ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນທົ່ວໂລກສາມາດມີອາຍຸຍືນຂຶ້ນໄດ້ໂດຍການຕັດຄວາມສ່ຽງ ບາງຢ່າງລົງ.


ລາຍງານໃໝ່ດ້ານສາທາລະນະສຸກໃຫ້ຂໍ້ ແນະນຳ​ວ່າການຕາຍກ່ອນເວລາອັນສົມ ຄວນນັ້ນ ສາມາດປ້ອງກັນໄດ້ ໂດຍການ ຕັດຮອນຄວາມສ່ຽງອັນສຳຄັນຕໍ່ການຕາຍ ໃນທົ່ວ ໂລກລົງ. ອີງຕາມອົງການອະນາ ໄມໂລກ ຫລື WHO ນັ້ນ ແມ່ນວ່າຄວາມ ຄາດຫວັງໃນການມີອາຍຸຍືນຂອງ ຄົນເຮົາ ສາມາດເພີ້ມຂຶ້ນໄດ້ອີກ ເກືອບຮອດ 5 ປີ ໂດຍການ ແກ້ໄຂບັນຫາທີ່ສົ່ງຜົນກະທົບ ຕໍ່ສຸຂະພາບຂອງຄົນເຮົາ.

ລາຍງານໃໝ່ສະບັບນີ້ ເວົ້າວ່າບັນຫາ ຄວາມສ່ຽງໃຫຍ່5 ຢ່າງ ໄດ້ກວາມເອົາ ¼ ຂອງສາເຫດ ໃຫຍ່ທີ່ພາໃຫ້ຄົນເສຍຊີວິດ ຢູ່ໃນໂລກ. ປະເດັນເຫລົ່ານີ້ກໍຄືເດັກມີນ້ຳ ໜັກໜ້ອຍກວ່າເກນອາຍຸ, ການມີເພດສຳພັນທີ່ບໍ່ຄຳນຶງເຖິງຄວາມປອດໄພ, ການດື່ມ ເຫລົ້າ, ການຂາດນ້ຳໃຊ້-ນ້ຳດື່ມທີ່ປອດໄພ, ການຂາດສຸກ ຂະອາໄມແລະຄວາມສະອາດ ແລະ ຄວາມດັນເລືອດສູງ.

ການສຶກສາຄົ້ນຄວ້ານີ້ ໄດ້ພັນລະນາເຖິງ 24 ປະເດັນທີ່ມີຜົນ ກະທົບຕໍ່ສຸຂພາບ, ເຊິ່ງ ລວມມີທັງປະເດັນ ຄວາມສ່ຽງທີ່ເກີດຈາກສະພາບແວດລ້ອມ, ການກະທໍາ, ການປະພຶດ ແລະ ຈິດຕະສາດສັງຄົມ ເຊັ່ນ ອາກາດທີ່ເປັນພິດ, ການສູບຢາ, ແລະ ການກິນອາຫານ ທີ່ຂາດທາດບໍາລຸງຮ່າງກາຍ ເປັນຕົ້ນ.

ທ່ານນາງ Gretchen Stevens ເຈົ້າໜ້າ ທີ່ດ້ານເທັກໂນໂລຢີ ທີ່ ອົງການອະນາໄມ ໂລກ ຫລື WHO ໄດ້ເວົ້າກັບວີໂອເອວ່າ: "ສິ່ງທຳອິດທີ່ພວກເຂົາເຈົ້າເນັ້ນເຖິງກໍຄືພວກ ເດັກມີນ້ຳໜັກໜ້ອຍກວ່າປົກກະຕິແລະນັ້ນລ ລະຄືອາການຂອງພວກເດັກນ້ອຍທີ່ບໍ່ມີອາ ຫານພຽງພໍຫລືຂາດອາຫານ. ແລະນັ້ນກໍ ຈະເປັນເຫດໃຫ້ພວກເດັກນ້ອຍເຫລົ່ານີ້ ເພີ້ມຄວາມສ່ຽງໃນການຕິດເຊື້ອໂຣກແລະ ເສຍຊີວິດໄດ້ຍ້ອນການຕິດແປດໂຣກດັ່ງ ກ່າວແລະໂຣກອື່ນໆທີ່ຂ້າພະເຈົ້າເຄີຍ ກ່າວເຖິງແລ້ວ ເຊັ່ນວ່າໂຣກຄວາມດັນ ເລືອດສູງນັ້ນແມ່ນມີຜົນກະທົບຮ້າຍແຮງ ຕໍ່ໂຣກຫົວໃຈ"

ທ່ານນາງ STEVENS ເວົ້າວ່າ ເມື່ອເບິ່ງບັນດາສາເຫດການຕາຍດັ່ງກ່າວນີ້ແລ້ວກໍເຫັນ ວ່າຄວາມດັນເລືອດສູງ ທີ່ຈິງແລ້ວເປັນຕົວການຕົ້ນຕໍທີ່ສັງຫານຊີວິດຂອງຄົນເຖິງ 7.5 ລ້ານຄົນ ໃນແຕ່ລະປີ. ແລະ ໃນນັ້ນ ລະດັບຄວາມດັນເລືອດຂອງຄົນໃນເຂດທະເລ ຊາຍຊາຮາຣານໃນອາຟຣິກກາ ເຊິ່ງເປັນເຂດທີ່ໄດ້ຮັບຜົນກະທົບ ຈາກຄວາມສ່ຽງ ເຫລົ່ານີ້ຢ່າງຮ້າຍແຮງທີ່ສຸດຂອງໂລກນັ້ນແມ່ນສູງຢ່າງໜ້າຕົກໃຈ.

ທ່ານນາງກ່າວຢ້ຳອີກວ່າອັດຕາການຕາຍຢູ່ໃນອາຟຣິກກາແມ່ນສູງຫລາຍຍ້ອນວ່າມີການນ ຮ່ວມເພດທີ່ບໍ່ປອດໄພເຊິ່ງນຳໄປສູ່ການຕິດເຊື້ອ HIV/AIDS ພ້ອມທັງເດັກທີ່ຍັງເຍົາໄວມີ ນໍ້າໜັກໜ້ອຍກວ່າປົກກະຕິແລະປະເດັນດ້ານນ້ຳໃຊ້-ນ້ຳດື່ມທີ່ບໍ່ປອດໄພແລະການຂາດສຸກ ຂະອະນາໄມໂດຍທົ່ວໄປ. ເຊິ່ງທ່ານນາງໄດ້ກ່າວເພີ້ມເຕີມວ່າ: "ໃນພາກພື້ນອື່ນໆ ທີ່ ມີຜົນກະທົບທີ່ຮ້າຍແຮງ ນັ້ນກໍຄືບັນດາປະເທດທີ່ເຄີຍເປັນບໍລິວານຂອງສະຫະພາບໂຊ ຫວຽດເກົ່ານັ້ນ.ແລະບັນຫາໂຣກໃນຫລອດເລືອດນັ້ນ ແມ່ນມີສ່ວນກະທົບ ອັນໃຫຍ່ຫລວງ ໃນປະເທດທີ່ກ່າວມານີ້ ຕົວຢ່າງ ເຊັ່ນການດື່ມເຫລົ້າ, ໂຣກຄວາມດັນສູງ ແລະ ໂຣກໄຂ ມັນສູງ".

ລາຍງານການຄົ້ນຄວ້າສະບັບນີ້ ຍັງຊີ້ແຈງວ່າ ບັນຫາການຕາຍ ແລະ ພະຍາດໃນຫລາຍ ກໍລະນີ ກໍເກີດມາຈາກຄວາມສ່ຽງ ຫລາຍປະການ ແລະ ກໍສາມາດປ້ອງກັນໄດ້ ດ້ວຍການ ຫລຸດຄວາມສ່ຽງໃນດ້ານໃດດ້ານນຶ່ງລົງ ເຊັ່ນພະຍາດຫົວໃຈໄດ້ເປັນພະຍາດທີ່ສັງຫານຊີ ວິດ ຄົນຫລາຍທີ່ສຸດໃນທົ່ວໂລກ. ນອກນີ້ກໍ ໄດ້ແກ່ ການດື່ມເຫລົ້າ, ສູບຢາ, ຄວາມດັນ ເລືອດສູງ ແລະ ການບໍ່ອອກກຳລັງກາຍ ຫລື ເຄື່ອນໄຫວໄປມາຢ່າງຫ້າວຫັນ.

ສະນັ້ນ ລາຍງານສະບັບນີ້ ແນະນຳວ່າ ຖ້າຫາກພວກເຮົາຫລຸດຜ່ອນ ຫລື ກຳຈັດປະ ເດັນຕ່າງໆນີ້ໄດ້ ໃນບາງດ້ານ ກໍຈະສາມາດຊ່ວຍຕໍ່ອາຍຸໃຫ້ຍືນຍາວໄດ້ອີກຫລາຍປີ.

XS
SM
MD
LG