ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

26% ຂອງປະຊາຊົນລາວຍັງມີຊີວິດຢູ່ໃນສະພາບຍາກຈົນທີ່ສຸດ


ທາງການລາວຍອມຮັບວ່າ ຫລາຍ​ກວ່າ 26% ຂອງພົນລະ​ເມືອງ​ລາວ ຍັງມີ​ສະພາບ​ຊີວິດ​ການ​ເປັນ​ຢູ່​ທີ່​ທຸກຍາກ​ທີ່​ສຸດທັງ​ນີ້ກໍ​ເປັນຍ້ອນວ່າ ການ​ດຳ​ເນີນໂຄງການ​ພັດທະນາ ຕ່າງໆເພື່ອ​ລົບລ້າງ​ຄວາມທຸກ​ຈົນ ຂອງປະ​ເທດນັ້ນຍັງ​ຂາດປະສິດທິ ພາບ​ຢູ່.

ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍ​ົກ ລັດ​ຖະມົນຕີ​ລາວ ​ໄດ້​ຖະ​ແຫຼງຢືນ​ຢັນ​ວ່າ ການ​ດຳ​ເນີນ​ແຜນ​ການ​ລົບ​ລ້າງ​ບັນຫາ​ຄວາມທຸກ​ຍາກ​ຂອງ​ປະຊາ ຊົນລາວ​ດ້ວຍ​ການ​ພັດ​ທະນາຊົນນະບົດຮອບດ້ານ​ທີ່​ສຸມ​ໃສ່​ການ​ພັດ​ທະນາ​ໃນພາກ ກະສິກຳ, ການ​ສຶກສາ, ສາທາລະນະສຸກ ​ແລະ ​ລະບົບ​ໂຄງ​ຂ່າຍ​ພື້ນ​ຖານ​ຕ່າງໆໃນ ​ໄລຍະ​ແຜນ​ການ​ປະຈຳ​ປີ 2008-2009 ທີ່​ຜ່ານ​ມານັ້ນ ລັດຖະບານ​ລາວ​ໄດ້​ໃຊ້​ຈ່າຍງົບ ປະມານ ​ໄປ​ທັງໝົດຫຼາຍກວ່າ 296 ຕື້​ກີບ ຫຼື ເກືອບເຖິງ $35 ລ້ານ ໂດລາສະຫະລັດ.

ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ດຳ​ເນີນ​ໂຄງການ​ພັດ​ທະນາ​ຕ່າງໆ​ນັ້ນກໍ່​ປະກົດວ່າສາມາດ​ເຮັດ​ໃຫ້​ ລະບົບຄອງຊົນລະ ປະທານ​ສາມາດ​ຕອບ​ສະໜອງ​ນ້ຳ​ໃຫ້​ແກ່ເນື້ອ​ທີ່​ນາ​ໄດ້ກວ້າງ​ເຖິງ 230 ພັນເຮັກຕາໃນຊ່ວງ​ລະດູ​ຝົນ ​ແລະ 117 ພັນ ເຮັກຕາ​ໃນ​ຊ່ວງລະດູ​ແລ້ງ​ຊຶ່ງ​ກໍ່​ເຮັດ ໃຫ້​ມີ​ຜົນຜະ​ລິດເຂົ້າລວມເຖິງ 2 ລ້ານ 8 ແສນ​ໂຕນ ​ແລະ​ກໍ່​ສາມາດຄິດໄລ່ສະ ເລ່ຍຕໍ່​ປະຊາກອນລາວ​ໄດ້​ເຖິງ 500 Kg ຕໍ່​ຄົນ​ຕໍ່​ປີ.

ສ່ວນ​ໃນ​ດ້ານ​ການ​ສຶກສານັ້ນ ກໍ່​ສາມາດ​ເຮັດ​ໃຫ້​ມີ​ໂຮງຮຽນປະຖົມ​ໃນ 94% ຂອງ​ຈຳນວນ​ໝູ່​ບ້ານ​ທັງ ໝົດ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ກໍ່​ເຮັດ​ໃຫ້ 91.6% ຂອງ​ຈຳນວນ​ເດັກນ້ອຍ​ລາວ​ໃນ​ໄວ​ຮຽນໜັງສືທັງໝົດ​ໄດ້​ມີ​ໂອກາດ​ເຂົ້າຮຽນ​ໜັງສື ​ໃນ​ຂະນະ​ທີ່ 68% ຂອງ​ເຍົາ​ວະ​ຊົນ​ລາວ​ທັງໝົດ​ນັ້ນກໍ່​ໄດ້​ຮຽນ​ໜັງສື​ໃນ​ລະດັບ​ຊັ້ນມັດ​ທະຍົມ​ຕົ້ນ​ໃນ​ທົ່ວ​ປະ​ເທດ.

ສຳລັບ​ໃນ​ດ້ານ​ສາທາລະນະ​ສຸກ​ນັ້ນກໍ່​ສາມາດ​ພັດ​ທະນາ​ແຫລ່ງ​ນ້ຳກິນ ນ້ຳ​ໃຊ້​ທີ່​ສະອາດ​ໃຫ້​ແກ່ປະຊາ ຊົນລາວ​ໄດ້​ເຖິງ 76% ຂອງ​ຈຳນວນ​ປະຊາກອນ​ລາວ​ທັງ​ໝົດ​.

ສ່ວນເສັ້ນທາງຄົມມະນາຄົມຂົນສົ່ງກໍສາ ມາດເຊື່ອມຕໍ່ລະຫວ່າງ​ເຂດ​ຊົນນະບົດ ກັບເຂດຕົວ​ເມືອງ​ໄດ້ໃນສອງລະດູ ຢູ່​ໃນ​ເຂດ 136 ​ເມືອງ​ຈາກທັງໝົດ 141 ​ເມືອງ​ ໃນ​ທົ່ວ​ ປະ​ເທດ​ລາວ.

​ໃນ​ຂະນະ​ທີ່​ການ​ສຳຫລວດ​ເມື່ອ​ປີ 2002 ທີ່ຜ່ານມາກໍພົບ​ວ່າ​ມີ​ປະຊາກອນ​ລາວ​ຍາກ​ຈົນ​ຢູ່ 33.5% ຊຶ່ງ​ກໍ່​ໝາຍ​ຄວາມ​ວ່າ​ໃນ​ໄລຍະ 7 ປີ​ຜ່ານມານີ້​ລັດ​ຖະບານ​ລາວ​ສາມາດ​ຫຼຸດຜ່ອນ​ປັນຫາ​ທຸກຈົນ​ຂອງ​ປະຊາຊົນ​ລາວ​ລົງ​ໄດ້​ພຽງ​ແຕ່ 7.5% ​ເທົ່າ​ນັ້ນ. ທັ້ງນີ້​ໂດຍ​ມີ​ສາ​ເຫດ​ສຳຄັນ​ປະການ​ນຶ່ງ​ມາ​ຈາກ​ການ​ໃຊ້​ຈ່າຍ​ງົບປະ​ມານ​ທີ່​ຂາດ​ປະສິດທິພາບ.

XS
SM
MD
LG