ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຍິງກັນ ທີ່ຄ້າຍທະຫານ ສະຫະຣັດ ແຫ່ງນຶ່ງ ຢູ່ຣັດເທັກຊັສ ເຮັດໃຫ້ມີ ຜູ້ເສັຽຊີວິດ 13 ຄົນ ແລະບາດເຈັບອີກ 31 ຄົນ.


ເຫດຮ້າຍ - ຄ້າຍທະຫານ: ເຈົ້າໜ້າທີ່ທະ ຫານ ແລະພົລເຮືອນ ທີ່ຄ້າຍທະຫານແຫ່ງນຶ່ງ ຂອງສະຫະຣັດ ຢູ່ຣັດເທັກຊັສໄດ້ພາກັນໄວ້ທຸກ ເປັນເວລານຶ່ງມື້ໃນວັນສຸກມື້ນີ້ ໃຫ້ແກ່ພວກເຄາະ ຮ້າຍ ຈາກເຫດການໆຍິງກັນ ທີ່ຮ້າຍແຮງສຸດຄັ້ງ ນຶ່ງຢູ່ທີ່ຖານທັບຂອງສະຫະຣັດ. ເຈົ້າໜ້າທີ່ໆຄ້າຍ FORT HOOD ກ່າວວ່າ ມີ 13 ຄົນເສັຽຊີວິດ ແລະອີກ 31 ຄົນ ໄດ້ຮັບບາດເຈັບເວລານັກຈິຕ ແພດຄົນນຶ່ງ ຂອງທະຫານ ທີ່ມີການກ່າວຫາວ່າ ໄດ້ເລີ້ມຍິງປືນສັ້ນ 2 ກະບອກ ເຂົ້າໃສ່ຜູ້ຄົນ ຢູ່ນອກຕຶກ ບ່ອນທີ່ພວກທະຫານ ໄດ້ກະກຽມ ຖືກສົ່ງໄປ ຕ່າງປະເທດ ໃນວັນພະຫັດວານນີ້. ມີປືນ ທີ່ຖືກກ່າວຫາຜູ້ນີ້ ຣະບຸວ່າ ເປັນພັນຕຣີ NIDAL MALIK HASAN ທີ່ມາຈາກ ຣັດເວີຈີເນັຽ. ລາຍງານຂັ້ນຕົ້ນ ແຈ້ງວ່າ ພັນຕຣີ HASAN ໄດ້ເສັຽຊີວິດ ໃນການຍິງຕໍ່ສູ້ ກັບສາຣະວັດ ທະຫານແລະຕຳຣວດ ແຕ່ພົນໂທ ROBERT CONE ນາຍທະຫານ ຜູ້ບັນຊາການ ທີ່ FORT HOOD ກ່າວຕໍ່ພວກນັກຂ່າວ ບໍ່ເທົ່າໃດຊົ່ວໂມງ ຕໍ່ມາວ່າ ພັນຕຣີ HASAN ໄດ້ລອດຊີວິດມາໄດ້ ຈາກການຍິງຕໍ່ສູ້. ນາຍພົນ CONE ຍັງໄດ້ແກ້ຂ່າວ ທີ່ໄດ້ອອກໄປແລ້ວນັ້ນວ່າ ມີຕຳຣວດ ພົລເຮືອນຜູ້ນຶ່ງ ກໍໄດ້ເສັຽຊີວິດ ໃນການຍິງຕໍ່ສູ້ກັນ.

ຮອນດູຣັສ: ຜູ້ຊ່ອຍຄົນນຶ່ງຂອງປະທານາທິບໍດີ ຮອນດູຣັສ ທີ່ຖືກໂຄ່ນລົ້ມ ທ່ານ MANU EL ZELAYA ກ່າວວ່າ ຂໍ້ຕົກລົງ ທີ່ແນໃສ່ເພື່ອຍຸຕິ ວິກິຕການ ທາງດ້ານການ ເມືອງໃນຮອນດູຣັສ ໄດ້ປະສົບກັບ ຄວາມລົ້ມແຫລວ ຫລັງຈາກປະ ທານາທິບໍດີຮັກ ສາການຊົ່ວຄາວ ທ່ານ ROBERTO MICHELETTI ໄດ້ປະກາດຈັດ ຕັ້ງຄະນະຣັຖບານຊຸດໃໝ່. ທ່ານ MICHELET TI ກ່າວໃນຕອນແລງ ຂອງມື້ວານນີ້ວ່າ ທ່ານໄດ້ຕັ້ງຣັຖບານ ສາມັກຄີແຫ່ງຊາດ ໂດຍບໍ່ມີທ່ານ ZELAYA ເຂົ້າຮ່ວມ ແລະທ່ານໄດ້ປະຕິເສດ ບໍ່ຍອມແຕ່ງຕັ້ງ ຣັຖມຸນຕຣີເຂົ້າຮ່ວມ. ບຸກຄົນທັງສອງ ໄດ້ລົງນາມ ໃນຂໍ້ຕົກລົງ ສັບປະດາແລ້ວ ເພື່ອແກ້ໄຂ ການປະເຊີນໜ້າ ທາງດ້ານການເມືອງ ທີ່ມີມາເປັນເວລາ 4 ເດືອນ. ຣັຖບານຊຸດໃໝ່ ມີກຳນົດ ຈະເລີ້ມເຂົ້າຮັບໜ້າທີ່ ໃນວັນພະຫັດນີ້. ທ່ານ ZELAYA ເຕືອນໃນມື້ວານນີ້ວ່າ ຂໍ້ຕົກລົງ ທີ່ໄດ້ບັນລຸກັນນັ້ນ ແມ່ນສ່ຽງຕໍ່ ການພັງທະລາຍລົງ ນອກຈາກວ່າ ສະພາແຫ່ງຊາດ ຈະລົງຄະແນນສຽງ ເພື່ອຟື້ນຟູ ການເຂົ້າຮັບຕຳແໜ່ງ ຂອງທ່ານຄືນໃໝ່ ໃນທັນທີ ໄປຈົນໝົດອາຍຸ ໃນສມັຍ ການດຳຣົງຕຳແໜ່ງຂອງທ່ານ ທີ່ຈະສິ້ນສຸດລົງ ໃນເດືອນມັງກອນ ປີໜ້າ.

ສະຫະປະຊາຊາດ - ກາຊ່າ: ອິສຣາແອລ ໄດ້ປະຕິເສດຕໍ່ມະຕິ ຂອງອົງການ ສະຫະປະ ຊາຊາດ ທີ່ໃຫ້ການສນັບສນຸນ ຕໍ່ລາຍງານທີ່ ກ່າວຫາ ອິສຣາແອລ ແລະກຸ່ມຫົວຮຸນແຮງ ຮາມັສ ຂອງປາແລສໄຕນ໌ວ່າ ໄດ້ກໍ່ອາຊຍາກັມ ສົງຄາມຂຶ້ນ ໃນລະຫວ່າງ ທີ່ເກີດບັນຫາຂັດແຍ້ງ ຢູ່ໃນເຂດກາຊ່ານັ້ນ. ໃນຖແລງການ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນສຸກມື້ນີ້ ກະຊວງ ການຕ່າງປະເທດ ອິສຣາແອລ ກ່າວວ່າ ມະຕິດັ່ງກ່າວ ແມ່ນບໍ່ໄດ້ຕິດແທດ ກັບສະພາບ ການໂຕຈິງ ຢູ່ໃນທີ່ນັ້ນ ໂດຍສິ້ນເຊີງ. ໃນມື້ວານນີ້ ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ລົງຄະແນນສຽງ ໃຫ້ການສນັບສນຸນ ຕໍ່ອັນທີີ່ເອີ້ນວ່າ ລາຍງານ GOLDSTONE ຊຶ່ງໄດ້ຕັ້ງຊື່ ຕາມຊື່ຂອງ ນັກກົດໝາຍ ອາຟຣິກາໃຕ້ ທ່ານ RICHARD GOLDSTONE ທີ່ເປັນຫົວໜ້າ ສືບສວນຄົ້ນຄວ້າ ຫາຄວາມຈິງ ຂອງອົງການ ສະຫະປະຊາຊາດ ກ່ຽວກັບບັນຫາ ຂັດແຍ້ງ ໃນເຂດກາຊ່າ. ຂະນະທີີ່ ລາຍງານໄດ້ ຕຳໜິຕິຕຽນ ທັງສອງຝ່າຍ ແຕ່ກໍໄດ້ກ່າວຫາ ອິສຣາແອລວ່າ ໃຊ້ກຳລັງ ເກີນຂອບເຂດ ໃນການຕອບໂຕ້ ຕໍ່ການຍິງຈະຣວດໂຈມຕີ ໂດຍພວກຫົວຮຸນແຮງ ໃນເຂດກາຊ່າ.

ການຄ້າ - ສະຫະຣັດ - ຈີນ: ສະຫະຣັດ ໄດ້ຂຶ້ນພາສີ ໃນການນຳເຂົ້າທໍ່ ທີ່ໃຊ້ໃນການເຈາະນ້ຳມັນ ແລະແກັສທັມ ມະຊາດ ທີ່ເຮັດຈາກຈີນ ເພື່ອເປັນການລົງໂທດ. ກະຊວງ ການຄ້າ ຂອງສະຫະຣັດ ໄດ້ປະກາດ ໃນມື້ວານນີ້ວ່າ ຕົນ ຈະເກັບພາສີ ສິນຄ້າຣາຄາຖືກ ສົ່ງເຂົ້າມາຂາຍ ສູງເຖິງ 99% ຕໍ່ອັນທີ່ເອີ້ນວ່າ ສິນຄ້າ ປະເພດທໍ່ນ້ຳມັນ ຂອງຈີນນັ້ນ. ກະຊວງການຄ້າ ກ່າວວ່າ ຕົນພິຈາຣະນາ ເຫັນວ່າ ບໍຣິສັດ ຈີນ ຫຼາຍໆບໍຣິສັດ ໄດ້ຂາຍທໍ່ເຫຼົ່ານີ້ 36.53% ຕ່ຳກວ່າຣາຄາ ທີ່ຂາຍກັນ ຕາມປົກກະຕິ. ສະຫະຣັດ ໄດ້ນຳເຂົ້າ ສິນຄ້າປະເພດທໍ່ນ້ຳມັນ ທີ່ໃຊ້ໃນ ການຂຸດແກັສທັມມະຊາດ ແລະນ້ຳມັນ ໃນມູນຄ່າ 2 ພັນ 600 ລ້ານໂດລາໃນປີ 2008 ຜ່ານມາ. ການຂຶ້ນພາສີ ດັ່ງກ່າວນີ້ ແມ່ນການ ເຄື່ອນໄຫວລ່າສຸດ ໃນການເອົາມາຕການ ຕອບໂຕ້ທາງດ້ານການຄ້າ ທີ່ມີມາເປັນລຳດັບ ຂອງຣັຖບານທ່ານ OBAMA ຕໍ່ຈີນ. ໃນເດືອນ ກັນຍາຜ່ານມາ ກະຊວງການຄ້າ ຂອງສະຫະຣັດ ໄດ້ມີຄຳສັ່ງ ໃຫ້ເກັບພາສີ 35% ຕໍ່ຢ່າງຣົດ ທີ່ເຮັດໃນ ປະເທດຈີນ.

ກອງປະຊຸມສຸດຍອດ - ອາເປັກ: ຮ່າງ ຖແລງການ ຂອງບັນດາປະເທດ ສະມາຊິກ ໃນອົງການໆຮ່ວມມື ທາງດ້ານເສຖກິດຢູ່ໃນ ເຂດເອເຊັຽ ປາຊີຟິກ ຫລື APEC ແຈ້ງວ່າ ຣັຖບານ ຂອງປະເທດຕ່າງໆຢູ່ໃນຂົງເຂດຍັງ ສືບຕໍ່ ມີຄວາມວິຕົກກັງວົນ ກ່ຽວກັບຄວາມ ເປັນໄປໄດ້ ໃນການກັບຄືນ ໄປສູ່ສະພາບຫຼຸດ ຖອຍ ຂອງເສຖກິດ ເຖິງແມ່ນເມື່ອໄວໆມານີ້ ໄດ້ມີຮ່ອງ ທີ່ສະແດງໃຫ້ເຫັນ ເຖິງການຟື້ນ ໂຕຄືນ ກໍຈິງ. ຖແລງການ ທີ່ມີການແຈ້ງ ໃຫ້ພວກນັກຂ່າວຊາບນຳ ໃນວັນສຸກມື້ນີ້ເວົ້າວ່າ ບັນດາປະເທດ ສະມາຊິກ ຈະກົດດັນ ເພື່ອໃຫ້ມີ ຄວາມເປັນເອກກະພາບກັນ ກ່ຽວກັບວ່າ ຍັງຈະບໍ່ມີການ ຍົກເລີກ ແຜນການກະຕຸກຊຸກຍູ້ ເສຖກິດ ຈົນກວ່າຈະມີຮ່ອງຮອຍ ໃນການຟື້ນໂຕຄືນ ຢ່າງເຂັ້ມແຂງເສັຽກ່ອນ. ພວກຜູ້ນ ຳຂອງ 21 ປະເທດ ໃນອົງການ APEC ແມ່ນມີຮວມ ທັງສະຫະຣັດ ແລະຈີນ ຈະປະຊຸມກັນ ທີ່ສິງກະໂປ ໃນວັນທີ 14 ແລະ 15 ພະຈິກ ເພື່ອປຶກສາຫາຣື ກ່ຽວກັບການຟື້ນໂຕຄືນ ຂອງເສຖກິດໂລກ ບັນຫາຕ່າງໆ ໃນດ້ານສະພາບແວດລ້ອມ ແລະການຄ້າເສຣີ.

ຍີ່ປຸ່ນ - ປະເທດເຂດແມ່ນ້ຳຂອງ: ນາຍົກ ຣັຖມຸນຕຣີຍີ່ປຸ່ນ ທ່ານ YUKIO HATOYAMA ຈະເປີດ ກອງປະຊຸມ ເປັນເວລາ 2 ມື້ຂອງພວກ ຜູ້ນຳ ຈາກເຂດ ແມ່ນ້ຳຂອງໃນເອເຊັຽຕາເວັນ ອອກ ສຽງໃຕ້ ທີ່ກຸງໂຕກຽວ ໃນວັນສຸກມື້ນີ້. ທ່ານ HATOYAMA ພ້ອມກັບ ນາຍົກຣັຖມຸນຕຣີ ຂອງກຳປູເຈັຽ ລາວ ມຽນມາ ໄທ ແລະວຽດນາມ ຈະໄດ້ປຶກສາຫາຣືກັນ ກ່ຽວກັບເຣື່ອງເສຖກິດ ການພັທນາ ຊັພຍາກອນມະນຸດ ແລະການປ່ຽນແປງ ຂອງດິນຟ້າອາກາດ ໃນລະຫວ່າງ ກອງປະຊຸມສຸດຍອດ ດັ່ງກ່າວ. ຍີ່ປຸ່ນ ໄດ້ໃຫ້ ການຊ່ອຍເຫລືອ ຫລາຍທີ່ສຸດ ປະເທດນຶ່ງ ຕໍ່ເຂດແມ່ນ້ຳຂອງ ຊຶ່ງມີຄວາມຍາວ ປະມານ 4800 ຫລັກກິໂລແມັດ ແລະໄດ້ມີ ການປະຖິ້ມໄວ້ ຊຶ່ງຮ່ອງຮອຍ ຂອງສົງຄາມ ແລະຄວາມວຸ້ນວາຍພາຍໃນ ເປັນເວລາ ຫຼາຍໆທົສວັດ. ແຕ່ຈີນ ໄດ້ເພີ້ມການລົງທຶນຂອງຕົນ ຢູ່ໃນຂົງເຂດ ທີ່ອຸດົມສົມບູນ ໄປດ້ວຍຊັພຍາກອນ ທັມມະຊາດດັ່ງກ່າວ ໃນໄລຍະສອງ-ສາມປີຜ່ານມານີ້ ຮວມທັງການສ້າງ ໂຮງງານຢາງພາລາ ແລະຂຸດຄົ້ນບໍ່ແຮ່ ຢູ່ໃນລາວ ແລະມຽນມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG