ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຊົ່ວຄາວຂອງຮອນດູຣັສ ຮັບເອົາ ຂໍ້ຕົກລົງ ເພື່ອຍຸຕິ ວິກິຕການ ທາງດ້ານການເມືອງ


ຮອນດູຣັສ: ປະທານາທິບໍດີຮັກສາການຊົ່ວ ຄາວ ຂອງຮອນດູຣັສ ທ່ານ ROBERTO MICHELETTI ກ່າວວ່າ ທ່ານພ້ອມແລ້ວທີ່ ຈະລົງນາມ ໃນຂໍ້ຕົກລົງ ທີ່ຈະມອບອຳນາດ ຄືນໃຫ້ແກ່ ປະທານາທິບໍດີທີ່ຖືກໂຄ່ນລົ້ມ ທ່ານ MANUEL ZELAYA ແລະເຮັດໃຫ້ວິກິຕການ ທາງດ້ານການເມືອງ ໃນຮອນດູຣັສ ສິ້ນສຸດລົງ. ທ່ານ MICHELETTI ກ່າວໃນ ຕອນແລງ ວັນພະຫັດ ວານນີ້ວ່າ ທ່ານໄດ້ອະນຸຍາດໃຫ້ ຄະນະເຈຣະຈາ ຂອງທ່ານ ລົງນາມ ໃນຂໍ້ຕົກ ລົງ ທີ່ເປັນຂີດໝາຍ ໃນການເລີ້ມຕົ້ນ ຂອງການ ສິ້ນສຸດລົງ ກ່ຽວກັບ ການປະເຊີນໜ້າ ທາງດ້ານການເມືອງ ເປັນເວລາ 4 ເດືອນ. ສະພາແຫ່ງຊາດ ຂອງຮອນດູຣັສ ຍັງຕ້ອງໄດ້ ໃຫ້ການອະນຸມັດ ກ່ຽວກັບ ຂໍ້ຕົກລົງ ດັ່ງກ່າວ. ທ່ານ ZELAYA ກ່າວວ່າ ທ່ານມີຄວາມຫວັງ ໄປໃນແງ່ດີ ກ່ຽວກັບຂໍ້ຕົກລົງ ທີ່ຈະມອບອຳນາດ ຄືນໃຫ້ແກ່ທ່ານ. ໃນການຖແລງ ທີ່ນະຄອນຫລວງ ອິສລາມາບັດ ຂອງປາກິສຖານນັ້ນ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ກ່າວຊົມເຊີຍ ຂໍ້ຕົກລົງນີ້ວ່າ ເປັນຂໍ້ຕົກລົງ ທີ່ມີຄວາມສຳຄັນ ປະວັດສາດ.

ປາກິສຖານ: ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ກ່າວປ້ອງກັນ ນະໂຍບາຍ ຂອງສະຫະຣັດ ອີກຄັ້ງນຶ່ງ ຕໍ່ຊາວປາກິສຖານ ທີ່ບໍ່ພໍໃຈຫລາຍ ຂຶ້ນກັບຄວາມຮຸນແຮງທີ່ມີເພີ້ມຂຶ້ນຢູ່ໃນຂົງເຂດ. ໃນວັນສຸກມື້ນີ້ ທ່ານນາງ CLINTON ໄດ້ໂອ້ ລົມ ທີ່ນະຄອນຫລວງ ອິສລາມາບັດ ກັບພວກ ຜູ້ນຳ ຊົນເຜົ່າ ຈາກເຂດ ພາກຕາເວັນຕົກ ສຽງເໜືອ ທີ່ມີບັນຫາ ຂອງປາກິສຖານ. ສະມາຊິກ ສະພາຄົນນຶ່ງ ໄດ້ຮຽກຮ້ອງ ໃຫ້ທ່ານນາງ CLINTON ຊອກຫາຊ່ອງທາງ ເຈຣະຈາ ເພື່ອຍຸຕິ ບັນຫາຂັດແຍ້ງ ໃນອັຟການິສຖານ ແລະຫລັງຈາກນັ້ນ ກໍໃຫ້ຂຍາຍ ການດຳເນີນ ຄວາມພະຍາຍາມ ມາຍັງປາກິສຖານ. ທ່ານນາງ CLINTON ຍິນດີຕ້ອນຮັບ ແນວຄິດກ່ຽວກັບ ການເຈຣະຈາ ແຕ່ທ່ານນາງ ໃຫ້ຂໍ້ສັງເກດວ່າ ສະຫະຣັດ ຕ້ອງໄດ້ດຳເນີນ ມາຕການ ຫລັງຈາກ ພວກທາລີບານ ໄດ້ປະຕິເສດ ບໍ່ຍອມມອບໂຕ ພວກຜູ້ນຳ ຂອງກຸ່ມກໍ່ການຮ້າຍ AL-QAIDA ທີ່ຮັບຜິດຊອບ ໃນການໂຈມຕີ ເມື່ອວັນວັນທີ 11 ກັນຍາ ປີ 2001 ນັ້ນ ໃຫ້ແກ່ສະຫະຣັດ.

ອັຟການິສຖານ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ພວມທຳການ ປຶກສາຫາຣື ກັບພວກນາຍທະຫານ ອະວຸໂສ ໃນວັນສຸກມື້ນີ້ ຂະນະທີ່ທ່ານ ພິຈາຣະນາເບິ່ງວ່າ ຈະສົ່ງທະຫານ ໄປເພີ້ມຕື່ມ ໃນອັຟການິສຖານ ຫລືບໍ່? ທ່ານ OBAMA ຈະພົບປະ ທີ່ທຳນຽບ ຂາວ ກັບປະທານ ເສນາທິການປະສົມ ຂອງກອງ ທັບສະຫະຣັດ ພ້ອມທັງ ພວກນາຍທະຫານອື່ນໆ ຈາກກອງທັບອາກາດ ກອງທັບບົກ ກອງທັບເຮືອ ແລະທະຫານມາຣີນ. ໂຄສົກຂອງທຳນຽບ 5 ແຈກ່າວວ່າ ການພົບປະ ທີ່ວ່ານີ້ ໄດ້ມີຂຶ້ນ ຂະນະທີ່ ປະທານາທິບໍດີ ໄດ້ມາຮອດ ຈຸດສຸດທ້າຍ ໃນຂັ້ນຕອນ ເຮັດການ ຕັດສິນໃຈ ຂອງທ່ານ. ທ່ານ OBAMA ພວມທຳການ ທົບທວນເບິ່ງ ທາງເລືອກ ກ່ຽວກັບຍຸທສາດ ໃນການເຮັດສົງຄາມ ຢູ່ອັຟການິສຖານ ຮວມທັງ ຄຳຮ້ອງຂໍ ຈາກຜູ້ບັນຊາການ ທະຫານອະເມຣິກັນ ໃນປະເທດດັ່ງກ່າວ ນາຍພົນ STANLEY McCHRISTAL ໃຫ້ສົ່ງທະຫານ ໄປຕື່ມອີກ 40 ພັນຄົນ. ທຳນຽບຂາວ ໄດ້ສະແດງ ໃຫ້ເຫັນວ່າ ປະທານາທິບໍດີ ຈະລໍຖ້າ ໄປຈົນຮອດ ຫລັງການເລືອກຕັ້ງ ປະທານາທິບໍດີ ອັຟການິສຖານ ຮອບສອງ ໃນວັນທີ 7 ພະຈຶກ ຈຶ່ງຈະປະກາດໃຫ້ຊາບ ກ່ຽວກັບ ການຕັດສິນໃຈ ຂອງທ່ານ.

ອີຣ່ານ - ນິວເຄລັຽ: ມີລາຍງານວ່າ ອີຣ່ານໄດ້ປະ ຕິເສດຕໍ່ແຜນການ ກັ່ນທາດຢູເຣນຽມ ທີ່ໄກ່ເກັ່ຽໂດຍ ອົງການ ສະຫະປະຊາຊາດ ຂະນະທີ່ ປະທານາທິບໍດີ MAHMOUD AH-MADINEJAD ກ່າວວ່າ ທ່ານ ຍິນດີຕ້ອນຮັບ ການຮ່ວມມື ໃນດ້ານນິວເຄລັຽ ກັບປະເທດ ຕາເວັນຕົກ. ເຈົ້າໜ້າທີ່ ຕາເວັນຕົກທ່ານນຶ່ງ ທີ່ໃກ້ຊິດ ກັບການເຈຣະຈາ ກ່າວວ່າ ອີຣ່ານ ໄດ້ແຈ້ງໃຫ້ ອົງການພະລັງງານ ປະຣະມະນູສາກົນ ຂອງສະຫະ ປະຊາຊາດຊາບວ່າ ຕົນຈະບໍ່ຮັບ ເອົາແຜນການ ທີ່ຈະສົ່ງທາດ ຢູເຣນຽມ ໄປກັ່ນໃນຣະດັບຕ່ຳ ຢູ່ຕ່າງປະເທດ. ຂໍ້ສເນີ ທີ່ວ່ານີ້ ແມ່ນແນໃສ່ ເພື່ອປ້ອງກັນ ບໍ່ໃຫ້ອີຣ່ານ ກັ່ນທາດຢູເຣນຽມເອງ ຈົນເຖິງຈຸດທີ່ ອີຣ່ານສາມາດ ນຳໄປສ້າງ ອາວຸດນິວເຄລັຽໄດ້. ຂໍ້ຕົກລົງ ທີ່ວ່ານີ້ ໄດ້ມີການ ຮັບເອົາແລ້ວ ໂດຍພັກຝ່າຍ ກ່ຽວຂ້ອງອື່ນໆ ທີ່ພົວພັນນຳ ການເຈຣະຈາ ປະກອບດ້ວຍ ສະຫະຣັດ ຣັດເຊັຽ ແລະຝຣັ່ງ. ອົງການ ພະລັງງານ ປະຣະມະນູສາກົນ ກ່າວວ່າ ຕົນໄດ້ຮັບຄຳຕອບ ໃນຂັ້ນຕົ້ນ ຂອງອີຣ່ານ ຕໍ່ແຜນການ ດັ່ງກ່າວ ໃນມື້ວານນີ້ ແຕ່ບໍ່ໄດ້ ໃຫ້ລາຍລະອຽດ ເພີ້ມຕື່ມ.

ເອເຊັຽ - ເສຖກິດ: ລາຍງານ ສະບັບນຶ່ງ ຂອງອົງການ ສະຫະປະຊາຊາດ ທຳນາຍວ່າ ເສຖກິດ ຂອງເຂດເອເຊັຽ ຈະເລີ້ມ ມີການເຕີບ ໂຕຄືນໃໝ່ອີກ ໃນປີ 2010 ແຕ່ກໍໄດ້ແນະນຳ ໃຫ້ບັນດາປະເທດ ໃນເຂດເອເຊັຽ ເລີ້ມກາງຕໍ່ ການຄ້າຂາຍ ຢູ່ໃນຂົງເຂດ ຫລາຍຂຶ້ນ ແລະກາງ ຕໍ່ໜ້ອຍລົງ ໃນການຄ້າ ກັບສະຫະຣັດ ແລະສະພາບຢູໂຣບ. ຄະນະກັມມາທິການ ເສຖກິດແລະສັງຄົມ ຂອງອົງການ ສະຫະປະຊາຊາດ ສຳລັບເຂດ ເອເຊັຽແລະປາຊີຟິກ ກ່າວໃນມື້ວານນີ້ວ່າ ເຖິງແມ່ນໄດ້ມີການເຕີບໂຕ ຢ່າງເຂັ້ມແຂງ ຢູ່ໃນປະເທດຈີນ ແລະອິນເດັຽກໍຈິງ ແຕ່ຕລາດການເງິນ ຍັງສືບຕໍ່ ມີຄວາມບໍ່ແນ່ນອນ ແລະຫລາຍໆປະເທດ ຍັງມີການຂາດດຸນ ງົບປະມານ ເປັນຈຳນວນ ຫລວງຫຼາຍ. ພວກນັກຊ່ຽວຊານ ກ່າວວ່າ ວິກິຕການ ທາງດ້ານເສຖກິດ ຂອງໂລກ ເມື່ອບໍ່ດົນຜ່ານມານີ້ ໄດ້ພາໃຫ້ມີ ຄົນຫວ່າງງານ ເປັນຈຳນວນຫຼວງຫຼາຍ ແລະກົດດັນໃຫ້ຜູ້ຄົນ ໃນຈຳນວນຫຼາຍຂຶ້ນ ດຳຣົງຊີວິດ ຢູ່ຕ່ຳກວ່າ ເສັ້ນກຳນົດ ຄວາມທຸກຍາກ.

ເກົາຫລີ - ອິນເຕີແນັດ: ສື່ມວນຊົນຂອງເກົາ ຫລີໃຕ້ ລາຍງານວ່າ ຫົວໜ້າສືບລັບຂອງເກົາຫລີ ໃຕ້ ໄດ້ຖິ້ມໂທດ ໃສ່ເກົາຫລີເໜືອ ກ່ຽວກັບການໂຈມຕີ ທາງອິນເຕີແນັດ ໃນຕົ້ນປີນີ້ ທີ່ເຮັດໃຫ້ເວັບໄຊທ໌ ຂອງຣັຖບານ ແລະທຸຣະກິດການຄ້າ ໃນເກົາຫລີໃຕ້ ແລະສະຫະຣັດ ໃຊ້ການບໍ່ໄດ້ນັ້ນ. ອົງການຂ່າວຢອນຮັບ ຂອງເກົາຫລີໃຕ້ ລາຍງານວ່າ ຫົວໜ້າສືບລັບ ຂອງເກົາຫລີໃຕ້ ທ່ານ WON SEI-HOON ກ່າວຕໍ່ສະມາຊິກ ສະພາແຫ່ງຊາດ ເກົາຫລີໃຕ້ ໃນອາທິດນີ້ວ່າ ກະຊວງສື່ສານ ຄົມມະນາຄົມ ຂອງເກົາຫລີເໜືອ ໄດ້ໃຊ້ບ່ອນຢູ່ ທາງອິນເຕີແນັດ ທີ່ເປັນຕົ້ນຕໍ ໃນການໂຈມຕີນັ້ນ. ທ່ານເວົ້າວ່າ ການໂຈມຕີ ໄດ້ຖືກຕິດຕາມ ຮ່ອງຮອຍ ກັບຄືນໄປ ຍັງບ່ອນຢູ່ ທາງອິນເຕີແນັດ ໃນປະເທດຈີນ ທີ່ກະຊວງສື່ສານ ຄົມມະນາຄົມ ເກົາຫລີເໜືອ ໄດ້ເຊົ່າຈາກຈີນ. ໃນລະຫວ່າງ ການໂຈມຕີ ເມື່ອເດືອນກໍຣະກົດ ຜ່ານມານັ້ນ ຫລາຍສິບເວັບໄຊທ໌ ທີ່ສຳຄັນໆ ຂອງຣັຖບານ ແລະທຸຣະກິດການຄ້າ ໄດ້ຊັກຊ້າລົງ ຫລືໃຊ້ການບໍ່ໄດ້ ດ້ວຍການສັນຈອນໄປມາ ທີ່ເກີດຈາກເຄື່ອງຊອບແວຣ໌ ທີ່ເປັນອັນຕະລາຍ ທີ່ຕິດຕັ້ງໃສ່ເຄື່ອງ ຄອມພິວເຕີ້ສ່ວນໂຕ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG