ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານນາງຄລິນຕັນ ສົນທະນາຫາຣື ກ່ຽວກັບເຣື່ອງ ເກົາຫຼີເໜືອ ມຽນມາ ທີ່ກອງປະຊຸມ ສຸດຍອດອາເປັກ


ຄລິນຕັນ - ອາເປັກ: ຣັຖມຸນຕຣີການຕ່າງ ປະເທດສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ນັກການທູດ ອະວຸໂສ ຂອງສະຫະຣັດ ຈະເດີນທາງໄປ ເກົາຫລີເໜືອ ເພື່ອເຈຣະຈາຫາຣື ກັບອຳນາດ ການປົກຄອງ ຄອມມູນິສທີ່ນັ້ນ ທັງໆທີ່ໄດ້ ມີການປະທະກັນ ທາງທະເລ ລະຫວ່າງເກົາຫລີເໜືອ ແລະເກົາ ຫລີໃຕ້ ໃນມື້ວານນີ້. ທ່ານນາງ CLINTON ໄດ້ໃຫ້ທັສນະດັ່ງກ່າວ ໃນວັນພຸດມື້ນີ້ ຢູ່ຂ້າງ ນອກຂອງກອງປະຊຸມສຸດຍອດ ອົງການໆຮ່ວມ ມືທາງດ້ານເສຖກິດ ໃນເຂດເອເຊັຽ ປາຊີຟິກ ຫລື APEC ທີ່ສິງກະໂປ. ກະຊວງ ການຕ່າງປະເທດ ສະຫະຣັດ ໄດ້ປະກາດ ໃນມື້ວານນີ້ວ່າ ຕົນໄດ້ຕົກລົງ ທີ່ຈະສົ່ງທູດພິເສດ ທ່ານ STEPHEN BOSWORTH ໄປຍັງນະຄອນຫຼວງພຽງຢາງ ໃນຄວາມພະຍາຍາມ ເພື່ອຮື້ຟື້ນ ການເຈຣະຈາ 6 ຝ່າຍ ກ່ຽວກັບໂຄງການນິວເຄລັຽ ຂອງເກົາຫລີເໜືອ. ພຽງຢາງ ໄດ້ຖອນໂຕ ຈາກກອງປະຊຸມດັ່ງກ່າວ ໃນເດືອນເມສາປີນີ້. ເຮືອຣົບຂອງ 2 ເກົາຫລີ ທີ່ເປັນຄູ່ປໍຣະປັກ ໄດ້ປະທະກັນ ໃນມື້ວານນີ້ ຢູ່ໃນເຂດນ່ານນ້ຳ ນອກແຄມຝັ່ງທະເລ ທາງກ້ຳຕາເວັນຕົກ ຂອງແຫລມເກົາຫລີ.

ກຳປູເຈັຽ - ໄທ: ກຳປູເຈັຽ ໄດ້ປະຕິເສດ ຕໍ່ ການຮ້ອງຂໍ ຂອງທາງການໄທທີ່ຢາກໃຫ້ກຳປູ ເຈັຽ ສົ່ງໂຕອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ຊຶ່ງກຳລັງຢ້ຽມຢາມ ກຳປູເຈັຽຢູ່ໃນ ເວລານີ້ ໃຫ້ແກ່ຕົນ. ໃນວັນພຸດມື້ນີ້ ພວກນັກ ການທູດໄທ ໄດ້ຍື່ນຄຳຮ້ອງ ຕໍ່ເຈົ້າໜ້າທີ່ກຳ ປູເຈັຽ ໃຫ້ຈັບ ແລະສົ່ງໂຕ ທ່ານທັກສິນ ໃຫ້ ແກ່ທາງການໄທ. ທ່ານທັກ ສິນໄດ້ເດີນທາງ ໄປເຖິງກຳປູເຈັຽ ໃນມື້ວານນີ້ ບ່ອນທີ່ທ່ານ ໄດ້ຖືກແຕ່ງຕັ້ງ ໃຫ້ເປັນທີ່ປຶກສາ ທາງດ້ານເສຖກິດ ຂອງທ່ານຮຸນເຊນ ນາຍົກຣັຖມຸນຕຣີກຳປູເຈັຽ. ກຳປູເຈັຽ ໄດ້ສົ່ງໜັງສື​ ທາງ​ການ​ທູດ ຕອບຢ່າງເປັນທາງການ ປະຕິເສດ ຕໍ່ການຮ້ອງຂໍ ຂອງຝ່າຍໄທ. ທ່ານທັກສິນ ໄດ້ໜີອອກຈາກ ປະເທດໄທ ເມື່ອນຶ່ງປີກວ່າມາແລ້ວ ເພື່ອຫລົບໜີ ການຖືກໂທດ ຈຳຄຸກເປັນເວລາ 2 ປີ ໃນຂໍ້ຫາ ສໍ້ຣາດບັງຫລວງ. ຣັຖບານ​ກຳປູ​ເຈັຽ ​ໄດ້​ກ່າວ​ມາ​ແລ້ວ​ວ່າ ຕົນ​ຖື​ວ່າ ການ​ຕັດສິນ​ໂທດ ​ທ່ານທັກສິນ​ນັ້ນ ມີ​ສາ​ເຫດ​ ທາງ​ການ​ເມືອງ. ເພື່ອເປັນການຕອບໂຕ້ ຕໍ່ການຕັດສິນໃຈ ຂອງກຳປູເຈັຽ ຣັຖບານໄທໄດ້ຂູ່ວ່າ ຈະຍົກເລີກ ສົນທິສັນຍາ ໃນການສົ່ງຜູ້ຮ້າຍຂ້າມແດນ ກັບກຳປູເຈັຽ ແລະທົບທວນເບິ່ງ ຂໍ້ຕົກລົງຮ່ວມ​ກັນອື່ນໆ ຖ້າກຳປູເຈັຽ ຫາກບໍ່ຍອມ ສົ່ງທ່ານທັກສິນ ໃຫ້ແກ່ທາງການໄທ.

ໂອບາມາ - ເອເຊັຽ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ມີຫລາຍເຣື່ອງ ທີ່ຈະສົນທະນາຫາຣື ກັບນາຍົກຣັຖມຸນຕຣີຍີ່ປຸ່ນ ທ່ານ YUKIO HATOYAMA ເວລາພວກທ່ານ ພົບປະກັນ ທີ່ກຸງໂຕກຽວ ໃນທ້າຍສັບປະດານີ້. ເປັນທີ່ຄາດກັນວ່າ ພວກຜູ້ນຳທັງ 2 ຈະສົນທະ ນາຫາຣືກັນ ກ່ຽວກັບອະນາຄົດ ຂອງເຂດເອເຊັຽ ຕາເວັນອອກ ໃນການພົບປະ ຊຶ່ງຈະມີຂຶ້ນ ໃນມື້ ວັນສຸກ ຮວມທັງການສືບຕໍ່ເຈຣະຈາ ກ່ຽວກັບ ໂຄງການນິວເຄລັຽ ຂອງເກົາຫລີເໜືອ ແລະການເຕີບໂຕ ຢ່າງໃຫຍ່ ຂອງເສຖກິດຈີນ. ນອກນັ້ນ ຍັງເປັນທີ່ຄາດກັນວ່າ ພວກທ່ານຈະໄດ້ສົນທະນາຫາຣືກັນ ກ່ຽວກັບ ການຮ່ວມມື ທາງດ້ານທະຫານ ລະຫວ່າງປະເທດທັງສອງ. ຍີ່ປຸ່ນໄດ້ໃຫ້ຄຳໝັ້ນສັນຍາ ໃນມື້ວານນີ້ວ່າ ຈະໃຫ້ການຊ່ອຍເຫລືອໃໝ່ 5 ພັນລ້ານໂດລາ ໃນໄລຍະ 5 ປີຂ້າງໜ້າ ເພື່ອບູຣະນະສ້າງສາ ອັຟການິສຖານ ຂະນະທີ່ຍີ່ປຸ່ນ ຈະຢຸດເຊົາ ການປະຕິບັດງານ ຂອງເຮືອຕື່ມນ້ຳມັນ 2 ລຳ ໃນເຂດມະຫາສະມຸດອິນເດັຽ ທີ່ໃຫ້ການສນັບສນຸນ ຕໍ່ການປະຕິບັດງານ ທາງທະຫານ ໃນອັຟການິສຖານ.

ສະຫະຣັດ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ກ່າວສະດຸ​ດີພວກເຄາະ ຮ້າຍ 13 ຄົນ ທີ່ໄດ້ຖືກຍິງຕາຍ ຢູ່ຄ້າຍ FORT HOOD ໃນຣັດເທັກຊັສ ເມື່ອສັບປະດາແລ້ວນີ້ ແລະປະກາດວ່າຈະນຳໂຕມືສັງຫານ ມາລົງໂທດ. ໃນການຖແລງ ທີ່ພິທີໄວ້ອາລັຍໃຫ້ແກ່ພວກເຄາະ ຮ້າຍ ໃນວັນ​ອັງຄານວານນີ້ ປະທານາທິບໍດີ OBAMA ກ່າວວ່າ ມັນເປັນການຍາກຫລາຍ ທີ່ຈະເຂົ້າໃຈໄດ້ ເຖິງເຫດຜົນ ໃນການໂຈມຕີຄັ້ງ ນີ້ ແຕ່ບໍ່ມີສາສນາໃດ ໃຫ້ການສນັບສນຸນ ຕໍ່ການ ສັງຫານ ແລະການກະທຳ ທີ່ຂີ້ຂາດຕາຂາວ ທີ່ວ່ານີ້. ພັນຕຣີ NIDAL MALIK HASAN ຈິຕແພດ ຂອງກອງທັບບົກ ສະຫະຣັດ ທີ່ຖືກກ່າວຫາວ່າ ເປັນມືປືນ ຍິງສັງຫານ ໃນຄັ້ງນີ້ ​ແມ່ນເປັນຊາວມຸສລິມ. ປະທານາທິບໍດີ OBAMA ໄດ້ກ່າວບັນລະຍາຍ ຢ່າງເຄັ່ງຂຶມ ເຖິງພວກເຄາະຮ້າຍ ແຕ່ລະຄົນ ໝົດທັງ 13 ຄົນນັ້ນ ຕໍ່ພວກແຂກ ຈຳນວນຫລາຍພັນຄົນ ທີ່ໄປຮ່ວມພິທີ ໄວ້ອາລັຍ ທີ່ຄ້າຍ FORT HOOD. ທ່ານກ່າວວ່າ ຊີວິດຂອງພວກເຂົາເຈົ້າ ​ແມ່ນບົ່ງບອກ ເຖິງຄວາມເຂັ້ມແຂງ ແລະກຽດສັກສີ ຂອງພວກທີ່ ຮັບ​ໃຊ້​ໃນ​ກອງທັບ ແລະນັ້ນຄື ສິ່ງທີ່ຈະຖືກຈົດຈຳໄວ້ ກ່ຽວ​ກັບ​ພວກ​ເຂົາ​ເຈົ້າ.

ມືປືນ - ການປະຫານຊີວິດ: ຜູ້ບົງການ ຢູ່ ເບື້ອງຫລັງ ການລອບຍິງຜູ້ຄົນ ຫລາຍໆຄັ້ງທີ່ ໄດ້ສ້າງຄວາມຢ້ານກົວ ໃຫ້ແກ່ຂົງເຂດນະຄອນ ຫລວງວໍຊິງຕັນ ເມື່ອ 7 ປີກ່ອນນັ້ນ ໄດ້ຖືກປະ ຫານຊີວິດແລ້ວ. ໂຄສົກຂອງຄຸກແຫ່ງນຶ່ງ ໃນ ຣັດເວີຈີເນັຽ ກ່າວວ່າ ນາຍ JOHN ALLEN MUHAMMAD ໄດ້ຖືກປະຫານຊີວິດ ດ້ວຍ ການສັກຢາ ໃສ່ເສັ້ນປະສາດ ໃນຄືນວານນີ້. ໂຄສົກກ່າວຕື່ມວ່າ ນາຍ MUHAMMAD ມີ​ອາການສະງົບ ແລະບໍ່ໄດ້ສະແດງອາຣົມ ທີ່ຫວັ່ນໄຫວໃດໆ ແລະຜູ້ກ່ຽວ ກໍບໍ່ໄດ້ກ່າວ​ ຄຳ​ຖະ​ແຫລ​ງ ໃນວາລະສຸດທ້າຍ ຂອງ​ຊີວິດ ແຕ່ປະການໃດ. ສະມາຊິກ ໃນຄອບຄົວ ຂອງພວກເຄາະຮ້າຍ ຫລາຍໆຄົນ ຕລອດທັງ ຄອບຄົວຂອງນາຍ MUHAMMAD ເອງ ແລະພວກທະນາຍຄວາມ ໄດ້ພາກັນ ໄປເບິ່ງ ການປະຫານຊີວິດ ໃນຄັ້ງນີ້. ທ່ານ TIMOTHY KAINE ຜູ້ປົກຄອງ ຣັດເວີຈີເນັຽ ໄດ້ແຜ້ວທາງ ໃຫ້ມີການປະຫານ ຊີວິດໃນຄັ້ງນີ້ ຫລັງຈາກ ໄດ້ປະຕິເສດ ບໍ່ຍອມຜ່ອນຜັນໂທດໃຫ້ ໃນຕອນເຊົ້າ ຂອງມື້ວານນີ້. ສານສູງສຸດ ຂອງສະຫະຣັດ ໄດ້ປະຕິເສດ ຕໍ່ການຂໍອຸທອນ ຄັ້ງສຸດທ້າຍ ຂອງນາຍ MUHAMMAD ໃນມື້ວັນຈັນຜ່ານມາ.

ອັຟການິສຖານ: ອົງການນາໂຕ້ ກ່າວວ່າ ພວກຄົນຂັບຣົດ ໄດ້ພົບເຫັນສົບທະຫານອະ ເມຣິກັນຄົນນຶ່ງ ​ໃນຈຳນວນ 2 ຄົນ ທີ່ຫາຍ ສາບສູນຢູ່ໃນອັຟການິສຖານເມື່ອສັບປະດາ ແລ້ວ. ໃນຖແລງຂ່າວທີ່ນຳອອກເຜິນແຜ່ໃນ ວັນພຸດມື້ນີ້ ອົງການ ນາໂຕ້ ກ່າວວ່າ ກຳ ລັງທະຫານ ອັຟການິສຖານ ແລະອົງການນາໂຕ້ ຍັງສືບຕໍ່ ຊອກຄົ້ນຫາ ທະຫານອີກ​ຄົນ​ນື່ງນັ້ນຢູ່. ທະຫານພົນຮົ່ມ ຫລືທະຫານໂດດຈ້ອງ ທັງ 2 ໄດ້ຫາຍສາບສູນໄປ ເມື່ອວັນ ທີ 4 ພະຈິກ ທີ່ແຂວງ BADGHIS ຊຶ່ງເປັນເຂດ ສອກຫລີກຫ່າງໄກ ໃກ້ໆຊາຍແດນ TURKMENISTAN. ຮອງຜູ້ບັນຊາການ ຕຳຣວດ ປະຈຳແຂວງດັ່ງກ່າວ ເວົ້າວ່າ ທະຫານອະເມຣິກັນ ທັງ 2 ໄດ້ຖືກນ້ຳສຸໄປ ຂະນະທີ່ພວກເຂົາເຈົ້າ ພະຍາຍາມຈະກູ້ເອົາ ລັງເຄື່ອງສຳພາລະ ທີ່ຖິ້ມລົງມາ ຈາກເຮືອບິນ ແຕ່ຕົກນ້ຳນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG