ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

12 ຄົນຕາຍ ໂຮມທັງເຈົ້າເມືອງ ໃນການໂຈມຕີສະລະຊີບ ທີ່ປາກິສຖານ


ປາ​ກິ​ສຖານ: ​ເຈົ້າໜ້າ​ທີ່​ປາ​ກິ​ສຖານ​ກ່າວ​ວ່າ ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນື່ງ​ໄດ້​ໂຈມ​ຕີຕະຫລາດ ທີ່​ອັດ​ແອ​ໄປ​ດ້ວຍ​ຜູ້​ຄົນແຫ່ງ​ນື່ງ ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ພາກ​ຕາ​ເວັນຕົກ​ຂອງ​ປະ​ເທດ ໂດຍ​ໄດ້​ສັງຫານ​ເຈົ້າ​ເມືອງ​ຄົນ​ນື່ງທີ່​ຕໍ່ຕ້ານ​ພວກ​ຕາ​ລີ​ບານ. ມີ​ຄົນ​ອື່ນໆ​ອີກ ຢ່າງ​ນ້ອຍ 11 ຄົນ ​ເສຍ​ຊີວິດ ​ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບໃນ​ການ​ວາ​ງລະ​ເບີດເຊົ້າວັນ​ອາທິດ​ມື້​ນີ້ ​ຢູ່​ເຂດ MATNI ຊານ​ເມືອງ PESHAWAR. ເຈົ້າໜ້າ​ທີ່​ກ່າວ​ວ່າ ທ່ານ MALIK ​ເຈົ້າ​ເມືອງ​ຜູ້​ເຄາະ​ຮ້າຍ ​ເຄີຍ​ສະ​ນັບ​ສະ​ນູນພວກ​ຕາ​ລີ​ບານ​ມາ​ກ່ອນ ​ແຕ່​ໄດ້ຫັນປ່ຽນ​ມາ​ເຂົ້າຂ້າງ​ລັດຖະບານ​ປາ​ກິ​ສຖານ​ ​ແລະໄດ້ຈັດຕັ້ງກອງ​ຫລອ​ນຂື້ນ​ມາ​ຕໍ່ສູ້​ກັບພວກ​ຕາ​ລີ​ບານ. ທ່ານ​ເຄີຍ​ລອດ​ຊີວິດ​ຈາກ​ການ​ຖືກ​ໂຈມ​ຕີ​ມາ​ກ່ອນ​ແລ້ວ ຫລາຍ​ຄັ້ງ. ໃນ​ເວລາ​ເກີດ​ການ​ໂຈມ​ຕີ ຕະຫລາດ​ແຫ່ງ​ນັ້ນ ເຕັມ​ໄປ​ດ້ວຍ​ພວກ​ໄປ​ຈັບ​ຈ່າຍ​ຊື້ຂອງ ​ແລະ​ແບ້ ທີ່​ພໍ່ຄ້າ​ແມ່​ຄ້າ​ນຳ​ມາ​ຂາຍ ​ເພື່ອ​ກຽ​ມ​ໃສ່​ການ​ສະຫລອງ​ບຸນ EID ຂອງ​ຊາວ​ມຸສລິ​ມ.

ອັຟກາ​ນິສຖານ: ກະຊວງປ້ອງກັນປະເທດອັຟການີສຖານກ່າວວ່າ ກອງທະຫານຂອງຕົນ ພ້ອມກັບກຳລັງ ຂອງເນໂຕ້ ໄດ້ສັງຫານພວກກະບົດ ຈຳນວນ 17 ຄົນ ໃນເຂດພາກໃຕ້ ອັຟການິສຖານ. ກະຊວງປ້ອງກັນ ປະເທດກ່າວເມື່ອວັນອາທິດມື້ນີ້ວ່າ ການສູ້ລົບເກີດຂື້ນ ຫລັງຈາກພວກກຸ່ມຫົວຮຸນແຮງ ໄດ້ຍິງປືນຄົກຫລາຍໆ ລູກໃສ່ທີ່ໝັ້ນ ​ແຫ່ງ​ນື່ງຂອງກອງ ທັບອັຟການິສຖານ ໃນແຂວງ Zabul. ​ເຈົ້າໜ້າ​ທີ່ກ່າວ​ອີກ​ວ່າ ພວກກະບົດ​ທີ່​ບາດ​ເຈັບຄົນ​ນື່ງ ຖືກ​ຈັບ​ໄດ້. ເມື່ອວັນເສົາວານນີ້ ກຳລັງທະຫານທີ່ນຳໂດຍເນໂຕ ໃນອັຟການີສຖານ ກ່າວວ່າ ໜ່ວຍກຳລັງຮັກສາຄວາມປອດ​ໄພ ແຫ່ງຊາດອັຟການິສຖານ ແລະຂອງນາໆຊາດ ຫລາຍກວ່າ 25 ຄົນ ຖືກຂ້າຕາຍ ຫລືໄດ້ຮັບບາດເຈັບ ຍ້ອນຄວາມ​ເຂົ້າ​ໃຈ​ຜິດ ໃນລະວ່າງການປະຕິບັດການໃນແຂວງ Badghis ທາງ​ພາກຕາເວັນຕົກ ຂອງປະ​ເທດ. ຖະແຫລງການສະບັບນຶ່ງຂອງເນໂຕ້ຊີ້​ແຈງ​ວ່າ ເຫດຮ້າຍດັ່ງກ່າ​ວເກີດຂື້ນ ເມື່ອວັນສຸກຜ່ານມານີ້ ໃນຂະນະທີ່ກຳລັງທະຫານເນໂຕ້ແລະອັຟການິສຖານ ກຳລັງທຳການຄົ້ນຫາທະຫານ ອາເມລິກັນສອງຄົນ ທີ່ຫາຍສາບສູນໄປເມື່ອວັນພຸດຜ່ານມາ ໃນຂະນະທີ່ພວກເຂົາເຈົ້າ ພະຍາຍາມໄປກູ້ເອົາ ສະບຽງ​ແລະ​ເຄື່ອງໃຊ້ຕ່າງໆ ທີ່ຖິ້ມລົງມາຈາກອາກາດ ຢູ່​ໃນແມ່ນ້ຳ Marghab. ເຊື່ອວ່າທະຫານອາເມລິກັນ ທັງສອງຄົນຈົມນ້ຳຕາຍ.

ອິນ​ເດຍ-ຈີນ-ທິ​ເບ​ດ: ຊາວ​ພຸດ ຈຳນວນ​ຫລາຍ​ພັນ​ຄົນ​ໄດ້​ພາກັນ​ຢືນ​ລຽນ​ຕາມແຄມຖະນົນ ​ໃນ​ວັນ​ອາທິດ​ມື້​ນີ້​ເພື່ອ​ຕ້ອນຮັບອົງ​ດາ​ໄລ ລາ​ມະ ຜູ້ນຳ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບ​ດທີ່ຊົງ​ສະ​ເດັດ​ໄປ​ຢ້ຽມຢາມ​ວັດ​ທິ​ເບດ ​ແຫ່ງ​ນື່ງ ​ໃນ​ແຄວ້ນ ARUNACHAL PRADESH ​ທາງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຂອງ​ອິນ​ເດຍ ​ໃນ​ເຂດ​ພູ​ເຂົາ​ຫິມະ​ໄລ ຕິດ​ກັບ​ຊາຍ​ແດນ​ຈີນ. ຈີນ​ໄດ້​ສະ​ແດງ​ການ​ຄັດຄ້ານ​ຢ່າງ​ແຂງ​ແຮງ ແລະ​ໄດ້ຮຽກຮ້ອງໃຫ້​ເຈົ້າໜ້າ​ທີ່​ອິນ​ເດຍ ​ເລີກລົ້ມແຜນການ​ການ​ຢ້ຽມຢາມ​ນີ້ ​ແຕ່​ພວກ​ເຈົ້າໜ້າທີ່​ລະດັບ​ສູງ​ຂອງ​ອິນ​ເດຍ ອັນ​ໂຮມ​ທັງ​ນາຍົກລັດ ຖະມົນຕີນຳ ​ໄດ້​ປະຕິ​ເສດ ​ໂດຍ​ກ່າວ​ວ່າ​ອົງ​ດາ​ໄລ ລາ​ມະ ​ເປັນແຂກຜູ້​ມີ​ກຽດ ​ແລະ ການສະ​ເດັດ​ໄປ​ຍັງ​ວັດ​ TAWANG ຂອງ​ພະ​ອົງ ກໍ​ເປັນ​ເລື່ອງ​ສາດສະໜາ ບໍ່​ແມ່ນ​ເລື່ອງ​ການ​ເມືອງ. ​ຈີນ​ແລະ​ອິນ​ເດຍ ​ເຄີຍ​ຕໍ່ສູ້​ກັນ ໃນ​ປີ 1962 ​ເພື່ອ​ຍາດ​ເອົາ​ແຄວ້ນ ARUNACHAL PRADESH ​ ຊື່​ງ​ໄດ້​ກາຍ​ມາ​ເປັນ​ຫົວ​ຂໍ້​ຄັດ​ແຍ້​ງກັນ ລະ​ວ່າງປະ​ເທດທັງ​ສອງ​ ຕັ້ງ​ແຕ່​ນັ້ນມາ.

ສະຫະລັດ: ສະພາ​ຕ່ຳສະຫະລັດ ​ໄດ້​ຮັບ​ຜ່ານ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ຢ່າງ​ວຸດ​ວິດ ມາດຕາ​ການ​ປະຕິ​ຮູບ​ຢ່າງ​ກ້ວາງ​ຂວາງ ລະ​ບົບການ​ຮັກສາ​ສຸຂະພາບ​ຂ​ອງ​ອາ​ເມ​ລິ​ກາ. ຮ່າງ​ກົດໝາຍ​ທີ່​ວ່າ​ນີ້ ຖືກ​ຮັບ​ຜ່ານໃນ​ດອນ​ເດິກ​ຄືນ​ວັນ​ເສົາ ຫລັງ​ຈາກມີ​ການ​ອະພິປາຍ​ກັນ​ເປັນ​ເວລາ​ປະມານ 12 ຊົ່ວ​ໂມງ ດ້ວຍ​ຄະ​ແນນ​ສຽງ ເຫັນ​ພ້ອມ​ນຳ 220 ສຽງ ຄື​ກາຍ​ຄະ​ແນນ​ສຽງ​ທີ່​ຕ້ອງການ​ພຽງ​ສອງສຽງ ເທົ່າ​ນັ້ນ. ມີຜູ້​ແທນ​ຈາກພັກຣີພັບ ບລິ​ກັນ​ທ່ານ​ນື່ງ ແຕກ​ອອກ​ຈາກ​ຖັ້ນ​ແຖວ​ຂອງ​ພັກ​ຂອງ​ຕົນ ​ໄປ​ລົງ​ຄະ​ແນນ​ສຽງ ​ເຫັນ​ພ້ອມ​ນຳ ສະມາ ຊິກ ພັກ​ເດ​ໂມ​ແຄຣຕ 219 ທ່ານ ທີ່​ສະ​ນັບ​ສະ​ນູນ ຮ່າງ​ກົດ ໝາຍ​ປະຕິ​ຮູບ ລະບົບ​ຮັກສາ​ສຸຂະພາບ​ນັ້ນ. ໃນ​ຄຳ​ຖະ​ແຫລ​ງ ອອກມາ​ຈາກ​ທຳນຽບຂາວ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ກ່າວ​ຊົມ​ເຊີຍ​ ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ລົງ​ຄະ​ແນນ​ສຽງ​ຄັ້ງປະວັດ​ສາດ ​ແລະ​ເວົ້າວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈວ່າ ສະພາ​ສູງ​ກໍ​ຈະ​ຮັບ​ຜ່ານຮ່າງ​ກົດໝາຍນີ້ ສະບັບຂອງ​ຕົນເຊ່ນ​ກັນ. ຮ່າງ​ກົດໝາຍປະຕິ​ຮູບ​ ລະບົບ​ຮັກສາ​ສຸຂະພາບ ຂອງ​ທັງ​ສອງ​ສະພາ ຈະ​ຕ້ອງ​ຖືກ​ເອົາ​ມາ​ສົມ​ທຽບ​ ​ແລະ​ເຮັດ​ໃຫ້​ຖືກຕ້ອງ​ສອດຄ່ອງ​ກັນ​ເສຍກ່ອນ ຈື່ງຈະ​ສາມາດ​ສົ່ງ​ຕໍ່​ໄປ​ໃຫ້​ປະທານາທິບໍດີ ​ເຊັນອະນຸມັດ​ເປັນ​ກົດໝາຍ​ໄດ້.

ຄລິນ​ຕັນ​: ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ນາງ HILLARY CLINTON ອອກ​ເດີນ ທາງ​ໄປ​ຢຽນຢາມ​ພາກ​ພື້ນ​ຢູ​ໂຣບ​ແລະ​ເອ​ເຊຍ ​ໃນຕອນ​ເຊົ້າມືດ​ວັນ​ອາທິ​ດມື້​ນີ້ ​ເພື່ອ​ສົນທະນາ​ຫາລື​ກັບ​ບັນ ດາພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບເລື່ອງ​ການ​ຍັບຍັ້ງ ຄວາມ​ໄຝ່ຝັນທະເຍີທະຍານ​ທາງ​ດ້ານ​ນິວ​ເຄລຍ ຂອງ​ເກົາຫລີ​ເໜືອກັບອິຣ່ານ ​ແລະເລື່ອງ​ການ​ນຳ​ເອົາ​ສະຖຽນ​ລະ​ພາບ​ມາສູ່​ອັຟການິສຖານ. ທ່ານນາງຄລິນ​ຕັນ ຊື່​ງ​ໃນ​ຖານະ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແມ່ນເປັນນັກ​ການ​ທູດ​ລະດັບ​ສູງ​ສຸດ​ຂອງ ສະຫະລັດ​ນັ້ນ ຈະ​ກ່າວ​ຄຳ​ປາ​ໃສ​ຢູ່​ນະຄອນ​ເບີ​ລິນ ປະ​ເທດ​ເຢັຍລະ​ມັນ ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ໃນ​ວັນ​ຈັນ​ມື້​ອື່ນ ທ່ານ​ນາງ​ຈະໄປສົມທົບ​ກັບນາຍົກລັດຖະມົນຕີ​ເຢັຍ​ລະ​ມັນ ທ່ານ​ນາງ ANGELA MERKEL ​ແລະ​ຜູ້ນຳ​ໂລກ​ຄົນ​ອື່ນໆ​ອີກ ​ໃນ​ການສະ​ເຫລີ​ມສະຫລອງ​ຄົບຮອບ 20 ປີ​ຂອງ​ການ​ພັງ​ລົງ​ຂອງ​ກຳ​ແພງ​ເບີ​ລິນ. ຈາກ​ເບີ​ລິນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ຈະ​ເດີ​ນທາງ​ໄປ​ຍັງ​ສິງກະ​ໂປ ​ເພື່ອ​ປະຊຸມ​ກັບ​ບັນດາ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຂົງ​ເຂດ​ເອ​ເຊຍ ​ແລະ​ປາ​ຊີ​ຟິກ ຫລື​ກອງ​ປະຊຸມ​ຂອງ​ສະພາ​ເອ​ເພ໊ກ ​ໃນ​ມື້​ວັນ​ພຸດ ຊື່​ງຄາດ​ວ່າການ​ສົນທະນາ​ຫາລື​ກັນຈະ​ສຸມ​ໃສ່​ເລື່ອງ​ເກົາຫລີ​ເໜືອ.

​ເອ​ເພ໊ກ: ກອງປະຊຸມປະຈຳປີຂອງສະພາຮ່ວມມືເສດຖະກິດ ໃນ ຂົງເຂດເອເຊຍ ແປຊິຟິກ ຫລື ເອເພ໊ກ ໄດ້ເລີ່ມຂື້ນແລ້ວ ໃນວັນ ອາທິດ ມື້ນີ້ ທີ່ປະເທດສິງຄະໂປ ຊຶ່ງຈະມີພວກເຈົ້າໜ້າທີ່ ອາວຸໂສ ຈາກ 21 ປະເທດ ເສດຖະກິດຍັກໃຫຍ່ຂອງໂລກ ມາປຶກສາຫາ ລືກັນເລຶ່ອງ ການປັບປຸງກ ານຄ້າ ແລະການເຕີບໂຕຂອງເສດຖະ ກິດ. ໃນ​ກອງ​ປະຊຸມ​ມື້​ນີ້ ພວກເຈົ້າໜ້າທີ່ເອເພ໊ກ ໄດ້ເວົ້າເລຶ່ອງ ການປັບປຸງ ການ ຄ້າລະ​ວ່າງ ບັນດາປະເທດ ເລາະລຽບ ມະຫາ ສະມຸດແປຊິຟິກຂອງ​ເຂົາ​ເຈົ້າ ໂດຍການ​ຫລຸດຜ່ອນເຈັ້ຍສໍ ຫລື ລະບຽບ​ການ​ດ້ານເອກກະສານ ລົງ ແລະ​ເຮັດ​ໃຫ້ວິທີດຳເນີນການ ງ່າຍຂື້ນ. ນອກຈາກ ນີ້ແລ້ວ ພວກເຈົ້າ ໜ້າທີ່ອາວຸໂສດັ່ງກ່າວ ຍັງໄດ້ປຶກສາຫາລືກັນ​ເລື່ອງການເຄື່ອນໄຫວ​ ໄປ​ສູ່​ການມີເຂດ​ການຄ້າເສລີ ສຳຫລັບ ຂົງເຂດເອເຊຍແປຊິຟິກນັ້ນ. ທ່ານ Michael Tay ຜູ້ອຳນວຍ ການບໍລິຫານຂອງກອງ​ເລຂາທິການ​ໃຫຍ່​ຂອງເອເພ໊ກປະຈຳປີນີ້ ກ່າວວ່າ ໂລກາ ພິວັດແມ່ນໄດ້ໃຫ້ຜົນພອຍໄດ້ ອັນຍິ່ງໃຫຍ່​ແກ່​ບັນດາເສດຖະກິດຂອງເອເພ໊ກ ແຕ່ທ່ານກ່າວຕໍ່​ໄປວ່າ ວິກິດການ ການເງິນໂລກ​ໄດ້ສະແດງໃຫ້ ເຫັນວ່າ ຍັງມີຄວາມບໍ່ທຸ່ນທ່ຽງຢ່າງໃຫຍ່ຫລວງ ທີ່ຈະຕ້ອງ​ໄດ້ທຳ ການແກ້ໄຂຢູ່.ກອງປະຊຸມ​ເອ​ເພ໊ກ ທີ່ຈະໃຊ້ ເວລາ 8 ວັນນີ້ ຈະສິ້ນສຸດລົງດ້ວຍກອງປະຊຸມ ສຸດຍອດຂອງ ຜູ້ນຳເອເພ໊ກ ໂຮມທັງປະທານາທິບໍດີບາຣັກ ໂອບາມາ ຊຶ່ງຈະເປັນການເດີນທາງໄປເອເຊຍ​ ເທື່ອທຳອິດຂອງທ່ານ ໃນຖານະປະທານາທິບໍດີ.

ຈີນ-ອັຟຟຣິກາ: ນາຍົກລັດຖະມົນຕີຈີນ ທ່ານ WEN JIABAO ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ໃຫ້​ເງິນ​ກູ້​ຢືມ ຈຳນວນ 10 ຕື້​$ ​ແກ່​ຫລາຍ​ປະ​ເທດໃນ​ທະວີ​ບອັຟ​ຟຣິກາ ​ໃນໄລຍະ​ສາມ​ປີ​ຂ້າງ​ໜ້າ. ທ່ານ WEN ກຳລັງ​ຢ້ຽມຢາມ​ນະຄອນ ຫລວງ CAIRO ຂອງ​ປະ​ເທດ​ອີ​ຈິບ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສອງ​ວັນ ວ່າ​ດ້ວຍ​ການ​ຮ່ວມ​ມື ລະ​ວ່າງ​ຈີນ​ກັບ​ອັຟຟຣິກາ ທີ່​ເລິ່ມຂື້ນ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ເມືອງ​ຕາກ​ອາກາດ SHARM EL-SHEIK ​ແຄມ​ທະ​ເລ​ແດງ. ພ້ອມ​ດຽວ​ກັນ​ນີ້ ທ່ານ ນາຍົກ ລມຕ ຈີນ ​ໄດ້​ສະ​ເນີ​ແຜນການ​ສຳ​ຫລັບ​ລົບ​ລ້າງ​ໜີ້ສິນ​ໃຫ້​ແກ່ພວກ​ປະ​ເທດ ອັຟຟຣິກາ​ທີ່​ທຸກ​ທີ່​ສຸດ ຈຳນວນ​ນື່ງ ​ແລະໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສ້າງ​ໂຄງການ​ພະລັງງານ​ສະອາດ ​ແຫ່ງ​ໃໝ່ຂື້ນອີກ 100 ​ແຫ່ງ ​ໃນ​ທົ່ວ​ທະວີບ​ອັຟຟຣິກາ. ບັນດາ​ຜູ້ນຳ​ ຈາກ 49 ປະ​ເທດອັຟຟຣິກາ ​ກຳລັງ​ປະກອບສ່ວນ​ໃນ​ກອງ​ປະຊຸມດັ່ງ​ກ່າວ ​ເພື່ອ​ຫາລື​ກັນ​ເລື່ອງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ ​ແລະ​ການ​ເມືອງກັບ​ຈີນ. ບັນດາ​ບໍລິສັດ​ຈີນ ​ໄດ້​ໄປ​ລົງ​ທືນ​ເປັນ​ຈຳນວນ​ຫລາຍ​ຕື້$​ແລ້ວ ຢູ່​ໃນ​ອັຟຟຣິກາ ​ເພື່ອ​ສະໜອງ​ຄວາມ​ຕ້ອງ ການ​ດ້ານ​ວັດຖຸ​ດິບ​ຂອງ​ຈີນ. ການ​ຄ້າ​ລະ​ວ່າງ​ຈີນ​ກັບອັຟຟຣິກາ ​ໄດ້​ທະວີ​ຂື້ນຢ່່າງ​ຫລວງ ຫລາຍ​ໃນ​ໄລຍະ​ຫ້າ​ປີ​ຜ່ານ​ມາ​ນີ້.

ຍີ່ປຸ່ນ-ມຽນມາ: ທ່ານ Yukio Hatoyama ນາຍົກລັດຖະມົນ ຕີຍີ່ປຸ່ນ ໄດ້ຮຽກຮ້ອງ ໃຫ້ລັດຖະບານ ທະຫານ ມຽນມາປ່ອຍຕົວ ຜູ້ນຳຝ່າຍຄ້ານ ຂອງມຽນມາ ທ່ານນາງອອງຊານ ຊູຈີ ກ່ອນການ ເລຶອກຕັ້ງ ໃນປີໜ້ານີ້ ໂດຍກ່າວວ່າ ລັດຖະບານໂຕກຽວ ພ້ອມທີ່ ຈະໃຫ້ຄວາມຊ່ວຍເຫລືອ ເພີ່ມອີກ ຖ້າຫາກວ່າການ ປະຕິຮູບ ປະຊາທິປ​ະໄຕ ມີຄວາມກ້າວໜ້າ. ໃນການປຶກສາຫາລືກັນກັບ ນາຍົກລັດຖະມົນຕີມຽນມາ ທ່ານ Thien Sien ທີ່ກຸງໂຕກຽວ ເມື່ອວັນເສົາວານນີ້ ທ່ານຮາໂຕຢາມາ ກ່າວວ່າ ມັນເປັນເລຶ່ອງສຳຄັນ ທີ່ສຸດ ທີ່ລັດຖະບານທະ ຫານມຽນມາຕ້ອງປ່ອຍຕົວ ທ່ານນາງ ອອງຊານ ຊູຈີ ພ້ອມກັບພວກນັກໂທດ ການເມືອງ ຄົນອື່ນໆ ກ່ອນ ການເລຶອກຕັ້ງ ທີ່ຈະມີຂື້ນໃນປີ 2010.

XS
SM
MD
LG