ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ສັ່ງໃຫ້ດັດແກ້ທາງເລືອກຕ່າງໆ ກ່ຽວກັບຍຸທສາດ ໃນການເຮັດສົງຄາມ ຢູ່ອັຟການິສຖານ


ສະຫະຣັດ - ອັຟການິສຖານ: ເຈົ້າໜ້າທີ່ ອະວຸໂສທ່ານນຶ່ງ ຂອງທຳນຽບຂາວ ກ່າວວ່າ ປະທານາທິບໍດີ BARACK OBAMA ໄດ້ ຮຽກຮ້ອງໃຫ້ຄະນະທີ່ປຶກສາ ທາງດ້ານຄວາມ ໝັ້ນຄົງແຫ່ງຊາດຂອງທ່ານ ດັດແກ້ທາງເລືອກ ຕ່າງໆ ກ່ຽວກັບຍຸທສາດ ໃນການເຮັດສົງຄາມ ຂອງສະຫະຣັດ ໃນອັຟການິສຖານນັ້ນ. ທ່ານ OBAMA ໄດ້ຮ້ອງຂໍ ໃຫ້ມີການດັດແປງແກ້ ໄຂດັ່ງກ່າວ ໃນມື້ວານນີ້ ໃນລະຫວ່າງການ ທົບທວນ ເທື່ອລ່າສຸດ ກ່ຽວກັບນະໂຍບາຍ ອັຟການິສຖານ ຂອງທ່ານ. ເຈົ້າໜ້າທີ່ເວົ້າວ່າ ປະທານາທິບໍດີ OBAMA ຢາກໃຫ້ ຄະນະທີ່ປຶກສາ ຂອງທ່ານ ພິຈາຣະນາເບິ່ງວ່າ ທະຫານສະຫະຣັດ ຈະສາມາດ ມອບໂອນ ຄວາມຮັບຜິດຊອບ ໃນດ້ານ ຄວາມປອດພັຍ ໃຫ້ແກ່ ຣັຖບານກາບູລ ໄດ້ແບບໃດ ແລະໃນເວລາໃດ. ເຈົ້າໜ້າທີ່ ຣັຖບານ ສະຫະຣັດ ກ່າວວ່າ ທ່ານ OBAMA ຢາກໃຫ້ ປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ຮູ້ຢ່າງເປັນທີ່ຈະແຈ້ງວ່າ ພັນທະ ຂອງສະຫະຣັດ ໃນອັຟການິສຖານ ບໍ່ແມ່ນວ່າ ເປີດກວ້າງ ຢ່າງບໍ່ມີມື້ສິ້ນສຸດ.

ໂອບາມາ - ເອເຊັຽ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ອອກເດີນ ທາງໄປຢ້ຽມຢາມ ຂົງເຂດເອເຊັຽ ເປັນເທື່ອທຳ ອິດ ໃນວັນພະຫັດມື້ນີ້ ໂດຍມີເຣື່ອງ ເສຖກິດ ແລະການຂາດດຸນການຄ້າ ທີ່ເພີ້ມທະວີຂຶ້ນ ກັບຈີນນັ້ນ ເປັນຫົວຂໍ້ ສຳຄັນ ໃນການເຈຣະຈາ ຫາຣື. ທຳນຽບຂາວ ກ່າວວ່າ ປະທານາທິບໍດີ OBAMA ຈະຖແລງ ກ່ຽວກັບ ການສ້າງວຽກເຮັດງານທຳ ແລະການເຕີບໂຕ ຂອງເສຖກິດ ກ່ອນທີ່ທ່ານ ຈະຂຶ້ນເຮືອບິນ ອອກເດີນທາງ ໄປເອເຊັຽ. ການຢ້ຽມຢາມເອເຊັຽ ເປັນເວລາ 9 ມື້ ຂອງທ່ານ OBAMA ຈະເລີ້ມທີ່ກຸງ ໂຕກຽວ ປະເທດຍີ່ປຸ່ນ ແລະຮວມທັງ ການຢຸດແວ່ ທີ່ສິງກະໂປ ເພື່ອເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອົງການໆຮ່ວມມື ທາງດ້ານເສຖກິດ ໃນເຂດເອເຊັຽ-ປາຊີຟິກ ຫລື APEC ແລະຫລັງຈາກນັ້ນ ກໍຈະຢຸດແວ່ຢ້ຽມຢາມ ນະຄອນຊຽງໄຮ້ ກຸງປັກກິ່ງ ແລະກຸງໂຊລ ນະຄອນຫລວງ ຂອງເກົາຫລີໃຕ້. ທ່ານ OBAMA ໄດ້ກ່າວວ່າ ເວລາທ່ານ ເດີນທາງໄປຢ້ຽມຢາມ ປະເທດຈີນ ທ່ານຈະໄດ້ ໂອ້ລົມກັບຈີນ ກ່ຽວກັບເຣື່ອງ ການຕັ້ງຣາຄາ ເງິນຕຣາຂອງຈີນໃໝ່ ຕລອດທັງ ການຊຸກຍູ້ ໃຫ້ຜູ້ບໍຣິໂພກຊາວຈີນ ໃຊ້ຈ່າຍເງິນເພີ້ມຂຶ້ນ.

ມຽນມາ: ຣັຖມຸນຕຣີການຕ່າງປະເທດ ສະຫະ ຣັດທ່ານນາງ HILLARY CLINTON ໄດ້ທຳ ການຮຽກຮ້ອງ ອີກຄັ້ງນຶ່ງ ໃຫ້ປ່ອຍ ທ່ານນາງອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ແບບບໍ່ມີເງື່ອນໄຂ. ທ່ານນາງ CLINTON ກ່າວຕໍ່ພວກນັກຂ່າວ ທີ່ກຸງມະນີລາ ໃນວັນພະຫັດ ມື້ນີ້ວ່າ ຣັຖບານສະຫະຣັດ ເຊື່ອວ່າ ການຈັບກຸມຄຸມຂັງ ທ່ານນາງອອງຊານຊູຈີ ເປັນເວລາຫລາຍໆປີ ຜ່ານມານັ້ນ ແມ່ນບໍ່ມີເຫດຜົນໃດໆ ສນັບສນູນ ແລະກໍບໍ່ໄດ້ອິງໃສ່ ຄວາມວິຕົກກັງວົນໃດໆ ນອກເໜືອໄປຈາກ ບົດບາດຂອງທ່ານນາງ ໃນຖານະ ຜູ້ນຳພັກການເມືອງ ຝ່າຍຄ້ານ. ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງທ່ານນາງ ອອງຊານຊູຈີ ໄດ້ຊະນະການເລືອກຕັ້ງ ໃນປີ 1990 ແຕ່ໄດ້ຖືກຫ້າມ ບໍ່ໃຫ້ເຂົ້າກຳອຳນາດ. ທ່ານນາງໄດ້ຖືກກັກຂັງ ບໍ່ໃນຮູບໃດ ກໍຮູບນຶ່ງ ເປັນເວລາ 14 ປີ ໃນໄລຍະ 20 ປີ ຜ່ານມານີ້. ແນວໃດກໍຕາມ ທ່ານນາງ CLINTON ກ່າວຕໍ່ໄປວ່າ ອາດສາມາດມີ ການຕິດຕໍ່ໃນລະດັບສູງ ລະຫວ່າງ ພວກຜູ້ນຳ ທະຫານມຽນມາ ແລະເຈົ້າໜ້າທີ່ ສະຫະຣັດ ຮວມທັງທ່ານນາງເອງ ເວລາພວກທ່ານ ໄປຮ່ວມ ກອງປະຊຸມສຸດຍອດ ຂອງອົງການຮ່ວມມື ທາງດ້ານເສຖກິດ ໃນເຂດເອເຊັຽ-ປາຊີຟິກ ຫລື APEC ໃນວັນອາທິດ ຈະມານີ້ ທີ່ສິງກະໂປ.

ເກົາຫລີເໜືອ: ເກົາຫລີເໜືອກ່າວວ່າ ເກົາຫລີ ໃຕ້ຈະ​ໄດ້ຊົດໃຊ້ “ຄ່າເສັຍຫາຍ ຢ່າງແພງ” ສຳ ລັບການຍິງປືນ ໃສ່ເຮືອລາຕເວນ ຂອງເກົາຫລີ ເໜືອໃນມື້ວັນອັງຄານຜ່ານມາ. ບົດວິຈານຂອງ ໜັງສືພິມ RODONG SINMUN ຊຶ່ງເປັນໜັງສືພິມ ຂອງທາງການ ເກົາຫລີເໜືອ ສະບັບທີ່ອອກ ໃນວັນພະຫັດມື້ນີ້ ເວົ້າວ່າ ການປະທະກັນ ໃນເຂດທະເລເຫລືອງ ບໍ່ແມ່ນອຸບັດຕິເຫດ ແຕ່ເປັນການຮຸກຮານ ທີ່ໄດ້ວາງແຜນໄວ້ ລ່ວງໜ້າແລ້ວ ຂອງເກົາຫລີໃຕ້. ບົດວິຈານເວົ້າຕື່ມວ່າ ເຫດຮ້າຍທີ່ວ່ານີ້ ແມ່ນມີວັດຖຸປະສົງ ເພື່ອເຮັດໃຫ້ ມີຄວາມເຄັ່ງຕຶງເພີ້ມຂຶ້ນ ແລະທຳລາຍ ບັນຍາກາດ ໃນທາງສ້າງສັນ ລະຫວ່າງ ປະເທດທັງສອງ. ກອງທັບເກົາຫລີໃຕ້ ໄດ້ຮັບຄຳສັ່ງ ໃຫ້ຢູ່ໃນທ່າກຽມພ້ອມ ໃນຣະດັບສູງ ເພື່ອຮັບມື ກັບການໂຈມຕີຕອບໂຕ້ ທີ່ອາດມີຂຶ້ນ ຫລັງຈາກ ໄດ້ມີການ ຍິງປືນໃສ່ເຮືອ ເກົາຫລີເໜືອ ຈົນລຸກໃໝ້ເປັນໄຟ ໃນມື້ວັນອັງຄານ ຜ່ານມາ. ເກົາຫລີໃຕ້ກ່າວວ່າ ຕົນໄດ້ຍິງປືນເຕືອນ ຫລັງຈາກ ເຮືອລາຕເວນ ເກົາຫລີເໜືອ ໄດ້ຂ້າມເຂດແດນທາງນ້ຳ ເຂົ້າໄປໃນເຂດຂອງຕົນ ໃນທະເລເຫລືອງ.

ຈີນ - ຄຸກມືດ: ກຸ່ມປົກປ້ອງສິດທິມະນຸດກຸ່ມ ນຶ່ງ ໄດ້ກ່າວຫາ ເຈົ້າໜ້າທີ່ຈີນວ່າ ທຳການລັກ ພາໂຕ ປະຊາຊົນ ເປັນປະຈຳ ແລະຄຸມຂັງ ພວກເຂົາເຈົ້າໄວ້ ຢ່າງຜິດກົດໝາຍ ເປັນເວລາ ຫຼາຍໆມື້ ຫລືບໍ່ກໍຫລາຍໆເດືອນ ເພື່ອປ້ອງກັນ ບໍ່ໃຫ້ພວກເຂົາເຈົ້າ ນຳເອົາຄວາມບໍ່ພໍໃຈຂອງ ເຂົາເຈົ້າ ໄປຟ້ອງຕໍ່ ຣັຖບານກາງ. ກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ທີ່ມີສຳນັກງານ ຢູ່ນະຄອນນິວຢອກ ກ່າວໃນລາຍງານ ຂອງຕົນວ່າ ພວກທີ່ຖືກຄຸມຂັງ ຢູ່ບ່ອນຄຸມຂັງ ຜິດກົດໝາຍ ຫລືຄຸກມືດນັ້ນ ຫລາຍໆຄົນ ແມ່ນເປັນພວກທີ່ໄດ້ ສົ່ງຄຳຮ້ອງຮຽນ ໄປຍັງເຈົ້າໜ້າທີ່ ເພື່ອຂໍໃຫ້ແກ້ໄຂ ບັນຫາຮ້ອງທຸກ ຂອງເຂົາເຈົ້າ ແລະວ່າ ພວກທີ່ຮ້ອງຮຽນໄປ ໄດ້ຖືກລ່ວງລະເມີດ ທັງທາງດ້ານຮ່າງກາຍ ແລະດ້ານຈິດໃຈ ແລະຖືກຄຸມຂັງ ແບບຜິດກົດໝາຍ ໂດຍເຈົ້າໜ້າທີ່ຣັຖບານ ກຳລັງຮັກສາຄວາມສະງົບ ແລະສາຍລັບ ຂອງພວກເຂົາ. ກຸ່ມ HUMAN RIGHTS WATCH ຮຽກຮ້ອງໃຫ້ຈີນ ປິດບ່ອນຄຸມຂັງ ທີ່ຜິດກົດໝາຍເຫລົ່ານີ້.

ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ມືປືນຄົນນຶ່ງ ຫລືບໍ່ກໍຫລາຍກວ່ານັ້ນ ໄດ້ຍິງສັງ ຫານ ໂຄສົກກົງສຸນອີຣ່ານ ທີ່ເມືອງ PESHA WAR ຊຶ່ງເປັນຄົນ ປາກິສຖານ. ເຈົ້າໜ້າທີ່ ກ່າວວ່າ ນາຍ ABUL HASAN JAFFRI ໄດ້ຖືກຍິງຕາຍ ໃນວັນພະຫັດ ມື້ນີ້ ຂະນະທີ່ຜູ້ ກ່ຽວ ພວມອອກຈາກເຮືອນ ທີ່ຄຸ້ມ GULBERG ແລະຜູ້ກ່ຽວ ເສັຽຊີວິດ ຂະນະທີ່ ຖືກນຳໂຕ ສົ່ງໂຮງພະຍາບານ. ການໂຈມຕີ ມີຂຶ້ນເກືອບນຶ່ງປີເຕັມ ຫລັງຈາກ ພວກມືປືນ ໄດ້ລັກພາໂຕ ນັກການທູດ ອີຣ່ານຄົນນຶ່ງ ຂະນະທີ່ລາວ ພວມຂັບຣົດ ໄປໂຮງການຂອງ ລາວ ທີ່ເມືອງ PESHAWAR. ການໂຈມຕີ ຂອງພວກຫົວຮຸນແຮງ ໄດ້ມີເພີ້ມຂຶ້ນ ໃນເຂດ ພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ທີ່ຕັ້ງຢູ່ຕິດກັບ ເຂດຊົນເຜົ່າ ໃກ້ໆບໍຣິເວນຊາຍແດນ ອັຟການິສຖານ ບ່ອນທີ່ທະຫານຣັຖບານ ພວມທຳການບຸກໂຈມຕີ ພວກກະບົດ ທາລີບານນັ້ນ. ໃນມື້ວານນີ້ ເຈົ້າໜ້າທີ່ກ່າວວ່າ ມີທະຫານປາກິສຖານ ຢ່າງນ້ອຍ 10 ຄົນ ໄດ້ເສັຽຊີວິດ ໃກ້ໆຊາຍແດນ ອັຟການິສຖານ ໃນເຫດຮ້າຍ 2 ຄັ້ງ ທີ່ເກີດຂຶ້ນທີ່ນັ້ນ.

ເຊີນທ່ານຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG