ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນທົ່ວໂລກສາມາດມີອາຍຸຍືນຂື້ນໄດ້ໂດຍການແກ້ໄຂບັນຫາສຸກຂະພາບ 5 ດ້ານ


ລາຍງານຂອງອົງການອະນາ​ໄມໂລກຊີ້ໃຫ້ເຫັນ​ວ່າຄວາມ ຄາດຫວັງມີອາຍຸຍືນຂອງມະນຸດໃນທົ່ວ ໂລກຈະເພີ່ມຂື້ນ​ໄດ້ອີກເກືອບ 5 ປີ ແລະການ ເສຍຊີວິດກ່ອນ​ເວລາອັນ​ສົມຄວນຂອງ​ຄົນ​ເປັນ​ລ້ານໆຄົນນັ້ນ ກໍ່ສາມາດປ້ອງກັນ ໄດ້​ເຊັ່ນ​ກັນຖ້າຫາກວ່າພວກ​ເຮົາມີການແກ້ໄຂບັນຫາ 5 ປະການທີ່ີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົານັ້ນ.

ລາຍງານສະບັບນີ້ ເວົ້າວ່າບັນຫາຄວາມສ່ຽງໃຫຍ່ 5ປະ​ການເຊິ່ງໄດ້​ແກ່ການກິນອາຫານ ທີ່ຂາດທາດບໍາລຸງຮ່າງ ກາຍ,ການມີເພດສໍາພັນທີ່ບໍ່ຄໍານຶງເຖິງຄວາມປອດໄພ, ການດື່ມເຫລົ້າ, ການຂາດສຸກຂະອາໄມ ແລະ ຄວາມສະ ອາດ ແລະ ຄວາມດັນເລືອດສູງ​ໄດ້ກວາມ ເອົາ ¼ ຂອງສາເຫດທີ່ພາໃຫ້ຄົນເສຍຊີວິດຢູ່ໃນໂລກ ​ໃນ​ແຕ່ລະ​ປີ.

ສະນັ້ນ ລາຍງານສະບັບນີ້ ແນະນຳວ່າ ຖ້າຫາກພວກເຮົາ ​ແກ້​ໄຂ ຫລື ກຳຈັດປະເດັນຕ່າງໆ ນີ້ໄດ້ ກໍຈະສາມາດຊ່ວຍຕໍ່ ຄວາມ​ຄາດ​ຫວັງ​ໃນ​ການ​ມີອາຍຸຍືນຂອງ​ໂລກໄດ້ອີກ​ເກືອ​ບ 5 ປີ ​ແລະ ປ້ອງ​ກັນ​ການ​ຕາຍກ່ອນເວລາອັນສົມຄວນຂອງ​ຄົນ​ໄດ້ເປັນ​ລ້ານໆ ຄົນ.

ທ່ານ Stephen Morrison ຫົວໜ້າອຳນວຍການ​ດ້ານ​ນະໂຍ ບາຍສຸຂະພາບ​ໂລກທີ່​ສູນ​ກາງສຶກສາດ້ານຍຸ​ດທະ​ສາດ ​ແລະ ການສຶກສາສາກົນທີ່​ກຸງວໍ​ຊິງ​ຕັນ​ເວົ້າວ່າລາຍງານສະບັບນີ້​ສະ​ ແດງໃຫ້ເຫັນວ່າບັນ​ດາ​ປະ​ເທ​ດທີ່ກຳລັງ​ພັດທະນາແມ່ນໄດ້ປະ ເຊີນກັບບັນຫາທີ່ເກີດມາ​ຈາກ​ໂຣກ​ຕິດ​ແປດ ​ແລະ ​ພະຍາດຊຳ​ ເຮື້ອ​ເປັນ 2 ​ເທົ່າ ​ແລະ ການ​ປ່ວຍ​ຍ້ອນ​ໂຣກຊຳ​ເຮື້ອນັ້ນ​ແມ່ນ ​ເກີດ​ມາ​ຈາກວິຖີດຳລົງຊີວິດຂອງ​ຄົນ​ເຮົາ. ​ເຊິ່ງທ່ານ​ຊີ້​ແຈງ​ວ່າ:

ລາຍງານເວົ້າວ່າ ຖ້າຫາກຄົນເຮົາເລີ້ມເປັນຫ່ວງເປັນໃຍຕໍ່ຜົນ ຮ້າຍຂອງວິທີການຮັກສາສຸຂະພາບຂອງຕົນຢ່າງຈິງຈັງແລ້ວ ພວກເຮົາກໍຈະເລີ່ມເອົາໃຈໃສ່ຫລາຍຂື້ນຕໍ່ວິຖີຊີວິດຂອງໂລກ ທີ່ກຳລັງພັທະນາແລະໃນບັນດາປະເທດທີ່ກຳລັງມີຄວາມ ເຕີບໂຕດ້ານຕລາດນັ້ນວ່າຈະເອົາບົດບາດ ຫລື ປະເຊີນໜ້າ ກັບສຸລາ, ຢາສູບ, ໂຣກອ້ວນພີ ແລະ ຂາດການອອກກຳລັງ ກາຍຢ່າງໃດນັ້ນ.

ລາຍງານສະບັບນີ້ຍັງ​ສະ​ແດງ​ໃຫ້​ເຫັນ​ອີກ​ວ່າປະ​ເດັນຄວາມສ່ຽງ 8 ຢ່າງໄດ້ກວາມເອົາ 75% ຂອງ​ຈຳນວນ​ຄົນ​ເຈັບ​ທີ່​ເປັນ​ໂຣກຫົວ​ໃຈ ​ເຊິ່ງ​ເປັນສາເຫດ​ໃຫຍ່​ອັນ​ດັບ​ນຶ່ງ ທີ່ພາໃຫ້ຄົນເສຍຊີວິດຢູ່ໃນ ທົ່ວໂລກ.

ໂຣກຫົວ​ໃຈ​ເຊິ່ງ ​ຄັ້ງນຶ່ງ​ໃນ​ເມື່ອ​ກ່ອນ​ມັກເກີດ​ຢູ່ໃນ​ບັນດາ​ປະ​ເທດຮັ່ງມີ​ເປັນຕົ້ນຕໍ ​ແຕ່​ວ່າການ​ເສຍ​ຊີ ວິດ​ດຽວນີ້ ຜັດມັກ​ເກີດ​ກັບ​ພວກຄົນ​ທີ່ຢູ່​ໃນປະ​ເທດ​ກຳລັງ​ພັດທະນາ.

ໃນ​ຂະນະ​ທີ່​ພວກປະ​ເທດ​ທີ່​ທຸກ​ຍາກ​ກຳລັງ​ຕໍ່ສູ້​ກັບ​ໂຣກຊຳ​ເຮື້ອ ພວກ​ນັກຊ່ຽວຊານ​ທັງຫລາຍ​ເຊື່ອ​ໝັ້ນວ່າ​ເຂົາ​ເຈົ້າສາມາດຮຽນຮູ້ ນຳ​ປະ​ເທດຈະ​ເລີ​ນຮັ່ງມີ​ທີ່​ມີ​ປະສົບ​ການ​ໃນ​ການ​ປິ່ນປົວ​ພະຍາດ​ ເຫລົ່ານີ້ຢູ່​ແລ້ວນັ້ນ.

ນອກ​ນີ້, ລາຍງານກ່ຽວກັບຄວາມສ່ຽງດ້ານສາທາລະນະສຸກຂອງ​ໂລກຍັງໄດ້ພັນລະນາເຖິງ 24 ປະ ເດັນທີ່ມີຜົນກະທົບ​ຕໍ່ສຸຂະພາບ​ຂອງ​ຄົນ​ເຮົາ, ເຊິ່ງລວມມີທັງເລື້ອງຄວາມສ່ຽງທີ່ເກີດຈາກສະພາບ ແວດລ້ອມ, ການກະທໍາ ຫລື ການປະພຶດ ແລະ ຈິດຕະສາດສັງຄົມອັນລວມທັງອາກາດທີ່ເປັນພິດ, ການສູບຢາເປັນຕົ້ນ.

ອົງການ ອະນາໄມໂລກ ຫລື WHO ຍັງ​ໄດ້​ເຕືອນ​ວ່າການກິນອາຫານທີ່ຂາດທາດບໍາລຸງ​ແມ່ນ​ເປັນ ຄວາມສ່ຽງອັນ​ສຳຄັນຕໍ່ສຸຂະພາບ​ຂອງ​ຄົນ​ຢູ່ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ແຕ່​ວ່າ ​ໂຣກອ້ວນພີ ຫລືນ້ຳໜັກເກີນຜັ​ດ​ເປັນບັນ​ຫາ​ໃຫຍ່​ກວ່າ​ຕໍ່ສຸຂະພາບ​ຂອງ​ຄົນ​ຢູ່ໃນ​ພວກ​ປະ​ເທດທີ່​ຈະ​ເລີ​ນແລ້ວເພາະ ວ່າມັນພາໃຫ້ຄົນຕາຍ​ຫລາຍ​ກວ່າ​ການທີ່​ມີ​ນ້ຳໜັກໜ້ອຍກວ່າ​ປົກກະຕິ​ນັ້ນອີກ.
XS
SM
MD
LG