ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຢຍລະມັນສະເຫລີມສະຫລອງ ຄົບຮອບການພັງລົງ ຂອງກຳແພງເບີລິນ


ກຳ​ແພງ​ເບີ​ລິນ: ປະຊາຊົນ​ແລະ​ທາງ​ການ​ເຢຍລະ​ມັນ ພາກັນ​ສະ​ເຫລີ​ມລະ​ຫລອງ​ຄົບຮອບ 20 ຂອງ​ການ​ພັງ​ລົງ​ຂອງ​ກຳ​ແພງ​ເບີ​ລິນ ​ໃນ​ວັນ​ທີ 9 ພະຈິກມື້​ນີ້ ດ້ວຍ​ການຈັດ​ພິທີ​ທາງ​ສາດ​ສະນາ ທຳ​ການ​ສວດ​ມົນ​ພາວະນາ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະ​ຈື່​ຈຳຄວາມສຸກ​ ສະນຸກ​ສະບາຍ​ແລະ​ຄວາມ​ມ່ວນ​ຊື່​ນ ຈາກ​ການ​ໄດ້​ຊົມ​ໄຊ້ອິດ​ສະລະ​ເສລີພາບ​ນັ້ນ. ນາຍົກ ລັດຖະມົນຕີ​ເຢຍລະ​ມັນ ທ່ານ​ນາງ ANGELA MERKEL ​ໄດ້​ເລິ່ມຕົ້ນ ການ​ສະຫລອງ​ໃນ​ມື້​ນີ້ ພ້ອມ​ກັບ​ປະທານາທິບໍດີ HORST KOEHLER ​ແລະ​ຜູ້ນຳ​ຄົນ​ ອື່ນ​ໆ ດ້ວຍ​ການ​ໄປ​ຮ່ວມ​ໃນ​ການ​ສວດ​ມົນ​ພາວະນາ ຢູ່​ໂບດ GETHSEMANE ​ໃນ​ເມືອງ​ເບີ​ລິນ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ HILLARY CLINTON ກໍ​ຮ່ວມ​ຢູ່​ໃນ​ກຸ່ມ​ພວກ​ເຈົ້າໜ້າ​ທີ່​ຂັ້ນສູງທີ່​ປະກອບສ່ວນ​ໃນ​ພິທີ​ດັ່ງກ່າວ​ນຳ. ປະຊາຊົນ​ຫລາຍ​ກ່ວານື່ງ​ແສນ​ຄົນ​ໄດ້​ໄປ​ມີໜ້າ ຢູ່​ນະຄອນ​ເບີ​ລິນ ເພື່ອ​ຮ່ວມ​ໃນ​ການສະ​ເຫລີ​ມສະຫລອງ​ໃນ​ມື້​ນີ້ ທີ່​ເຈົ້າໜ້າ​ທີ່​ເຢຍລະ​ມັນ​ເອີ້ນ​ວ່າ ​ເປັນ​ບຸນ​ສະຫລອງ​ອິດສະລະ​ເສ ລີພາບ ຊື່​ງມີ​ໂຮມ​ທັງ​ການສະ​ແດງ​ຄອນ​ເສີດ​ດົນຕີຣ໊ອກ ຈູ​ດ ບັ້ງ​ໄຟ​ດອກ ​ແລະ​ມີ​ການຈັດ​ວາງ​ໂດ​ມີ​ໂນ ທີ່​ເຮັດ​ດ້ວຍ​ໂຟມ ​ເປັນ​ແຖວ​ຍາວ​ຢຽດ ຊື່​ງຈະ​ມີ​ການ​ຍູ້​ໃຫ້​ພັງ​ລົງ​ຕໍ່ໆ​ກັນ​ໄປ ຕາມ​ເສ້ນ​ທາງ​ທີ່​ເນ່ງ​ໄປ​ໃສ່​ບ່ອນ​ທີ່​ເຄີຍ​ເປັນ​ທີ່​ຕັ້ງຂອງ​ກຳ​ແພງ​ເບີ​ລິນ ທີ່​ແບ່ງ​ແຍກ​ເບີ​ລິນ​ຕາ​ເວັນ​ອອກ ກັບ​ເບີ​ລິນຕາ​ເວັນ​ຕົກ​ນັ້ນ. ການ​ພັງ​ລົງ​ຂອງ​ກຳ​ແພງ​ເບີ​ລິນ ​ໃນ​ປີ 1989 ​ໄດ້​ແຜ້ວ​ທາງ​ໄປ ສູ່​ການ​ທ້ອນ​ໂຮມ ​ເຢຍລະ​ມັນ​ຕາ​ເວັນ​ອອກ​ກັບ​ເຢຍລະ​ມັນ​ຕາ​ເວັນ​ຕົກ​ເຂົ້າກັນ ຊື່ງມີ​ຂື້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 3 ​ເດືອນ​ຕຸລາ ປີ 1990.

ປາ​ກິ​ສຖານ: ຕຳຫລວດ​ປາ​ກິ​ສຖານ​ກ່າວ​ວ່າ ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນື່ງ ທີ່​ນັ່ງ​ມາ​ໃນ​ລົດ​ລາກ ​ໄດ້​ເຮັດ​ໃຫ້​ສາມ​ຄົນ​ເສຍ​ຊີວິດ ​ໃນ​ເມືອງ PESHAWAR ນື່ງມື້​ຫລັງ​ຈາກ​ຄົນ​ຮ້າຍ​ວາງ​ລະ​ເບີດ​ສະລະ​ຊີບ​ອີກ​ຄົນ​ນື່ງ ​ໄດ້​ສັງຫານ 13 ຄົນ ຢູ່​ຕະຫລາດ​ທີ່​ແອ​ອັດ​ດ້ວຍ​ຜູ້​ຄົນ​ແຫ່ງ​ນື່ງ​ໃນ​ເມືອງ​ດຽວ​ກັນ ທາງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປາ​ກິ​ສຖານ. ຕຳຫລວດ​ເວົ້າວ່າ ຄົນ​ຮ້າຍ​ໄດ້​ບີບ​ຂະ​ນວນ​ລະ​ເບີດ​ຢູ່​ດ່ານ​ກວດກາ​ແຫ່ງ​ນື່ງ ໃນ​ວັນຈັນ​ມື້​ນີ້ ບົນ​ເສ້ນ​ທາງ​ທີ່​ມີ​ຄົນ​ທຽວ​ຫລາຍ​ສາຍ​ນື່ງ ທີ່​ເນ່ງ​ອ້ອມ​ເມືອງ​ເປ​ຊາ​ວາ. ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 5 ຄົນໃນ​ການ​ໂຈມ​ຕີ​ມື້​ນີ້. ການ​ໂຈມ​ຕີ​ໃນ​ມື້ວານ​ນີ້ ​ໄດ້​ສັງຫານ​ເຈົ້າ​ເມືອງ​ທ້ອງ​ຖິ່ນ​ຄົນ​ນື່ງ ຄື​ທ່ານ ABDUL MALIK. ​ເຈົ້າ​ເມືອງ​ຜູ້​ເຄາະ​ຮ້າຍ​ຄົນ​ນີ້ ​ເຄີຍ​ສະ​ນັບ​ສະ​ນູນພວກ​ຕາ​ລີ​ບານ​ມາ​ກ່ອນ ​ແຕ່​ໄດ້​ຫັນປ່ຽນ​ໄປ​ເຂົ້າຂ້າງ​ຝ່າຍ​ລັດຖະບານ ​ແລະ​ໄດ້​ປຸກລະດົມ​ຊາວບ້ານ ​ໃຫ້​ພາກັນ​ຕັ້ງກອງ​ຫລອນ​ຂື້ນ​ມາ ​ເພື່ອ​ຕໍ່ສູ້​ກັບ​ພວກ​ຕາ​ລີ​ບານ ​ທີ່​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ທີ່​ໄດ້​ສັງຫານ​ທ່ານ MALIK ນັ້ນ.

ອິຣັກ: ສະພາ​ແຫ່ງ​ຊາດ​ອິຣັກ​ໄດ້​ຮັບ​ຜ່ານ​ກົດໝາຍເລືອກ​ຕັ້ງ ທີ່​ລໍຖ້າກັນ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ ​ເພື່ອ​ໃຫ້ ສາມາດ​ຈັດການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ຂື້ນ​ໄດ້​ໃນ​ເດືອນ​ມັງກອນ ປີໜ້າ. ຮ່າງ​ກົດໝາຍ​ດັ່ງກ່າວ​ຖືກ​ຮັບ​ຜ່ານ ເອົາ ​ໃນ​ວັນ​ອາທິດ​ວານ​ນີ້ ດ້ວຍ​ການ​ເຫັນ ພ້ອມ​ນຳ​ຈາກ​ຜູ້​ແທນ 141 ຄົນ​ໃນ​ຈຳນວນ 195 ຄົນ​ທີ່ເຂົ້າປະ ຊຸມ. ພວກ​ຜູ້ແທນ​ສາມາດ​ຕົກລົງ​ກັນ​ໄດ້ ​ໃນ​ບັນຫາ​ສຳຄັນ​ຂໍ້​ນື່ງທີ່​ເປັນ​ຫົວ​ຂໍ້​ຖົກ​ຖຽງ​ກັນ ຄື​ບັນຫາກ່ຽວ​ກັບ​ວ່າ ຈະ​ຈັດການ​ເລືອກ​ຕັ້ງຂື້ນ​ແບບ​ໃດ ຢູ່​ໃນ​ເມືອງ KIRKUK ທີ່​ມີ​ຫລາຍ​ຊົນ​ເຜົ່າ​ອາ​ໃສ​ຢູ່ ​ແລະ​ຮັ່ງມີ​ດ້ວຍ​ນ້ຳ ມັນ ທາງ​ພາກ​ເໜືອ​ຂອງ​ອິຣັກນັ້ນ. ໃນ​ລະ​ວ່າງ​ກອງ​ປະຊຸມ​ລົງຄະ​ແນ​ນສຽງ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ເລືອກ​ຕັ້ງ ນັ້ນ ​ເອກອັກຄະ​ລັດຖະທູດ​ສະຫະລັດ​ ປະຈຳ​ອິຣັກ ທ່ານ CHRISTOPHER HILL ​ແມ່ນ​ໄດ້​ແລ່ນ​ໄປ​ແລ່ນ​ມາ ລະ​ວ່າ​ງພັກ​ຝ່າຍ​ຂອງ​ພວກ​ຜູ້​ແທນທີ່​ເປັນຄູ່ແຂ່ງກັນ ​ເພື່ອ​ກົດ​ດັນ​ໃຫ້​ເຂົາ​ເຈົ້າ ຕົກລົງ​ກັນ​ແລະຮັບ​ຜ່ານ​ເອົາຮ່າງ​ກົດໝາຍນັ້ນ​. ຢູ່​ທຳນຽບຂາວ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນຳ ການ​ຮັບ​ຜ່ານ​ກົດໝາຍດັ່ງກ່າວ ໂດຍ​ກ່າວ​ວ່າມັນ​ເປັນຄວາມ​ກ້າວໜ້​າອັນ​ສຳຄັນ ​ໄປ​ສູ່​ການຄ້ຳປະກັນໃຫ້​ມີ ສັນຕິພາບ​ທີ່​ໝັ້ນຄົງ​ຖາວອນ​ຢູ່​ໃນ​ອິຣັກ. ທ່ານ​ກ່າວ​ອີີກ​ວ່າ ນອກ​ນັ້ນ​ແລ້ວ ກໍ​ຍັງຈະແຜ້ວ​ທາງໃຫ້​ມີ​ການ​ຖອນ​ອອກ​ໄປ​ຈາກ​ອິຣັກ ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ ຂອງ​ກອງ​ທະຫານ​ສະຫະລັດ ພາຍ​ໃນ​ເດືອນກັນຍາ​ປີໜ້າ.

ສະຫະລັດ - ອິສຣາ​ແອ​ລ: ທ່ານ​ບາຣັກ ​ໂອ​ບາ​ມາ ມີ​ກຳໜົດ​ຈະ​ພົບ​ປະ​ຫາລື​ກັບ​ທ່ານ BENJAMIN NETANYAHU ນາຍົກລັດຖະມົນຕີອິສຣາ​ແອ​ລ ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ. ທ່ານ​ເນ​ຕັນ​ຢາ​ຮູ​ກຳລັງ​ຢ້ຽມຢາມ​ວໍ​ຊິງ​ຕັນ ​ເພື່ອ​ກ່າວ​ຄຳ​ປາ​ໃສ​ຕໍ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະມາ​ພັນ​ຊາວ​ຍິວ ​ແຫ່ງ​ພາກ​ພື້ນ​ອາ​ເມ​ລິ​ກາ​ເໜືອ. ເຈົ້າໜ້າ​ທີ່​ທຳນຽບຂາວ​ກ່າວ​ໃນ​ວັນ​ອາທິດ​ວານນີ້​ວ່າ ພວກ​ຜູ້ນຳ​ທັງ​ສອງ​ທ່ານ ຈະ​ພົບ​ປະ​ຫາລື​ກັນ​ໃນ​ຕອນ​ຄ່ຳ​ວັນ​ຈັນ​ມື້​ນີ້ ກໍ​ຄື​ເຊົ້າວັນ​ອັງຄານ​ຢູ່​ປະ​ເທດ​ລາວ ​ແຕ່ຈະບໍ່ປາກົດ​ໂຕ​ຮ່ວມ​ກັນ ຕໍ່ໜ້າ ພວກ​ນັກ​ຂ່າວທີ່​ປະຈຳ​ຢູ່​ທຳນຽບຂາວ. ລັດຖະບານ​ທ່ານ​ໂອ​ບາ​ມາ​ໄດ້​ພະຍາຍາມ​ມາ​ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ ​ເພື່ອກົດ​ດັນ​ໃຫ້​ທ່ານ​ເນ​ຕັນ​ຢາ​ຮູ ກັບ​ທ່ານ MAHMOUD ABBAS ປະທານາທິບໍດີ​ປາ​ແລ​ສ​ໄຕ​ນ໌ ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ລະ​ວ່າງ​ກັນ. ສາຍ​ພົວພັນ​ລະ​ວ່າງ​ສະຫະລັດ ກັບອິສຣາ​ແອ​ລ ​ໄດ້​ເຄ່ງ​ຕຶງ​ຂື້ນ ນັບ​ແຕ່​ທ່ານເນ​ຕັນ​ຢາ​ຮູ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ​ຂອງ​ ປະທນາ​ທິບໍດີ​ໂອ​ບາ​ມາ ທີ່​ຢາກ​ໃຫ້​ອິສຣາ​ແອ​ລຢຸດ​ເຊົາ ການ​ກໍ່ສ້າງ​ບ້ານ​ເຮືອນ​ຂອງ​ຊາວ​ຍິວ ​ໃນ​ເຂດ WEST BANK ຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌ ທີ່ຢູ່​ໃຕ້​ການ​ຄອບ​ຄອງ​ຂອງ​ອິສຣາ​ແອ​ລນັ້ນ.

ຊີມ​ບາບ​ເວ: ຜູ້ຊ່ວຍ​ຂັ້ນສູງ​ຄົນ​ນື່ງຂອງ​ນາຍົກລັດຖະມົນຕີ MORGAN TSVANGIRAI ຖືກ​ນຳ​ໂຕ​ຂື້ນ​ສານ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂໍ້​ຫາ​ກໍ່​ການ​ຮ້າຍແລະ​ລັກລອບ​ເອົາ​ອາວຸດ​ເຂົ້າປະ​ເທດ. ພັກຂະ​ບວນການ​ເພື່ອ​ການ​ ປ່ຽນ​ແປງ​ໄປ​ສູ່ປະຊາທິປະ​ໃຕ ຫລື​ພັກ MDC ຂອງ​ທ່ານ TSVANGIRAI ກ່າວ​ວ່າການ​ດຳ​ເນີນ​ຄະດີຕໍ່​ທ່ານ ROY BENNETT ນັ້ນ ​ແມ່ນ​ມີ​ເປົ້າໝາຍທາງ​ການ​ເມືອງ ​ແລະ​ຕາມ​ຄຳ​ເວົ້າຂອງ​ທ່ານ TSVAN-GIRAI ​ເອງ​ນັ້ນ ​ແມ່ນ​ເປັນ​ການ​ດຳ​ເນີນ​ຄະດີ ທີ່​ເຕັ​ມ​ໄປ​ດ້ວຍ​ຄວາມ​ມຸ່ງ​ຮ້າຍ. ທ່ານ BENNETT ຊື່​ງ​ເປັນ​ຄົນ​ຜິວ​ຂາວ​ແລະ​ອະດີດ​ກະ​ເສດ​ຕະກອນ​ປູກ​ກາ​ເຟ ​ເປັນນື່ງ​ໃນ​ບັນດາ​ຜູ້ນຳ​ພັກ MDC ທີ່​ມີ​ຊື່​ສຽງ ​ທັງເປັນ​ນາຍ​ຄັງ​ຂອງ​ພັກ ​ແລະ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຮອງ​ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສິກຳ ​ໃນ​ຄະນະ​ລັດຖະ ບານ​ແບ່ງປັນ​ອຳນາດ​ຂອງ ZIMBABWE. ທ່ານ​ໄດ້​ຖືກ​ຈັບ​ເມື່ອ​ເດືອນກຸມພາ ຕົ້ນປີ ​ໃນ​ຂໍ້​ຫາ​ທີ່​ຍ້ອນ​ຫລັງ​ຄືນ​ໄປ​ຍັງ​ປີ 2006 ​ເວລາ​ພໍ່ຄ້າ​ອາວຸດ​ຄົນ​ນື່ງຖືກ​ຈັບ​ແລະ​ຖືກ​ກ່າວ​ຫາ​ໃນ​ເບື້ອງ​ຕົ້ນວ່າ ວາງແຜນ​ຈະ​ລອບ​ສັງຫາ​ນປະທານາທິບໍ​ດີ ROBERT MUGABE. ​ ​ພໍ່ຄ້າ​ອາວຸດ​ທີ່​ຖືກ​ຈັບ​ໄດ້​ເຊັນ​ໜັງສື ທີ່​ເອົາ​ທ່ານ BENNETT ​ແລະ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ​ໄປ​ພົວພັນ​ນຳ​ແຜນການ​ດັ່ງກ່າວ ແຕ່ຜູ້ກ່ຽວ​ໄດ້​ປ່ຽນ​ຄຳ​ເວົ້າ​ໃນ​ເວລາ​ຕໍ່​ມາ ​ແລະ​ບອກ​ພວກ​ນັກ​ຂ່າວ​ວ່າ ​ເຂົາ​ຖືກ​ທໍລະມານ​ແລະ​ບັງຄັບ​ໃຫ້​ເຊັນ​ໜັງສື​ກ່າວ​ຫາ​ທ່ານ BENNETT ນັ້ນ.

ຟີ​ລິບ​ປິນ: ລັດຖະບານ​ຟີ​ລິບ​ປິນ ໄດ້​ອອກ​ມາ​ກ່າວ​ປະຕິຍານໃນ​ວັນ​ຈັນ​ມື້​ນີ້ ວ່າ​ຈະ​ຕາມ​ລ່າ​ໂຕ​ໃຫ້​ໄດ້ ພວກ​ຫົວ​ຕໍ່ສູ້ທີ່ມີ​ສ່ວນ​ກ່ຽວຂ້ອງ​ກັບກຸ່ມ​ກໍ່​ການ​ຮ້າຍ AL-QAIDA ທີ່​ທາງ​ການ​ສົງ​ໃສ​ວ່າ ​ເປັນ​ຜູ້​ລັກ​ຈັບ​ໂຕ​ຫົວໜ້າ ຫລື​ຄູ​ໃຫຍ່​ຂອງໂຮງຮຽນ ຄົນ​ນື່ງ​ໄປ ​ແລ້ວ​ຕັດ​ຫົວຜູ້ກ່ຽວ. ຕຳຫລວດ​ທີ່​ເກາະ​ໂຮ​ໂລ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນເວົ້າວ່າ​ ຫົວ​ຂອງ​ທ່ານ GABRIEL CANIZARES ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນ​ຖົງ​ຖົງ​ນື່ງ ຢູ່​ປັ້ມນ້ຳມັນ​ແຫ່ງ ນື່ງ ​ໃນ​ຕອນ​ເຊົ້າມືດ​ວັນ​ຈັນ​ມື້​ນີ້ 22 ມື້​ຫລັງ​ຈາ​ກທີ່​ຜູ້ກ່ຽວ​ຖືກ​ລັກ​ຈັບ​ໂຕ​ໄປ ​ແຕ່ບໍ່​ເຫັນ​ຕົນ​ໂຕຂອງ​ທ່ານ. ເຈົ້າໜ້າ​ທີ່​ໃຫ້​ຮູ້​ອີກວ່າ ກ່ອນ​ໜ້າ​ນີ້ ພວກ​ກຸ່ມຫົວ​ຮຸນ​ແຮງ ABU SAYYAF ​ໄດ້ຮຽກ​ເອົາຄ່າ​ໄຖ່ ຈຳນວນ 42 ພັນ​ດອລລ່າ ​ເພື່ອ​ແລກ​ກັບ​ການ​ປ່ອຍ​ໂຕ​ທ່ານ CANIZARES ​ແຕ່​ວ່າ​ທາງ​ເຈົ້າໜ້າ​ທີ່​ແລະ​ຍາດ​ພີ່ນ້ອງ​ຂອງ​ທ່ານ​ບໍ່​ຍອມ​ຈ່າຍ. ໂຄສົກ​ຍິງ​ຄົນ​ນື່ງຂອງ​ປະທານາທິບໍດີ GLORIA ARROYO ກ່າວ​ໃນ​ຄຳ​ຖະ ​ແຫລ​ງສະບັບ​ນື່ງທີ່ແຈກ​ຢາຍ​ໃຫ້​ສື່​ມວນ​ຊົນ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທາງ​ການ​ຟີ​ລິບ​ປິນ ມີ​ຄວາມ​ມຸ່ງ​ໝັ້ນຢ່າງ​ເດັດ ດ່ຽວ ທີ່​ຈະ​ປາບ​ແລະ​ເຮັດ​ໃຫ້ອັນ​ທີ່​ນາງ​ເອີ້ນ​ວ່າ ຄວາມ​ໂຫດຮ້າຍປ່າ​ເຖື່ອນ ທີ່​ຊົ່ວ​ຮ້າຍ ໜ້າ​ຂະ​ຫຍະ​ຂະ​ແຫຍງ ​ແລະ​ໄຮ້​ມະນຸດສະທຳ​ ຂອງກຸ່ມ ABU SAYYAF ນັ້ນຢຸດຕິ​ລົງ. ພວກ​ກຸ່ມ​ຊາວ​ມຸສລິ​ມຫົວ​ຮຸນ​ແຮງ​ທີ່​ວ່າ​ນີ້ ມີ​ຊື່​ສຽງ​ເນົ່າ​ເໝັນ ຍ້ອນ​ການວາງ​ລະເບີດ​ໂຈມ​ຕີ ການ​ລັກ​ຈັບ​ໂຕ​ຜູ້​ຄົນ​ໄປ​ຮຽກ​ຄ່່າໄຖ່ ​ແລະ​ຂ້າ​ຄົນ​ໂດຍ​ວິທີ​ຕັດ​ຫົວ.

ກຳປູ​ເຈຍ- ​ໄທ: ນາຍົກລັດຖະມົນຕີ HUN SEN ກ່າວ​ວ່າ ທ່ານ​ທັກສິນ ຊິນນະ​ວັດ ອະດີດ​ຜູ້ນຳ​ໄທ​ທີ່​ລີ້​ໄພ​ຢູ່​ຕ່າງປະ​ເທດ ຈະ​ໄປ​ຢ້ຽມຢາມ​ກຳປູ​ເຈຍ ​ເພື່ອກ່າວ​ຄຳ​ປາ​ໃສ​ຕໍ່ນັກ​ເສດຖະສາດ​ກຸ່ມ​ນື່ງ ຊື່​ງ​ເປັນການ​ເຄື່ອນ​ໄຫ​ວທີ່​ຄາດວ່າ ຈະ​ເຮັດ​ໃຫ້ການ​ຜິດ​ຖຽງ​ກັນ​ທາງ​ການ​ທູດ ລະ​ວ່າງ​ເຂມ​ນກັບ​ໄທ ຮ້າຍ​ແຮງໜັກ​ຂື້ນ​ຕື່ມ. ທ່ານ ຮຸນ​ເຊ​ນ ບອກກອງ​ປະຊຸມ​ໃຫ້​ສຳພາດ​ຂ່າວ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ ທັກສິນ​ຈະ​ກ່າວ​ຄຳ​ປາ​ໃສຕໍ່​ພວກ​ນັກ​ເສດຖະສາດ​ເຂມ​ນ ຈຳນວນ 300 ກ່ວາ​ຄົນ ​ໃນ​ວັນ​ທີ 12 ​ເດືອນ​ນີ້. ຄຳ​ປະກາດ​ໃຫ້​ຮູ້​ດັ່ງກ່າວນີ້ ​ແມ່ນ​ຕິດຕາມ​ມາຫລັງ​ຈາກ​ທີ່​ມີ​ການ​ແຕ່ງຕັ້ງ​ໃນອາທິດ​ຜ່ານ​ມາ ໃຫ້​ທ່ານທັກສິນ​ເປັນ​ທີ່​ປຶກສາ​ດ້ານເສດຖະກິດ​ຂອງ​ລັດຖະບານກຳປູ​ເຈຍ. ທາງ​ການ​ໄທ​ໄດ້​ຕອບ​ໂຕ້ ​ໂດຍ​ການ​ຮຽກ​ໂຕ​ເອກ​ອັກຄະ​ລັດ ຖະທູດ​ຂອງ​ຕົນ​ ກັບ​ຄືນ​ປະ​ເທດ ຊື່​ງກຳປູ​ເຈຍ​ກໍ​ໄດ້​ສະໜອງ​ຕອບໃນ​ທຳນອງ​ດຽວ​ກັນ.

ຈີນ-ສະຫະລັດ(ໃນພາກສະຫລູບຂ່າວ): ນາຍົກລັດຖະມົນຕີຈີນ ທ່ານ WEN JIABAO ກ່າວ​ວ່າ ທ່ານ​ມີ​ຄວາມ​ຍິນດີນຳ​ຮ່ອງຮອຍ​ຕ່າງໆ ທີ່​ສະ​ແດງ​ວ່າ​ມີ​ການ​ດີ​ຂື້ນ​ໃນ​ເສດຖະກິດ​ຂອງ​ສະຫະລັດ​ນັ້ນ ​ແຕ່​ພ້ອມ​ດຽວ​ກັນ ທ່ານ​ກໍ​ຫວັງ​ວ່າວໍ​ຊິງ ​ຕັນຈະ​ຮັກສາ​ການ​ຂາດ​ດຸນ​ງົບປະມານຂອງ​ຕົນ​ໄວ້ ​"ໃນ​ຂະໜາດ​ທີ່​ເໝາະ​ສົມ." ທ່ານ WEN JIABAO ​ໄດ້​ຖະ​ແຫລ​ງ​ເຊ່ນ​ນັ້ນ ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ເມືອງ ຕາກ​ອາກາດ SHARM EL-SHEIK ປະ​ເທດ​ອີ​ຈິບ ບ່ອນ​ທີ່​ທ່ານ​ໄປ​ຮ່ວມກອງ​ປະຊຸມ​ສອງ​ວັນ ກ່ຽວ​ກັບ​ການ​ຮ່່ວມ​ມື​ລະ​ວ່າງ​ຈີນ​ກັບ​ອັຟຟຣິກາ. ທ່ານ​ນາຍົກ​ລັດ ຖະມົນຕີ​ຈີນ​ຖະ​ແຫລ​ງຕໍ່ກອງ​ປະຊຸມ​ໃຫ້​ສຳພາດ​ຂ່າວ​ວ່າ ທ່ານ​ຢາກ​ໃຫ້ ສະຫະລັດ​ຮັກສາ​ການ​ຂາດ​ດຸນ​ງົບປະມານ​ຂອງ​ຕົນ​ໄວ້ ​ໃນ​ລະດັບ​ທີ່​ຄວບ​ຄຸມ​ໄດ້ ​ເພາະວ່າ​ມັນຈະ​ຊ່ວຍ​ຕໍ່​ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ໂລກ ​ແລະ​ຄ້ຳປະກັນ​ໃຫ້ມີສະຖຽນ​ລະ​ພາບ​ໃນ​ອັດຕາ​ແລກປ່ຽນ​ຂອງ​ເງິນຕາ. ຈີນ​ເປັນ​ເຈົ້າໜ້າລາຍ​ໃຫຍ່​ທີ່​ສຸດ​ຂອງ​ລັດຖະບານ ສະຫະລັດ ແລະ​ໄດ້​ລົງ​ທຶນ ປະມານ 70% ຂອງ​ເງິນຕາ​ສຳລອງ​ຕ່າງປະ​ເທດ​ຂອງ​ຕົນ ຫລື​ປະມານ 14 ພັນ​ຕື້$ ​ໃສ່​ການ​ເຊື້ອ​ເອົາ​ຊັບ​ສິນ​ຕ່າງໆ​ໃນ​ສຫະລັດ​ໄວ້ ​ໂດຍ​ສະ​ເພາະ​ກໍ​ແມ່ນ ພັນທະບັດ​ຂອງ​ລັດຖະບານ​ສະຫະລັດ​ນັ້ນ.

XS
SM
MD
LG