ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບບົກສະຫະຣັດ ສົ່ງທີ່ປຶກສາ ໄປໃຫ້ຄຳແນະນຳປອບໃຈ ທີ່ຄ້າຍຟອຣ໌ທຮູດ ຂະນະທີ່ ການສືບສວນ ຍັງດຳເນີນຕໍ່ມາ


ຄ້າຍຟອຣ໌ທຮູດ: ກອງທັບບົກ ສະຫະຣັດ ໄດ້ສົ່ງທີ່ປຶກສາ ເພື່ອໃຫ້ຄຳແນະນຳ ແກ່ພວກທີ່ໄດ້ຮັບ ຄວາມຊອກຊ້ຳ ທາງດ້ານຈິດໃຈ ແລະຄວາມໂສກເສົ້າເສັຽໃຈ ຕລອດທັງພຣະສົງ ປະຈຳກອງທັບ ຈຳນວນຫລາຍສິບຄົນ ໄປຍັງຄ້າຍ FORT HOOD ໃນຣັດເທັກຊັສ ລຸນຫລັງທີ່ໄດ້ເກີດ ການຍິງກັນ ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດ 13 ຄົນ ແລະໄດ້ຮັບບາດເຈັບ ອີກ 30 ຄົນ. ເຈົ້າໜ້າທີ່ກ່າວວ່າ ຜູ້ທີ່ຖືກກ່າວຫາ ພັນຕຣີ NIDAL MALIK HASAN ໄດ້ຍິງປືນ ເຄິ່ງອັຕໂນມັດ ແລະປືນອື່ນໆ ເຂົ້າໃສ່ພວກທະຫານ ແລະພົລເຮືອນ ຢູ່ທາງໃນ ຂອງຕຶກອາຄານ ກ່ອນທີ່ຜູ້ກ່ຽວ ຈະຖືກຍິງ 4 ລູກ ໂດຍຕຳຣວດ ພົລເຮືອນຄົນນຶ່ງ. ທາງກອງທັບບົກ ສະຫະຣັດ ໄດ້ປະຕິເສດ ທີ່ຈະເວົ້າເຖິງ ຈຸດປະສົງ ໃນການຍິງກັນ ຄັ້ງນີ້ ແຕ່ປະທານາທິບໍດີ BARACK OBAMA ແລະເຈົ້າໜ້າທີ່ອື່ນໆ ໄດ້ເຕືອນ ກ່ຽວກັບການດ່ວນສລຸບ ຂະນະທີ່ ການສືບສວນ ກຳລັງດຳເນີນຢູ່. ໃນຄຳປາສັຍ ປະຈຳສັບປະດາ ທີ່ໄດ້ມີ ການພິມເຜີຍແຜ່ ລ່ວງໜ້າ ຜ່ານທາງເວັບໄຊທ໌ ຂອງທຳນຽບຂາວນັ້ນ ປະທານາທິບໍດີ OBAMA ເອີ້ນເຫດຮ້າຍ ໃນຄັ້ງນີ້ວ່າ ເປັນເຫດການ ທີ່ເສົ້າເສັຽໃຈ ແລະໜ້າລັງກຽດທີ່ສຸດ ແລະໄດ້ກ່າວຊົມ ເຊີຍ ຄວາມກ້າຫານ ການບໍ່ເຫັນແກ່ໂຕ ແລະຄວາມເປັນ ນ້ຳນຶ່ງໃຈດຽວ ຂອງພວກທະຫານ ທີ່ໄດ້ພາກັນຮີບຮ້ອນ ໄປຊ່ອຍຍຸຕິ ການສັງຫານ ແລະໃຫ້ຄວາມຊ່ອຍເຫລືອ ແກ່ພວກທີ່ ໄດ້ຮັບບາດເຈັບ.

ອັຟການິສຖານ: ກະຊວງ ການຕ່າງປະເທດ ອັຟການິສຖານ ໄດ້ປະຕິເສດ ຕໍ່ການໃຫ້ ທັສນະຄວາມເຫັນ ຂອງຫົວໜ້າ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ປະຈຳອັຟການິສຖານ ທີີ່ໄດ້ເຕືອນ ປະທານາທິບໍດີ HAMID KARZAI ໃຫ້ທຳການປາບປາມ ການສໍ້ຣາດບັງຫລວງ ຫລືບໍ່ດັ່ງນັ້ນແລ້ວ ກໍຈະສູນເສັຽ ການໄດ້ຮັບ ຄວາມສນັບສນຸນ ຈາກນາໆຊາດ. ຖແລງຂ່າວ ຂອງກະຊວງ ການຕ່າງປະເທດ ອັຟການິສຖານ ທີ່ນຳອອກເຜີຍແຜ່ ໃນວັນເສົາມື້ນີ້ ເວົ້າວ່າ ຜູ້ຕາງໜ້າພິເສດ ຂອງອົງການ ສະຫະປະຊາຊາດ ປະຈຳອັຟການິສຖານ ທ່ານ KAI EIDE ໄດ້ລ່ວງເກີນ ສິດອຳນາດຂອງທ່ານ ໃນຖານະ ຜູ້ຕາງໜ້າ ຂອງອົງການຈັດຕັ້ງນາໆຊາດ ທີ່ບໍ່ມີລຳອຽງ ຫລືເຂົ້າຂ້າງອອກຂານັ້ນ. ໃນມື້ວັນພະຫັດ ຜ່ານມານີ້ ທ່ານ EIDE ກ່າວວ່າ ຣັຖບານ ອັຟການິສຖານ ສຽງຕໍ່ການສູນເສັຽ ໃນການໄດ້ຮັບ ຄວາມສນັບສນຸນ ໂດຍປ່ອຍໃຫ້ ພວກຂຸນເສິກ ແລະພວກທີ່ມີອິດທິພົນ ທາງດ້ານການເມືອງ ຫລິ້ນເກມ ຂອງພວກເຂົາເຈົ້າ. ກະຊວງ ການຕ່າງປະເທດ ອັຟການິສຖານ ໄດ້ກ່າວປ້ອງກັນ ຣັຖບານ ປະທານາທິບໍດີ KARZAI ໂດຍເວົ້າວ່າ ຕົນໄດ້ຖືເອົາ ການປາບປາມ ການສໍ້ຣາດບັງຫລວງ ເປັນເງື່ອນໄຂ ລ່ວງໜ້າອັນນຶ່ງ ສຳລັບປະເທດ ອັຟການິສຖານ ທີ່ມີສັນຕິພາບ ແລະສະເຖັຽຣະພາບນັ້ນ.

ປາກິສຖານ: ອົງການອົພຍົບ ຂອງສະຫະປະຊາຊາດ ກ່າວໃນມື້ວານນີ້ວ່າ ຕົນໄດ້ໃຫ້ ການຊ່ອຍເຫລືອ ເພີ້ມຂຶ້ນ ແກ່ພວກອົພຍົບ ຊາວປາກິສຖານ ຈຳນວນຫລາຍພັນຄົນ ຈາກການປະຕິບັດງານ ປາບປາມ ພວກກະບົດ ທາລີບານ ຂອງກອງທັບ ປາກິສຖານ ໃນເຂດ WAZIRISTAN ໃຕ້. ໂຄສົກຂອງ ອົງການຂ້າຫລວງໃຫຍ່ ອົພຍົບ ສະຫະປະຊາຊາດ ກ່າວວ່າ ອົງການຂ້າຫຼວງໃຫຍ່ ສະຫະປະຊາຊາດ ຈະແຈກຢາຍ ຜ້າຕັ້ງເກືອບ 35 ພັນອັນ ໃຫ້ແກ່ບັນດາຄອບຄົວ ທີ່ອາສັຍຢູ່ທີ່ ແຂວງພາກຕາເວັນຕົກສຽງເໜືອ ໃນເວລານີ້. ອົງການຂ້າຫລວງໃຫຍ່ ອົພຍົບ ສະຫະປະຊາຊາດ ເວົ້າວ່າ ສ່ວນໃຫຍ່ ຂອງພວກອົພຍົບ ຈຳນວນ 175 ພັນຄົນ ທີ່ຕົນໃຫ້ ການຊ່ອຍເຫລືອນັ້ນ ໄດ້ພາກັນ ອາສັຍຢູ່ກັບ ຄອບຄົວ ຫລືພວກໝູ່ເພື່ອນ ແຕ່ມີຈຳນວນນຶ່ງ ອາສັຍຢູ່ຕາມ ສູນອົພຍົບຕ່າງໆ. ມີພົລເຮືອນ ຫລາຍຮ້ອຍພັນຄົນ ໄດ້ຫລົບໜີ ຈາກເຂດ WAZIRISTAN ໃຕ້ ນັບແຕ່ກອງທັບ ປາກິສຖານ ໄດ້ເປີດສາກໂຈມຕີ ພວກຫົວຮຸນ ແຮງທາລີບານ ໃນເດືອນແລ້ວນີ້. ນັບແຕ່ເດືອນກັນຍາ ເປັນຕົ້ນມາ ອົງການຂ້າຫລວງໃຫຍ່ ອົພຍົບ ສະຫະປະຊາຊາດ ໄດ້ເລີ້ມແຈກຢາຍ ປັດຈັຍບັນເທົາທຸກ ໃຫ້ແກ່ພວກອົພຍົບ ຢູ່ໃນເຂດດັ່ງກ່າວ ຮວມທັງເຄື່ອງໃຊ້ ໃນເຮືອນຄົວ ມຸ້ງ ແລະສາດປູນອນ.

ກາຊາ: ທ່ານ BAN KI-MOON ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ກ່າວໃນວັນສຸກ ວານນີ້ວ່າ ທ່ານຈະສົ່ງລາຍງານ ທີ່ຍັງມີການຖົກຖຽງໂຕ້ແຍ້ງ ຊຶ່ງໄດ້ກ່າວຫາ ອິສຣາແອລ ແລະກຸ່ມຫົວຮຸນແຮງ ຮາມັສ ຂອງປາແລສໄຕນ໌ວ່າ ໄດ້ກໍ່ອາຊຍາກັມສົງຄາມ ໃນລະຫວ່າງ ທີ່ໄດ້ເກີດ ບັນຫາຂັດແຍ້ງ ຢູ່ໃນເຂດກາຊາ ເມື່ອເກືອບນຶ່ງປີ ໄປຜ່ານມາແລ້ວນັ້ນ ໄປຍັງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ. ການເຄື່ອນໄຫວ ທີ່ວ່ານີ້ ມີຂຶ້ນນຶ່ງມື້ ຫລັງຈາກສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ລົງຄະແນນສຽງ ໃຫ້ການສນັບສນຸນ ຕໍ່ອັນທີ່ເອີ້ນວ່າ ລາຍງານຂອງທ່ານ GOLDSTONE ຊຶ່ງໄດ້ຕັ້ງຊື່ ຕາມຊື່ນັກກົດໝາຍ ອາຟຣິກາໃຕ້ ທ່ານ RICHARD GOLDSTON ທີ່ເປັນຫົວໜ້າ ໃນການປະຕິບັດງານ ຊອກຄົ້ນຫາຄວາມຈິງ ຂອງສະຫະປະຊາຊາດ ໃນເຂດກາຊານັ້ນ. ຂະນະທີ່ ລາຍງານສະບັບນີ້ ໄດ້ຕຳໜິຕິຕຽນ ທັງສອງຝ່າຍ ກໍຈິງ ແຕ່ໄດ້ກ່າວຫາ ອິສຣາແອລວ່າ ໃຊ້ກຳລັງ ເກີນຂອບເຂດ ໃນການຕອບໂຕ້ ຕໍ່ການຍິງຈະຣວດໂຈມຕີ ຈາກພວກຫົວຮຸນແຮງ ໃນເຂດກາຊາ. ນອກນັ້ນ ລາຍງານ ຍັງໄດ້ຮຽກຮ້ອງ ໃຫ້ທັງອິສຣາແອລ ແລະປາແລສໄຕນ໌ ທຳການສືບສວນ ພາຍໃນ ກ່ຽວກັບ ການກ່າວຫາ ໃນການກໍ່ ອາຊກັມສົງຄາມ.

ເລບານອນ: ບັນດາພັກຝ່າຍຄ້ານ ໃນເລບານອນ ຮວມທັງກຸ່ມ HEZBOLLAH ໄດ້ຕົກລົງ ກ່ຽວກັບ ການສ້າງຕັ້ງ ຣັຖບານເອກກະພາບແຫ່ງຊາດ ທີ່ໄດ້ສເນີໂດຍ ທ່ານ SAAD HARIRI ຊຶ່ງໄດ້ຖືກເລືອກ ໃຫ້ເປັນນາຍົກຣັຖມຸນຕຣີຄົນໃໝ່ ຂອງເລບານອນນັ້ນ. ແຫລ່ງຂ່າວ ແຈ້ງໃຫ້ຊາບວ່າ ພວກຜູ້ນຳຝ່າຍຄ້ານ ໄດ້ບັນລຸ ການຕົກລົງດັ່ງກ່າວ ໃນລະຫວ່າງ ການປະຊຸມກັນ ໃນຕອນແລງ ຂອງມື້ວານນີ້ ແລະຄະນະ ຣັຖບານຊຸດໃໝ່ ຂອງເລບານອນ ອາດຈະໄດ້ ມີການຈັດຕັ້ງຂຶ້ນ ພາຍໃນໄລຍະ 2 ມື້ື້ຂ້າງໜ້ານີ້. ທ່ານ HARIRI ເປັນຜູ້ນຳ ຂອງບັນດາພັກປະສົມ ທີ່ໄດ້ຮັບການໜຸນຫລັງ ຈາກສະຫະຣັດ ແລະຊາອຸດີອາຣາເບັຽ ທີ່ໄດ້ຊະນະ ພວກນັກການເມືອງ ຊຶ່ງເປັນພັນທະມິດ ກັບກຸ່ມ HEZBOLLAH ແລະໄດ້ຮັບການໜຸນຫລັງ ຈາກຊີເຣັຽແລະອີຣ່ານ ໃນການເລືອກຕັ້ງ ເມື່ອເດືອນມິຖຸນາ ຜ່ານມາ. ນັບແຕ່ນັ້ນມາ ທ່ານໄດ້ຖືເອົາ ການຈັດຕັ້ງ ຣັຖບານເອກກະພາບແຫ່ງຊາດ ເປັນບູລິມມະສິດ ແຕ່ການດຳເນີນ ຄວາມພະຍາຍາມ ທີ່ວ່ານີ້ ໄດ້ຖືກແກ່ຍາວມາ ຍ້ອນຄວາມບໍ່ລົງຮອຍກັນ ກ່ຽວກັບວ່າ ຜູ້ໃດຈະເຂົ້າກຳ ຕຳແໜ່ງຣັຖມຸນຕຣີ ທີ່ສຳຄັນໆ.

ມາດາກາສກ້າ: ຜູ້ນຳອະວຸໂສ ທາງດ້ານການເມືອງ ຂອງ MADAGASCAR ໄດ້ບັນລຸການຕົກລົງ ໃນການປົກຄອງ ປະເທດຮ່ວມກັນ ໄປຈົນຮອດ ການເລືອກຕັ້ງ ໃນປີໜ້າ. ທ່ານ ANDRY RAJOELINA ຜູ້ນຳ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ຂອງ MADAGASCAR ເປັນຜູ້ທຳອິດ ທີ່ໄດ້ແຈ້ງໃຫ້ຊາບກ່ຽວກັບ ການຕົກລົງ ທີ່ມີການເຈຣະຈາກັນ ຢູ່ທີ່ປະເທດ ເອທິໂອເປັຽ ໃນຕອນແລງ ຂອງມື້ວານນີ້ ຕິດຕາມດ້ວຍ ນັກໄກ່ເກັ່ຽ ສັນຕິພາບ ຂອງສະຫະປະຊາຊາດ ທ່ານ TIEBILE DRAME. ທ່ານ RAJOELINA ກ່າວວ່າ ທ່ານຈະສືບຕໍ່ ເປັນປະທານາທິບໍດີ ຮ່ວມກັບ ພັກຝ່າຍຄ້ານ ທີ່ສຳຄັນອື່ນໆ ຊຶ່ງຈະແຕ່ງຕັ້ງ ປະທານາທິບໍດີຮ່ວມ ອີກ 2 ຄົນ ໃນສະພາປະທານາທິບໍດີ ທີ່ມີການສ້າງຕັ້ງຂຶ້ນໃໝ່ ແລະຕຳແໜ່ງ ນາຍົກຣັຖມຸນຕຣີ. ທ່ານ RAJOELINA ອະດີດດີເຈ ຫລືສົກວັຍ 35 ປີ ໄດ້ເຂົ້າກຳອຳນາດ ລຸນຫລັງທີ່ ໄດ້ມີການປະທ້ວງ ຂອງປະຊາຊົນ ເປັນເວລາ ຫລາຍໆເດືອນ ທີ່ໄດ້ຕິດຕາມດ້ວຍ ການກໍ່ຣັຖປະຫານ ຂອງພວກທະຫານ ໃນເດືອນມີນາປີນີ້.

ປະຊຸມສຸດຍອດເຂດແມ່ນ້ຳຂອງ: ຍີ່ປຸ່ນ ໄດ້ມ້ວນທ້າຍ ກອງປະຊຸມສຸດຍອດ ກັບ 5 ປະເທດ ໃນເຂດແມ່ນ້ຳຂອງ ໃນວັນເສົາມື້ນີ້ ຫລັງຈາກໄດ້ ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ອຍເຫຼືອ ຕົກເປັນເງິນ ໃນມູນຄ່າ 5 ພັນ 500 ລ້ານໂດລາ ພາຍໃນໄລຍະ 3 ປີຂ້າງໜ້າ ສຳລັບເຂດເອເຊັຽ ຕາເວັນອອກສຽງໃຕ້ ດັ່ງກ່າວ. ການປະກາດ ທີ່ວ່ານີ້ ໄດ້ມີຂຶ້ນ ໂດຍນາຍົກ ຣັຖມຸນຕຣີ YUKIO HATOYAMA ທີ່ກຸງໂຕກຽວ ໃນວັນສຸກວານນີ້ ໃນພິທີເປີດ ກອງປະຊຸມ ເປັນເວລາສອງມື້ ກັບພວກຜູ້ນຳ ຈາກກຳປູເຈັຽ ລາວ ມຽນມາ ໄທ ແລະວຽດນາມ. ຍີ່ປຸ່ນ ເປັນປະເທດ ທີ່ໃຫ້ການຊ່ອຍເຫລືອ ຫລາຍທີ່ສຸດ ປະເທດນຶ່ງ ແກ່ເຂດແມ່ນ້ຳຂອງ ຊຶ່ງມີຄວາມຍາວ ປະມານ 4 ພັນ 800 ຫລັກກິໂລແມັດ ແລະມີຮ່ອງຮອຍເສດເຫລືອ ຂອງສົງຄາມ ຕລອດທັງຄວາມວຸ້ນວາຍ ພາຍໃນປະເທດ ທີ່ມີມາ ເປັນເວລາ ຫລາຍໆທົສວັດ. ນອກຈາກຍີ່ປຸ່ນແລ້ວ ຈີນກໍໄດ້ເພີ້ມ ການລົງທຶນຂອງຕົນ ຢູ່ໃນເຂດແມ່ນ້ຳຂອງ ທີ່ອຸດົມສົມບູນ ໄປດ້ວຍຊັພຍາກອນ ທັມມະຊາດ ຮວມທັງການເຮັດ ສວນຢາງພາຣາ ແລະຂຸດຄົ້ນບໍ່ແຮ່ ຢູ່ໃນລາວ ແລະໃນມຽນມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG