POPE BENEDICT ກັບ​ເລຂາທິການ​ໃຫຍ່​ອົງການ​ສະຫະປະຊາ​ຊາດ ທ່ານ BAN KI-MOON ກໍ​ມີ​ແຜນການ​ຈະ​ໄປ​ຮ່ວມ​ກອງ​ປະຊຸມ ສາມ​ວັນ​ນີ້​ດ້ວຍ. ແຕ່​ພວກ​ສະ​ນັບ​ສະ​ນູນປະຊາຊົນ​ທີ່​ອຶດຫິວ ພາກັນ​ເວົ້າວ່າ ກອງ​ປະຊຸມ​ຄັ້ງນີ້​ຈະ​ເປັນ​ການ​ເສຍ​ເວລາ​ລ້າໆ ​ເພາະວ່າ​ພວກ​ຜູ້ນຳ​ໂລກ​ສ່ວນ​ໃຫຍ່ ຈະ​ບໍ່​ໄປ​ມີໜ້າ​ຢູ່ທີ່​ນັ້ນ.

(​ໃນ​ພາກ​ສະຫລູ​ບຂ່າວ): ໃນ​ກອງ​ປະ ຊຸ​ມມື້​ນີ້ ພວກ​ຜູ້ນຳ​ໂລກ​ໄດ້​ປຸ້ມລຸມ​ກັນ ສະ​ນັບ​ສະ​ນູນ​ແຜນ​ຍຸ​ທະ​ສາດ​ໃໝ່​ອັນ​ນື່ງ ​ເພື່ອ​ຊ່ວຍ​ເຫລື​ອພວກ​ປະ​ເທດ​ທຸກ​ຍາກ ​ໃຫ້ສາມາດ​ຜະຫລິດ​ອາຫານລ້ຽງ​ຕົນ​ເອງ​ໄດ້ ​ໂດຍ​ຈະ​ເພິ່ມ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ກະ​ເສດ ​ໃຫ້​ແກ່​ບັນດາປະ​ເທດ​ພວກ​ພັດທະນາ.

ກຳປູ​ເຈຍ: ສະພາ​ແຫ່ງ​ຊາດ​ຂອງ​ກຳປູ​ເຈຍ ​ໄດ້​ຖອນ​ສິດ​ໃນ​ການ​ຖືກ​ຍົກ​ເວ້ນ ​ຈາ​ກການ​ຖືກຟ້ອງ​ຮ້ອງ ຫລື​ຖືກ​ດຳ​ເນີນ​ຄະດີ ຂອງ​ທ່ານຊຳ ​ແຣນຊີ ຫົວໜ້າ​ພັກ​ຝ່າຍ​ຄ້ານ​ທີ່ສຳຄັນ​ ​ໃນ​ວັນ​ຈັນ​ມື້​ນີ້ ຊື່​ງ​ເປັນ​ການແຜ້ວ​ທາງ​ໃຫ້​ທ່ານ​ສາມາດ​ຖືກ​ຟ້ອງ​ຮ້ອງໃນ​ຂໍ້​ຫາ​ຖອນ​ຫລັກ​ໝາຍ​ທີ່​ປັກ​ປັນ​ເຂດ​ຊາຍ​ແດນ ຕິດ​ກັບປະ​ເທດ​ເພື່ອນ​ບ້ານ ວຽດນາມນັ້ນ​ໄດ້. ຄຳ​ຖະ​ແຫລ​ງສະບັບ​ນື່ງ ຈາກ​ສະພາ​ນິຕິບັນຍັດ​ຂອງ​ກຳປູ​ເຈຍ ​ເວົ້າວ່າ​ທ່ານ​ຊຳ ​ແຣນຊີ ຊື່​ງ​ເວລາ​ນີ້​ຢູ່​ຕ່າງປະ​ເທດ ​ໄດ້​ດຳ​ເນີນການ​ຖອນ​ຫລັກ​ປັກໝາຍ​ເຂດແດນ ລະ​ວ່າງ​ກຳປູ​ເຈຍ​ກັບ​ວຽດນາມ​ນັ້ນ ​ແລະ​ຍຸຍົງ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ກະທຳຄວາມ​ຜິດ​ໃນ​ທາງ​ອາຍາ ຢູ່​ໃນ​ແຂວງ SVAY RIENG ທາງ​ພາກ​ຕາ​ເວັນ​ອອກສ່ຽງ​ໃຕ້​ຂອງ​ປະ​ເທດ. ພວກ​ຜູ້​ແທນ​ຈາກ​ພັກ​ຂອງ​ທ່ານ​ຊຳ ​ແຣນຊີ ​ໄດ້​ພາກັນ​ຂວ້າມບາດ ບໍ່​ໄປ​ຮ່ວມ​ໃນກອງ​ປະຊຸມ​ປິດ​ລັບ ລົງຄະ​ແນນ​ສຽງກ່ຽວ​ກັບ​ເລື່ອງ​ນີ້​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ປະນາມການ​ລົງມະຕິ​ດັ່ງກ່າວ ວ່າ​ເປັນ​ການ​ນາບ​ຂູ່​ທາງ​ການ​ເມືອງ. ພວກ​ຕ້ອງ​ຕິ​ຫລາຍຄົນ ອັນ​ໂຮມ​ທັງ​ຫົວໜ້າ​ຂ້າ​ຫລວງ​ໃຫຍ່​ຝ່າຍ​ສິດ​ທິມະນຸດ​ຂອງ ສະຫະ​ປະຊາ​ຊາດປະຈຳ​ກຳປູ​ເຈຍ ​ໄດ້​ກ່າວ​ວ່າ ລັດຖະບານ​ຂອງນາຍົກລັດຖະມົນຕີ ຮຸນ ເຊ​ນ ​ແມ່ນ​ໄດ້​ເຄີຍ​ໃຊ້ລະບົບ​ຕຸລາການ ໃນ​ຫລາຍໆ​ຄະດີມາ​ແລ້ວ ​ເພື່ອ​ປາບ​ປາມພວກ​ທີ່​ຕິຕຽນ​ລັດຖະບານ.

ຟີ​ລິປປິນ: ຜົນ​ການ​ຢັ່ງ​ຫາງ​ສຽງ​ຂອງ​ກຸ່ມ​ນື່ງທີ່​ເປັນ​ເອກ​ກະລາດ ທີ່​ນຳ​ອອກ​ເປີດ​ເຜີຍ​ໃນ​ວັນ​ຈັນ​ມື້​ນີ້ ພົບ​ວ່າ​ລູກ​ຊາຍ​ຂອງ​ມື້​ລາງ​ປະທານາທິບໍດີ CORAZON AQUINO ທີ່​ໄດ້​ນຳພາ​ການຕໍ່ສູ້​ເພື່ອ​ນຳ​ເອົາປະຊາທິ ປະ​ໄຕ ຄືນມາສູ່​ຟີ​ລິປປິນນັ້ນ ເປັນ​ຜູ້​ສະມັກ​ເລືອກ​ຕັ້ງທີ່​ໄດ້​ຮັບ​ຄວາມ​ນິຍົມ​ຫລາຍ​ທີ່ສຸດ​ ໃນການ​ເລື​ອກຕັ້ງ ປະທານາທິບໍດີ​ ໃນ​ປີໜ້າ. ທ່ານ​ສະມາຊິກ​ສະພາ​ສູງ BENIGNO AQUINO ທີ​ສາມ ​ແມ່ນເປັນ​ຜູ້​ທຳ​ອິດ ທີ່ພວກ​ຕອບ​ຄຳ​ຖາມ​ໃນ​ການ​ຢັ່ງ​ຫາງ​ສຽງ ຈະ​ເລືອກ​ເອົາ ໂດຍ​ໄດ້​ຄະ​ແນນ​ນິຍົມ 44 ສ່ວນ​ຮ້ອຍ. ສະມາ ຊິກສະພາ​ສູງ MANUEL VILLAR ນັກ​ພັດທະນາ​ທີ່​ດິນ​ເສດຖີ​ພັນ​ລ້ານ ມາ​ໃນ​ອັນ​ດັບ​ສອງ ໂດຍ​ໄດ້ຄະ​ແນນ​ນິຍົມ 19 ສ່ວນ​ຮ້ອຍ.

XS
SM
MD
LG