ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມອົງການເພື່ອປະຊາຊົນໃນປະເທດສະມາຊິກ ASEAN ວິຈານລາວ ແລະ ສີ່ປະເທດອື່ນໃນດ້ານສິດທິມະນຸດ


ອົງ​ການ​ປະສານ​ງານ​ເຍົາ​ວະ​ຊົນ​ເພື່ອ​ປະຊາ ຊົນ​ໃນ​ພູມີພາກ​ເອ​ເຊຍ​ຕາເວັນ​ອອກສຽງ​ໃຕ້​ ໄດ້​ອອກ​ຖະ​ແຫຼງການ​ວິພາກວິຈານລັດ​ຖະ ບານ 5 ປະ​ເທດ ​ສະມາຊິກ​ຂອງກຸ່ມເອເຊຍ ອັນ​ປະກອບ​ດ້ວຍ​ລາວ ກຳ​ພູຊາ, ພະມ້າ, ຟີ ລິ​ປິນ ​ແລະ ​ສິງກະ​ໂປ​ ​ໃນ​ລະ​ຫວ່າງກອງປະ​ ຊຸມ​ສຸດ​ຍອດ​ຜູ້ນຳເ​ອ​ເຊຍ​ ຄັ້ງທີ່ 15 ທີ່ສິ້ນສຸດ ລົງຢ່າງເປັນທາງການໃນຕອນແລງຂອງວັນ ທີ 25 ຕຸລາ ທີ່​ຜ່ານ​ມາ​ນີ້​ ຢູ່​ ຊະອຳ, ຫົວ​ຫີນ ທາງພາກ​ໃຕ້​ຕອນ​ເທິງ​ຂອງ​ປະ​ເທດ​ໄທ ​ວ່າ​ລັດ​ຖະ ບານ​ຂອງ​ທັ້ງ 5 ປະ​ເທດ​ດັ່ງ​ກ່າວ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ການ​ພັດ​ທະນາສົ່ງເສີມ​ ແລະ ​ຄຸ້ມ​ຄອງ​ໃນ​ດ້ານ​ສິດທິ​ມະນຸດ​ຢ່າງ​ແທ້​ຈິງ.

ທັງນີ້​ຖະ​ແຫຼງການ​ດັ່ງ​ກ່າວ​ໄດ້​ລະບຸ​ວ່າການ​ທີ່​ຜູ້ນຳ​ລັດ​ຖະບານ​ລາວ ​ກຳປູ​ເຈຍ, ພະມ້າ, ຟີ ລິບ​ປິນ ​ແລະ ​ສິງກະ​ໂປ​ ໄດ້​ພາກັນ​ສະ​ແດງ​ການ​ບໍ່​ຍອມຮັບ​ ແລະ ​ປະຕິເສດ​ການ​ພົບ​ປະ​ເຈລະຈາ​ກັບ​ຕົວ​ແທນ​ພາກ​ປະຊາຊົນ​ຈາກ​ທັງ 5 ປ​ະ​ເທດ​ດັ່ງ​ກ່າວ​ຫຼັງຈາກ​ທີ່​ຜູ້ນຳ​ລັດຖະ ບານ​ຂອງ​ທັງ 10 ປະ​ເທດ​ສະມາ​ຊິກ​ຂອງ​ເອ​ເຊ​ຍ​ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ຖະ​ແຫຼງການ​ຮ່ວມ​ ວ່າ​ດ້ວຍ​ການຈັດຕັ້ງຄະນະ​ກຳມະການ​ດ້ານ​ສິດທິ​ມະນຸ​ດຂອງ​ເອ​ເຊຍ​ ຂຶ້ນ​ມາ​ຢ່າງ​ເປັນ​ທາງ​ການ​ແລ້ວນັ້ນ ຖື​ເປັນ​ການສະ​ແດງ​ທ່າ​ທີ ທີ່​ຂັດ​ແຍ້​ງກັບຫຼັກການ​ໃນກົດບັດ​ອາ​ຊຽນ​ຢ່າງສິ້ນເຊີງ ເນື່ອງຈາກ​ກົດ​ບັດ ທີ່ໄດ້ລະບຸໄວ້ ຢ່າງຈະແຈ້ງວ່າ​ ການ​ພັດ​ທະນາອາ​ຊຽນ​ໄປ​ສູ່ປະ​ຊາ​ຄົມນາ​ໆ​ຊາດ​ອັນ​ນຶ່ງ​ອັນ​ດ່ຽວ​ກັນ​ໃຫ້​ໄດ້​ພາຍ​ໃນ​ປີ 2015 ນັ້ນ ກໍ່​ຄື​ການ​ທີ່​ຈະ​ຕ້ອງຢຶດຖື​ເອົາ​ປະຊາຊົນ​ຂອງ​ທັ້ງ 10 ປະ​ເທດ​ສະມາ​ຊິກ​ເປັນສູນກາງນັ້ນ​ເອງ.

​ແຕ່​ຢ່າງໃດ​ກໍ່ຕາມ​ ທ່ານ​ອະພິ​ສິດ ​ເວດຊາ​ຊີວະ ນາຍົກ​ລັດ​ຖະມົນຕີ​ໄທ ໃນ​ຂະ​ນະ​ທີ່​ເປັນ ປະທານ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ຜູ້ນຳ​ເອ​ເຊຍ​ຄັ້ງທີ່ 15 ນີ້ ກໍ່​ໄດ້​ຖະ​ແຫຼງຊີ້​ແຈງ​ວ່າການ​ ທີ່​ໄດ້​ມີ​ຜູ້ນຳ​ລັດ​ຖະບານ​ຂອງບາງ​ປະ​ເທດ​ບໍ່ໃຫ້ການ​ຍອມຮັບ ​ແລະ ​ບໍ່​ຍອມ​ພົບ​ປະ​ເຈລະ ຈາ​ ກັບ​ຜູ້ແທນ​ຂອງ​ພາກ​ປະຊາຊົນ​ໃນ​ຄັ້ງນີ້​ ກໍ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ເຮັດ​ໃຫ້​ຄວາມພະ ຍາຍາມ​ ທີ່​ຈະ​ດຳ​ເນີນ​ການ​ພັດ​ທະນາ​ທາງ​ດ້ານ​ສິດທິ​ມະນຸດ​ໃນ​ອາ​ຊຽນ ຕ້ອງ​ປະສົບ​ກັບ​ ຄວາມຫລົ້ມເຫລວ --​ແຕ່​ຢ່າງ​ໃດ​ ເພາະ​ຄະນະ​ສະມາ​ທິການ​ດັ່ງ​ກ່າວ​ນີ້​ ຫາ​ກໍ່ໄດ້​ຖືກ​ຈັດ ຕັ້ງຂຶ້ນ​ມາ​ ຈຶ່ງ​ຈຳ​ເປັນ​ຕ້ອງ​ໃຊ້​ເວລາໃນ​ການ​ປັບປຸງ​ໃນ​ຫຼາຍດ້ານ ​ເນື່ອງ​ຈາກ​ວ່າ​ເປັນ​ປະ​ ເທດ​ສະມາ​ຊິກ​ໃນກຸ່ມ​ອາຊຽນ​ດ້ວຍ​ກັນ​ ກໍ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານການ​ເມືອງລະ ບົບ​ການ​ບໍລິຫານ​ໃນ​ລັດຖະບານ ​ແລະ ​ອົງການ​ປົກຄອງ​ຕ່າງໆ​ອີກດ້ວຍ.

ພ້ອມ​ກັນ​ນີ້ ທ່ານ​ອະ​ພິ​ສິດ ຍັງ​ໄດ້​ໃຫ້ການ ​ເນັ້ນຢ້ຳອີກດ້ວຍ​ວ່າໂດຍ​ພາບລວມຂອງ​ກອງ​ ປະຊຸມ​ສຸດຍອດ​ຜູ້ນຳ​ອາ​ຊຽນ​ໃນ​ຄັ້ງນີ້​ຖືວ່າ​ປະ ສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ ​ເພາະວ່າ​ ທຸກ​ປະ​ ເທດ​ສະມາຊິກ​ ຕ່າງ​ກໍ່​ໄດ້​ໃຫ້​ຄວາມສຳຄັນ​ກັບ ​ເປົ້າໝາຍ​ໃນ​ການ​ພັດ​ທະນາ​ອາ​ຊຽນ​ໄປ​ສູ່ ປະຊາ​ຄົມ​ທາງ​ເສດຖະກິດ ການ​ເມືອ​ງ ​ແລະ​ ສັງ ​ຄົມ-ວັດ​ທະນາ​ທຳ​ອັນ​ນຶ່ງ​ອັນ​ດຽວ​ກັນ​ໃຫ້ ​ໄດ້​ ຢ່າງ​ແທ້​ຈິງ​ພາຍ​ໃນ​ປີ 2015 ຊຶ່ງ​ໃນ​ເວລາ​ນີ້​ ກໍ່​ຍັງ​ເຫຼືອ​ເວລາ​ຢູ່​ພຽງ​ແຕ່ 6 ປີ​ເທົ່າ​ນັ້ນ.

ນອກ​ຈາກ​ນີ້ ທ່ານ​ອິພິ​ສິດ​ຍັງ​ໄດ້​ໃຫ້ການ​ຢືນ​ຢັນອີກ​ດ້ວຍ​ວ່າ​ຜູ້ນຳ​ລັດຖະບານ ອາຊຽນ​ຈາກ​ທັງ 10 ປະ​ເທດ​ມີ​ກຳ​ນົດການ​ທີ່​ຈະ​ປະ​ຊຸມ​ສຸດ​ຍອດ​ຄັ້ງທຳ​ອິດຮ່ວມກັບ​ທ່ານ​ບາ​ຣັກ ​ໂອບາ​ມາ ປະ​ທາ​ນາ​ທິບໍດີຂອງສະ​ຫາ​ຣັດ ​ໃນເດືອ​ນ ພະຈິກ​ປີ​ນີ້ ຢູ່​ປະ​ເທດ​ສິງກະ​ໂປ.

XS
SM
MD
LG