ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດເອເປັກ ອັດລົງພ້ອມຄຳໝັ້ນສັນຍາ ຈະສຳເລັດກອງປະຊຸມຮອບໂດຫາ ແຕ່ປະຖີ້ມເປົ້າ ໝາຍໃນການຕັດການປ່ອຍມົນລະພິດເຮືອນແກ້ວ


ເອ​ເປັກ: ບັນດາຜູ້ນຳ​ຂົງ​ເຂດ​ເອ​ເຊຍ-ປາຊີ​ຟິກ ​ໄດ້​ສີ້​ນສຸດກອງ​ປະຊຸມ​ສຸດ​ຍອດ​ຂອງ​ພວກຕົນ ທີ່​ສິງກະ​ໂປ ​ໃນ​ວັນ​ອາທິດ​ມື້​ນີ້ ດ້ວຍ​ການ​ອອກ​ຖະ​ແຫລ​ງກາ​ນສະບັບ​ສຸດ​ທ້າຍ ທີ່​ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເຮັດ​ໃຫ້ການ​ເຈລະຈາ​ເລື່ອງ​ການ​ຄ້າ​ໂລກ​ ຮອບ​ໂດ​ຫາ​ ອັດ​ລົງ ຢ່າງ​ສຳ​ເລັດ​ຜົນ​ ໃຫ້​ໄດ້​ໃນ​ປີ 2010 ​ແຕ່​ໄດ້​ຖອນເປົ້າ ໝາຍ​ ທີ່​ໄດ້​ກຳນົດ​ໄວ້ ສຳລັບ​ການ​ຕັດ​ລະດັບ​ການ​ປ່ອຍ​ມົນ​ລະ​ພິດ ອາຍ​ແກ​ສ CARBON DIOXIDE ລົງ​ນັ້ນ. ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະພາ​ຮ່ວມ​ມື​ດ້ານ​ເສດຖະກິດລະ​ວ່າງ​ບັນດາ​ປະ​ເທດ ​ໃນ​ຂົງ​ເຂດ​ເອ​ເຊຍ​ແລະ​ມະຫາ​ສະມຸດ​ປາຊີ​ຟິກ ຫລື​ APEC ທີ່​ປະກອບ​ດ້ວຍສະມາ ຊິກ 21 ປະ​ເທດ​ ​ໄດ້​ປະ​ຖີ້ມ​ເປົ້າໝາຍ​ ທີ່​ຈະ​ຕັດ​ການ​ປ່ອຍ​ອາຍ​ແກ​ສເຮືອນ​ແກ້ວ​ລົງ​ ໃຫ້​ໄດ້​ເຄິ່ງນື່ງ ພາຍ​ໃນ​ປີ 2050 ນັ້ນ ທັງໆ​ທີ່​ໄດ້​ປະກາດ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແມ່ນ​ເປັນນື່ງ​ໃນ​ການ​ທ້າ​ທາຍ​ທີ່​ໃຫຍ່​ຫລວງ​ທີ່​ສຸດ​ຂອງໂລກ. ພວກ​ຜູ້ນຳເອເປັກ​ໄດ້​ຕົກລົງ​ເຫັນພ້ອມ​ນຳ​ກັນ​ວ່າ ຈຳ​ເປັນ​ຕ້ອງ​ມີ​ແຜນ​ຍຸ​ທະ​ສາດໃໝ່​ ສຳລັບ​ການ​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ ​ເພື່ອ​ຮັບ​ມື​ກັບ​ຄວາມ​ຕ້ອງການ​ຕ່າງໆ ຂ​ອງ​ເສດຖະກິດ​ໂລກ. ນາຍົກລັດຖະມົນຕີສິງກະ​ໂປ ທ່ານ LEE HSIEN LOONG ​ເປັນ​ຜູ້​ອ່ານ​ບົດ​ສັງ​ເຂ​ບຂອງ​ຖະ​ແຫລ​ງການຂອງ​ຜູ້ນຳ​ເອ​ເປັກ​.

ພ້ອມ​ດຽວ​ກັນນີ້ ພວກ​ຜູ້ນຳ​ເອ​ເປັກ​ໄດ້​ປະຕິ​ເສດຕໍ່​ທຸກ​ຮູບ​ແບບ​ຂອງ​ລັດທິ​ປ້ອງ​ກັນ ສິນຄ້າ​ພາຍ​ໃນ​ປະ​ເທດ ​ແລະ​ກ່າວ​ວ່າ​ພວກ​ເຂົາ​ເຈົ້າຈະ​ມຸ່ງ​ໝັ້ນ​ ຕໍ່​ການ​ເຮັດ​ໃຫ້ການ​ເຈ​ລະຈາກາ​ນຄ້າ​ໂລກ​ ອັດ​ລົງ​ໃຫ້​ໄດ້​ໃນ​ປີໜ້າ. ການ​ເຈລະຈາ​ທີ່​ວ່າ​ນີ້​ໄດ້​ຢຸດ​ສະງັກລົງ​ ຍ້ອນ​ການ​ຂັດ​ແຍ້​ງກັນ​ລະ​ວ່າງ​ພວກ​ປະ​ເທດ​ຮັ່ງມີ​ແລະ​ທຸກ​ຍາກ ກ່ຽວ​ກັບ​ການ​ຕັດ​ການ​ເກື້ອ​ກຸນ​ແກ່​ພາກ​ສ່ວນ​ກະ​ເສດ ​ແລະ​ພາສີ​ອາກອນ​ລົ​ງ. ຖະ​ແຫລ​ງການ​ຂອງ​ກອງປະຊຸມ​ຍັງ​ເວົ້າອີກ​ວ່າ ທັງ 21 ປະ​ເທດ​ສະມາຊິກ​ ຈະຮັກສານະ​ໂຍບາຍ​ກະຕຸກ​ຊຸກຍູ້​ເສດຖະກິດ​ໄວ້ ຈົນ​ກ່ວາ​ວ່າເສດ ຖະກິດ​ຂອງໂລກ ຈະ​ມີການ​ຟື້ນ​ໂຕ​ຄືນ ທີ່​ໝັ້ນຄົງ​ແລະ​ຖາວອນ ຢ່າງ​ແລ​ເຫັນ​ໄດ້. ປະທາ​ນາ​ທິບໍດີ​ສະຫະ ລັດ ທ່ານ BARAK OBAMA ທີ່​ໄປ​ຮ່ວມປະຊຸມນຳ ​ໄດ້​ປະກາດ​ວ່າ ສະຫະລັດ​ຈະ​ເປັນ​ເຈົ້າພາບ ຈັດ ກອງ​ປະຊຸມ​ເອ​ເປັກ ປະຈຳປີ 2011 ຂື້ນ ທີ່​ລັດ​ຮາ​ວາຍ ບ່ອນ​ທີ່​ທ່ານ​ເຄີຍ​ຢູ່​ອາ​ໃສ​ຕອນ​ຍັງ​ນ້ອຍ.

ໂອ​ບາ​ມາ-ຣັດ​ເຊຍ: ປະທານາທິບໍດີໂອ​ບາ​ມາ ກັບ​ປະທານາ ທິບໍດີຣັດ​ເຊຍ ທ່ານ DMITRI MEDVEDEV ກ່າວ​ວ່າ ພວກ​ທ່ານ​ທັງ​ສອງ​ຍັງ​ວາງ​ແຜນ ທີ່​ຈະ​ເຮັດ​ສົນທິສັນຍາສະບັບ​ໃໝ່ ​ເພື່ອ​ແທນ​ທີ່​ສົນທິສັນ ຍາ​ຫລຸດຜ່ອນ​ອາວຸດ​ຍຸ​ທະ​ສາດ ຫລື START ນັ້ນ ​ໃຫ້​ແລ້ວ​ສຳ​ເລັດພາຍ​ໃນ​ທ້າຍ​ປີ​ນີ້. ທ່ານ​ໂອ​ບາ​ມາ ກັບ​ທ່ານ MEDVEDEV ​ໄດ້​ພົບ​ປະກັນ ຢູ່​ສິງກະ​ໂປ​ໃນ​ວັນ​ອາທິດ​ມື້​ນີ້ ​ຫລັງ​ຈາກ​ທີ່​ກອງ​ປະ​ຊຸມ​ເອ​ເປັກ​ໄດ້​ອັດ​ລົງ. ສອງ​ອຳນາດ​ນິວ​ເຄລຍຊັ້ນນຳ​ຂອງ​ໂລກ ສະຫະລັດກັບຣັດ​ເຊຍ ​ໄດ້​ສະ​ແດງຄວາມ​ມຸ່ງ​ໝັ້ນ ທີ່​ຈະ​ເຮັດ​ສັນຍາ​ສະ​ບັບ​ໃໝ່​ຂື້ນ​ມາ​ແທນ​ທີ່ ສົນທິສັນຍາ START ONE ທີ່​ຈະໝົດ​ອາຍຸ​ລົງ ​ໃນ​ວັນ​ທີ 5 ທັນວາ​ນີ້. ນອກ​ນັ້ນ ຜູ້ນຳ​ທັງ​ສອງ​ຍັງ​ກ່າວ​ວ່າ ​ເວລາ​ກຳລັງ​ຈະ​ໝົດ​ໄປ​ແລ້ວ ສຳລັບ​ອິຣ່ານ ທີ່​ຈະ​ຮັບເອົາຂໍ້ຕົກລົງ​ທີ່​ນາໆ​ຊາດ​ໄດ້​ສະ​ເນີ​ຂື້ນ ​ເພື່ອ​ໃຫ້​ອິຣ່ານສົ່ງ​ທາດ​ຢູ​ເຣນຽມ ທີ່ໃຊ້​ແລ້ວ​ຂອງ​ຕົນໄປ​ຕ່າງປະ​ເທດ ​ເພື່ອ​ກັ່ນ​ກອງ​ຕື່ມ​ອີກນັ້ນ. ທ່ານ MEDVEDEV ກ່າວ​ວ່າທ່ານ​ຍັງ​ຫວັງ​ວ່າ ຈະ​ສາມາດ​ເກ້​ຍກ່ອມ​ໃຫ້​ອິຣ່ານ ສົ່ງ​ທາດ​ຢູ​ເຣ ນຽມ​ຂອງ​ຕົນ ​ໄປ​ໃຫ້ຣັດ​ເຊຍກັ່ນ​ໃຫ້​ຕື່ມ​ອີກ ​ເພື່ອ​ທີ່ຈະ​ສາມາດ​ນຳ​ໄປ​ໃຊ້​ເປັນ​ເຊື້ອ​ໄຟ​ແລ່ນ​ເຕົາ​ແຍກ​ທີ່​ເກົ່າ ແກ່ແຫ່ງ​ນື່ງຂອງຣ່ານ ​ເພື່ອ​ຜະລິດ​ໄຟຟ້າ​ນັ້ນ.

​ໂອ​ບາ​ມາ-ອາ​ຊ່ຽນ: ນອກ​ນັ້ນ​ແລ້ວ ໃນ​ວັນ​ອາທິດ​ມື້​ນີ້ ປະທານາທິບໍດີ​ໂອ​ບາ​ມາ ຍັງ​ໄດ້​ພົບປະກັບພວກ​ຜູ້ ນຳ​ຂອງ​ກຸ່ມ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫລື​ອາ​ຊ່ຽນ​ ​ໂຮມ​ທັງ​ມຽນມາ​ນຳ ທີ່​ສິງກະ​ໂປນັ້ນ. ແຕ່​ເຖິງ​ແມ່ນ​ທ່ານ​ໂອ​ບາ​ມາກັບ​ນາຍ​ພົນ THEIN SEIN ນາຍົກລັດ ຖະມົນຕີມຽນມາ ​ໄດ້​ຢູ່​ໃນ​ຫ້ອງ​ດຽວ​ກັນ​ກໍຕາມ ​ແຕ່​ທັງ​ສອງ​ທ່ານ​ກໍ​ບໍ່ໄດ້ເຂົ້າ​ໄປໃກ້ກັນ ຫລື​ຈັບ​ມື​ກັນ. ຢ່າງ​ໃດ​ກໍ​ຕາມ ທ່ານ ROBERT GIBBS ​ເລຂາທິການ​ຝ່າຍ​ຂ່າວ​ຂອງ​ທຳ ນຽບຂາວ ​ບອກ​ພວກ​ນັກ​ຂ່າວ​ວ່າ ​ໃນ​ການ​ພົບ​ປະ​ກັບ​ພວກ​ຜູ້ນຳ​ອາ​ຊ່ຽນ​ທີ່​ບໍ່​ເປີດໃຫ້ ນັກຂ່າວ​ເຂົ້າ​ໄປ​ນັ້ນ ທ່ານ​ໂອ​ບາ​ມາ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ທ່ານ​ນາງ ອອງ ຊານ​ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານທີ່​ຖືກ​ກັກ​ໂຕ​ໃນ​ມຽນມາ ພ້ອມ​ກັບນັກ​ໂທ​ດການ​ເມືອງ​ຄົນ​ອື່ນໆ​ອີກ ໝົດ​ທຸກຄົນຢູ່​ໃນ​ມຽນມາ​ນັ້ນ ​ແລະ​ໃຫ້ຢຸດເຊົາ​ການ​ກົດ​ຂີ່​ປາ​ບ ປາມພວກ​ຊົນ​ກຸ່ມ​ນ້ອຍ. ທ່ານ​ນາງອອງ ຊານ​ຊູ​ຈີ ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບລ ຂະ​ແໜງ​ສັນຕິພາບ ​ໄດ້​ຖືກກັກ​ຂັງ​ໃນ​ຮູບ​ໃດ​ຮູບ​ນື່ງ ມາ​ເປັນ​ເວລາ 14 ປີຂອງ​ໄລຍະ 20 ຜ່ານ​ມາ​. ປະທນາ​ທິບໍດີ​ໂອ​ບາ​ມາ ​ໄດ້​ສົນທະນາ​ຫາລືກັບ ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ທ່ານ SUSILO BAMBANG YUDHOYONO ​ໃນການພົບ​ປະຄັ້ງສຸດ​ທ້າຍ​ຂອງ​ທ່ານ​ທີ່​ສິງກະ​ໂປ ກ່ອນ​ອອກ​ເດີນທາງ​ໄປ​ຢ້ຽມຢາມຊຽງ​ໄຮ້ ປະ​ເທດ​ຈີນ.

​ກວັນ​ຕານາ​ໂມ: ເຈົ້າໜ້າ​ທີ່ລັດຖະບານໂອບາມາກ່າວວ່າ ຄຸກທີ່​ເກືອບ​ວ່າເປົ່າວ່າງແຫ່ງນຶ່ງ ໃນລັດອິລລິນອຍສ໌ ອາດສາມາດໃຊ້ເປັນບ່ອນ​ກັກ​ຂັງພວກນັກໂທດ ຈາກສູນກັກຂັງທີ່ ອ່າວກວັນຕານາໂມ ຮ່ວມກັບນັກໂທດລັດ ຖະບານກາງ​ໄດ້. ເຈົ້າໜ້າທີ່ກ່າວ​ໃນຕອນ ແລງວັນເສົາວານນີ້ວ່າ ຄຸກ Thomson Correctional Facility ທີ່ມີການ ຮັກສາຄວາມປອດ​ໄພ ຢ່າງ​ໜາ​ແໜ້ນ​ແລະ​ເຄ່ງ​ຄັດ ຕັ້ງຢູ່ຫ່າງຈາກນະຄອນຊິຄາໂກ ​ໄປ​ທາງ​ກ້ຳ ຕາ ເວັນຕົກ 220 ຫລັກກິໂລ​ເເມັດ ໄດ້ກາຍເປັນທາງເລືອກ ອັນ​ດັບ​ໜ້າ ສຳລັບລັດຖະບານກາງທີ່ຈະຊື້ເອົາ ແລ້ວຫລັງຈາກນັ້ນ ລັດຖະບານກໍ​ຈະ​ສາມາດຍ້າຍ ພວກຕ້ອງສົງໃສ ກໍ່ການຮ້າຍ ​ໄປ ຢູ່ຄຸກແຫ່ງນີ້ ທີ່ມີຫ້ອງ​ຂັງ 1600 ຫ້ອງ​ນັ້ນ​ໄດ້. ເຈົ້າໜ້າທີ່ລັດຖະບານບໍ່ໄດ້ເປີດເຜີຍວ່າ ຈະ​ຍົກຍ້າຍນັກໂທດກັກຂັງ ຈາກອ່າວກວັນຕານາ​ໂມ ຈຳນວນຈັກຄົນ​ ໄປຢູ່ຄຸກທີ່​ລັດ​ອິລລີ​ນອຍ​ສ໌ນັ້ນ. ຜູ້ວ່າການລັດ ອິລລິນອຍສ໌ ຈະຖະແຫລງຕໍ່ສື່ມວນຊົນ ໃນ ວັນອາທິດມື້ນີ້. ພວກເຈົ້າໜ້າທີ່ທ້ອງຖິ່ນ ໃຫ້ຂໍ້ສັງເກດວ່າ ການທີ່ລັດຖະບານກາງສະຫະລັດ ຈະໃຊ້ຄຸກແຫ່ງນີ້ ຖືວ່າຈະເປັນການສ້າງໜ້າວຽກ ຫລາຍພໍສົມຄວນ.

ການ​ເລືອກ​ຕັ້ງທີ່​ໂກ​ໂຊ​ໂວ: ບ່ອນ​ປ່ອນ​ບັດ​ໄດ້​ໄຂ​ຂື້ນ​ແລ້ວ ທີ່​ໂກ​ໂຊ​ໂວ ​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່ໂກ​ໂຊ​ໂວ ທີ່​ພົນລະ​ເມືອງສ່ວນ​ໃຫຍ່​ເປັນ​ຊາວ ALBANIA ໄດ້​ປະກາດ​ເປັນ​ເອກ​ກະລາດ ຈາກເຊີ​ເບຍ ​ໃນ​ປີ 2008. ມີ​ປະ​ຊາ​ຊົນ​ຫລາຍ​ກ່ວາ ນື່ງລ້ານ​ຫ້າ​ແສນ​ຄົນ ມີ​ສິດ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງທ້ອງ​ຖິ່ນ ​ໃນ​ມື້​ນີ້ ​ຊື່​ງ​ເປັນ​ການ​ເລືອກ​ຕັ້ງ​ເອົາ​ເຈົ້າ​ເມືອງ ​ແລະ​ສະມາຊິກ​ສະພາປົກຄອງ ສຳລັບ 36 ​ເຂດ​ເທດສະບານ ​ໂຮມ​ທັງ​ເມືອງ​ຫລວງ PRISTINA. ມີ 74 ພັກ​ການ​ເມືອງກັບ​ກຸ່ມຈັດຕັ້ງ ຕ່າງໆຂອງ​ພົນລະ​ເມືອງ​ ປະກອບສ່ວນ​ໃນ​ການ​ເລືອກ​ຕັ້ງ ​ໂຮມ​ທັງຜູ້​ສະມັກ​ເລືອກ​ຕັ້ງ ຈຳນວນ​ນື່ງ ທີ່​ເປັນ​ຊາວ​ເຊີ​ເບຍ ​ແຕ່ພວກ​ເຊື້ອສາຍ​ເຊີ​ເບຍ ທີ່​ເປັນ​ຊົນ​ກຸ່ມ​ນ້ອຍ​ໃນ​ໂກ​ໂຊ​ໂວ​ນັ້ນ ​ໄດ້​ຂູ່​ທີ່​ຈະ​ຂວ້າມບາດການ​ເລືອກ​ຕັ້ງ. ວັນ​ເສົາ​ວານ​ນີ້ ອົງການ​ເນ​ໂຕ​ໄດ້​ນຳ​ເອົາ​ກຳລັງຣັກສາ​ຄວາມ​ສະ​ງົບ ​ໄປ​ປົດ​ຂະ​ນວນ​ລະ​ເບີດ​ມື​ທີ່​ບໍ່​ທັນ​ແຕກ​ລູກນື່ງ ທີ່​ຖືກ​ພົບ​ເຫັນ​ຢູ່​ຫ້ອງການ​ ຂອງຝ່າຍ​ຄ້ານ​ພັກ​ນື່ງ. ເຈົ້າໜ້າທີ່ ໄດ້​ວາງ​ແຜນ​ວ່າ ຈະ​ສົ່ງ​ກຳລັງ​ຮັກສາ​ຄວາມ​ສະ​ງົບ ຫ້າ​ພັນ​ຄົນ ອອກ​ປະຕິບັດ​ງານ ຢູ່​ຕາມ​ບ່ອນ​ປ່ອນ​ບັດ​ ລຸນ​ຫລັງ​ໄດ້​ເກີດ​ເຫດ​ຮ້າຍ​ນ້ອຍໆ​ຫລາຍ​ຄັ້ງ ລະ​ວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ. ຄາດ​ວ່າຈະ​ຮູ້ຈັກ​ຜົນ​ການ ເລື​ອກຕັ້ງຂັ້ນຕົ້ນ ​ໃນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ປ່ອນ​ປ່ອນ​ບັດ​ອັດ​ລົງ​

ຄລິນ​ຕັນ-ພາກ​ຕາ​ເວັນ​ອອກ​ກາງ: ອະດີດ​ປະທານາທິບໍດີ ສະຫະລັດ ທ່ານ BILL CLINTON ກຳລັງ​ຮຽກຮ້ອງ​ໃຫ້​ ອິສຣາ​ແອ​ລກັບປາ​ແລ​ສ​ໄຕ​ນ໌ ປະລະ​ຄວາມ​ຂັດ​ແຍ້​ງກັນ​ຕ່າງໆ ​ແລ້ວ​ເຄື່ອນ​ໄຫວ ​ໄປ​ສູ່​ສັນຕິພາບ ​ໂດຍ​ທ່ານ​ກ່າວ​ວ່າ ພວກ​ເຂົາ​ເຈົ້າບໍ່​ສາມາດ​ທີ່​ຫລີກ​ໜີ​ ຈາກອັນ​ທີ່​ທ່ານ​ເອີ້ນ​ວ່າ "ອະນາຄົດ​ທີ່​ມີ​ຮ່ວມ​ກັນ" ນັ້ນ​ໄດ້. ທ່ານ​ຄລິນ​ຕັນ​ໄດ້​ກ່າວ​ຄຳ​ຮຽກຮ້ອງ​ດັ່ງ​ກ່າວ ​ໃນ​ວັນ​ເສົາ​ວານ​ນີ້ ຢູ່​ສູນ​ອະນຸສອນ​ແຫ່ງ​ນື່ງ ທີ່​ອຸທິດ​ໃຫ້​ແກ່​ທ່ານ YITZHAK RABIN ອະດີດ​ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທີ່​ນະຄອນ TEL AVIV ປະ​ເທດ​ອິສຣາ​ແອ​ລ. ທ່ານ RABIN ​ໄດ້​ຖືກລອບ​ສັງຫານ ​ເມື່ອ​ເດືອນ​ພະຈິກ ປີ 1995 ​ໂດຍ​ຊາວ​ຍິວຫົວ​ຮຸນ​ແຮງ​ຄົນ ນື່ງ ທີ່​ຄັດ​ຄ້ານຕໍ່​ຄວາມ​ພະຍາຍາມ​ຂອງ​ທ່ານ ທີ່​ຈະ​ສ້າງສັນ​ຕິ​ພາບ​ກັບ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ນັ້ນ. ທ່າ​ນຄລິນ​ຕັນ​ເວົ້າວ່າ ຖ້າ​ຫາກ ທ່ານຣາບິນ ບໍ່​ຖືກ​ລອບ​ສັງຫານ​ເມື່ອ 14 ປີ​ກ່ອນ ກໍ​ຄົງໄດ້​ມີ​ການ​ບັນລຸຂໍ້​ຕົກລົງ​ຂັ້ນ ກວມ​ລວມ ສຳລັບ​ສັນຕິ ພາບ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ ພາຍ​ໃນ​ເວລາ​ 3 ປີ​ແລ້ວ. ທ່ານ​ຄລິນ​ຕັນ ຊື່​ງ​ເປັນ​ປະທາ ນາທິບໍດີ​ສະຫະລັດ​ໃນ​ເວລາ​ນັ້ນ ​ໄດ້​ທຳ​ງານ​ຢ່າງ​ໃກ້ຊິດ​ກັບ​ທ່ານຣາບິນ ​ແ​ລະ​ທ່ານ YASSER ARAFAT ມື້​ລາງຜູ້ນຳ​ປາ​ແລ​ສ​ໄຕ​ນ໌ ​ເພື່ອ​ເຈລະຈາ​ສັນຕິພາບ​ກັນ​ໃນ​ລະ​ວ່າງ​ຊຸມ​ປີ 1995 ນັ້ນ. ທັງ​ທ່ານ ຣາບິນ ​ແລະ​ທ່ານ​ອາຣາຟັຕ ຕ່າງ​ກໍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະແໜງ​ສັນຕິພາບ ສຳ​ລັບຄວາມ​ພະຍາຍາມ​ຂອງ​ພວກ​ທ່ານ.

ຄວາມ​ຮຸນ​ແຮງ​ໃນ​ປະ​ເທດ​ຝຣັ່ງ: ​ແຜນການ​ໂຄສະນາ​ຂອງ​ບໍລິສັດ​ການ​ຕະຫລາດ​ຝຣັ່ງບໍລິສັດ​ນື່ງ ​ເພື່ອ​ຊັກ​ຊວນໃຫ້​ຜູ້​ຄົນ​ຊົມ​ໃຊ້​ອິນ​ເຕີແນັຕ ​ໂດຍ​ປະກາດ​ວ່າ​ຈະແຈກ​ເງິນ​ ຈຳນວນ​ຫລວງຫລາຍ ​ໃຫ້ປະຊາຊົນ​ຢູ່​ກາງ​ເມືອງ​ນັ້ນ ​ໄດ້​ປ່ຽນ​ໄປ​ເປັນຄວາມ​ຮຸນ​ແຮງ​ໃນ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກ​ທີ່​ບໍ​ລິ​ສັດ​ປ່ຽນ​ແຜນ ບໍ່​ແຈກ​ເງິນ​ຕາມ​ທີ່​ໄດ້ ປະກາດ​ໄວ້ ຍ້ອນ​ເຈົ້າໜ້າ​ທີ່​ຫ້າມ. ຕຳຫລວດ​ກ່າວ​ວ່າ ຫລັງ​ຈາກ​ມີ​ປະຊາຊົນ​ຫລາຍ​ກ່ວາ​ຫ້າ​ພັນ​ຄົນລຸ​ລັ່ງ​ໄປ​ອັ່ງ​ແອກັນ ​ຢູ່​ບໍລິ​ເວນ​ໃຈກາງ​ເມືອງ ​ໃກ້ໆ​ກັບ​ຫໍ EIFFEL ​ເຈົ້າໜ້າ​ທີ່​ເລີຍ​ຮ້ອງ​ຂໍ​ໃຫ້​ທາງ ບໍລິສັດ​ເລີກລົ້ມ​ແຜນການ ​ເພາະ​ຢ້ານ​ຈະ​ມີ​ການ​ຍາດ​ແຍ່ງ​ກັນ​ເອົາ​ເງິນ. ​ພວກ​ຄົນ​ຈຳນວນ​ຫລວງຫລາຍ ​ທີ່​ລໍຖ້າ​ເປັນ ເວລາຫລາຍໆ​ຊົ່ວ​ໂມງ​ນັ້ນ ​ເກີດ​ໂມ​ໂຫ​ໂທ​ໂສ ຫລັງ​ຈາກ​ໄດ້​ຊາບ​ວ່າຈະ​ບໍ່​ມີການ​ແຈກ​ເງິນ​ ກໍ​ເລີຍ​ພາກັນ​ອາ​ລະວາ​ດ ກໍ່​ຄວາມ​ຮຸນ​ແຮງ ທຸບ​ປ້ອງ​ອ້ຽມຮ້ານ​ຄ້າ​ຮ້ານ​ຂາຍ ​ແລະ​ປີ້ນ​ລົດ​ຢ່າງ​ນ້ອຍ​ຄັນນື່ງ. ຕຳຫລວດ​ໄດ້​ຈັບ​ ຢ່າງ​ນ້ອຍ 10 ຄົນ. ອົງການ​ຂ່າວສານ​ຝຣັ່ງລາຍ​ງານ​ຂ່າວ​ໃນ​ເວລາ​ຕໍ່​ມາ​ວ່າ ປະທານ​ຂອງ​ບໍລິສັດ​ການ​ຕະຫລາດດັ່ງກ່າວ ​ໄດ້​ປະກາດ​ວ່າ ຕົນ​ຈະ​ເອົາ​ເງິນ​ທີ່​ວາງ​ແຜນ​ວ່າ​ຈະ​ແຈກໃຫ້​ປະຊາຊົນ​ນັ້ນ ​ໄປ​ມອບ​ໃຫ້​ອົງການ​ກຸສົນ​ແທນ.

XS
SM
MD
LG