ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກທາລີບານ ໂຈມຕີບ້ານພັກ ຂອງອົງການສະຫະປະຊາຊາດ ທີ່ນະຄອນຫລວງກາບູລ ສັງຫານ 9 ຄົນ ທີ່ນັ້ນ


ອັຟການິສຖານ: ພວກຫົວຮຸນແຮງ ໃນອັຟກາ ນິສຖານ ໄດ້ສັງຫານ ພວກຄົນງານຕ່າງປະເທດ ຂອງອົງການ ສະຫະປະຊາຊາດຢ່າງນ້ອຍ 6 ຄົນ ແລະຊາວອັຟການິສຖານ 3 ຄົນ ໃນການ ບຸກໂຈມຕີ ບ້ານພັກນາໆຊາດ ທີ່ນະຄອນຫລວງ ກາບູລ. ຊາວອະເມຣິກັນຄົນນຶ່ງ ແມ່ນຮວມຢູ່ໃນ ຈຳນວນພວກທີ່ເສັຽຊີວິດ. ເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ມືປືນ 3 ຄົນ ທີ່ໃສ່ຊຸດ ສະລະຊີບ ແລະປອມໂຕ ເປັນຕຳຣວດ ໄດ້ບຸກເຂົ້າໄປ ໃນບໍຣິເວນ ບ້ານພັກດັ່ງກ່າວ ໃນຕອນເຊົ້າມືດ ຂອງວັນພຸດມື້ນີ້. ພວກເຂົາ ໄດ້ຍິງຕໍ່ສູ້ ກັບກຳລັງ ຮັກສາຄວາມສະງົບ ເປັນເວລາ ສອງຊົ່ວໂມງ ກ່ອນທີ່ພວກເຂົາ ໄດ້ບີບຄະນວນຣະເຣີດ ໃຫ້ແຕກຂຶ້ນ ຫລືບໍ່ກໍຖືກຍິງຕາຍ. ມີກຳລັງ ຮັກສາຄວາມສະງົບ ອັຟການິສຖານ ຢ່າງນ້ອຍ 2 ຄົນ ແລະພົລເຮືອນ ອີກຄົນນຶ່ງ ໄດ້ເສັຽຊີວິດ ໃນການບຸກໂຈມຕີຄັ້ງນີ້. ໃນເວລາຕໍ່ມາ ໂຄສົກຂອງ ກຸ່ມທາລີບານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ ແລະເວົ້າວ່າ ມັນເປັນບາດກ້າວທຳອິດ ທີ່ຈະຣົບກວນ ການເລືອກຕັ້ງ ປະທານາທິບໍດີ ຮອບສອງໃນເດືອນໜ້າ.

ປາກິສຖານ: ຣະເບີດ ທີ່ຫ້າງໃສ່ຣົດຄັນນຶ່ງ ໄດ້ແຕກຂຶ້ນ ທີ່ຫົວເມືອງສຳຄັນ ໃນເຂດພາກ ຕາເວັນຕົກ ສຽງເໜືອ ທີ່ມີບັນຫາ ຂອງປາກິສ ຖານເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 86 ຄົນ ແລະໄດ້ຮັບບາດເຈັບ ອີກປະມານ 100 ຄົນ. ພວກທີ່ເຫັນເຫດການ ກ່າວວ່າ ເຫດຣະເບີດ ໄດ້ເກີດຂຶ້ນ ທີ່ຕລາດ ແອອັດໄປດ້ວຍ ຜູ້ຄົນແຫ່ງນຶ່ງ ທີ່ເມືອງ PESHAWAR ໃນຕອນບ່າຍ ຂອງວັນພຸດມື້ື້ນີ້ ຊຶ່ງພວກທີ່ ເສັຽຊີວິດສ່ວນໃຫຍ່ ແມ່ນເປັນແມ່ຍິງ. ລາຍງານຂ່າວ ໂທຣະພາບ ສະແດງໃຫ້ເຫັນວ່າ ພວກກູ້ພັຍ ໄດ້ຂຸດຄົ້ນ ຢູ່ຕາມຫ້າງຮ້ານ ທີ່ຖືກໄຟໃໝ້ ແລະພາກັນມອດໄຟ ຂະນະທີ່ມີຄວັນໄຟກຸ້ມຂຶ້ນ ໃນເຂດໃຈກາງເມືອງ. ຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໃນການວາງຣະເບີດ ດັ່ງກ່າວນີ້ເທື່ອ. PESHAWAR ເປັນເມືອງທີ່ ມີປະຊາກອນ ຫລາຍທີ່ສຸດ ໃນແຂວງຊາຍແດນ ທາງກ້ຳຕາເວັນຕົກ ສຽງເໜືອ ແລະເປັນປະຕູ ໄປສູ່ເຂດຊົນເຜົ່າ ທີ່ບ້ານເມືອງ ບໍ່ມີຂື່ມີແປ ບ່ອນທີ່ກຳລັງ ຮັກສາຄວາມສະງົບ ຂອງປາກິສຖານ ພວມທຳການສູ້ຣົບ ກັບພວກຫົວຮຸນແຮງ ທາລີບານ ຢູ່ໃນເວລານີ້.

ສະຫະຣັດ - ຈີນ: ທ່ານ GARY LOCKE ຣັຖມຸນຕຣີ ກະຊວງການຄ້າ ຂອງສະຫະຣັດ ກ່າວວ່າ ການປ່ຽນແປງ ຂອງດິນຟ້າອາກາດ ແລະພະລັງງານ ທີ່ສະອາດ ຈະເປັນ ຫົວຂໍ້ ສຳຄັນສຸດ ໃນການເຈຣະຈາ ທາງດ້ານການຄ້າ ຣະດັບສູງກັບຈີນ ໃນອາທິດນີ້. ທ່ານ LOCKE ກ່າວວ່າ ໃນການປະຊຸມພາຍໄລຍະ 2 ມື້ຂ້າງໜ້າທີ່ເມືອງຫັງໂຈວ໌ ໃນພາກຕາເວັນອອກ ຂອງຈີນນັ້ນ ທ່ານຈະກົດດັນ ໃຫ້ມີ ການເປີດ ຕລາດຫລາຍຂຶ້ນ ສຳລັບບໍຣິສັດ ຂອງອະເມຣິກັນ ໃນພາກສ່ວນ ພະລັງງານ ທີ່ສະອາດຂອງຈີນ. ທ່ານ LOCKE ກ່າວວ່າ ແຜນການພະລັງລົມ ທີ່ທະເຍີທະຍານ ຂອງຈີນ ຕລອດທັງ ນະໂຍບາຍຫລຸດຜ່ອນ ການປ່ອຍແກັສເຮືອນແກ້ວ ທີ່ພາໃຫ້ອາກາດຮ້ອນເອົ້າ ແລະການນຳໃຊ້ ນ້ຳຢ່າງມີປະສິດທິຜົນນັ້ນ ແມ່ນໄດ້ສ້າງ ຄວາມບົ່ມຊ້ອນ ທາງດ້ານຕລາດ ສຳລັບບໍຣິສັດຕ່າງໆ ຂອງສະຫະຣັດ. ຜູ້ຕາງໜ້າ ທາງດ້ານການຄ້າ ຂອງສະຫະຣັດ ທ່ານ RON KIRK ແລະຣັຖມຸນຕີ ກະຊວງກະເສດ ທ່ານ TOM VILLSACK ກໍຈະໄປຮ່ວມທ່ານ LOCKE ໃນກອງປະຊຸມ ຄະນະກັມມາທິການຮ່ວມ ທາງດ້ານພານິດ ແລະການຄ້າ ລະຫວ່າງ ສະຫະຣັດ ກັບຈີນ.

ໃຕ້ຫວັນ - ຈີນ: ໃຕ້ຫວັນ ໄດ້ຫລຸດຜ່ອນ ຂໍ້ຈຳກັດຕ່າງໆ ຕໍ່ພວກນັກຂ່າວຈີນ ທີ່ປະຈຳ ຢູ່ທີ່ເກາະໃຕ້ຫວັນ ໃນການເຄື່ອນໄຫວລ່າສຸດ ເພື່ອເສີມຂຍາຍ ຄວາມສັມພັນ ກັບຈີນແຜ່ນ ດິນໃຫຍ່. ສະພາກິຈການແຜ່ນດິນໃຫຍ່ ຊຶ່ງເປັນ ອົງການ ຮັບຜິດຊອບສູງສຸດ ກ່ຽວກັບ ຄວາມສັມພັນກັບຈີນ ກ່າວວ່າ ສື່ມວນຊົນຂອງຈີນ ທີ່ປະຈຳຢູ່ໃຕ້ຫວັນ ໃນປັດຈຸບັນນີ້ ສາມາດສົ່ງລາຍງານ ກ່ຽວກັບໃຕ້ຫວັນ ໄປຍັງຈີນ ໄດ້ເຖິງ 5 ລາຍງານ ສຳລັບ ອົງການຂ່າວນຶ່ງໆ. ນອກນັ້ນ ພວກນັກຂ່າວ ຍັງໄດ້ຮັບອະນຸຍາດ ໃຫ້ເຊົ່າເຮືອນຢູ່ ແທນທີ່ຈະຢູ່ແຕ່ ໃນໂຮງແຮມ ແລະບໍ່ຈຳເປັນ ຕ້ອງໄດ້ເດີນທາງ ອອກຈາກໃຕ້ຫວັນ ໃນທຸກໆ 6 ເດືອນ. ເວລານີ້ ພວກນັກຂ່າວໃຕ້ຫວັນ ສາມາດເຮັດວຽກ ຢູ່ທີ່ຈີນແຜ່ນດິນໃຫຍ່ໄດ້ ທຸກໆ 6 ເດືອນ ໃນແຕ່ລະຄັ້ງ. ໃນປີ 2000 ໃຕ້ຫວັນ ໄດ້ຍົກເລີກ ການຫ້າມ ທີ່ມີມາ ເປັນເວລາ ຫລາຍໆທົສວັດ ຕໍ່ພວກນັກຂ່າວຈີນ. ຣະບຽບຕ່າງໆ ໄດ້ມີການຜ່ອນຜັນ ໂດຍສະເພາະແລ້ວ ແມ່ນນັບຕັ້ງແຕ່ ທ່ານ MA YING JEOU ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີໃຕ້ຫວັນ ໃນເດືອນພຶສະພາ ປີກາຍນີ້.

ເກົາຫລີ: ເຈົ້າໜ້າທີ່ ເກົາຫລີໃຕ້ ກ່າວວ່າ ຜູ້ ຊາຍ ທີ່ໂຕນໄປເກົາຫລີເໜືອໃນອາທິດນີ້ແມ່ນ ບຸກຄົນ ທີ່ເຈົ້າໜ້າທີ່ ຕ້ອງການໂຕ ໃນ ຂໍ້ຫາທຳຮ້າຍຮ່າງກາຍ. ເຈົ້າໜ້າທີ່ ເກົາຫລີໃຕ້ ກ່າວວ່າ ນາຍ KANG DONG-RIM ຄົນລ້ຽງໝູ ອາຍຸ 30 ປີ ໄດ້ຖືກກ່າວຫາວ່າ ທຳຮ້າຍຮ່າງກາຍນາຍຈ້າງ ດ້ວຍຄ້ອນຕີ. ນາຍ KANG ເຮັດວຽກ ທີ່ຄ້າຍແຫ່ງນຶ່ງ ບໍ່ໄກຈາກບ່ອນທີ່ ເຈົ້າໜ້າທີ່ເວົ້າວ່າ ລາວໄດ້ຕັດ ໜາມໝາກຈັບ ແລະກໍຂ້າມຊາຍແດນ ທີ່ມີການຍາມ ຮັກສາການ ຢ່າງແໜ້ນໜາ ທີ່ແບ່ງສອງເກົາຫລີນັ້ນ ເຂົ້າໄປໃນ ເກົາຫລີເໜືອ. ເຈົ້າໜ້າທີ່ ເກົາຫລີເໜືອ ກ່າວອ້າງວ່າ ນາຍ KANG ຮູ້ສຶກດີໃຈ ກ່ຽວກັບ ການຕັດສິນໃຈ ໂຕນໜີຂອງລາວ ແລະວ່າ ເວລານີ້ ຜູ້ກ່ຽວກຳລັງ ຢູ່ພາຍໃຕ້ ອັນທີ່ເກົາຫລີເໜືອ ເອີ້ນວ່າ “ການປົກປ້ອງຄຸ້ມຄອງ ຢ່າງອົບອຸ່ນ” ຂອງເກົາຫລີເໜືອ. ບໍ່ຄ່ອຍມີ ຊາວເກົາຫລີໃຕ້ ໂຕນໄປ ເກົາຫລີເໜືອ ທີ່ທຸກຍາກ ຂາດແຄນນັ້ນ ໂດຍສະເພາະ ຂ້າມເຂດປອດທະຫານ ທີ່ມີການປ້ອງກັນ ດ້ວຍໜາມໝາກຈັບ ແລະທຸ່ນຣະເບີດ.

ອິນໂດເນເຊັຽ - ອົພຍົບ: ເຈົ້າແຂວງຄົນນຶ່ງ ຂອງອິນໂດເນເຊັຽ ໄດ້ປະຕິເສດ ບໍ່ຍອມອະນຸ ຍາດໃຫ້ ເຮືອທີ່ບັນທຸກພວກອົພຍົບ ສຣີລັງກາ ລຳນຶ່ງ ເຂົ້າຈອດທີ່ເກາະໆນຶ່ງ ໃນແຂວງຂອງທ່ານ ໃນສັບປະດາແລ້ວນີ້ ອິນໂດເນເຊັຽ ໄດ້ຕົກລົງ ທີ່ຈະໃຫ້ບ່ອນ ພັກພາອາສັຍຊົ່ວຄາວ ແກ່ພວກລີ້ພັຍ ຊາວສຣີລັງກາ 78 ຄົນ ທີ່ໄດ້ຖືກຈັບ ໂດຍເຮືອຂອງ ອອສເຕຣເລັຽ. ນາຍົກຣັຖມຸນຕຣີ ອອສເຕຣເລັຽ ທ່ານ KEVIN RUDD ຮຽກຮ້ອງໃຫ້ ທ່ານ SUSILO BAMBANG YUDHOYONO ປະທານາທິບໍດີ ອິນໂດເນເຊັຽ ຮັບເອົາພວກອົພຍົບ ສຣີລັງກາ ທີ່ພວມມຸ່ງໜ້າ ໄປອອສເຕຣເລັຽ ຈຸນີ້. ທ່ານ YUDHOYONO ໄດ້ຕົກລົງ ທີ່ຈະໃຫ້ບ່ອນ ພັກພາອາສັຍ ແກ່ພວກອົພຍົບ ສຣີລັງກາທັງ 78 ຄົນ ຍ້ອນເຫດຜົນ ທາງດ້ານມະນຸສທັມ ຈົນກວ່າພວກເຂົາເຈົ້າ ຊອກຫາປະເທດ ທີ່ຈະຮັບເອົາເຂົາເຈົ້າ ຢ່າງເປັນການຖາວອນໄດ້. ແຕ່ເຈົ້າແຂວງ ເກາະ RIAU ທ່ານ ISMETH ABDULLAH ໄດ້ປະຕິເສດ ໃນມື້ວານນີ້ ບໍ່ຍອມໃຫ້ ເຮືອຂອງພວກ ອົພຍົບສຣີລັງກາ ເຂົ້າຈອດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG