ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການສະຫະປະຊາຊາດ ຈະຍົກຍ້າຍ ພະນັກງານຂອງຕົນ 600 ຄົນ ເປັນການຊົ່ວຄາວ ຫລັງຈາກພວກທາລີບານໂຈມຕີ


ອັຟການິສຖານ: ອົງການ ສະຫະປະຊາຊາດ ກ່າວວ່າ ຕົນຈະຍົກຍ້າຍ ເປັນການຊົ່ວຄາວ ພະນັກງານ ຂອງຕົນ ທີ່ເປັນຄົນ ຕ່າງປະເທດ ຢ່າງນ້ອຍ 600 ຄົນໃນອັຟການິສຖານ ຍ້ອນມີ ຄວາມວິຕົກກັງວົນກ່ຽວກັບເຣື່ອງຄວາມປອດພັຍ. ໂຄສົກຄົນນຶ່ງ ຂອງອົງການ ສະຫະປະຊາຊາດ ກ່າວວ່າ ທາງອົງການ ສະຫະປະຊາຊາດໄດ້ຕັດ ສິນໃຈ ທີ່ຈະຍົກຍ້າຍປະມານເຄິ່ງນຶ່ງ ຂອງພະນັກ ງານ ທີ່ເປັນຄົນ ຕ່າງປະເທດ ຈຳນວນ 1 ພັນ 100 ຄົນ ໃນອັຟການິສຖານ ໃຫ້ໄປຢູ່ ໃນສະຖານທີ່ ທີ່ມີຄວາມປອດພັຍ ຫລາຍຂຶ້ນ ທັງຢູ່ໃນ ແລະນອກ ອັຟການິສຖານ. ໃນສັບປະດາແລ້ວນີ້ ພວກມືປືນ ທາລີບານ ໄດ້ສັງຫານ ພະນັກງານ ຊາວຕ່າງປະເທດ 5 ຄົນ ຂອງອົງການ ສະຫະປະຊາຊາດ ໃນລະຫວ່າງ ການບຸກໂຈມຕີ ບ້ານພັກນາໆຊາດ ທີ່ນະຄອນຫລວງກາບູລ. ນອກນັ້ນແລ້ວ ໃນວັນພະຫັດມື້ນີ້ ກອງກຳລັງ ອົງການນາໂຕ້ ກ່າວວ່າ ມີທະຫານ ອະເມຣິກັນຄົນນຶ່ງ ເສັຽຊີວິດ ໃນລະຫວ່າງ ການດັກສະກັດໂຈມຕີ ໜ່ວຍລາຕເວນ ຂອງອົງການນາໂຕ້ ໂດຍພວກຫົວຮຸນແຮງ ໃນພາກຕາເວັນອອກ ອັຟການິສຖານ.

ອີຣັກ - ນ້ຳມັນ: ຣັຖບານອີຣັກ ໄດ້ຕັດສິນໃຈ ທີ່ຈະເຮັດສັນຍາ ໃຫ້ກຸ່ມບໍຣິສັດພາຍໃຕ້ການນຳ ພາ ຂອງບໍຣິສັດນ້ຳມັນ EXXON MOBIL ຂອງ ສະຫະຣັດພັທນາບໍ່ນ້ຳມັນ QURNA ຕາເວັນຕົກ. ກະຊວງນ້ຳມັນ ຂອງອີຣັກ ໄດ້ປະກາດ ໃນວັນພະ ຫັດມື້ນີ້ ກ່ຽວກັບຂໍ້ຕົກລົງ ໃຫ້ການສັມປະທານ ເປັນເວລາ 20 ປີ ແກ່ກຸ່ມບໍຣິສັດ ທີ່ຮວມທັງ ບໍຣິສັດນ້ຳມັນ SHELL ຂອງໂຮນລັງ ເພື່ອພັທນາ ບໍ່ນ້ຳມັນ QURNA ຕາເວັນຕົກ. ກຸ່ມບໍຣິສັດ ທີ່ຢູ່ພາຍໃຕ້ ການນຳພາ ຂອງບໍຣິສັດ EXXON ໄດ້ສເນີ ທີ່ຈະເພີ້ມ ການຜລິດນ້ຳມັນ ຈາກຣະດັບ ປັດຈຸບັນ 280 ພັນຖັງຕໍ່ມື້ ຂຶ້ນເປັນ 2 ລ້ານ 1 ແສນຖັງຕໍ່ມື້. ສ່ວນກຸ່ມບໍຣິສັດ ອີກຈຸນຶ່ງ ພາຍໃຕ້ການນຳພາ ຂອງບໍຣິສັດນ້ຳມັນ LUKOIL ຂອງຣັດເຊັຽ ກໍໄດ້ຍື່ນ ຂໍສັມປະທານ ໃນຄັ້ງນີ້. ອີຣັກ ເປັນປະເທດ ມີນ້ຳມັນສຳຮອງ ຫລາຍທີ່ສຸດໃນໂລກ ແລະກຳລັງ ພະຍາຍາມ ຫາທາງທີ່ຈະເພີ້ມ ການຜລິດ. ການຂາຍນ້ຳມັນ ໄດ້ປະກອບເປັນ ລາຍໄດ້ສ່ວນໃຫຍ່ ຂອງຣັຖບານອີຣັກ.

ກຳປູເຈັຽ - ໄທ: ​ໄທ​ໄດ້​ຮຽກ​ໂຕເອກ​ອັຄຣັຖທູດ ​ຂອງ​ຕົນ ປະຈຳກຳປູ​ເຈັຽ ກັບ​ຄືນ​ປະ​ເທດ ​ເພື່ອ​ປະ​ທ້ວງ​ ຕໍ່​ການທີ່​ກຳປູ​ເຈັຽ​ ໄດ້ແຕ່ງຕັ້ງທ່ານ ທັກສິນ ຊິນນະ​ວັດ ນາຍົກຣັຖມຸນຕຣີໄທ ທີ່​ຖືກໂຄ່ນ​ລົ້​ມນັ້ນ ​ໃຫ້​ເປັນ​ທີ່​ປຶກສາ​ ດ້ານ​ເສ​ຖກິດ​ຂອງຣັຖບານ​ພະນົມ​ເປັນ. ຣັຖບານ​ໄທ​ ໄດ້​ປະກາດ​ຂ່າວ​ ການ​ຮຽກ​ໂຕ​ ທູດ​ຂອງ​ຕົນ​ຄືນ ​ໃນ​ວັນ​ພະຫັດ​ມື້​ນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ທີ່ກຳປູເຈັຽ ອອກ​ຖແລ​ງການ​ວ່າ ອະດີດນາຍົກ ຣັຖມຸນຕຣີ ທັກສິນ ຊິນນະວັດ ໄດ້ ຖືກແຕ່ງຕັ້ງ​ ໃຫ້ເປັນທີ່ປຶກສາ ທາງດ້ານເສຖກິດ ຂອງນາຍົກ ຣັຖມຸນຕຣີຮຸນເຊນ ​ໂດຍພຣະຣາຊດຳ ຣັດ. ອະດີ​ດ ນາຍົກຣັຖມຸນຕຣີໄທ​ ແລະ​ມະຫາ​ເສດຖີ​ ດ້ານ​ໂທລະ​ຄົມມະນາຄົມ ໄດ້​ຖືກ​ໂຄ່ນ​ລົ້ມ ອອກ​ຈາກ​ອຳນາດ ​ໃນ​ການ​ກໍ່ ຣັຖປະຫານ​ ທີ່​ປາສຈາກ​ ການ​ນອງ​ເລືອດ​ ​ເມື່ອ​ປີ 2006. ທ່ານກຳລັງລີ້ພັຍ ຢູ່ໃນຕ່າງປະເທດ ​ເພື່ອ​ຫລີກ​ລ່ຽງ ໂທດຈຳຄຸກ ເປັນເວລາ 2 ປີ ໃນຂໍ້ຫາ ສໍ້ຣາດບັງຫລວງ. ທ່ານທັກສິນ ກ່າວອ້າງວ່າ ຂໍ້ຫາເຫລົ່ານີ້ ແມ່ນມີຈຸດປະສົງ ທາງດ້ານການເມືອງ. ໃນເດືອນແລ້ວນີ້ ທ່ານຮຸນເຊນ ໄດ້ສເນີໃຫ້ ທ່ານທັກສິນ ໄປລີ້ພັຍ ຢູ່ທີ່ກຳປູເຈັຽ.

ມຽນມາ - ສະຫະຣັດ: ເຈົ້າໜ້າທີ່ ອະວຸໂສ ທາງດ້ານການທູດ ຂອງສະຫະຣັດ ທ່ານ​ນື່ງ ກ່າວວ່າ ວໍຊິງຕັນ ພ້ອມແລ້ວ ທີ່ຈະປັບປຸງ ຄວາມສັມພັນ ກັບມຽນມາ ແຕ່ຈະຍັງ ບໍ່ຍົກເລີກ ການລົງໂທດ ຈົນກວ່າມຽນມາ ທີ່ປົກຄອງໂດຍ ຣັຖບານທະຫານ ຈະສ້າງ ຄວາມກ້າວໜ້າ ຢ່າງແທ້ຈິງ ໄປສູ່ປະຊາທິປະໄຕ. ໃນການຖແລງ ຢູ່ກອງປະຊຸມ ສຳພາດຂ່າວ ທີ່ບາງກອກ ໃນວັນພະຫັດມື້ນີ້ ທ່ານ SCOT MARCIEL ເອກອັຄຣັຖທູດ ສະຫະຣັດ ຮັບຜິດຊອບ ກ່ຽວກັບກິຈການອາຊ່ຽນ ກ່າວວ່າ ຮ່ອງຮອຍ ສຳຄັນອັນນຶ່ງ ທີ່ຈະ​ສະ​ແດງ ​ໃຫ້​ເຫັນວ່າ ໄດ້ມີການ​ສ້າງ ຄວາມກ້າວໜ້ານັ້ນ ກໍຈະແມ່ນ ການເຈຣະຈາ ລະຫວ່າງພັກຝ່າຍ ກົງກັນຂ້າມ ຄືຣັຖບານທະຫານ ແລະພວກຜູ້ນຳພັກຝ່າຍຄ້ານ ແລະຊົນກຸ່ມນ້ອຍ ເຜົ່າຕ່າງໆ. ທ່ານໄດ້ຮຽກຮ້ອງ ໃຫ້ພວກຜູ້ນຳມຽນມາ ເລີ້ມການເຈຣະຈາຫາຣື ກັບພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຊຶ່ງເປັນພັກຝ່າຍຄ້ານນັ້ນ ກ່ອນການເລືອກຕັ້ງ ໃນປີໜ້າ. ທ່ານ MARCIEL ແລະຣັຖມຸນຕຣີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະຣັດ ທ່ານ KURT CAMPBELL ໄດ້ເຈຣະຈາ ໃນວັນອັງຄານ ແລະວັນພຸດ ວານນີ້ ກັບພວກນາຍທະຫານ ທີ່ປົກຄອງມຽນມາ ຊຶ່ງເປັນການພົບປະ ໃນຣະດັບສູງສຸດ ກັບພວກເຈົ້າໜ້າ ທີ່ມຽນມາ ໃນຮອບ 14 ປີ.

ເອເຊັຽ - ລົມພາຍຸ: ເຈົ້າໜ້າທີ່ວຽດນາມ ກ່າວວ່າ ມີເກືອບ 100 ຄົນ ໄດ້ເສັຽຊີວິດ ຍ້ອນນ້ຳປ່າໄຫລຖ້ວມແລະຝົນຕົກໜັກ ຈາກ ລົມພາຍຸ MIRINAE. ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນແລ້ວ ມີອີກບໍ່ຕ່ຳກວ່າ 20 ຄົນ ຍັງຫາຍສາບສູນ ໃນເວລານີ້. ລົມພາຍຸດັ່ງກ່າວ ໄດ້ສ້າງຄວາມເສັຽຫາຍ ຫລືບໍ່ກໍທຳລາຍ ເຮືອນຊານບ້ານຊ່ອງ ຫລາຍກວ່າ 14 ພັນຫລັງ ແລະນ້ຳໄດ້ຖ້ວມ ໄຮ່ນາຮົ້ວສວນ ຂອງປະຊາຊົນ ເກືອບ 30 ພັນເຮັກຕາ. ປະຊາຊົນ ຫລາຍສິບພັນຄົນ ບໍ່ມີບ່ອນຢູ່ບ່ອນເຊົາ ແລະຍັງພາກັນ ພັກຢູ່ຕາມ ໂຮງການແຫ່ງຕ່າງໆ ຂອງຣັຖບານ. ແຂວງ PHU YEN ຊຶ່ງຕັ້ງຢູ່ໃນບໍຣິເວນ ແຄມຝັ່ງທະເລ ພາກກາງຂອງ ວຽດນາມນັ້ນ ເປັນເຂດທີ່ ໄດ້ຮັບຄວາມເສັຽຫາຍ ຮ້າຍແຮງສຸດ ຊຶ່ງບາງທ້ອງຖິ່ນ ຂອງແຂວງດັ່ງກ່າວ ​ແມ່ນໄດ້ປະສົບ ກັບພັຍນ້ຳຖ້ວມ ທີ່ຮ້າຍແຮງສຸດ ໃນຮອບຫລາຍທົສວັດ. ສ່ວນແຂວງ BINH DINH ແລະ GIA LAI ທີ່ຕັ້ງຢູ່ໃກ້ຄຽງ ນັ້ນ ກໍໄດ້ປະສົບ ກັບພັຍນ້ຳຖ້ວມ ຮ້າຍແຮງຄືກັນ.

ອິນໂດເນເຊັຽ - ສໍ້ຣາດບັງຫຼວງ: ເຈົ້າໜ້າທີ່ ປະຕິບັດກົດໝາຍ ອະວຸໂສ 2 ທ່ານຂອງອິນໂດ ເນເຊັຽ ໄດ້ລາອອກ ໃນວັນພະຫັດມື້ນີ້ ຫລັງຈາກ​ໄດ້ຖື​ກ ກ່າວ​ຫາ​ວ່າ ມີ​ສ່ວນກ່ຽວຂ້ອງ ພົວພັນນຳ ການວາງແຜນ ທີ່ສົງສັຍວ່າ ຈະບ່ອນທຳລາຍ ຜແນກການ ຕໍ່ຕ້ານສໍ້ຣາດບັງຫລວງ ຂອງອິນໂດເນເຊັຽ. ຮອງອະທິ ໄອຍະການໃຫຍ່ ທ່ານ ABDUL HAKIM RITONGA ແລະນາຍພົນ SUSNO DUADJI ຫົວໜ້າສືບສວນ ຂອງອົງການ ຕຳຣວດແຫ່ງຊາດ ໄດ້ລາອອກ ຫລັງຈາກມີຊື່ ໃນການດັກຟັງ ໂທຣະສັບ ໃນສັບປະດານີ້ ທີ່ໄດ້ເປີດໂປງ ແຜນການບ່ອນທຳລາຍ ຄະນະກັມມາທິການ ລຶບລ້າງ ການສໍ້ຣາດບັງຫລວງ ຂອງອິນໂດເນເຊັຽ ທີ່ມີຊື່ຫຍໍ້ວ່າ KPK ນັ້ນ. ເຈົ້າໜ້າທີ່ ຂອງຄະນະ ກັມມາທິການ ລຶບລ້າງການສໍ້ຣາດ ບັງຫລວງ ສອງຄົນ ໄດ້ຖືກ​ຈັບ ໃນ​ຂໍ້​ຫາ​ ສໍ້​ລາດ​ບັງ​ຫລວງ​ ໃນ​ອາທິດ​ແລ້ວ​ນີ້ ​ແລະທັງ​ສອງ​ ໄດ້ປະຕິເສດ ຕໍ່ຂໍ້ຫານັ້ນ ແລະກ່າວອ້າງວ່າ ເຂົາເຈົ້າຖືກ ໃສ່ຮ້າຍປ້າຍສີ ​ໂດຍ​ໄດ້​ນຳ​ເອົາເທັບ ບັນທຶກ​ສຽງ ທີ່​ອັດໃນການດັກຟັງໂທຣະສັບ ອອກມາສະແດງ ເປັນ​ຫລັກ​ຖານ ສນັບສນຸນຕໍ່ ການກ່າວອ້າງ ຂອງພວກຕົນ ຊຶ່ງໄດ້ມີການ ອອກອາກາດສົດ ທາງໂທຣະພາບ ໃນສັບປະດານີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG