ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຍອມຮັບວ່າບໍ່ສາມາດສົ່ງມົ້ງຫ້ວຍນ້ຳຂາວໄປລາວໃຫ້ໝົດໃນທ້າຍປີນີ້    


​ເຈົ້າຫນ້າທີ່ທະຫານໄທປະຈຳສູນຮອງຮັບຊົ່ວຄາວ ບ້ານຫ້ວຍ ນ້ຳຂາວໃນເຂດອຳເພີເຂົາຄໍ້, ຈັງຫວັດ, ເພັດສະບູນ, ທາງພາກເໜືອຕອນຫລ່າງຂອງປະ ເທດໄທນັ້ນ ໄດ້ຍອມຮັບວ່າ ຄວາມພະຍາຍາມຂອງ ຝ່າຍຄວາມໝັ້ນຄົງຂອງໄທທີ່ຈະດຳເນີນການສົ່ງຊາວ ມົ້ງມີພັກອາໃສຢູ່ສູນຮອງຮັບຊົ່ວຄາວ ກັບຄືນໄປລາວ ໃຫ້ໄດ້ທັງໝົດພາຍໃນປີນີ້ ບໍ່ສາມາດທີ່ຈະເປັນໄປໄດ້ ຢ່າງແນ່ນອນ.

ທັ້ງນີ້ກໍ່ເນື່ອງຈາກວ່າຊາວມົ້ງສ່ວນໃຫຍ່ໃນຈຳນວນ 4.000 ກວ່າຄົນທີ່ພັກອາໃສຢູ່ໃນ ສູນຮອງຮັບຊົ່ວ ຄາວດັ່ງກ່າວນັ້ນ ຍັງຄົງບໍ່ພາກັນສະມັດໃຈເດີນທາງກັບຄືນໄປລາວ ແລະ ກໍ່ຍັງຄົງຮວມຕົວກັນ ເປັນກຸ່ມເປັນກ້ອນ ເພື່ອຄັດຄ້ານແຜນການຂອງການໄທດ້ວຍການບໍ່ຍອມໃຫ້ການຮ່ວມມື ກັບທາງ ການໄທໃນທຸກໆດ້ານ.

ເພາະສະນັ້ນ ເມື່ອປະກອບກັບການທີ່ທາງການໄທເອງ ກໍ່ໄດ້ປະກາດນະໂຍບາຍຢ່າງຈະແຈ້ງແລ້ວ ວ່າ ຈະບໍ່ມີການບີບບັງຄັບໃຫ້ຊາວມົ້ງກັບຄືນໄປລາວ ຈຶ່ງເຮັດໃຫ້ບໍ່ສາມາດທີ່ຈະທຳການສົ່ງຊາວມົ້ງ ກັບຄືນ ໄປລາວໄດ້ຕາມເປົ້າໝາຍແຜນການທີ່ວາງເອົາໄວ້ດັງກ່າວນັ້ນເອງ.

ກ່ອນໜ້ານີ້ ແກນນຳຊາວມົ້ງຢູ່ສູນຮອງຮັບຊົ່ວຄາວບ້ານຫ້ວຍນ້ຳຂາວ, ໄດ້ໄຫ້ການຢືນຢັນກັບ VOA ວ່າທາງ ການໄທໄດ້ດຳເນີນມາດຕະການໃນທຸກວິທີທາງ ເພື່ອກົດດັນໃຫ້ພວກຕົນກັບຄືນ ໄປປະເທດລາວ. ຫາກແຕ່ກໍມີຊາວມົ້ງພຽງແຕ່ສ່ວນໜ້ອຍເທົ່ານັ້ນ ທີ່ໄດ້ພາກັນສະມັກໃຈເດີນ ທາງກັບຄືນໄປລາວ ເນື່ອງຈາກວ່າ ພວກເຂົາເຈົ້າສ່ວນໃຫຍ່ຍັງຄົງບໍ່ໝັ້ນໃຈໃນຄວາມປອດໄພ ຂອງພວກຕົນວ່າ ເມື່ອເດີນທາງກັບຄືນໄປລາວແລ້ວນັ້ນ ຈະໄດ້ຮັບການຄຸ້ມຄອງຫລືເບິ່ງແຍງ ເປັນຢ່າງດີ.

ດ້ວຍເຫດນີ້ ເພື່ອເປັນການຮັບປະກັບວ່າ ຊາວມົ້ງ ທຸກຄົນ ຈະມີຄວາມປອດໄພເມື່ອໄດ້ພາກັນສະມັກ ໃຈເດີນທາງ ກັບຄືນໄປລາວນັ້ນ ຈຶ່ງເຮັດໃຫ້ແກນ ນຳຂອງຊຸມຊົນຊາວມົ້ງ ໄດ້ຮຽກຮ້ອງຂໍໃຫ້ອົງການ ສະຫະປະຊາຊາດເຂົ້າ ມາຫຍຸ້ງກ່ຽວ ເພື່ອໃຫ້ ການເບິ່ງແຍງຊາວມົ້ງທີ່ໄດ້ຖືກສົ່ງກັບຄືນໄປລາວ ແລ້ວຢ່າງໃກ້ຊິດ.

ແຕ່ຢ່າງໃດກໍ່ຕາມທາງການລາວແລະທາງການໄທກໍ່ ໄດ້ຢືນຢັນມາໂດຍຕະຫຼອດວ່າຈະບໍ່ຍອມໃຫ້ພາກສ່ວນ ທີ່ສາມເຂົ້າມາກ່ຽວຂ້ອງໃນບັນຫາຊາວມົ້ງລາວຢູ່ບ້ານຫ້ວຍນ້ຳຂາວຢ່າງເດັດຂາດ, ເນື່ອງຈາກຖືວ່າ ຊາວມົ້ງເຫຼົ່ານີ້ບໍ່ແມ່ນບັນຫາກ່ຽວກັບການອົບພະຍົບໜີໄພສົງຄາມ ຫຼື ຄວາມຂັດແຍ້ງທາງການ ເມືອງ, ແຕ່ຢ່າງໃດ ຫາກແຕ່ເປັນພຽງບັນຫາກ່ຽວກັບການເຂົ້າເມືອງໄທໂດຍຜິດກົດໝາຍ ຈຶ່ງຈະ ຕ້ອງຖືກສົ່ງກັບຄືນໄປລາວສະຖານດຽວ ຊຶ່ງທາງການລາວເອງກໍ່ຢືນຢັນມາວ່າ ພ້ອມທີ່ຈະຮັບເອົາ ຊາວມົ້ງຕະຫຼອດເວລາ.

ໃນຂະນະທີ່ທາງຝ່າຍໄທນັ້ນ ກໍ່ໄດ້ຢືນຢັນທີ່ຈະດຳເນີນການສົ່ງຊາວມົ້ງທຸກຄົນກັບຄືນໄປລາວ ໂດຍ ຈະບໍ່ມີການພິຈາລະນາວ່າຊາວມົ້ງເຄີຍເປັນ CIA ຂອງສະຫະລັດອາເມຣິກາ ໃນໄລຍະສົງຄາມອິນ ໂດຈິນ ຫຼືບໍ່ ເຖິງແມ່ວ່າຜົນຈາກການສອບສວນເບື້ອງຕົ້ນກ່ອນໜ້ານີ້ ຈະພົບວ່າ ໃນຈຳນວນຊາວ ມົ້ງທັງໝົດທີ່ຢູ່ສູນຮອງຮັບຊົ່ວຄາວນັ້ນ ຈະມີອະດິດ CIA ລວມຢູ່ດ້ວຍເຖິງ 8% ເປັນຢ່າງໜ້ອຍກໍ່ ຕາມ.

ໃນປະຈຸບັນ ຍັງເຫຼືອຊາວມົ້ງທີ່ພັກອາໃສຢູ່ສູນຮອງຮັບຈຳນວນ 4.000 ກວ່າຄົນ ສ່ວນທີ່ຖືກທາງ ການໄທສົ່ງໄປໃຫ້ທາງການລາວແລ້ວນັ້ນກໍ່ມີຈຳນວນ 3.000 ກວ່າຄົນ ໂດຍທາງການລາວຢືນ ຢັນວ່າ ໄດ້ໃຫ້ການເບິ່ງແຍງພວກເຂົາເຈົ້າເປັນຢ່າງດີ ໂດຍບາງສ່ວນກໍ່ຖືກສົ່ງກັບຄືນໄປພູມລຳເນົາ ເດີມ ຫຼື ຖ້າຫາກວ່າບໍ່ມີທີ່ຢູ່ອາໃສແລະທີ່ດິນທຳກິນຢູ່ ໃນລາວແລ້ວກໍ່ຈະຖືກສົ່ງ ໄປຢູ່ໃນໝູ່ບ້ານ ຈັດສັນໃໝ່ ກໍ່ຄື ບ້ານຜາຫຼັກ ເມືອງກາສີ ໃນແຂວງວຽງຈັນ.

XS
SM
MD
LG