ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໂອບາມາ ພົບປະກັບ ຜູ້ນຳຄົນໃໝ່ຂອງຍີ່ປຸ່ນ ໃນການເລີ້ມ ການຢ້ຽມຢາມ ເຂດເອເຊັຽຂອງທ່ານ.


ໂອບາມາ - ເອເຊັຽ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ໄດ້ເດີນທາງ ໄປເຖິງກຸງໂຕກຽວແລ້ວ ໃນການເລີ້ມການຢ້ຽມ ຢາມຂົງເຂດເອເຊັຽເປັນເວລາ 8 ມື້ ຂອງທ່ານ. ທ່ານ OBAMA ຈະທຳການ ເຈຣະຈາຫາຣື ກັບນາຍົກ ຣັຖມຸນຕຣີຄົນໃໝ່ ຂອງຍີ່ປຸ່ນ ທ່ານ YUKIO HATOYAMA ທີ່ແນໃສ່ ເພື່ອປັບປຸງ ຄວາມສັມພັນກັບປະເທດ ພັນທະມິດທີ່ດົນນານ ຂອງສະຫະຣັດ. ທ່ານ HATOYAMA ໄດ້ນຳ ພາພັກປະຊາທິປະໄຕທີ່ເປັນກາງອຽງຊ້າຍຂອງ ທ່ານ ເຂົ້າກຳອຳນາດ ໃນເດືອນສິງຫາຜ່ານມາ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນນະໂຍບາຍ ທີ່ເປັນອິສຣະຫຼາຍຂຶ້ນ ໃນຄວາມສັມພັນ ກັບສະ ຫະຣັດ. ທ່ານໄດ້ໂຄສະນາຫາສຽງ ໂດຍໃຫ້ ຄຳໝັ້ນສັນຍາວ່າ ຈະຍ້າຍ ຖານທັບອາກາດ ຂອງທະຫານ ມາຣີນສະຫະຣັດ ອອກໄປຈາກ ເກາະໂອກີນາວາ ໃນພາກໃຕ້ ຂອງປະເທດ ຍີ່ປຸ່ນ ຊຶ່ງຈະເປັນການ ລະເມີດຕໍ່ ຂໍ້ຕົກລົງ ທີ່ໄດ້ບັນລຸກັນ ໃນປີ 2006. ຂໍ້ຕົກລົງສະບັບນີ້ ໄດ້ຮຽກຮ້ອງ ໃຫ້ຍົກຍ້າຍ ຖານທັບອາກາດ FUTENMA ໄປຍັງເຂດ ທີ່ສອກຫລີກ ຂອງເກາະ ໂອກີນາວາ.

ອາເປັກ - ຈີນ: ປະທານປະເທດຈີນທ່ານ HU JINTAO ໄດ້ກ່າວຕໍ່ ບັນດາປະເທດ ໃນເຂດເອ ເຊັຽປາຊີຟິກວ່າ ຈີນ ກຳລັງດຳເນີນງານ ຢ່າງຂຸ້ນ ຂ້ຽວ ເພື່ອເພີ້ມອຸບປະສົງຫລືຄວາມຕ້ອງການສິນ ຄ້າພາຍໃນປະເທດ ແລະຮຽກຮ້ອງໃຫ້ ບັນດາປະ ເທດເຫລົ່ານີ້ ດຳເນີນງານຮ່ວມກັນເພື່ອເປີດກວ້າງ ການຄ້າເສຣີ. ໃນຄຳປາສັຍ ຕໍ່ກອງປະຊຸມສຸດຍອດ ຂອງອົງການໆຮ່ວມມື ທາງດ້ານເສຖກິດ ໃນເຂດ ເອເຊັຽປາຊີຟິກຫລື APEC ນັ້ນທ່ານ HU ໄດ້ຣະ ບຸ ບັນຊີລາຍຊື່ໃນການດຳເນີນ ຄວາມພະຍາຍາມ ຂອງຈີນ ເພື່ອຮັບມື ກັບວິກິຕການ ທາງດ້ານເສຖ ກິດຂອງໂລກ. ທ່ານ HU ກ່າວຕື່ມວ່າ ເວລານີ້ ຈີນກຳລັງເພັ່ງເລັງໃສ່ ການເພີ້ມອຸບປະສົງ ຫລືຄວາມຕ້ອງການ ສິນຄ້າພາຍໃນປະເທດ. ການດຳເນີນ ຄວາມພະຍາຍາມຂອງຈີນເພື່ອ ຊ່ອຍຟື້ນຟູ ເສຖກິດຂອງໂລກ ແມ່ນໄດ້ຮັບ ການຊົມເຊີຍ ຢ່າງກວ້າງຂວາງ ທີ່ກອງປະຊຸມ ອົງການ APEC ໃນສັບປະດານີ້. ຄວາມວິຕົກກັງວົນ ທີ່ມີກ່ອນ ກອງປະຊຸມສຸດຍອດ APEC ກ່ຽວກັບ ຄ່າເງິນຢວນ ຂອງຈີນນັ້ນ ບໍ່ໄດ້ຖືກໃຫ້ຄວາມສຳຄັນໃດໆ ໂດຍພວກຜູ້ນຳ ຂອງປະເທດຕ່າງໆ.

ມຽນມາ - ສະຫະຣັດ: ຣັຖມຸນຕຣີ ການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ແຜນການຈັດການເລືອກ ຕັ້ງໃນປີໜ້າຂອງມຽນມາ ຈະບໍ່ຖືກເບິ່ງວ່າເປັນ ສິ່ງ ທີ່ຖືກຕ້ອງຊອບທັມ ຕາມກົດໝາຍ ນອກ ຈາກວ່າ ຣັຖບານມຽນມາ ຈະເປີດການ ສົນທະ ນາຫາຣື ກັບພັກຝ່າຍຄ້ານ ແລະພວກຊົນກຸ່ມ ນ້ອຍ ໃນປະເທດດັ່ງກ່າວ. ໃນການ ໃຫ້ສຳພາດ ແກ່ວິທຍຸ VOA ທີ່ນະຄອນຫຼວງມະນີລາ ຂອງ ຟີລິບປິນ ໃນວັນສຸກມື້ນີ້ ທ່ານນາງ CLINTON ເວົ້າວ່າ ຖ້າທ່ານນາງ ຫາກມີໂອກາດ ໄດ້ພົບປະ ກັບພວກຜູ້ນຳ ຂອງມຽນມາ ທີ່ສິງກະໂປ ໃນສອງ ສາມມື້ຂ້າງໜ້ານີ້ ທ່ານນາງ ຈະກົດດັນ ພວກຜູ້ນຳ ມຽນມາອີກຄັ້ງນຶ່ງ ອະນຸຍາດໃຫ້ ການເລືອກຕັ້ງ ໃນປີ 2010 ເປັນການເລືອກຕັ້ງ ທີ່ເປີດກວ້າງ ຫລາຍຂຶ້ນ. ທ່ານນາງ CLINTON ກ່າວວ່າ ຄຳເວົ້າຂອງທ່ານນາງ ແມ່ນຄ້າຍຄືກັນ ກັບທີ່ທູດພິເສດ ຂອງສະຫະຣັດ ໄດ້ນຳໄປ ຂະນະເດີນທາງໄປ ຢ້ຽມຢາມມຽນມາ ທີ່ປົກຄອງ ໂດຍຣັຖບານທະຫານ ເມື່ອໄວໆມານີ້ ແລະໄດ້ພົບປະ ກັບພວກຜູ້ນຳມຽນມາ ຕລອດທັງ ຜູ້ນຳພັກຝ່າຍຄ້ານ ນຳດ້ວຍ.

ກຳປູເຈັຽ - ໄທ: ກຳປູເຈັຽໄດ້ຈັບກຸມ ຜູ້ຊາຍ ໄທຄົນນຶ່ງ ທີ່ຖືກກ່າວຫາວ່າ ສອດແນມ ເບິ່ງ ການເຄື່ອນໄຫວຂອງອະດີດ ນາຍົກຣັຖມຸນຕຣີ ທີ່ຖືກໂຄ່ນລົ້ມຂອງໄທທ່ານທັກສິນ ຊິນນະວັດ ອັນເປັນຮ່ອງຮອຍລ່າສຸດທີ່ສະແດງໃຫ້ເຫັນເຖິງ ຄວາມສັມພັນ ທີ່ກຳລັງຊຸດໂຊມລົງ ລະຫວ່າງ ປະເທດເພື່ອນບ້ານທັງສອງ. ເຈົ້າໜ້າທີ່ກຳປູເຈັຽ ກ່າວວ່າ ນາຍສີວະຣັກ ໂຊຕິພົງ ພະນັກງານ ຂອງອົງການ ບໍຣິການ ການຈະລາຈອນ ທາງ ອາກາດ ກຳປູເຈັຽ ຖືກກ່າວຫາວ່າ ໄດ້ລັກຂະ ໂມຍ ກຳນົດການເດີນທາງ ກ່ຽວກັບຖ້ຽວບິນ ຂອງທ່ານທັກສິນແລະສົ່ງໄປໃຫ້ພວກນັກການ ທູດ ທີ່ສະຖານທູດໄທ ໃນນະຄອນຫລວງ ພະນົມເປັນ. ນາຍສີວະຣັກ ໄດ້ໄປປາກົດໂຕ ທີ່ສານເຂດ ໃນມື້ວັນພະຫັດ ວານນີ້ ແລະຖືກກ່າວຫາວ່າ ລັກຂະໂມຍຂໍ້ມູນ ທີ່ອາດເປັນ ອັນຕະລາຍ ຕໍ່ຄວາມໝັ້ນຄົງແຫ່ງຊາດ. ຖ້າຫາກຖືກພົບເຫັນວ່າ ມີຄວາມຜິດ ຜູ້ກ່ຽວອາດຈະໄດ້ ຮັບໂທດຈຳຄຸກ ດົນເຖິງ 15 ປີ.

ຈີນ - ພາຍຸຫິມະ: ເຈົ້າໜ້າທີ່ຈີນກ່າວວ່າ ພາຍຸ ຫິມະ ທີ່ມາຂ້ອນຂ້າງໄວຜິດປົກກະຕິໃນພາກເໜືອ ຂອງຈີນ ເຮັດໃຫ້ມີ ຜູ້ເສັຽຊີວິດຢ່າງນ້ອຍ 38 ຄົນ ແລະສ້າງຄວາມເສັຽຫາຍອີກ ຕົກເປັນເງິນຫຼາຍກວ່າ 500 ລ້ານໂດລາ. ເຈົ້າໜ້າທີ່ເວົ້າວ່າ ພາຍຸຫິມະຫົວ ນີ້ ແມ່ນເປັນພາຍຸ ທີ່ຮ້າຍແຮງສຸດ ເທົ່າທີ່ເຄີຍພົບ ເຫັນມາ ໃນພາກເໜືອຂອງຈີນ ໃນຮອບເກືອບ 6 ທົສວັດ. ກະຊວງ ກິຈການພົລເຮືອນ ຂອງຈີນກ່າວ ວ່າ ມີປະຊາຊົນ ຫລາຍກວ່າ 4 ລ້ານ 7 ແສນຄົນ ໄດ້ຮັບຜົນກະທົບ ຈາກພາຍຸດັ່ງກ່າວ ຊຶ່ງເຮັດໃຫ້ຕຶກ ອາຄານ ຫລາຍກວ່າ 7 ພັນຫລັງ ພັງທະລາຍ ລົງ. ມີຢ່າງນ້ອຍ 19 ຄົນ ຂອງພວກທີ່ ເສັຽຊີວິດ ແມ່ນຕາຍຍ້ອນ ອຸບັດຕິເຫດ ທາງຖນົນ. ພາຍຸ ຫິມະຫົວນີ້ ໄດ້ບັງຄັບໃຫ້ ມີການປິດ ສນາມບິນ ເປັນບາງສ່ວນ ຫລືທັງໝົດ ທີ່ນະຄອນຫຼວງປັກກິ່ງ ເມືອງ TAIYUAN, XIAN, SHIJIAZHAUNG ແລະຫົວເມືອງ ນ້ອຍໆອື່ນໆອີກ. ນອກນັ້ນ ພາຍຸທີ່ວ່ານີ້ ຍັງໄດ້ບັງຄັບ ໃຫ້ມີການປິດ ທາງຫລວງຮາຍ-ເວຍ ໃນພາກເໜືອຂອງຈີນ ແລະເຮັດໃຫ້ ການສັນຈອນ ທາງຣົດໄຟ ຊັກຊ້າ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍຣົດຣະເບີດສະລະຊີບ ທີ່ແນ ໃສ່ສຳນັກງານໃຫຍ່ ຂອງໜ່ວຍສືບລັບ ປາກິສ ຖານ ທີ່ເມືອງ PESHAWAR ເຮັດໃຫ້ມີ ຜູ້ ເສັຽຊີວິດ ຢ່າງນ້ອຍ 10 ຄົນ ແລະບາເຈັບ ອີກຈຳນວນນຶ່ງ. ເຫດຣະເບີດ ໃນຕອນເຊົ້າມື້ນີ້ ໄດ້ທຳລາຍ ສ່ວນໃຫຍຂອງອາຄານ 3 ຊັ້ນ ທີ່ ເປັນສຳນັກງານປະສານງານ ຂອງໜ່ວຍສືບລັບ ປາກິສຖານ. ສຳນັກງານສືບລັບດັ່ງກ່າວນີ້ ແມ່ນ ເປັນຜູ້ກຳກັບ ເບິ່ງແຍງນຳ ການປະຕິບັດງານຕໍ່ ຕ້ານການກໍ່ການຮ້າຍ ຂອງຣັຖບານ ໃນເຂດຊົນ ເຜົ່າ ທີ່ມີຊາຍແດນ ຕິດກັບອັຟການິສຖານ. ເມືອງ PESHAWAR ຊຶ່ງຕັ້ງຢູ່ ໃນພາກຕາເວັນ ຕົກສຽງເໜືອ ຂອງປາກິສຖານ ບໍ່ໄກ ຈາກເຂດທີ່ ຣັຖບານບຸກໂຈມຕີ ພວກກະບົດທາລີບານນັ້ນ ໄດ້ຕົກເປັນເປົ້າ ໃນການໂຈມຕີເລື້ອຍໆ ຂອງພວກຫົວຮຸນແຮງ. ສ່ວນເຫດຮ້າຍ ອີກອັນນຶ່ງ ໃນວັນສຸກມື້ນີ້ ຕຳຣວດເວົ້າວ່າ ໄດ້ມີການໂຈມຕີ ດ້ວຍຣົດຣະເບີດ ໃສ່ປົດຕຳຣວດແຫ່ງນຶ່ງ ໃກ້ໆເມືອງ BANNU ໃນພາກ ຕາເວັນຕົກ ສຽງເໜືອ ຂອງປາກິສຖານ ຊຶ່ງມີຜູ້ເສັຽຊີວິດ ຢ່າງນ້ອຍ 6 ຄົນ ແລະບາດເຈັບອີີກ 23 ຄົນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG