ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວຽງຈັນເປັນຫ່ວງບັນຫາກຳຈັດຂີ້ເຫຍື້ອໃນໄລຍະຊີເກມນີ້


ທາງການລາວຍອມຮັບວ່າ ມີຄວາມເປັນ ຫ່ວງກ່ຽວກັບ ການກຳຈັດຂີ້ເຫຍື້ອໃນຊ່ວງ ທີ່ລາວເປັນເຈົ້າພາບຈັດການແຂ່ງຂັນກິ ລາຊີເກມຄັ້ງທີ 25 ຢູ່ນະຄອນຫລວງວຽງ ຈັນ ໃນລະຫວ່າງວັນທີ 9-18 ທັນວານີ້ ເນື່ອງຈາກວ່າໃນປັດຈຸບັນນີ້ ວຽງຈັນ ສາມາດກຳຈັດ ຂີ້ເຫຍື້ອໄດ້ພຽງແຕ່ 60% ຂອງຂີ້ເຫຍື້ອ ທັງໝົດໃນແຕ່ລະວັນ.

​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ອົງການ​ພັດທະນາ ​ແລະ ​ບໍລິຫານ​ຕົວ​ເມືອງ​ຂອງ​ລັດ​ຖະບານ​ລາວ​ໄດ້​ໃຫ້ການ​ຍອມຮັບ​ວ່າ​ບັນຫາ​ນຶ່ງທີ່ທາງ​ການ​ລາວ​ມີ​ຄວາ​ມກັງວົນ​ໃຈ​ຫຼາຍທີ່​ສຸດ​ໃນ​ຊ່ວງ​ທີ່​ລາວ​ຈະເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາຊີເກ​ມຄັ້ງທີ່ 25 ​ໃນ​ລະຫວ່າງ​ວັນ​ທີ 9-18 ທັນ​ວາປີ​ນີ້​ກໍ​ຄື​ບັນຫາ​ກ່ຽວ​ກັບ​ການ​ກຳຈັດຂີ້​ເຫຍື້ອ ທີ່​ຈະ​ມີ​ປະລິມານ​ເພີ້ມຫລາຍ​ຂຶ້ນກວ່າ​ລະດັບ​ປົກ​ກະຕິ​ຢ່າງ​ແນ່​ນອນ.

ທັງນີ້​ກໍ່​ເນື່ອງ​ຈາກ​ວ່າ​ໃນ​ສະຖານ​ການ​ປົກກະຕິ​ນັ້ນ ການ​ກຳຈັດຂີ້ເຫຍື້ອ​ໃນ​ເຂດ​ນະ​ຄອນ​ຫຼວງວຽງຈັນ ກໍ່​ສາມາດປະຕິບັດໄດ້​ພຽງ​ແຕ່​ບໍ່​ເກີນ 60% ຂອງ​ປະລິມານຂີ້​ເຫຍື້​ອທັງໝົດ​ໃນ​ແຕ່​ລະ​ວັນ​ຢູ່​ແລ້ວ, ​ຊຶ່ງ​ກໍ່​ຄື​ໃນ​ແຕ່​ລະ​ວັນ​ສຳ​ຫຼັບຢູ່​ໃນ​ເຂດ​ນະຄອນຫລວງ​ນັ້ນ​ໄດ້​ມີ​ການ​ຜະຫລິດຂີ້​ເຫຍື້ອ​ເພີ້ມ​ຂື້ນ​ເຖິງ 300 ໂຕນ. ​ໃນ​ຂະນະ​ທີ່​ການກຳຈັດຂີ້​ເຫຍື້​ອສາມາດ​ປະຕິບັດ​ໄດ້​ພຽງໃນ​ປະລິມານ​ບໍ່​ເກີນ 180 ໂຕນ​ຕໍ່​ວັນ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ມີຂີ້​ເຫຍື້ອຕົກ​ຄ້າງ ​ແລະ​ ກໍ່​ສະ​ສົມ​ເພີ້ມ​ຂຶ້ນເລື້ອຍໆ ໃນ​ປະລິ​ມານ​ເຖິງ 120 ໂຕນ​ໃນ​ແຕ່​ລະ​ວັນ ​ແລະ​ຜົນ​ທີ່​ຕິດຕາ​ມ ມານັ້ນກໍ່​ຄື​ໄດ້​ມີ​ການ​ລັກລອບ​ນຳ​ເອົາຂີ້​ເຫຍື້​ອສ່ວນ​ເກີນ​ດັ່ງ​ກ່າ​ວ​ໄປ​ຖີ້​ມ​ໃສ່​ ພື້ນທີ່​ຂອງ​ສ່ວນ​ລວມເຊັ່ນຄູຄອງ​ແລະຮ່ອງ​ນ້ຳຊຶ່ງ​ກໍ່​ໄດ້​ສົ່ງຜົນກະທົບຕໍ່ເນື່ອງ,ເຖິງສະພາບ ແວດລ້ອມທຳມະຊາດຢ່າງຫລີກລ້ຽງບໍ່ໄດ້.

​ແຕ່​ຢ່າງ​ໃດ​ກໍ່ຕາມ​ທາງ​ການ​ລາວ​ກໍ່​ຫວັງ​ວ່າ​ຈະ​ໄດ້​ຮັບ​ ການ​ຮ່ວມ​ມື​ຈາກປະຊາ ຊົນໃນ​ເຂດ​ນະ​ຄອນ​ຫຼວງເພື່ອ ​ຫຼຸດຜ່ອນ​ບັນຫາ​ຂີ້​ເຫຍື້ອຕົກຄ້າງແລະສະສົມ ດັ່ງ​ກ່າວ ດ້ວຍ​ການ​ຊ່ອຍ​ກັນ​ຂັດ​ແຍກປະເພດຂອງ​ຂີ້​ເຫຍື້ອ​ໂດຍ​ນຳ​ເອົາ​ຂີ້​ເຫຍື້ອ​ທີ່​ສາມາດນຳກັບຄືນ​ມາ​ໃຊ້​ໄດ້​ນັ້ນກັບ ຄື​ນມາ​ໃຊ້​ປະ​ໂຫຍ​ດອີກ​ເທື່ອ​ໃໝ່ ຊຶ່ງ​ກໍ່​ຈະ​ເຮັດ​ໃຫ້​ສາ ມາດຫລຸດປະລິ​ມານ​ຂີ້​ເຫຍື້ອ​ໄດ້​ຢ່າງ​ຫລວງຫຼາຍ. ​ທັງນີ້ ສາເຫດ​ສຳຄັນ​ປະການ​ນຶ່ງ​ທີ່​ເຮັດ​ໃຫ້​ປະລິ​ມານ​ຂີ້ ​ເຫຍື້ອ​ມີ​ການ​ຕົກ​ຄ້າງ ແລະ ສະ​ສົມຫຼາຍຂື້ນ​ນັບ​ມື້ ນັ້ນກໍ່​ຍ້ອນ​ວ່າ​ປະຊາຊົນ​ລາວ​ສ່ວນ​ໃຫຍ່​ຍັງ ບໍ່ມີການຂັດ​ແຍກ​ຂີ້​ເຫຍື້ອເລີຍນັ້ນ​ເອງ.

ນະຄອນ​ຫຼວງວຽງ​ຈັນ ​ໄດ້ປະເຊີນກັບ​ບັນຫາມົນລະພິດ​ໃນ​ດ້ານ​ສະພາບ​ແວດ​ລ້ອມທຳມະ ຊາດ​ຫຼາຍຂື້ນ​ນັບ​ມື້. ​ທັງນີ້ນອກຈາກ​ບັນຫາ​ຂີ້​ເຫຍື້ອຕົກຄ້າງ​ດັ່ງ​ກ່າວ​ແລ້ວນັ້ນກໍ່​ມີ​ອີກ​ບັນຫາ​ ນຶ່ງ​ທີ່​ໜ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງເຊັ່ນ​ດຽວ​ກັນ ຊຶ່ງກໍ່ຄືບັນຫານ້ຳເປື້ນທີ່ປ່ອຍຈາກຄົວເຮືອນຂອງ, ປະຊາຊົນລາວ ໃນເຂດນະຄອນຫລວງ ລົງສູ່ບຶງທາດຫລວງ.

ອີງ​ຕາມ​ຂໍ້​ມູນ​ຂອງ​ແຜນ​ວິດທະຍາສາດ​ເທັກໂນ​ໂລ​ຍີ​ແລະ​ສິ່ງ​ແວດ​ລ້ອມ​ຂອງ​ເຂດ​ນະຄອນ​ຫຼວງ​ເອງ​ນັ້ນ​ໄດ້​ລະບຸ​ວ່າ​ໃນ​ແຕ່​ລະ​ວັນ​ມີ​ປະຊາຊົນ​ລາວ​ຫຼາຍກວ່າ 270.000 ຄົນ​ທີ່​ໄດ້​ ພາກັນ​ປ່ອຍນ້ຳເປື້ອນ, ລົງ​ສູ່ບຶ​ງທາດຫຼວງ​ແລະ​ໃນ​ຂະນະ​ດຽວ​ກັນນັ້ນກໍ່ປະກົດວ່າ​ມີ​ປະຊາ ຊົນ​ລາວ​ພຽງ​ແຕ່ 30.000 ກວ່າ​ຄົນ​ເທົ່າ​ນັ້ນ ທີ່​ໄດ້​ມີ​ການ​ບໍາ​ບັດ​ນ້ຳເປື້ອນກ່ອນທີ່ຈະປ່ອຍ, ລົງສູ່ເຂດບຶ​ງທາດຫຼວງດັ່ງ​ກ່າວ. ທັ້ງທີ່​ວ່າບຶ​ງທາດຫຼວງ​ເປັນ​ທັ້ງ​ແຫລ່ງ​ປະໂມງ, ​ແຫລ່ງນ້ຳ, ໃຊ້ ເພື່ອ​ການ​ບໍລິ​ໂພກແລະ​ເພື່ອ​ການກະເສດນັບທັງ​ເປັນອ່າງນ້ຳ,ທີ່ຊ່ວຍປ້ອງກັນໄພ​ນ້ຳ, ຖ້ວມ ໃຫ້​ແກ່ນະຄອນ​ຫລວງ​ວຽງຈັນອີກດ້ວຍ.

XS
SM
MD
LG