ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານວ່າ ທ່ານອັບດູນລາ ອາດຈະຖອນໂຕ ຈາກການ ເລືອກຕັ້ງປະທານາທິບໍດີ ຮອບ 2 ໃນອັຟການິສຖານ


ອັຟການິສຖານ: ແຫລ່ງຂ່າວທີ່ໃກ້ຊິດກັບທ່ານ ABDULLAH ABDULLAH ຜູ້ສະມັກ ເປັນປະ ທານາທິບໍດີ ອັຟການິສຖານ ແຈ້ງວ່າ ທ່ານອາດ ຈະຖອນໂຕອອກຈາກ ການເລືອກຕັ້ງ ປະທານາ ທິບໍດີ ຮອບສອງ ແຂ່ງກັບປະທານາທິບໍດີ HAMID KARZAI ໃນອາທິດໜ້າ ຍ້ອນມີຄວາມ ວິຕົກກັງວົນ ກ່ຽວກັບຄວາມເຊື່ອຖື ໃນການປ່ອນບັດ. ລາຍງານຂ່າວ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ກ່າວວ່າ ທ່ານ ABDUL LAH ຈະຖອນໂຕ ອອກຈາກ ການເລືອກຕັ້ງ ປະທານາທິບໍດີ ຮອບສອງ ຖ້າຫາກ ບໍ່ມີການປະຕິບັດຕາມ ຄຳຮຽກຮ້ອງຂອງທ່ານ ພາຍໃນວັນເສົາມື້ນີ້. ທ່ານ ABDULLAH ໄດ້ຈົ່ມທຸກ ກ່ຽວກັບເຣື່ອງ ຄວາມຖື ໃນການເລືອກຕັ້ງ ປະທານາທິບໍດີຮອບສອງ ແລະທວງໃຫ້ປົດ ຫົວໜ້າ ຄະນະກັມມະການເລືອກຕັ້ງ ຂອງອັຟການິສຖານ ຄືທ່ານ AZIZULLAH LODIN ແຕ່ທ່ານ KARZAI ໄດ້ປະຕິເສດ ບໍ່ຍອມປະຕິບັດຕາມ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ການບ໋ອຍຄອ໊ດ ໂດຍທ່ານ ABDULLAH ຈະບໍ່ເປັນການ ປະນີປະນອມ ກ່ຽວກັບ ຄວາມຖືກຕ້ອງຊອບທັມ ໃນການເລືອກຕັ້ງ ແຕ່ຢ່າງໃດ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ເຫດຣະເບີດ ໃນເຂດພາກຕາເວັນຕົກສຽງເໜືອ ຂອງປະເທດ ໃນວັນເສົາມື້ນີ້ ເຮັດໃຫ້ທະຫານ ປາກິສຖານ ເສັຽຊີວິດ 7 ຄົນແລະບາດເຈັບອີກ 11 ຄົນ. ເຫດຮ້າຍ ທີ່ວ່ານີ້ ເກີດຂຶ້ນໃນເຂດ KHYBER ນຶ່ງມື້ ຫຼັງຈາກຣັຖມຸນຕຣີການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ສິ້ນສຸດ ການຢ້ຽມຢາມ ທີ່ມີການ ປະເຊີນໜ້າ. ໃນລະຫວ່າງ ການຢ້ຽມຢາມ ເປັນເວລາ 3 ມື້ນັ້ນ ທ່ານນາງ CLINTON ໄດ້ຕັ້ງຄຳຖາມວ່າ ເປັນຫຍັງ ປາກິສຖານ ຈຶ່ງບໍ່ຈັບ ພວກຜູ້ນຳ ຂອງກຸ່ມກໍ່ການຮ້າຍ AL-QAIDA ໂດຍເວົ້າວ່າ ຜູ້ໃດຜູ້ນຶ່ງ ໃນປາກິສຖານ ຕ້ອງຮູ້ວ່າ ພວກກ່ຽວຢູ່ໃສ? ນອກນັ້ນ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ຍັງໄດ້ກ່າວປ້ອງກັນ ນະໂຍບາຍ ຂອງສະຫະຣັດ ຕໍ່ຊາວປາກິສຖານ ທີ່ໄດ້ສະແດງ ຄວາມບໍ່ພໍໃຈ ກັບຄວາມຮຸນແຮງ ທີ່ເພີ້ມທະວີຂຶ້ນ ຢູ່ໃນຂົງເຂດ ຮວມທັງ ການໂຈມຕີ ດ້ວຍລູກສອນໄຟ ຈາກເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ຕໍ່ເປົ້າໝາຍ ທີ່ສົງສັຍວ່າ ເປັນບ່ອນຫລົບລີ້ ຂອງພວກ ຫົວຮຸນແຮງ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ.

ສະຫະຣັດ - ຕາເວັນອອກກາງ: ຣັຖມຸນ ຕຣີການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກຳລັງເຈຣະຈາຫາຣື ກັບເຈົ້າໜ້າທີ່ ອິສຣາແອລ ແລະປາແລສໄຕນ໌ ກ່ຽວກັບ ການລິເລີ້ມ ຂັ້ນຕອນ ການສ້າງສັນຕິ ພາບ ໃນພາກຕາເວັນອອກກາງ ຄືນໃໝ່. ທ່ານນາງ CLINTON ພ້ອມກັບທ່ານ GEORGE MITCHELL ທູດພິເສດ ຂອງສະຫະຣັດ ໄດ້ພົບປະ ກັບປະທານາທິບໍດີ ປາແລສໄຕນ໌ ທ່ານ MAHMOUD ABBAS ທີ່ ABU DHABI ນະຄອນຫລວງ ຂອງສະຫະຣັດ ອາຣັບເອເມີເຣັດ. ນອກນັ້ນແລ້ວ ທ່ານນາງ ຍັງມີກຳນົດ ທີ່ຈະພົບປະ ກັບນາຍົກ ຣັຖມຸນຕຣີ ອິສຣາແອລ ທ່ານ BENJAMIN NETANYAHU ທີ່ອິສຣາແອລ. ຜູ້ນຳອິສຣາແອລ ກ່າວໃນມື້ວານນີ້ວ່າ ທ່ານຫວັງວ່າ ຈະໄດ້ສົນທະນາຫາຣື ກ່ຽວກັບການຟື້ນຟູູ ການເຈຣະຈາສັນຕິພາບ ກັບຝ່າຍປາແລສໄຕນ໌ ໂດຍໄວ ເທົ່າທີ່ຈະໄວໄດ້. ນາຍົກຣັຖມຸນຕຣີ NETANYAHU ໃຫ້ທັສນະດັ່ງກ່າວ ຫລັງຈາກໄດ້ພົບປະ ກັບທ່ານ MITCHELL ທີ່ນະຄອນ ເຈຣູຊາແລັມ.

ອີຣ່ານ - ນິວເຄລັຽ: ສະມາຊິກສະພາແຫ່ງ ຊາດ ອະວຸໂສຂອງອີຣ່ານໄດ້ປະຕິເສດຕໍ່ຂໍ້ຕົກ ລົງ ກັ່ນທາດຢູເຣນຽມ ຊຶ່ງໄດ້ຮັບ ການສນັບສນຸນ ໂດຍອົງການ ສະຫະປະຊາຊາດ ທີ່ແນໃສ່ ເພື່ອຫລຸດຜ່ອນ ຄວາມວິຕົກກັງວົນ ກ່ຽວກັບ ໂຄງການນິວເຄລັຽ ຂອງອີຣ່ານນັ້ນ. ຫົວໜ້າ ຄະນະກັມມະການ ຄວາມໝັ້ນຄົງ ຂອງສະພາ ແຫ່ງຊາດອີຣ່ານ ກ່າວຕໍ່ສື່ມວນຊົນ ຂອງທາງການອີຣ່ານ ໃນວັນເສົາມື້ນີ້ວ່າ ຄະນະກັມມະການດັ່ງກ່າວ ໄດ້ຄັດຄ້ານ ຕໍ່ແຜນການ ທີ່ຈະໃຫ້ອີຣ່ານ ສົ່ງທາດຢູເຣນຽມ ໄປກັ່ນຢູ່ ໃນຕ່າງປະເທດ. ທ່ານກ່າວຕື່ມວ່າ ບໍ່ມີການຄ້ຳປະກັນວ່າ ອີຣ່ານ ຈະໄດ້ຮັບເຊື້ອໄຟ ເພື່ອເປັນການ ແລກປ່ຽນ ດັ່ງທີ່ກຳນົດໄວ້ ໃນຂໍ້ຕົກລົງ. ມີລາຍງານວ່າ ອີຣ່ານໄດ້ແຈ້ງ ໃຫ້ອົງການ ພະລັງງານ ປະຣະມະນູສາກົນ ຊາບວ່າ ອີຣ່ານຢາກໄດ້ ເຊື້ອໄຟນິວເຄລັຽ ສຳລັບເຕົາແຍກຂອງຕົນ ກ່ອນທີ່ອີຣ່ານ ຈະສົ່ງທາດ ຢູເຣນຽມຂອງຕົນ ໄປຍັງຕ່າງປະເທດ. ຂໍ້ສເນີ ຂອງອົງ ການພະລັງງານ ປະຣະມະນູສາກົນ ແມ່ນແນໃສ່ ເພື່ອປ້ອງກັນ ບໍ່ໃຫ້ອີຣ່ານ ກັ່ນທາດຢູເຣນຽມເອງ ຈົນເຖິງຈຸດທີ່ ອີຣ່ານສາມາດ ນຳໄປໃຊ້ ເພື່ອສ້າງອາວຸດນິວເຄລັຽ.

ອົງດາໄລລາມະ - ຈີນ: ອົງດາໄລລາມະຜູ້ ນຳທາງດ້ານຈິດໃຈ ຂອງຊາວທິເບດ ທີ່ລີ້ພັຍ ຢູ່ໃນຕ່າງປະເທດ ຊົງກ່າວຫາ ພວກຜູ້ນຳຂອງ ຈີນວ່າ ເຮັດໃຫ້ໂລກ ເຂົ້າໃຈຜິດ ກ່ຽວກັບ ສະຖານະການ ໃນທິເບດ. ໃນການຖແລງ ຕໍ່ພວກນັກຂ່າວ ຕ່າງປະເທດ ທີ່ກຸງໂຕກຽວ ໃນວັນເສົາມື້ນີ້ ອົງດາໄລລາມະ ຊົງກ່າວວ່າ ປັກກິ່ງ ກຳລັງຫລອກລວງ ຊາວໂລກ ໃຫ້ຄິດວ່າ ສະຖານະການ ລະຫວ່າງປະຊາຊົນ ຊາວທິເບດ ແລະຊາວຈີນ ໄດ້ຮັບການ ປັບປຸງ ໃຫ້ດີຂຶ້ນ. ການໃຫ້ທັສນະ ຂອງອົງດາໄລລາມະ ໄດ້ມີຂຶ້ນ ໃນການຕອບຄຳຖາມ ຂອງອົງການຂ່າວຊິນຫົວ ຂອງທາງການຈີນ. ນັກຂ່າວໄດ້ ສເນີແນະວ່າ ວັທນະທັມຂອງ ຊາວທິເບດ ໄດ້ຮັບຄວາມນິຍົມ ຫລາຍຂຶ້ນ ໃນໝູ່ຊາວຈີນ ແລະທັງສອງຝ່າຍ ໄດ້ຮຽນຮູ້ ເພື່ອຢູ່ຮ່ວມກັນ ແບບສັນຕິ. ຜູ້ນຳທາງດ້ານຈິດໃຈ ຂອງຊາວທິເບດ ໄດ້ຊົງບອກເລີກ ບໍ່ຮັບພິຈາຣະນາ ກ່ຽວກັບຄວາມຄິດດັ່ງກ່າວ ແລະເວົ້າວ່າ ນັ້ນແມ່ນພາບພົດ ທີ່ຈີນພະຍາຍາມ ຢາກຈະສະແດງ ໃຫ້ທົ່ວໂລກໄດ້ເຫັນ.

ຟີລິບປິນ: ເຈົ້າໜ້າທີ່ ຟີລິບປິນ ກ່າວໃນວັນ ເສົາ ມື້ນີ້ວ່າ ພັຍອັນຕະລາຍ ຈາກລົມໄຕ້ຝຸ່ນ MIRINAE ແມ່ນຜ່ານພົ້ນໄປແລ້ວ ຫລັງຈາກ ພາຍຸດັ່ງກ່າວ ໄດ້ພັດຜ່ານ ເກາະລູຊອນ ຊຶ່ງ ເປັນເກາະ ສຳຄັນສຸດ ຂອງຟີລິບປິນ ໃນຄືນແລ້ວນີ້. ກຳລັງມີການຊັ່ງຊາ ເບິ່ງຈຳນວນ ພວກເສັຽຊີວິດ ແລະຫາຍສາບສູນ ແຕ່ກໍຄາດວ່າ ຈະມີພວກບາດ ເຈັບລົ້ມຕາຍ ແລະເສັຽຊີວີດ ໃນຈຳນວນບໍ່ຫລາຍ. ມາຮອດປັດຈຸບັນ ມີຢ່າງນ້ອຍ 2 ຄົນແລ້ວ ໄດ້ຮັບການຢືນຢັນ ວ່າເສັຽຊີວິດ. ໄຕ້ຝຸ່ນ MIRINAE ໄດ້ພັດຂຶ້ນຝັ່ງ ທີ່ແຂວງ QUEZON ໃນພາກຕາເວັນອອກ ຂອງຟິລິບປິນ ຫລັງຈາກຕອນທ່ຽງຄືນ ຂອງແລງວັນສຸກ ໜ້ອຍນຶ່ງ ຊຶ່ງໄດ້ບັງຄັບ ໃຫ້ປະຊາຊົນ ຈຳນວນຫລາຍພັນຄົນ ຕົກຄ້າງຢູ່ຕາມ ຄິວຣົດໂດຍສານ ແລະທ່າເຮືອຂ້າມຟາກ ແລະຍັງໄດ້ບັງຄັບ ໃຫ້ມີການຍົກເລີກ ຖ້ຽວບິນຕ່າງໆ ຈາກນະຄອນຫລວງ ມະນີລາອີກດ້ວຍ. ໜ່ວຍຍາມຝັ່ງ ຂອງຟີລິບປິນ ໄດ້ສັ່ງໃຫ້ໂຈະ ການເດີນທາງໄປມາ ທາງທະເລທຸກຢ່າງ ຊຶ່ງເຮັດໃຫ້ ຊາວຟີລິບປິນ ຫລາຍໆສິບພັນຄົນ ທີ່ພວມຈະເດີນທາງ ກັບຄືນບ້ານ ເພື່ອສລອງວັນນັກບຸນ ໃນທ້າຍສັບປະດານີ້ ຕ້ອງໄດ້ຕົກຄ້າງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG