ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມາທິການເລືອກຕັ້ງ ປະກາດໃຫ້ທ່ານ Karzai ເປັນຜູ້ຊະນະການເລືອກຕັ້ງ ປະທານາທິບໍດີອັຟການິສຖານ


ອັຟກາ​ນິສຖານ(ໃນພາກສະຫລູບຂ່າວ): ຂ່າວ​ຫລ້າ​ສຸດ​ຈາກອັຟກາ​ນິສຖານ​ແຈ້ງວ່າ ຄະນະ​ກຳມາ​ທິການ​ເລືອກ​ຕັ້ງທີ່​ເປັນ​ເອກ​ກະ ລາດ​ຂອງ​ອັຟກາ​ນິສຖານ ​ໄດ້​ປະກາດ​ຍົກ​ເລີກ​ການ​ເລືອກ​ຕັ້ງຮອບ​ສອງ ທີ່​ກຳໜົດ​ໃສ່​ວັນ​ເສົາ​ສັບປະດາ​ນີ້​ແລ້ວ ​ແລະ​ໄດ້​ປະກາດ​ໃຫ້ປະທານາທິບໍດີ HAMID KARZAI ​ເປັນ​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງ ທີ່​ກາຍ​ມາ​ເປັນ​ບັນ​ຫາ​ໂຕ້​ແຍ້​ງຖົກ​ຖຽງ​ກັນຂອງ​ປະ​ເທດ​ນັ້ນ. ພວກ​ເຈົ້າໜ້າ​ທີ່​ໃນ​ຄະນະ​ກຳມາ​ທິການ​ດັ່ງກ່າວ​ຖະ​ແຫລ​ງ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຂົາ​ເຈົ້າຕັດສິນໃຈ​ຍົກ​ເລີກ​ການ​ເລື​ອກຕັ້ງຮອບ​ສອງ ຫລັງ​ຈາກ​ຄູ່​ແຂ່ງ​ຂອງ​ທ່ານ KARZAI ຄື​ທ່ານ ABDULLAH ABDULLAH ​ນັ້ນ ​ໄດ້​ປະກາດ​ຖອນ​ໂຕ ​ໃນ​ວັນ​ອາທິດ​ວານ​ນີ້ ຍ້ອນ​ວິຕົກວ່າ ຈະ​ມີ​ການ​ສໍ້​ໂກງ​ການ​ເລືອກ​ຕັ້ງ ຄື​ກັນ​ກັບ​ໃນ​ຄັ້ງກ່ອນ.

ຂ່າວໃຫຍ

ປາ​ກິ​ສຖານ: ຕຳຫລວດ​ປາກິ​ສຖານ​ກ່າວ​ວ່າ ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນື່ງ​ໄດ້​ທຳ​ການ​ໂຈມ​ຕີ ຢູ່​ໃກ້ໆ ກັບ​ກອງ​ບັນຊາ​ການ​ຂອງ​ກອງທັບ​ໃນ​ເມືອງ RAWALPINDI ເຮັດ​ໃຫ້ຢ່າງ​ນ້ອຍ 34 ຄົນ​ເສ​ຍຊີວິດແລະ​ອີກ 30 ກ່ວາ​ຄົນໄດ້​ຮັບ​ບາດ​ເຈັບ ​ໃນ​ວັນ​ຈັນ​ມື້​ນີ້. ຂະນະ​ດຽວ​ກັນ ທາງ​ລັດຖະບານ​ປາ​ກິສຖານກໍໄດ້​ສະ​ເນີ​ໃຫ້​ເງິນ​ລາງວັນ ສຳ​ຫລັບການ​ຈັບໂຕ ບໍ່​ວ່າ​ເປັນ​ຫລື​ຕາຍ ພວກ​ຜູ້ນຳກຸ່ມ​ຕາ​ລີ​ບານ​ຢູ່​ໃນ​ປະ​ເທດ. ປະກາດ ສະບັບ​ນື່ງຂອງ​ລັດຖະບານຢູ່​ໃນ​ໜ້າ​ໂຄສະນາ​ຂອງ​ໜັງສື​ພິມ ສະ​ເນີ​ໃຫ້​ເງິນ​ລາງ ຮອດ​ຫ້າ​ລ້ານ​ດອລລ່າ ສຳ​ຫລັບການ​ຈັບ​ໂຕ ຫລື​ຂໍ້​ມູນ​ທີ່​ນຳ​ໄປ​ສູ່​ການ​ຈັບ​ໂຕ ນາຍ HAKIMULLAH MEHSUD ຫົວໜ້າ​ກຸ່ມ​ຕາ​ລີ​ບານ​ໃນ​ປາ​ກິສຖານ ​ແລະ​ຜູ້ນຳຕາ​ລີ​ບານ​ຄົນ​ອ່ືນໆ​ອີກ ສິບ​ກ່ວາ​ຄົນ. ກອງທັບ​ປາ​ກິ​ສຖານ​ກຳລັງ​ຕໍ່ສູ້​ຢ່າງ​ເອົາ​ຈິງ​ເອົາ​ຈັງກັບ​ພວກ​ຫົວ​ຮຸນ​ແຮງ​ເຫລົ່າ​ນີ້ ໃນ​ການ​ປະຕິບັດ​ການ​ບຸກ​ໂຈມ​ຕີຄັ້ງ​ໃຫຍ່ໃນ​ເຂດ​ WARIZISTAN ​ໃຕ້​ຂອງ​ພວກຊົນ​ເຜົ່າ ທາງ​ກ້ຳຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ. ​ພວກ​ຫົວຮຸນ​ແຮງ​ໄດ້​ທຳ​ການ​ໂຈມ​ຕີ​ໂຕ້​ຕອບ​ຄືນ​ຫລາຍ​ບັ້ນ ໃນ​ເດືອນ​ແລ້ວ​ນີ້ ສົ່ງ​ຜົນ​ໃຫ້​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ. ຄວາມ​ຮຸນ​ແຮງ​ຄັ້ງຫລ້າ​ສຸດ​ນີ້​ ໄດ້​ກະ​ຕຸ້ນ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ ປະກາດ​ຖອນພະນັກງານ ​ຊາວ​ຕ່າງປະ​ເທດ​ຂອງ​ຕົນ ທີ່​ປະຕິບັດ​ງານ​ຊ່ວຍເຫລືອ​ ຢູ່​ໃນ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປາ​ກິສຖານນັ້ນ ອອກ​ໄປ ​ຍ້ອນ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ.

ອັຟກາ​ນິສຖານ: ທ່ານ BAN KI MOON ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ເດີນ ທາງ​ໄປ​ຮອດ​ນະຄອນຫລວງ​ກາ​ບູລ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ສົນທະນາ​ຫາລື​ກັບປະທານາທິບໍດີ HAMID KARZAI ​ແລະ​ທ່ານ ABDULLAH ABDULLAH ອະດີດ​ຄູ່​ແຂ່ງ​ຂອງ​ທ່ານ KARZAI ​ໃນ​ການ​ເລືອກ​ຕັ້ງປະທາ ນາທິບໍດີອັຟກາ​ນິສຖານ. ການ​ເດີນທາງ​ໄປ​ຢ້ຽມຢາມ​ຂອງ​ທ່ານ​ພັນ​ກີ​ມູນ​ໃນ​ຄັ້ງນີ້ ​ມີ​ຂື້ນ​ໃນ​ເວລາ​ທີ່​ມີ​ຄວາມຫລໍ່​ແຫລມ​ທາງ ການ​ເມືອງຂອງ​ອັຟການິສຖານ ຫລັງ​ຈາກທີ່​ທ່ານ​ອັບ​ດູລລາ ​ໄດ້ປະກາດ​ຖ​ອນ​ໂຕ​ອອກ​ຈາກ​ການ​ເລືອກ​ຕັ້ງຮອບ​ສອງ ຫລື​ຮອບ​ຕັດສິນ​ຊີ້​ຂາດ ຍ້ອນ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ການສໍ້​ໂກງ​ການ​ເລືອກ​ຕັ້ງ ຊື່​ງການ​ຖອນ​ໂຕ​ຂອງ​ທ່ານ​ເທົ່າ​ກັບ​ເປັນ​ການ​ມອບໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ​ໃຫ້​ທ່ານ KARZAI ​ເຖິງ​ແມ່ນ​ພວກ​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ຈະ​ໄດ້​ປະກາດ​ໄປ​ແລ້ວ​ວ່າ ການ​ເລືອກ​ຕັ້ງຮອບ​ທີ​ສອງ ​ໃນ​ວັນ​ທີ 7 ​ເດືອນພະຈິກ​ນີ້ ຈະ​ດຳ​ເນີນ​ໄປ​ຕາມ​ແຜນ​ກໍ​ຕາ​ມ.

ອິຣ່ານ: ບັນດາເຈົ້າໜ້າ​ທີ່​ອິຣ່ານກ່າວ​ວ່າ ​ເຂົາ​ເຈົ້າຕ້ອງການ​ໃຫ້​ພວກຊ່ຽວຊານ​ດ້ານ​ວິຊາການທົບ​ທວນຄືນ​ເບິ່ງ​ແຜນການ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງຈາກ​ສະຫະ​ປະຊາ​ດ ທີ່​ຈະ​ສົ່ງ​ທາດ​ຢູ​ເຣນຽມ​ຂອງ​ອິຣ່ານ​ໄປ​ຫລອມ​ໃໝ່ໃນ​ຕ່າງປະ​ເທດນັ້ນ. ລັດຖະມົນ​ຕິ​ການ​ຕ່າງປະ​ເທດ​ຂອງ​ອິຣ່ານກ່າວ​ວ່າ ອິຣ່ານ​ໄດ້​ຮ້ອງ​ຂໍ​ໄປ​ຍັງ​ອົງການ​ປາລະ​ມາ​ນູສາກົນ ​ເມື່ອສອງ​ມື້ກ່ອນ ​ໃຫ້ຈັດຕັ້ງຄະນະ​ກຳມາ​ທິການ​ດ້ານ​ເທັກ​ນິກ ຂື້ນ​ມາ ​ເພື່ອ​ຕີ​ລາຄາ​ແຜນການ​ທີ່​ຈະ​ສົ່ງ​ທາດ​ຢູ​ເຣນຽມ​ ທີ່​ມີຄຸນ​ນະພາ​ບຕ່ຳຂອງ​ຕົນ ​ໄປ​ຫລອມ​ໃໝ່ໃນປະ​ເທດຣັສ​ເຊຍ ​ເພື່ອເສີມ​ສະມັດ​ຕະພາບ​ນັ້ນ ຊື່​ງຫລັງ​ຈາກ​ເສັດ​ສີ້​ນຂັ້​ນຕອນ​ດັ່ງກ່າວ​ແລ້ວ ຣັສ​ເຊຍ​ກໍ​ຈະ​ສົ່ງ​ທາດ​ຢູ​ເຣນຽມ​ນັ້ນຄືນ​ໃຫ້​ອິຣ່ານ ​ເພື່ອ​ນຳ​ເອົາ​ໄປ​ໃຊ້​ເປັນ​ເຊື້ອ​ໄຟ ​ແລ່ນ​ເຕົາ​ແຍກ​ປາລະ​ມະນູສຳ​ຫລັບການ ຄົ້ນຄ້ວາ​ແຫ່ງ​ນື່ງ​ຂອງ​ອິຣ່ານ. ຄຳ​ຖະ​ແຫລ​ງດັ່ງກ່າວ​ຂອງ​ທ່ານ MANOUCHEHR MOTTAKI ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ຕໍ່​ນັກ​ຂ່າວ​ຢູ່​ປະ​ເທດ​ມາ​ເລ​ເຊຍ ​ໃນ​ວັນ​ຈັນ​ມື້​ນີ້ ​ແ​ມ່ນຕິດຕາມ​ມາ​ຫລັງ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອິຣ່ານ ຫລາຍ​ຄົນ ​ໄດ້​ສະ​ແດງຄວາມເຫັນຄັດຄ້ານ​ຕໍ່​ການ​ສົ່ງ​ທາດ​ຢູ​ເຣນຽມ ​ໄປ​ຫລອມ​ໃໝ່​ຢູ່​ໃນຕ່າງປະ​ເທດ.

(ໃນພາກສະຫລູບຂ່າວ): ອັງກິດ​ແລະ​ຣັສ​ເຊຍ ກຳລັງ​ຮຽກຮ້ອງ​ໃຫ້​ເຈົ້າໜ້າ​ທີ່​ອິຣ່ານສະໜອງ​ຕອບ​ໂດຍ​ໄວ ຕໍ່​ແຜນການ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ສະ​ເນີ​ຂື້ນ​ມາ ທີ່​ຈະ​ສົ່ງ​ທາດ​ຢູ​ເຣນຽມ​ທີ່​ມີ​ເກຣດຕ່ຳ​ຂອງ​ອິຣ່ານ ​ໄປ​ຫລອມ​ໃໝ່​ເພື່ອ​ເສີມ​ສະມັດ​ຕະພາບ ຢູ່ຣັສ​ເຊຍນັ້ນ. ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ ທ່ານ DAVID MILIBAND ກ່າວ​ວ່າ​ ທ່ານ ​ແ​ລະ​ທ່ານ SERGEI LAVROV ຄູ່​ຕຳ​ແໜ່​ງຂອງ​ທ່ານ​ຈາກຣັສ​ເຊຍ ຕ່າງ​ກໍ​ຢາກ​ເຫັນ​ການ​ສະໜອງ​ຕອບ​ໂດຍ​ໄວ​ຈາກ​ອິຣ່ານ ກ່ຽວ​ກັບ​ແຜນການ​ດັ່ງກ່າ​ວທີ່ໄດ້​ຮັບ​ການ​ໜູນ​ຫລັງຈາກ​ອົງການສະຫະ​ປະຊາ​ຊາດ​.

ອອ໊ສ​ເຕຣ​ເລຍ: ເຈົ້າໜ້າ​ທີ່​ຝ່າຍ​ການ​ທະ​ເລ​ຂອງ​ອອ໊ສ​ເຕຣ​ເລຍກ່າວ​ວ່າ ​ເຮືອ​ລຳນື່ງທີ່​ບັນທຸກ​ຄົນ​ປະມານ 40 ຄົນ​ໄດ້​ຈົມ​ລົງ​ກາງ​ທະ​ເລ ທາງ​ທິດຕາ​ເວັນ​ຕົກສ່ຽງ​ໃຕ້ ຂອງ​ໝູ່​ເກາະ ​COCOS ທີ່​ເປັນ​ດິນ​ແດນ​ຂອງ​ອອ໊ສ​ເຕຣ​ເລຍນັ້ນ ​ໄກ​ອອກ​ໄປປະມານ 650 ຫລັກ. ໂຄສົກ​ຂອງ​ທ່ານ BRENDAN O'CONNOR ລັດຖະ ມົນຕີ​ກະຊວງ​ພາຍ​ໃນຂອງ​ອອ໊ສ​ເຕຣ​ເລຍ​ ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​ວ່​າ ຢ່າງ​ນ້ອຍ 15 ຄົນ​ໄດ້​ຖືກ​ຊ່ວຍ​ຊີວິດໄວ້ ​ໂດຍພວກ​ກຳ​ປັ່ນທີ່ແລ່ນ​ຢູ່​ໃນເຂດ​ນັ້ນ. ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່​າ ພວກ​ຢູ່​ໃນເຮືອລຳ​ທີ່​ຫລົ້ມ ​ເປັນ​ພວກ​ຊອກ​ຂໍ​ລີ້​ໄພ ຫລື​ແນວ​ໃດ. ໃນ​ຮອບ​ປີຜ່ານມາ​ນີ້ ອອ໊ສ​ເຕຣ​ເລຍ​ແມ່ນ​ໄດ້​ເຫັນ ຈຳນວນ​ພວກ​ຊອກ​ຂໍ​ລີ້​ໄພ ທີ່​ມຸ່ງ​ໜ້າ​ໄປ​ຍັງ​ຝັ່ງ​ທະ​ເລ​ຂອງ​ຕົນນັ້ນ ​ເພິ່ມຂື້ນ ອັນ​ເປັນສາ​ເຫດ​ກໍ່​ໃຫ້​ເກີດ​ການ​ຕໍ່ສູ້ກັນ​ທາງ​ການ​ເມືອງ ກ່ຽວ​ກັບ​ວ່າ​ລັດຖະບານ​ຄວນ​ຈະ​ປະຕິບັດ​ແນວ​ໃດ​ ກັບ​ຄົນ​ພວກ​ນີ້.

ປະ​ເທດ​ໄທ: ຕຳຫລວດ​ໄດ້​ຈັບ​ບຸກຄົນ​ສອງ​ຄົນ ທີ່​ທາງ​ການ​ສົງ​ໃສ​ວ່າ ເປັນ​ໂຕ​ການເຮັດ​ໃຫ້​ລາຄາ​ຫຸ້ນ​ຕົກ ຢ່າງ​ໃຫຍ່ ​ໂດຍ​ການ​ປ່ອຍ​ຂ່າວກ່ຽວ​ກັບ​ສຸຂະພາບ​ຂອງ​ກະສັດໄທ ຜູ້​ຊະລາ​ພາບ ທີ່​ກຳລັງ​ຊົງ​ປະຊວນ​ຢູ່​ນັ້ນ. ຜູ້​ຕ້ອງ​ສົງ​ໃສ​ຄົນ​ນື່ງ​ແມ່ນ​ອະດີດແມ່ຄ້າ​ຫຸ້ນຄົນ​ໄທ. ຕຳຫລວດ​ໄດ້​ເຂົ້າຈັບ​ກຸມ​ຜູ້ກ່ຽວ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ສະໜາມ​ບິນສຸວັນນະ​ພູມ ​ໃນ​ນະຄອນຫລວງ​ບາງກອກ ຫລັງ​ຈາກ​ນາງ​ເດີນທາງ​ໄປ​ຮອດ​ນຳ​ຖ້ຽວ​ບິນ ຈາກ​ຢູ​ໂຣບ. ພ້ອມ​ດຽວ​ກັນ​ນີ້ ຕຳຫລວດ​ໄດ້ເຂົ້າ​ຈັບ​ກຸມ​ພະນັກງານ​ຄົນນື່ງຂອງ​ບໍລິສັດ​ນາຍໜ້າ​ຄ້າ​ຫຸ້ນ​ໄທ KT Zmico SECURITIES ​ໃນ​ຍ່ານ​ທຸລະ​ກິດ​ຂອງ​ບາງກອກ. ທາງ​ການ​ໄທ​ໄດ້​ກ່າວ​ຫາ​ພວກ​ຕ້ອງ​ສົງ​ໃສ​ທັງ​ສອງ​ຄົນ​ວ່າ ລະ​ເມີດ​ກົດໝາຍ ສະບັບ​ປີ 2007 ທີ່​ຫ້າມ​ການນຳໃຊ້ເຄື່ອງຄຳ​ພິວ​ເຕີ​ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ທີ່ບໍ່ ມີມູນ​ຄວາມ​ຈິງ ທີ່​ບ່ອນ​ທຳລາຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ໄທ.

ບັງຄລາ​ເດຊ: ແຫ​ລ່ງຂ່າວ​ນື່ງ​ໃນ​ປະ​ເທດ BANGLADESH ລາຍ​ງານ​ວ່າ ຕຳຫລວດໄດ້​ຕັນ​ປະຕູ​ທາງ ເຂົ້າຕຶກ​ວາງສະ​ແດງ​ແຫ່ງ​ນື່ງ​ໄວ້ ​ໃນ​ຄວາມ​ພະຍາຍາມເພື່ອ​ຂັດຂວາງ​ການ​ເປີດ​ງານ​ວາງສະ​ແດງ​ຮູບ​ພາບ ທີ່​ຈັດ​ຂື້ນ​ໂດຍ​ພວກລີ້​ໄພ​ຊາວ​ທິ​ເບ​ດ. ເວ​ບ​ໄຊ້ທ໌ BDNews24.com ລົງ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຢ່າງ​ໃດ​ກໍ​ຕາມ ຮູບ​ພາບ​ຂອງ​ອົງ​ດາ​ໄລ ລາ​ມະ ຜູ້ນຳ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບ​ດທີ່​ລີ້​ໄພ​ຢູ່​ຕ່າງປະ​ເທດ ​ໄດ້​ຖືກ​ນຳ​ອອກ​ມາ​ວາງສະ​ແດງ ຢູ່​ທາງ​ນອກ​ຕຶກ ເພື່ອ​ຫລີກ​ເວ້ນ​ການຂັ​ດຂວາງ​ຂອງ​ຕຳຫລວດ​. ຕຶກ​ວາງສະ​ແດງ​ເຄື່ອງ​ສິນລະປະ​ DRIK ​ໃນ​ນະຄອນຫລວງ DHAKA ​ໄດ້​ວາງ​ແຜນ​ໄວ້​ວ່າ ຈະ​ວາງ​ສະ​ແດງຮູບ​ພາບກ່ຽວ​ ກັບ​ຊະ​ຕາ​ກຳ​ທີ່ຊາວ​ທິ​ເບ​ດ​ໄດ້​ປະສົບ​ພົບ​ພໍ້ ຫລັງ​ຈາກ​ທີ່​ກອງທັບ​ຈີນ​ໄດ້​ເຂົ້າຍຶດ​ເອົາ​ດິນ​ແດນ ຂອງ​ເຂົາ​ເຈົ້າ ​ເມື່ອ​ຫລາຍ​ກ່ວາ 50 ​ປີຜ່ານມາ​ແລ້ວນັ້ນ.

ສະຫະລັດ-​ເມັກ​ຊິ​ໂກ: ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ​ກ່າວ​ວ່າ ​ເມັກ​ຊິ​ໂກ​ໄດ້​ຈັດ​ສົ່ງ​ພວກ​ຫລົບໜີ​ກົດໝາຍ ຄືນ​ໃຫ້​ສະຫະລັດ​ ​ໃນ​ຈຳນວນ​ຫລາຍ​ເປັນ​ປະ​ວັດການ​ໃນ​ປີ​ນີ້ ​ຄື​ຕັ້ງ​ແຕ່​ຕົ້ນປີ ມາ​ຮອດ​ປັດຈຸບັນ​ ​ແມ່ນ​ໄດ້​ສົ່ງ​ຜູ້​ຕ້ອງສົງ​ໃສໃຫ້ ທັງ​ໝົດ 100 ຄົນ​ແລ້ວ ລື່ນ​ຈຳນວນ 95 ຄົນ​ທີ່​ສົ່ງ​ໃຫ້​ໃນ​ປີ​ກາຍ​ນີ້. ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ກ່າວ​ໃນເອກ​ກະສາ​ນຖະ​ແຫລ​ງຂ່າວ​ທີ່​ນຳ​ອອກເຜີ​ຍ​ແຜ່​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ເມັກ​ຊິ​ໂກໄດ້ ມອບ​ໂອນ​ໃຫ້ ຕື່ມ​ອີກ 11 ຄົນ​ ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ຊື່​ງພວກ​ຕ້ອງ​ສົງ​ໃສ​ເຫລົ່ານັ້ນ ຖືກ​ກ່າວ​ຫາ​ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກຳ​ຕ່າງໆ ອັນ​ໂຮມ​ທັງ​ການ ຄາດ​ຕະກຳ ການ​ກໍ່​ຄວາມ​ຜິດ​ທາງ​ເພດ ຄ້າ​ຢາ​ເສບ​ຕິດ ​ແລະ​ຟອກ​ເງິນ ຢູ່​ ໃນ​ຫົກ​ລັດ​ດ້ວຍ​ກັນ.

ວັນ​ປອດ​ບວມ​ໂລກ: ອົງການ​ສະຫະ​ປະຊາ​ຊາດ ​ແລະ​ບັນດາ​ອົງການ​ຈັດຕັ້ງດ້ານ​ສາທາລະນະ​ສຸກ ຢູ່ໃນທົ່ວ​ໂລກ ພາກັນ​ສະຫລອງ​ວັ​ນປອດ​ບວມຂອງ​ໂລກ ຫລື WORLD PNEUMONIA DAY ​ເປັນ​ເທື່ອ​ທຳ​ອິດ ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ການ​ຈັດຕັ້ງແຜນການ​ນື່ງຂື້ນ​ມາ ທີ່​ພວກ​ເຂົາ​ເຈົ້າກ່າວ​ວ່າ ຈະ​ສາມາດ​ຊ່ວຍ​ຊີວິດ​ເດັກ ນ້ອຍ​ໄວ້​ໄດ້ ຫລາຍ​ກ່ວາ 5 ລ້ານ​ຄົນ ພາຍ​ໃນ​ປີ 2015. ອົງການ​ອະ​ນາ​ໄມ​ໂລກ​ແລະ​ກອງ​ທືນ​ເດັກ ຂອງ​ສະຫະ​ປະຊາ​ຊາດ​ກ່າວ ວ່າໂຣກປອດ​ບວມ​ເອົາ​ຊີວິດເດັກນ້ອຍ​ໄ​ປ​ນື່ງຄົນ ​ໃນ​ທຸກໆ​ຫ້າ​ວິນາທີໃດ ຊື່​ງ​ແມ່ນ​ຫລາຍ​ກ່ວາ​ໂຣກ ໝາກ​ສຸກ​ໝາກ​ໃສ ​ໄຂ້ຍຸງແລະ​ໂຣກ​ເອດ​ສ໌ ຮວມກັນ. ​ເດັກນ້ອຍ​ເກືອ​ບທັງ​ໝົດທີ່​ເສ​ຍຊີວິດ​ຍ້ອນ​ໂຣກປອດ​ບວມ ຄື 98 ສ່ວນ​ຮ້ອຍ ​ແມ່ນ​ຢູ່​ໃນ​ເຂດ​ເອ​ເຊຍ​ໃຕ້ ​ແ​ລະ​ໃນ​ເຂດ​ໃຕ້​ທະ​ເລ​ຊາຍ SAHARA ​ໃນ​ທະວີບ​ອັຟຟຣິກາ. ສອງ​ອົງການ​ດັ່ງກ່າວ​ຂອງ​ສະຫະ​ປະຊາ​ຊາດ ກັບ​ເກືອບ​ນື່ງຮ້ອຍ​ອົງການ​ອະນາ​ໄມ​ໃນ​ທົ່ວ​ໂລກ​ກ່າວ​ວ່າ ​ໂຣກປອດ​ບວ​ມ​ເປັນ​ໂຣກທີ່​ປ້ອງກັນ​ໄດ້​ງ່າຍ​ຫລາຍ​ທີ່​ສຸດ ​ແລະ​ກໍ​ປິ່ນປົວ​ໄດ້ງ່າຍ ​ແຕ່​ຫາກ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໜ້ອຍ​ຫລາຍ.



XS
SM
MD
LG