ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຣວດອີຣ່ານ ປະທະກັບ ພວກປະທ້ວງ ຝ່າຍຄ້ານ


ອີຣ່ານ: ຕຳຣວດອີຣ່ານ ໄດ້ປະທະກັບ ພວກ ເດີນຂະບວນ ທີ່ໄດ້ທຳການປະທ້ວງ ຕໍ່ຕ້ານຣັຖ ບານຄືນໃໝ່ເນື່ອງໃນໂອກາດ ວັນຄົບຮອບ 30 ປີ ໃນການບຸກເຂົ້າຢຶດ ສະຖານທູດສະຫະຣັດ ທີ່ ນະຄອນຫລວງ ເຕຫະຣ່ານ. ພວກທີ່ເຫັນເຫດ ການກ່າວວ່າ ຕຳຣວດ ໄດ້ຍິງຣະເບີດນ້ຳຕາ ຂັບໄລ່ພວກປະທ້ວງ ຈຳນວນຫລາຍຮ້ອຍຄົນ ທີ່ໄດ້ພາກັນ ເດີນຂະບວນ ຢູ່ຕາມຖນົນຫົນທາງ ໃນນະຄອນຫລວງ ເຕຫະຣ່ານ ໃນວັນພຸດມື້ນີ້ ເພື່ອທຳການປະທ້ວງ ທີ່ໄດ້ຮັບການສນັບສນຸນ ຈາກຜູ້ສະມັກ ປະທານາທິບໍດີ ທີ່ປລາຊັຍຂອງອີຣ່ານ ທ່ານ MIR HOSSEIN MOUSAVI. ພວກປະທ້ວງ ໄດ້ພາກັນຮ້ອງຄຳຂວັນ “ພວກຜະເດັດການ ຈົ່ງຈິບຫາຍ” ຂະນະທີ່ ພວກເຂົາເຈົ້າ ເລີ້ມການປະທ້ວງ ຄືນໃໝ່ອີກ ຫລັງຈາກໄດ້ມີຂຶ້ນ ໃນເດືອນມິຖຸນາ ເພື່ອຕໍ່ຕ້ານ ການເລືອກຕັ້ງ ທີ່ມີບັນຫາ ໃນການເລືອກເອົາ ປະທານາທິບໍດີ MAMOUD AHMADINEJAD ເຂົ້າຮັບຕຳແໜ່ງ ຕື່ມອີກນັ້ນ. ການປະທ້ວງ ຢູ່ຕາມຖນົນຫົນທາງ ໄດ້ມີຂຶ້ນ ໃນຂະນະທີ່ ຫລາຍພັນຄົນ ໄປຮ່ວມການ ໂຮມຊຸມນຸມ ຕໍ່ຕ້ານອະເມຣິກາ ຢູ່ນອກ ສະຖານທູດ ສະຫະຣັດ ທີ່ປິດແລ້ວນັ້ນ ໃນນະຄອນຫລວງ ເຕຫະຣ່ານ.

ສະຫະຣັດ - ເລືອກຕັ້ງ: ຜູ້ສະມັກຂອງພັກ ຣີພັບຣີກັນ ໄດ້ຊະນະຕຳແໜ່ງ ຜູ້ປົກຄອງຣັດ ຢູ່ໃນ 2 ຣັດ ທີ່ສຳຄັນ ໃນການເລືອກຕັ້ງຂອງ ສະຫະຣັດ ມື້ວານນີ້ ຊຶ່ງມີການມອງກັນ ຢ່າງກວ້າງຂວາງວ່າ ເປັນການລົງ ປະຊາມະຕິ ຕໍ່ຣັຖບານ ແລະນະໂຍບາຍ ຂອງປະທານາທິບໍດີ BARACK OBAMA. ບັນຫາພາຍໃນຣັດ ເປັນເຣື່ອງ ທີ່ຄອບງຳ ການໂຄສະນາຫາສຽງ ຢູ່ໃນທັງຣັດເວີຈີເນັຽ ແລະນິວເຈີຊີ ແຕ່ພວກນັກວິເຄາະ ການເມືອງເວົ້າວ່າ ການປ່ອນບັດ ຢູ່ໃນ 2 ຣັດ ທີ່ມີພົລເມືອງ ຫຼາຍທີ່ສຸດ ທາງພາກຕາເວັນອອກ ຂອງສະຫະຣັດນັ້ນ ແມ່ນໄດ້ສະແດງ ໃຫ້ເຫັນເຖິງ ການປ່ຽນແປງ ໃນຄວາມນິຍົມ ຂອງຜູ້ມີສິດປ່ອນບັດ ອອກຈາກ ພັກເດໂມແຄຣັທ ໄປຫາ ພັກຣີພັບຣີກັນ ຊື່​ງການປ່ຽນແປງ ທີ່​ວ່ານີ້ ຈະຕ່າວປີ້ນ ແນວໂນ້ມທີ່ໄດ້ມີຂຶ້ນ ​ໃນການເລືອກຕັ້ງ ປະທານາທິບໍດີ ໃນປີກາຍນັ້ນ ແລະສະແດງ ໃຫ້ເຫັນເຖິງ ບັນຫາໃນອະນາຄົດ ສຳລັບພັກເດໂມແຄັຣທ ຢູ່ໃນທົ່ວປະເທດ ໃນການເລືອກຕັ້ງ ປີ 2010 ຊຶ່ງຈະມີ ການເລືອກຕັ້ງ​ ເອົາສະມາຊິກ ສະພາຕ່ຳທັງໝົດ ​ໃໝ່ນັ້ນ.

ອັຟການິສຖານ: ຄູ່ແຂ່ງທາງ​ການ​ເມືອງ ຄົນ ສຳຄັນ ຂອງປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ໄດ້ຕັ້ງຄຳຖາມ ກ່ຽວກັບ ຄວາມໝາຍໝັ້ນຕັ້ງໃຈ ຂອງທ່ານ ທີ່ຈະປາບປາມ ການສໍ້ຣາດບັງຫລວງ. ອະດີດ ຣັຖມຸນຕຣີ ການຕ່າງປະເທດ ABDULLAH ABDULLAH ໄດ້ຖອນໂຕ ອອກຈາກ ການແຂ່ງຂັນເລືອກຕັ້ງ ປະທານາທິບໍດີ ຮອບສອງ ຂອງອັຟການິສຖານ ເມື່ອ 3 ມື້ກ່ອນ ຍ້ອນມີຄວາມ ວິຕົກກັງວົນ ກ່ຽວກັບການສໍ້ໂກງ ຄະແນນສຽງ. ໃນມື້ວານນີ້ ທ່ານເວົ້າວ່າ ຣັຖບານທ່ານ KARZAI ເປັນຣັຖບານ ທີ່ບໍ່ຖືກຕ້ອງຊອບທັມ ຍ້ອນໄດ້ເກີດຂ່າວນອງນັນ ກ່ຽວກັບຂັ້ນຕອນ ຂອງການເລືອກຕັ້ງ ທີ່ໄດ້ປະກາດ ໃຫ້ທ່ານ KARZAI ເປັນຜູ້ຊະນະ ຍ້ອນການຖອນ​ໂຕ ຂອງທ່ານນັ້ນ. ທ່ານ ABDULLAH ໄດ້ຖແລງ ຕໍ່ກອງປະຊຸມ ສຳພາດຂ່າວ ທີ່ນະຄອນຫຼວງກາບູລ ຊຶ່ງໄດ້ມີຂຶ້ນ ຫລັງຈາກ ກອງປະຊຸມຖແລງຂ່າວ ທີ່ຄ້າຍຄືກັນນີ້ ຂອງປະທານາທິບໍດີ KARZAI ໃນມື້ວານນີ້ ທີ່ທ່ານໄດ້ປະກາດວ່າ ຈະດຳເນີນ ທຸກຄວາມພະຍາຍາມ ເທົ່າທີ່ເປັນໄປໄດ້ ເພື່ອລຶບລ້າງ ການສໍ້ຣາດບັງຫລວງ ຂອງຣັຖບານ ແຕ່ໃນຂະນະດຽວກັນ ກໍເປັນທີ່ ປາກົດວ່າ ທ່ານໄດ້ປະຕິເສດ ບໍ່ຍອມປົດ ເຈົ້າໜ້າທີ່ ອະວຸໂສຫລາຍ​ຄົນ ໃນການກວດລ້າງປາບ​ປາມ ການສໍ້ຣາດບັງຫລວງນັ້ນ.

ມຽນມາ - ສະຫະຣັດ: ພວກເຈົ້າໜ້າທີ່ການ ທູດອະວຸໂສ ຂອງສະຫະຣັດ ກຳລັງພົບປະກັບ ທ່ານນາງ ອອງຊານຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ໃນວັນພຸດມື້ນີ້ ອັນເປັນຄວາມ ພະຍາຍາມ ຂອງຣັຖບານທ່ານ OBAMA ເພື່ອດຳເນີນການໃໝ່ ທາງດ້ານທູດ ຕໍ່ມຽນມາ ທີ່ປົກຄອງໂດຍ ຣັຖບານທະຫານ. ທ່ານນາງອອງຊານ ທີ່ໄດ້ຮັບລາງວັນໂນແບລ ຂແນງສັນຕິພາບ ໄດ້ຈັບມື ກັບຣັຖມຸນຕຣີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະຣັດ ທ່ານ KURT CAMPBELL ຂະນະທີ່ທ່ານ ເດີນທາງໄປເຖິງ ໂຮງແຮມຫຣູຫຣາແຫ່ງນຶ່ງ ທີ່ນະຄອນຢ່າງກຸ້ງ. ການພົບປະ ທີ່ວ່ານີ້ ແມ່ນໂອກາດ ທີ່ບໍ່ຄ່ອຍມີຂຶ້ນ ສຳລັບທ່ານ ນາງອອງຊານຊູຈີ ທີໄດ້ຖືກຄຸມຂັງ 14 ປີ ໃນໄລຍະ 20 ປີຜ່ານມາ. ການພົບປະ ກັບທ່ານນາງອອງຊານຊູຈີ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈາກທ່ານ CAMPBELL ຫົວໜ້ານັກການທູດ ຂອງສະຫະຣັດ ໃນເຂດເອເຊັຽ ຕາເວັນອອກ ແລະຜູ້ຮອງຂອງທ່ານ ຄືທ່ານ SCOT MARCEIL ໄດ້ເຈຣະຈາຫາຣື ກັບນາຍົກ ຣັຖມຸນຕຣີມຽນມາ ທ່ານ THIEN SEIN ທີ່ນະຄອນຫລວງ ເນປີດໍ.

ເອເຊັຽ - ພາຍຸ: ເຈົ້າໜ້າທີ່ຄຸ້ມຄອງພັຍພິ ບັດ ໃນວຽດນາມ ກ່າວວ່າ ພາຍຸ​ເຂດ​ຮ້ອນ MIRINAE ໄດ້ເຮັດໃຫ້ 40 ກວ່າຄົນ ເສັຽຊີ ວິດ ແລະອີກ ຈຳນວນນຶ່ງ ຍັງຫາຍສາບສູນ. ພວກເສັຽຊີວິດ ທີ່ຮູ້ກັນນັ້ນ ສ່ວນໃຫຍ່ ແມ່ນຢູ່ທີ່ແຂວງ PHU YEN ແລະ ແຂວງ BINH DINH ຊຶ່ງຕັ້ງຢູ່ໃນ ບໍຣິເວນ ແຄມຝັ່ງທະເລ ບ່ອນທີ່ຝົນຕົກໜັກ ໄດ້ພາໃຫ້ ເກີດນ້ຳຖ້ວມ. ເວລານີ້ ກຳລັງມີ ການດຳເນີນ ຄວາມພະຍາຍາມ ເພື່ອຊ່ອຍປະຊາຊົນ ທີ່ຍັງຕົກຄ້າງ ຢູ່ຕາມໝູ່ບ້ານ ທີ່​ຖືກ​ນ້ຳຖ້​ວມ ແລະຊອກຫາ ພວກທີ່ຫາຍສາບສູນ. ສື່ມວນຊົນ ຂອງທາງການ ວຽດນາມ ລາຍງານ ໃນມື້ນີ້ວ່າ ພາຍຸດັ່ງກ່າວ ໄດ້ສ້າງຄວາມເສັຽຫາຍ ຫລືບໍ່ກໍ ທຳລາຍເຮືອນຊານ ບໍ່ຕ່ຳກວ່າ 2 ພັນ 500 ຫລັງ ແລະ​ເຮັດ​ໃຫ້ນ້ຳຖ້ວມ ໄຮ່ນາຮົ້ວສວນ ປະມານ 1,800 ເຮັກຕາ. ພາຍຸ MIRINAE ໄດ້ພາໃຫ້ເກີດ ຝົນຕົກໜັກ ຢູ່ວຽດນາມ ໃນມື້ວັນຈັນຜ່ານມາ ແລະກາຍເປັນ ພາຍຸກົດດັນ ອາກາດຕ່ຳເຂດຮ້ອນ ກ່ອນຈະພັດ​ຂື້ນບົກ ​ເລິກເຂົ້າໄປ​ໃນ​ຝັ່ງ ແລະເຄື່ອນເຂົ້າໄປ ໃນປະເທດກຳປູເຈັຽ ບ່ອນທີ່ ມີລາຍງານວ່າ 2 ຄົນໄດ້ເສັຽຊີວິດ.

ຈີນ - ທະນາຄານໂລກ: ທະນາຄານໂລກ ໄດ້ເພີ້ມອັດຕຣາ ການເຕີບໂຕຂອງເສຖກິດຈີນ ທີ່​ໄດ້​ທຳນາຍ​ໄວ້​ນັ້ນ ຂຶ້ນເປັນ 8.4% ສຳລັບປີ 2009. ທະນາຄານໂລກ ຊຶ່ງເປັນທະນາຄານ ການພັທນາທີ່ມີສຳນັກງານໃຫຍ່ຢູ່ກຸງວໍຊິງຕັນ ​ໄດ້​ອອກຄຳທຳນາຍໃໝ່ ຂອງ​ຕົນ ໃນວັນພຸດມື້ນີ້ ແລະໄດ້ເພີ້ມ ອັດຕຣາການເຕີບ ຂຶ້ນຈາກ 7.2% ໃນການທຳນາຍເທື່ອແລ້ວ ເມື່ອເດືອນມິຖຸນາຜ່ານມາ. ທະນາຄານໂລກ ເວົ້າວ່າ ຕົນໄດ້ເພີ້ມ ການຄາດຄະເນ ກ່ຽວກັບການຂຍາຍໂຕ ຂອງເສຖກິດຈີນ ໂດຍອີງຕາມຜົນ ຂອງແຜນການ ກະຕຸກຊຸກຍູ້ເສຖກິດ ມູນຄ່າ 586 ພັນລ້ານໂດລາ ທີ່ປັກກິ່ງ ໄດ້ໃຫ້ການອະນຸມັດ ໃນປີກາຍນີ້ ໃນ​ໄລຍະ​ ທີ່ວິກິຕການ ທາງດ້ານການເງິນຂອງໂລກ ​ໄດ້​ເຖິງຈຸດສູງສຸດນັ້ນ. ແຕ່ຂະນະດຽວກັນ ທະນາຄານໂລກ ກໍໄດ້ຮຽກຮ້ອງໃຫ້ຈີນ ດຳເນີນການ ສ້າງ​ໃຫ້​ມີ ຄວາມກ້ຳເກິ່ງອີກໃໝ່ ຢ່າງສຳເຣັດຜົນ ໃຫ້ແກ່ເສຖກິດ ທີ່ກາງຕໍ່ການສົ່ງອອກ ເປັນຢ່າງໃຫຍ່ນັ້ນ ດ້ວຍການຊຸກຍູ້ ໃຫ້ມີການໃຊ້ຈ່າຍ ພາຍໃນປະເທດ ຫລາຍຂຶ້ນ. ການຟື້ນໂຕຄືນ ຂອງເສຖກິດຈີນ ຍັງໄດ້ຊ່ອຍສົ່ງ​ເສີມ ​ພາບ​ພົດ​ກ່ຽວ​ກັບ ການຂຍາຍ​ໂຕ​ ດ້ານເສຖກິດ ສຳລັບເຂດເອເຊັຽນຳ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG