ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຜູ້ນຳອົງການອາເປັກ ເລີ້ມປະຊຸມກັນ ທີ່ສິງກະໂປ


ກອງປະຊຸມອາເປັກ: ພວກຜູ້ນຳ ຂອງ 21 ເສຖກິດ ໃນເຂດເອເຊັຽປາຊີຟິກໄດ້ເປີດປະຊຸມ ທີ່ສິງກະໂປ ໃນວັນເສົາມື້ນີ້ ເພື່ອປຶກສາຫາຣື ກ່ຽວກັບ ການຟື້ນໂຕຄືນຈາກວິກິຕການ ທາງ ດ້ານການເງິນຂອງໂລກ ແລະການຊຸກຍູ້ການ ຄ້າເສຣີ. ພວກຜູ້ນຳ ຂອງອົງການການຮ່ວມມື ທາງດ້ານເສຖກິດ ໃນເຂດເອເຊັຽປາຊີຟິກຫລື APEC ໄດ້ກ່າວຢ້ຳວ່າ ການຟື້ນໂຕຄືນແມ່ນ ຍັງມີຄວາມບອບບາງຢູ່ ແລະຈຳເປັນ ຕ້ອງ ໄດ້ມີການປະສານງານໃນການດຳເນີນຄວາມ ພະຍາຍາມ ຮ່ວມກັນ ເພື່ອເອົາຊະນະ ການ ຕັ້ງກຳແພງ ກີດກັນການຄ້າ ແລະຮັກສາຣະ ດັບການເຕີບໂຕໃຫ້ມີຄວາມທຸ່ນທ່ຽງ. ທ່ານ BARACK OBAMA ໃນການເດີນທາງ ໄປ ຢ້ຽມຢາມເຂດເອເຊັຽ ເທື່ອທຳອິດ ໃນຖານະ ປະທານາທິບໍດີ ຂອງສະຫະຣັດນັ້ນ ໄດ້ເດີນ ທາງຈາກຍີ່ປຸ່ນ ໄປຮອດສິງກະໂປ ພາຍໃນບໍ່ເທົ່າໃດຊົ່ວໂມງ ເພື່ອເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຂອງອົງການ APEC. ປະທານາທິບໍດີ OBAMA ໄດ້ຖືກໂຈມຕີ ຈາກຜູ້ນຳບາງ ປະເທດ ໃນອົງການ APEC ໃນວັນເສົາມື້ນີ້ ໂດຍມີການ ກ່າວຫາວ່າ ທ່ານໄດ້ປ່ຽນໃຈ ກ່ຽວກັບການຄ້າເສຣີ.

ໂອບາມາ - ເອເຊັຽ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ໄດ້ໃຫ້ຄຳໝັ້ນ ສັນຍາ ທີ່ຈະຮ່ວມມືກັບຈີນ ແລະມີການພົວພັນ ຫລາຍຂຶ້ນ ຂອງສະຫະຣັດ ໃນເຂດເອເຊັຽ ໃນ ລະຫວ່າງ ການກ່າວຄຳປາສັຍ ຄັ້ງສຳຄັນ ຢູ່ ກຸງໂຕກຽວ ໃນວັນເສົາມື້ນີ້. ປະທານາທິບໍດີ OBAMA ກ່າວວ່າ ສະຫະຣັດ ບໍ່ໄດ້ຊອກຫາ ຊ່ອງທາງ ທີ່ຈະປິດລ້ອມຈີນ ແລະ ສະແດງ ຄວາມຊົມເຊີຍ ຕໍ່ການດຳເນີນ ຄວາມພະຍາ ຍາມຂອງຈີນ ທີ່ຈະເຂົ້າໄປມີ ບົດບາດຫຼາຍ ຂຶ້ນ ໃນເວທີສາກົນ. ແຕ່ແນວໃດກໍຕາມ ທ່ານ OBAMA ເວົ້າວ່າ ສະຫະຣັດ ຈະບໍ່ຢຸດເຊົາ ໃນການເວົ້າເຖິງ ຄຸນຄ່າທີ່ຕົນຢຶດໝັ້ນ ແລະວ່າ ການສົນທະນາຫາຣື ກ່ຽວກັບເຣື່ອງ ສິດທິມະນຸດ ສາມາດມີຂຶ້ນໄດ້ ພາຍໃຕ້ຈິດໃຈ ຂອງການເປັນພາຄີກັນ. ໃນການກ່າວເຖິງ ສມັຍທີ່ທ່ານ ຍັງເປັນເດັກນ້ອຍ ຢູ່ທີ່ອິນໂດເນເຊັຽນັ້ນ ປະທານາທິບໍດີ OBAMA ໄດ້ກ່າວຢ້ຳເຖິງຄວາມ ສັມພັນ ຂອງສະຫະຣັດ ກັບເຂດເອເຊັຽ ຂະນະທີ່ທ່ານ ເດີນທາງໄປຢ້ຽມຢາມ ຂົງເຂດດັ່ງ ກ່າວເທື່ອທຳອິດ ໃນຖານະ ປະທານາທິບໍດີ ຂອງສະຫະຣັດ.

ອາຫານໂລກ: ໂຄງການອາຫານໂລກກ່າວວ່າ ນັບເປັນເທື່ອທຳອິດ ໃນປະວັດສາດ ທີ່ຈຳນວນ ພວກຄົນອຶດຢາກ ຢູ່ໃນທົ່ວໂລກ ຈະກາຍນຶ່ງພັນ ລ້ານຄົນ ໃນປີນີ້. ການມີຜູ້ຄົນ ເປັນຈຳນວນຫຼວງ ຫຼາຍພວມປະເຊີນກັບການຂາດແຄນອາຫານ ໄດ້ ພາໃຫ້ ຜແນກການດັ່ງກ່າວ ຂອງສະຫະປະຊາ ຊາດ ຕ້ອງໄດ້ຮ້ອງຂໍ ການຊ່ອຍເຫຼືອ ຈາກສ່ວນ ບຸກຄົນເປັນເທື່ອທຳອິດ. ໂຄງການອາຫານໂລກ ໄດ້ເລີ້ມການໂຄສະນາ ຂໍຄວາມຊ່ອຍເຫຼືອ ທາງ ອິນເຕີແນັດໃນວັນເສົາມື້ນີ້ ເພື່ອຮ້ອງຂໍໃຫ້ປະຊາ ຊົນ 1 ພັນລ້ານຄົນ ໃນປະເທດ ທີ່ຈະເຣີນແລ້ວ ບໍຣິຈາກເງິນ 1 ໂດລາຕໍ່ອາທິດ ໃຫ້ແກ່ການໂຄ ສະນາປຸກຣະດົມໄດ້ທີ່ www.wfp.org/1billion. ຜູ້ອຳນວຍການ ໂຄງການອາຫານໂລກ ນາງ JOSETTE SHEERAN ກ່າວວ່າ ການໃຫ້ຄວາມຊ່ອຍເຫລືອ ເລັກໆນ້ອຍໆ ໃນແຕ່ລະ ອາທິດ ອາດຈະຊ່ອຍ ປ່ຽນແປງຊີວິດ ຂອງຜູ້ຄົນໄດ້.

ຄ້າຍຟອຣ໌ທຮູດ: ນັກຈິຕແພດ ຂອງກອງທັບ ສະຫະຣັດ ທີ່ຖືກກ່າວຫາວ່າໄດ້ຍິງສັງຫານ 13 ຄົນ ທີ່ຄ້າຍ FORT HOOD ໃນຣັດເທັກຊັສ ເມື່ອສັບປະດາແລ້ວ ອາດເປັນອັມມະພາດແລ້ວ. ທະນາຍຄວາມ ຂອງພັນຕຣີ NIDAL MALIK HASAN ກ່າວໃນມື້ວານນີ້ວ່າ ປາກົດວ່າ ລູກ ຄວາມຂອງລາວ ໄດ້ເປັນອັມມະພາດ ແຕ່ແອວ ລົງໄປ ຫຼັງຈາກໄດ້ຖືກຍິງ ຫລາຍໆຄັ້ງໂດຍຕຳ ຣວດ ໃນລະຫວ່າງທີ່ ຜູ້ກ່ຽວຍິງປືນ ເຂົ້າໃສ່ ຜູ້ຄົນທີ່ຄ້າຍ FORT HOOD. ທະນາຍເວົ້າວ່າ ນາຍ HASAN ຍັງໄດ້ຮັບ ບາດເຈັບຢ່າງໜັກ ທີ່ມືຂອງລາວ. ທະນາຍຄວາມ ພົລເຮືອນ ຂອງນາຍ HASAN ກ່າວວ່າ ລາວໄດ້ໄປຢູ່ ກັບນາຍ HASAN ໃນມື້ວັນພະຫັດຜ່ານມາ ທີ່ໂຮງໝໍທະຫານ ໃກ້ໆເມືອງ SAN ANTONIO ບ່ອນທີ່ນາຍ HASAN ກຳລັງໄດ້ຮັບ ການປິ່ນປົວ ພະຍາບານ ໃນເວລານີ້. ເຈົ້າໜ້າທີ່ທະຫານ ໄດ້ປະກາດ ໃນມື້ວັນພະຫັດ ແລ້ວນີ້ວ່າ ໄດ້ມີການຟ້ອງ ນາຍ HASAN 13 ກະທົງ ກ່ຽວກັບການ ວາງແຜນຂ້າຄົນ. ລາວອາດຈະປະເຊີນ ກັບໂທດປະຫານຊີວິດ.

ອັງກິດ: ກະຊວງປ້ອງກັນປະເທດ ຂອງອັງກິດ ເລີ້ມທຳການສືບສວນ ກ່ຽວກັບການກ່າວຫາທີ່ວ່າ ທະຫານອັງກິດໄດ້ທໍຣະມານ ພົລເຮືອນຊາວອີຣັກ. ຣັຖມຸນຕຣີ ຮັບຜິດຊອບ ກ່ຽວກັບ ເຣື່ອງກອງທັບ ຂອງອັງກິດ ທ່ານ BILL RAMMELL ກ່າວໃນ ມື້ວານນີ້ວ່າ ຕ້ອງໄດ້ມີການສືບສວນຢ່າງເປັນທາງ ການ ໂດຍປາສຈາກ ການດ່ວນຕັດສິນສລຸບໃດໆ ທັງສິ້ນ. ການສືບສວນ ໄດ້ເລີ້ມຂຶ້ນ ຫລັງຈາກລາຍ ງານຂ່າວ ຂອງໜັງສືພິມ INDEPENDENT ຂອງ ອັງກິດ ໄດ້ໃຫ້ລາຍລະອຽດ ໃນການກ່າວຫາ ຂອງ ພົລເຮືອນອີຣັກ 30 ກວ່າຄົນ ທີ່ເປັນນັກໂທດ ໃນ ລະຫວ່າງການເຮັດສົງຄາມກໍ່ກະບົດ ຢູ່ໃນອີຣັກ. ພົລເຮືອນຈຸນີ້ ກ່າວວ່າ ຕົນໄດ້ຖືກຂົ່ມຂືນ ທໍຣະມານ ຫລືຈູ່ໂຈມຕີ ຂະນະທີ່ ຖືກຄຸມຂັງ ໂດຍພວກທະຫານອັງກິດ. ໜັງສືພິມສະບັບນີ້ ຍັງໄດ້ອ້າງຄຳເວົ້າ ຂອງພວກພົລເຮືອນ ທີ່ກ່າວວ່າ ທະຫານອັງກິດ ໄດ້ຮຽນແບບ ການລົງໂທດ ຈາກຮູບພາບ ທີ່ຖ່າຍຢູ່ຄຸກ ABU GHRAIB ຂອງສະຫະຣັດ ໃນນະຄອນຫຼວງແບັກແດັດ.

ອິນເດັຽ - ຣົດໄຟຕົກລາງ: ເຈົ້າໜ້າທີ່ອິນເດັຽ ກ່າວວ່າ ຣົດໄຟຂະບວນນຶ່ງ ທີ່ພວມແລ່ນມຸ່ງໜ້າ ໄປຍັງນະຄອນຫລວງ ນິວເດລີ ໄດ້ຕົກລາງ ໃນ ພາກຕາເວັນຕົກ ຂອງອິນເດັຽ ເຮັດໃຫ້ມີ ຜູ້ເສັຽ ຊີວິດ ຢ່າງນ້ອຍ 7 ຄົນ ແລະໄດ້ຮັບບາດເຈັບ ອີກຈຳນວນນຶ່ງ. ໝົດທັງ 15 ຕູ້ ຂອງຂະບວນ ຣົດໄຟ MANDOR EXPRESS ໄດ້ຕົກລາງ ໃນຕອນເຊົ້າ ຂອງວັນເສົາ ມື້ນີ້ ຢູ່ນອກເມືອງ JAIPUR. ພວກກູ້ພັຍ ໄດ້ໃຊ້ເຄື່ອງຕັດເຫລັກ ເພື່ອຊ່ອຍພວກຜູ້ໂດຍສານ ທີ່ຕົກຄ້າງ ຢູ່ຂ້າງ ໃນ ຕູ້ຣົດໄຟທີ່ປີ້ນຂວ້ຳນັ້ນອອກມາ. ເຈົ້າໜ້າທີ່ ກ່າວວ່າ ສິ້ນສ່ວນຂອງ ລາງຣົດໄຟ ທີ່ຫັກ ໄດ້ ແທງເຂົ້າໄປ ໃນຕູ້ຣົດໄຟ ທີ່ມີເຄື່ອງປັບອາກາດ ເຮັດໃຫ້ຜູ້ໂດຍສານ ໄດ້ຮັບບາດເຈັບ. ຕາໜ່າງ ຣົດໄຟ ທີ່ມີການໃຊ້ກັນຢ່າງຫລວງຫຼາຍ ຂອງອິນເດັຽ ເປັນຕາໜ່າງ ທີ່ໃຫຍ່ທີ່ສຸດ ອັນນຶ່ງໃນໂລກ ໂດຍມີຣົດໄຟໂດຍສານ 9 ພັນຂະບວນ ຂົນສົ່ງຜູ້ຄົນໄປມາ 18 ລ້ານຄົນ ໃນແຕ່ລະມື້. ຣົດໄຟອິນເດັຽ ໄດ້ເກີດອຸບັດຕິເຫດ ປະມານ 3 ຮ້ອຍຄັ້ງ ໃນແຕ່ລະປີ.

ເຊີນຟັງຂ່່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG