ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງທັບເຮືອຂອງເກົາຫລີເໜືອ ແລະເກົາຫລີໃຕ້ ປະທະກັນ ໃນ ເຂດທະເລເຫລືອງ


ເກົາຫລີ: ກອງທັບເຮືອຂອງເກົາຫລີເໜືອແລະ ເກົາຫລີໃຕ້ ໄດ້ປະທະກັນ ເປັນເວລາສັ້ນໆ ໃນ ວັນອັງຄານມື້ນີ້ ຢູ່ນອກແຄມຝັ່ງທະເລທາງທິດ ຕາເວັນຕົກ ຂອງແຫລມເກົາຫຼີ ໃນເຂດທະເລ ເຫລືອງ. ເຈົ້າໜ້າທີ່ ກອງທັບຂອງເກົາຫລີໃຕ້ ກ່າວວ່າ ເຮືອລາຕເວນລຳນຶ່ງຂອງເກົາຫຼິເໜືອ ໄດ້ຮັບຄວາມເສັຽຫາຍຢ່າງໜັກ ກ່ອນທີ່ຈະລ່າ ຖອຍໄປ. ທ່ານ LEE GI-SIK ນາຍທະຫານ ອະວຸໂສຂອງເກົາຫລີໃຕ້ກ່າວວ່າ ເຮືອຣົບລຳນຶ່ງ ຂອງເກົາຫລີໃຕ້ ໄດ້ຍິງປືນ​ເຕືອນຫລາຍໆລູກ ໃສ່ເຮືອຂອງເກົາຫລີເໜືອ ຫຼັງຈາກ ເຮືອເກົາຫລີ ເໜືອ ໄດ້ແລ່ນຂ້າມເຂດຊາຍແດນທາງທະເລ ທີ່ຍັງເປັນບັນຫາ ຂັດແຍ້ງກັນນັ້ນ. ເຮືອລາຕເວນ ຂອງເກົາຫລີເໜືອ ໄດ້ຍິງປືນ ກົງໄປໃສ່ ເຮືອຣົບຂອງເກົາຫລີໃຕ້ ແລະເຮືອເກົາຫລີໃຕ້ ກໍໄດ້ຍິງຕອບໂຕ້. ທ່ານ LEE ກ່າວເຖິງເຫດຮ້າຍ ໃນເທື່ອນີ້ວ່າ ເປັນເຣື່ອງທີ່ໜ້າເສັຽໃຈ ແລະເວົ້າຕື່ມວ່າ ທາງຝ່າຍເກົາຫລີໃຕ້ ທຳການປະທ້ວງຢ່າງແຂງຂັນ ຕໍ່ເກົາຫລີເໜືອແລ້ວ. ລາຍງານ ຂອງອົງການຂ່າວສູນກາງ ຂອງທາງການ ເກົາຫລີເໜືອ ແຈ້ງວ່າ ເຮືອລາຕເວນຂອງຕົນ ພວມຢູ່ໃນລະຫວ່າງ ການປະຕິບັດໜ້າທີ່ ​ໃນການຢືນຢັນ ກ່ຽວກັບວັດຖຸລຶກລັບອັນ​ນື່ງ ໃນເຂດນ່ານນ້ຳຂອງຕົນ.

ກຳປູເຈັຽ - ໄທ: ອະດີດ ນາຍົກຣັຖມຸນຕຣີໄທ ທ່ານທັກສິນ ຊິນນະວັດ ໄດ້ເດີນທາງໄປເຖິງກຳປູ ເຈັຽແລ້ວ ບ່ອນທີ່ທ່ານ ໄດ້ຖືກແຕ່ງຕັ້ງ ໃຫ້ເປັນທີ່ ປຶກສາທາງດ້ານເສຖກິດຂອງທ່ານຮຸນເຊນ ນາຍົກ ຣັຖມຸນຕຣີກຳປູເຈັຽທີ່ເປັນພັນທະມິດຂອງທ່ານນັ້ນ. ຜູ້ນຳຂອງກຳປູເຈັຽໄດ້ແຕ່ງຕັ້ງໃຫ້ທ່ານທັກສິນ ເຂົ້າ ຮັບຕຳແໜ່ງດັ່ງກ່າວໃນສັບປະດາແລ້ວນີ້ທັງໆທີ່ມີ ​ການ​ຄັດຄ້ານ ຈາກໄທ. ທີ່ບາງກອກໂຄສົກຄົນນຶ່ງ ຂອງຣັຖບານໄທ ກ່າວວ່າ ຣັຖບານໄທ ຈະຮ້ອງຂໍ ໃຫ້ກຳປູເຈັຽ ສົ່ງໂຕທ່ານທັກສິນ ໃຫ້ແກ່ທາງການໄທ ໂດຍຜ່ານ ກະຊວງການຕ່າງປະເທດ ແລະຫ້ອງການ ອະທິໄອຍະການໃຫຍ່. ແຕ່ແນວໃດກໍຕາມ ທ່ານຮຸນເຊນ ໄດ້ກ່າວໄວ້ແລ້ວວ່າ ທ່ານຈະປະຕິເສດ ຕໍ່ການຮ້ອງຂໍ ຂອງທາງການໄທ. ມີກຳນົດວ່າ ທ່ານທັກສິນ ຈະກ່າວປະຖະກະຖາ ຕໍ່ພວກນັກເສຖສາດ ກຳປູເຈັຽ 3 ຮ້ອຍຄົນ ທີ່ນະຄອນຫລວງພະນົມເປັນ ໃນວັນພະຫັດຈະມານີ້. ທ່ານໄດ້ລີ້ພັຍ ຢູ່ໃນຕ່າງປະເທດ ນັບຕັ້ງແຕ່ ໄດ້ມີການກໍ່ ຣັຖປະຫານ ໂຄ່ນລົ້ມທ່ານ ໃນປີ 2006. ທ່ານ​ໄດ້ຖືກ ດຳເນີນຄະດີ ​ໃນ​ເວລາຕໍ່ມາ ແລະຖືກພົບເຫັນວ່າ ມີຄວາມຜິດ ໃນການໃຊ້ອຳນາດ ໄປໃນທາງທີ່ ບໍ່ຖືກຕ້ອງ ໃນລະຫວ່າງ ທີ່ທ່ານຢູ່ໃນອຳນາດ ເປັນເວລາ 5 ປີນັ້ນ.

ສະຫະຣັດ: ປະທານາທິບໍດີ BARACK OBAMA ຈະເປັນຜູ້ນຳພາ ໃນພິທີໄວ້ອາລັຍ ໃນວັນອັງຄານມື້ນີ້ ໃຫ້ແກ່ 13 ຄົນ ທີ່ເສັຽຊີວິດ ໃນເຫດການ ລະດົມຍິງປືນ ເຂົ້າໃສ່ຜູ້ຄົນ ເມື່ອ ສັບປະດາແລ້ວທີ່ຄ້າຍ FORT HOOD. ທ່ານ OBAMA ແລະພັລຍາທ່ານນາງ MICHELLE ຈະໄດ້ພົບປະ ເປັນການສ່ວນໂຕ ກັບບັນດາ ຄອບຄົວ ຂອງພວກເຄາະຮ້າຍ ກ່ອນຈະໄປຮ່ວມ ພິທີໄວ້ອາລັຍ ຊຶ່ງຄາດວ່າ ຈະມີຢ່າງນ້ອຍ 3 ພັນຄົນ ເຂົ້າຮ່ວມນັ້ນ. ນອກນັ້ນແລ້ວ ທ່ານ OBAMA ແລະພັລຍາ ຍັງຈະໄດ້ພົບປະກັບ ບັນດາທະຫານ ທີ່ໄດ້ຮັບບາດເຈັບ ແລະຄອບຄົວເຂົາເຈົ້າ ທີ່ໂຮງພະຍາບານ DARNELL ຂອງກອງທັບບົກ ທີ່ຄ້າຍ FORT HOOD. ເຈົ້າໜ້າທີ່ກ່າວວ່າ ຜູ້ຕ້ອງສົງສັຍ ເປັນມືປືນ ພັນ​ຕຣີ NIDAL MALIK HASAN ຈິຕ​ແພດ ຂອງກອງທັບບົກ ໄດ້ສົ່ງອີແມລ ໄປມາຫລາຍກວ່າ 10 ສະບັບ ໃນປີກາຍ ແລະປີນີ້ ຫານັກສອນສາສນາ ມຸສລິມຫົວຮຸນແຮງ ໃນເຢເມນ ທີ່ຮູ້ກັນດີ ກ່ຽວກັບການສັ່ງສອນ ຕໍ່ຕ້ານອະເມຣິກາ ຂອງຜູ້ກ່ຽວນັ້ນ. ນັກສອນສາສນາ ANWAR AL-AWLAKI ເຄີຍ​ໄດ້ມາ ເທສນາສັ່ງສອນ ທີ່ຣັດເວີຈີເນັຽ ​ແລະນາຍ HASAN ກໍເຄີຍ ໄດ້ໄປຟັງ.

ກຳແພງເບີລິນ: ຊາວເຢັຽຣະມັນຈຳນວນຫຼາຍ ສິບພັນຄົນ ຕລອດທັງບັນດາ ຜູ້ນຳຂອງໂລກ ທັງໃນອະດີດ ແລະປັດຈຸບັນ ບໍ່ໄດ້ເອົາຫົວຊາ ນຳສະພາບອາກາດ ທີ່ໜາວເຢັນ ແລະຟ້າມືດ ຄື້ມຝົນຕົກ ຂອງມື້ວັນຈັນວານນີ້ ເພື່ອສເລີມ ສລອງ ວັນຄົບຮອບ 20 ປີ ໃນການພັງທະ ລາຍລົງ ຂອງກຳແພງ ເບີລິນ. ນາຍົກຣັຖມຸນຕຣີ ເຢັຽຣະມັນ ທ່ານນາງ ANGELA MERKEL ໄດ້ໃຊ້ເວລາ ສ່ວນນຶ່ງໃນຊີວິດ ຂອງທ່ານນາງ ​ເຕີບ​ໃຫຍ່​ຂື້ນ​ມາ ຢູ່​ອີກ​ຟາກ​ນື່ງ ຂອງກຳແພງ ເບີລິນ ຄື​ຢູ່​ໃນ​ເບີ​ລິນ​ຕາ​ເວັນ​ອອກ. ທ່ານນາງ ພ້ອມດ້ວຍ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV ແລະຜູ້ນຳຄົນອື່ນໆ ຂອງໂລກ ໄດ້ພາກັນ ຍ່າງຜ່ານປະຕູ BRANDENBURG ຊຶ່ງຄັ້ງນຶ່ງ ເຄີຍໃຊ້ເປັນ ດ່ານຂ້າມຊາຍແດນ ລະຫວ່າງເຢັຽຣະມັນ ຕາເວັນອອກ ແລະຕາເວັນຕົກນັ້ນ. ນາຍົກຣັຖມຸນຕຣີ MERKEL ໄດ້ກ່າວຂອບອົກຂອບໃຈ ອະດີດຜູ້ນຳ ຫະພາບໂຊວຽດ ທ່ານ MIKHAIL GORBACHEV ໂດຍເວົ້າວ່າ ທ່ານ​ໄດ້ເຮັດໃຫ້ ການພັງທະລາຍລົງ ຂອງກຳແພງເບີລິນ ເປັນໄປໄດ້ ດ້ວຍການປະຕິຮູບ ແລະນະໂຍບາຍ ແນວທາງປານກາງ ທີ່ທ່ານໄດ້ນຳສເນີ ໃນລະຫວ່າງ ຊຸມປີສຸດທ້າຍ ຂອງສະຫະພາບໂຊວຽດ ຊຶ່ງໄດ້ແຕກຫັກລົງ ໃນປີ 1991 ນັ້ນ.

ອິສຣາແອລ - ສະຫະຣັດ: ນາຍົກຣັຖມຸນຕີ ອິສຣາແອລ ທ່ານ BENJAMIN NETANYA HU ໄດ້ພົບປະ ກັບປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ທີ່ນະຄອນຫລວງ ວໍຊິງຕັນ ຂະນະທີ່ປະເທດທັງ 2 ພວມຊອກຫາ ຊ່ອງທາງ ທີ່ຈະຮື້ຟື້ນ ການເຈຣະຈາ ກັບຝ່າຍປາ ແລສໄຕນ໌. ຖແລງການ ສັ້ນໆສະບັບນຶ່ງ ຂອງ ທຳນຽບຂາວ ທີ່ນຳອອກເຜີຍແຜ່ ໃນຕອນແລງ ຂອງມື້ວານນີ້ ແຈ້ງວ່າ ຜູ້ນຳທັງສອງ ໄດ້ສົນທະ ນາຫາຣື ຢ່າງເປັນການສ່ວນໂຕ ກ່ຽວກັບຫຼາຍໆ ບັນຫາ ຮວມທັງເຣື່ອງ ການຮ່ວມມື ທາງດ້ານຄວາມປອດພັຍ ​ເຣື່ອງອີຣ່ານ ແລະກ່ຽວ​ກັບ​ວ່າ ຈະ​ເຮັດແບບໃດ ເພື່ອສ້າງຄວາມກ້າວໜ້າ ໃຫ້ແກ່ຂັ້ນຕອນ ການສ້າງສັນຕິພາບ ໃນພາກຕາເວັນອອກກາງ. ໃນຕອນເຊົ້າ ວານນີ້ ທ່ານ NETANYAHU ​ໄດ້ກ່າວຕໍ່ກອງປະຊຸມ ຂອງກຸ່ມ ຊາວອະເມຣິກັນ ເຊື້ອສາຍຢິວວ່າ ການເຈຣະຈາ ກັບປະທານາທິບໍດີ ປາແລສໄຕນ໌ ທ່ານ MAHMOUD ABBAS ຄວນຈະເລີ້ມ ໃນທັນທີ. ທ່ານເວົ້າຕື່ມວ່າ ມັນເປັນ ​ເປົ້າໝາຍຂອງທ່ານ ທີ່ຈະໃຫ້ມີ ການບັນລຸ ສົນທິສັນຍາ ສັນຕິພາບ ແບບຖາວອນ ລະຫວ່າງອິສຣາແອລ ແລະປາແລສໄຕນ໌.

ອັຟການິສຖານ: ຣັຖບານຍີ່ປຸ່ນໄດ້ຮັບປາກ​ທີ່​ ຈະ​ໃຫ້ການ​ຊ່ວຍ​ເຫລືອ​ໃໝ່​ ແກ່ອັຟການິສຖານ ເປັນເງິນຈຳນວນ 5 ພັນ ລ້ານໂດລາ ພາຍໃນ ໄລຍະ 5 ປີຂ້າງໜ້າ ເພື່ອຊ່ອຍ ບູຣະນະສ້າງ ສາອັຟການິສຖານ ທີ່ໄດ້ປະສົບພັຍສົງຄາມນັ້ນ. ສື່ມວນຊົນຂອງຍີ່ປຸ່ນ ໄດ້ລາຍ​ງານ​ຂ່າວ ໃນວັນ ອັງຄານມື້ນີ້ ​ໂດຍອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ກະຊວງການຕ່າງປະເທດ ທີ່ກ່າວວ່າ ເງິນຈຳ ນວນນີ້ ຈະຖືກນຳໄປໃຊ້ ໃນໂຄງການຕ່າງໆ ເຊັ່ນການຝຶກງານ ສຳລັບອະດີດ ສະມາຊິກ ຂອງກຸ່ມ ທາລີບານ ແລະເສີມຂຍາຍ ກຳລັງຕຳຣວດ ຂອງອັຟການິສຖານ. ເວລານີ້ ຍີ່ປຸ່ນມີກຳປັ່ນ 2 ລຳຢູ່ໃນເຂດ ມະຫາສະມຸດ ອິນເດັຽ ທີ່​ໄຊ້​ເປັນ​ຈຸດ ຕື່ມນ້ຳມັນ ໃຫ້ກຳປັ່ນຕ່າງໆ ທີ່ໃຫ້ການສນັບສນຸນ ຕໍ່ການປະຕິບັດງານ ຂອງກຳລັງນາໆຊາດ ໃນອັຟການິສຖານ. ແຕ່ຣັຖບານຊຸດໃໝ່ ຂອງນາຍົກຣັຖມຸນຕຣີ YUKIO HATOYAMA ຊຶ່ງໄດ້ເຂົ້າກຳອຳນາດ ໃນເດືອນກັນຍາ ຜ່ານມາ ​ໄດ້​ກ່າວວ່າ ຕົນຈະປ່ອຍໃຫ້ ການປະຕິບັດງານດັ່ງກ່າວ ໝົດອາຍຸລົງ ໃນເດືອນມັງກອນ ຈະມານີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG